Breaking News

Kuanjai Life Stlye

ໄປຊົມຄວາມງົດງາມຂອງພຶກສາພ້ອມໆກັນສາວໆ!

ມື້ນີ້ ທີມງານ ເວັບໄຊ໌ ຂວັນໃຈ ຈະນໍາເອົາຮູບພາບງາມໆ ຂອງສະຖານທີ່ທ່ອງທ່ຽວເປີດໃໝ່ ເຊິ່ງເພິ່ນຈະເລີ່ມເປີດໃຫ້ເຂົ້າທ່ຽວຊົມ ໃນວັນທີ 7 ເມສາ 2017 ນີ້ເອງ ແລະ ສະຖານທີ່ນັ້ນກໍແມ່ນ ສວນພຶກສາ ນັ້ນເອງ. ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວທີ່ເປີດໃໝ່ ເຊິ່ງຕັ້ງຢູ່ບ້ານໃຫມ່ດານຊີ ກວມເອົາເນື້ອທີ່ຫຼາຍກວ່າ 20 ເຮັກຕາ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງພຽງແຕ່ 20 km ເທົ່ານັ້ນ. ຖ້າທ່ານໃດຢາກພັກຜ່ອນຢ່ອນໃຈ ໃນໃນໄລຍະບຸນປີໃໝ່ລາວ ກໍຢ່າລືມໄປທີ່ນີ້ເດີ້ ທ່ານຈະໄດ້ສໍາຜັດກັບຄວາມງົດງາມຂອງດອກໄມ້ນາໆຊະນິດ ທີ່ສວນພຶກສາແຫ່ງນີ້ເລີຍ. ຮູບພາບ: ສາວພຶກສາ

Read More »

ແຫຼ່ງທ່ອງທ່ຽວທີ່ຫຼາຍຄົນບໍ່ຮູ້?

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ເຮົາໄປທ່ຽວ ແຂວງຫົວພັນ ໄປຫຼິ້ນຕາດນໍ້ານົ່ວ ເຊິ່ງຕາດແຫ່ງນີ້ຕັ້ງຢູ່ ເຂດບ້ານສາມັກຄີໄຊ ຂຶ້ນກັບເມືອງວຽງໄຊ ເຊິ່ງຢູ່ລະຫວ່າງກິໂລແມັດທີ 22 ເທິງເສັ້ນທາງແຕ່ ເມືອງ ຊໍາເໜືອຫາເມືອງວຽງໄຊ. ນໍ້າຕົກຕາດນໍ້ານົ່ວມີຄວາມພິເສດກວ່າຕາດອື່ນ ເນື່ອງຈາກວ່າ ມັນຕັ້ງຢູ່ໃຈກາງພູຜາປ່າດົງທີ່ເຕັມໄປດ້ວຍສຽງຮ້ອງຂອງສັດສາວາສິ່ງອ້ອຍອິ່ນມາຕາມສາຍລົມ ເມື່ອໄດ້ຟັງແລ້ວກໍ່ຈະຮູ້ສຶກຫຼົງໄຫຼໄປກັບທິວທັດທໍາມະຊາດອັນຂຽວສົດງົດງາມ. ນອກຈາກການລົງຫຼິ້ນນໍ້າແລ້ວ ທ່ານຍັງສາມາດຍ່າງປ່າ ເພື່ອເລາະຊົມບໍລິເວນອ້ອມແອ້ມຕາດນໍ້ານົ່ວ ຫຼື ຈະນັ່ງພັກຜ່ອນ ກິນເຂົ້າປ່າພ້ອມທັງສໍາຜັດກັບອາກາດສົດຊື່ນຢູ່ແຄມຕາດກໍ່ໄດ້. ເຄຼດິດຮູບພາບ: google.com ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

Read More »

ແມ່ຍິງທີ່ງາມ, ເກັ່ງ ພ້ອມທັງຈິດໃຈງາມບໍ່ມີແຕ່ນາງເອກໃນຮູບເງົາເດີ້!!​ ສາວຄົນນີ້ຈະເຮັດໃຫ້ທຸກຄົນຮູ້ວ່າ ແມ່ຍິງຄວນໄດ້ຮັບການປົກປ້ອງຫຼາຍກວ່ານີ້!

ຄໍລໍາ: Chic Working Women ໃຜວ່າແມ່ຍິງບໍ່ສາມາດເຮັດວຽກພາກສະໜາມໄດ້, ບໍ່ມີຄວາມສໍາເລັດໃດທີ່ປາສະຈາກຄວາມຮ່ວມມື ຫຼືການສະໜັບສະໜູນຈາກແມ່ຍິງ ສະນັ້ນ ແມ່ຍິງຄວນໄດ້ຮັບການຍອມຮັບ ແລະ ເຊື່ອໝັ້ນຈາກສັງຄົມ ໃນທຸກວຽກງານ ບໍ່ສະເພາະແຕ່ການທີ່ມີກົດໝາຍຄຸ້ມຄອງສິດທິແມ່ຍິງເທົ່ານັ້ນ ແຕ່ຕ້ອງຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະເພາະແມ່ນການໃຊ້ຄວາມຮຸນແຮງຕໍ່ຈິດໃຈ ນີ້ຄືຄໍາເວົ້າຂອງສາວ ວັນມີນາ ພັນທະວົງ (ມີນາ) ຜູ້ຊ່ຽວຊານດ້ານສຸຂະພາບສາວ ກັບວຽກງານປົກປ້ອງສິດທິແມ່ຍິງ, ທີ່ສໍາຄັນສາວຄົນນີ້ຍັງເປັນ Trainer Fitness ນໍາອີກ ວ້າວໆ ເກັ່ງໄດ້ໃຈອີ່ຫຼີ ສໍາລັບສໍາລັບສາວຄົນນີ້ ສ່ວນຂໍ້ມູນເພີ່ມຕື່ມ ສໍາລັບສາວມີນາ ສາມາດຕິດຕາມໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ. ວັນມີນາ ພັນທະວົງ (ມີນາ) ຜູ້ຊ່ຽວຊານດ້ານສຸຂະພາບສາວ …

Read More »

ຖ້າໃຜໄປທ່ຽວຊຽງຂວາງຢ່າລືມໄປທ່ຽວສະຖານທີ່ແຫ່ງນີ້ເດີ້!!

ມື້ນີ້ຈະພາໄປທ່ຽວແຂວງຊຽງຂວາງ ໄປແຊ່ນໍ້າອຸ່ນນໍ້າກັນ ບໍ່ນໍ້າຮ້ອນເກີດຂຶ້ນຢູ່ຫຼາຍແຫ່ງໃນແຂວງຊຽງຂວາງ ແຕ່ຫຼາຍກວ່າໝູ່ແມ່ນຢູ່ໃນເມືອງຄໍາ ແລະ ໜຶ່ງໃນບັນດາບໍ່ນໍ້າຮ້ອນທີ່ໂດດເດັ່ນຢູ່ໃນເມືອງຄໍາ ກໍ່ແມ່ນບໍ່ນໍາຮ້ອນບ້ານນາທອງນັ້ນເອງ. ບໍ່ນໍ້າຮ້ອນບ້ານນາທອງນີ້ ຕັ້ງຢູ່ຫ່າງຈາກເທສະບານເມືອງຄໍາພຽງແຕ່ 800 ແມັດ ແລະ ເປັນບໍ່ນໍ້າຮ້ອນທີ່ເກີດຈາກຫຼືບຫີນ ເຊິ່ງບໍ່ນໍ້າຮ້ອນແຫ່ງນີ້ມີນໍ້າໃສສະອາດ ແລະ ໄຫຼຕະຫຼອດປີ. ບໍ່ນໍ້າຮ້ອນແຫ່ງນີ້ມີອຸນຫະພູມປະມານ 45 – 50 ອົງສາ ແລະ ປັດຈຸບັນ ປະຊາຊົນໄດ້ສ້າງເປັນອ່າງ ເພື່ອເປັນບ່ອນອາບນໍ້າໃນລະດູໜາວ ເຊິ່ງເໝາະສົມທີ່ສຸດໃນການພັກຜ່ອນຢ່ອນໃຈ ໂດຍການລົງແຊ່ບໍ່ນໍ້າຮ້ອນໃຫ້ເຊົາອິດເມື່ອຍ ແລະ ເປັນການສ້າງຄວາມສົດຊື່ນໃຫ້ຮ່າງກາຍ ແລະ ຈິດໃຈອີກດ້ວຍ ຖ້າທ່ານໃດຢ່າກໄປພັກຜ່ອນກໍ່ສາມາດໄປໄດ້ ເຊິ່ງເພິ່ນເປີດໃຫ້ບໍລິການທຸກມື້. ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ເຄຼດິດຮູບພາບ: google.com

Read More »

ໃຜຮູ້ສຶກວ່າຮ້ອນແດ່? ຖ້າຮ້ອນຢ່າລືມໄປຫຼິ້ນນໍ້າຢູ່ນີ້ເດີ້!!

ແຟນໆຂວັນໃຈ ທີ່ໜ້າຮັກທັງຫຼາຍ ມື້ນີ້ຮູ້ສຶກບໍວ່າ ຮ້ອນຫຼາຍໆໆໆໆ ອາກາດຮ້ອນແນວນີ້ ໄປຫຼິ້ນນໍ້າຄືຊິເຢັນໆໆ ມື້ນີ້ໄປຫຼິ້ນນໍ້າຢູ່ ນໍ້າຕາດແຊພະ ນໍາກັນ. ນໍ້າຕົກຕາດແຊພະ ຕັ້ງຢູ່ ຕັ້ງຢູ່ເຂດເຊປຽນ ບ້ານໃຫມ່ຫີນລາດ ເມືອງສະໜາມໄຊ ແຂວອັດຕະປື ຫ່າງຈາກເທສະເມືອງໄປປະມານ 23 ກິໂລແມັດ, ນໍ້າຕົກຕາດແຊພະ ຕັ້ງຢູ່ຕາມລໍາເຊນໍ້າປຽນ, ເປັນນໍ້າຕົກຕາດທີ່ມີຄວາມງົດງາມ ສູງປະມານ 23 ແມັດ, ກວ້າງ 120 ແມັດ ແລະ ມີເນື້ອທີ່ກວ້າງ 120 ແມັດ ແລະ ມີເນື້ອທີ່ກວ່າ 100 ເຮັກຕາ ອ້ອມຮອບດ້ວຍທໍາມະຊາດອັນຂຽວສົດງົດງາມ. ຕາມຕໍານານໄດ້ເລົ່າຂານກັນວ່າ ໃນເມື່ອກ່ອນບໍລິເວນນີ້ມີຖໍ້າແຫ່ງໜຶ່ງ ເຊິ່ງໃນຖໍ້າມີພະສັກສິດ ທີ່ສາມາດສະເດັດໄປມາໄດ້ທຸກຫົນແຫ່ງ. ນອກນັ້ນໃນຖໍ້າກໍ່ຍັງມີແກ້ວແຫວນເງິນຄໍາ ແລະ ເພັດນິນຈິນດາຕ່າງໆ ເຊິ່ງປະຊາຊົນໃນສະໄໝບູຮານ ເວລາມີບຸນມີງານ ກໍ່ໄປຢືມເຄື່ອງປະດັບຢູ່ໃນຖໍ້ານີ້ມາເອ້ ແລ້ວກໍ່ເອົາກັບໄປສົ່ງຄືນບ່ອນເກົ່າ. ຕໍ່ມາມີກຸ່ມຄົນບໍ່ດີ ທີ່ເຂົ້າໄປລັກເອົາເຄື່ອງຂອງມີຄ່າ ແລະ …

Read More »