ສະບາຍດີ ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທາງທີມງານ ເວັບໄຊ໌ຂວັນໃຈ ຈະມາແນະນໍາໃຫ້ທຸກທ່່ານໄດ້ຮູ້ຈັກກັບ ຕາດຄາ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ຢູ່ ແຂວງຊຽງຂວາງ ນັ້ນເອງ. ຕາດຄາ ຕັ້ງຢູ່ບໍລິເວນເຂດບ້ານ ຄັງພະນຽນ ເມືອງໜອງແຮດ ເຊິ່ງເສັ້ນທາງຈາກເທສະບານຕົວເມືອງໂພນສະຫວັນ ໄປຫາເມືອງໜອງແຮດ ປະມານ 100 ກິໂລແມັດ ແລະ ຈາກທາງເລກ 7 ເຂົ້າໄປອີກປະມານ 5 ກິໂລແມັດ. ເມື່ອທ່ານໄດ້ໄປຮອດຕາດດັ່ງກ່າວ ກໍ່ຈະພົບກັບຄວາມສວຍສົດງົດງາມຂອງຕາດທີ່ອ້ອມໄປດ້ວຍທໍາມະຊາດ, ຕົ້ນໄມ້ ແລະ ຊີວະນາໆພັນອັນອຸດົມສົມບູນ ເຊິ່ງເໝາະສົມກັບການພັກຜ່ອນຢ່ອນໃຈ. ຕາດຄາເປັນຕາດທີ່ມີນໍ້າໃສໄຫຼເຢັນຕະຫຼອດປີ ບໍ່ມີຍາມບົກແຫ້ງ ຍ້ອນນໍ້າຕົກຕາດດັ່ງກ່າວແມ່ນມາຈາກນໍ້າອອກບໍ່ – ອອກຮູຕາມຜາ ຕາດຄາປະກອບດ້ວຍຫຼາຍຊັ້ນ, ຊັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ ແຕ່ລະຊັ້ນລ້ວນແຕ່ມີຄວາມສວຍງາມ ແລະ ນັກທ່ອງທ່ຽວສາມາດຍ່າງແຕ່ລຸ່ມຂຶ້ນເທິງໄດ້ ເຄຼດິດຮູບພາບ: google.com ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ
Read More »Kuanjai Life Stlye
ຫາດຊາຍ White Beach
ອາກາດຮ້ອນຮ້ອນໆໆ!! ແນວນີ້ ຫຼາຍຄົນຄືຊິຄິດຢາກໄປລອຍນໍ້າ, ໄປຫຼິ້ນນໍ້າແມ່ນບໍ? ມື້ນີ້ ທີມງານເຮົາໄດ້ນໍາເອົາ ຮູບພາບຂອງຫາດຊາຍແຫ່ງໜຶ່ງທີ່ຢູ່ ປະເທດຟີລິບປິນ ມາຝາກ ຫາດຊາຍ White Beach ເປັນຫາດຊາຍທີ່ມີຊື່ສຽງຫຼາຍທີ່ສຸດແຫ່ງໜຶ່ງຂອງເກາະ Boracay ແຂວງ Aklan ປະເທດຟີລິບປິນ ຂີ້ຊາຍຢູ່ເກາະແຫ່ງນີ້ ເປັນສີຂາວສວຍສົດງົດງາມ ແລະ ຍັງມີຕົ້ນໝາກພ້າວຢູ່ຕາມແຄມຝັ່ງ ບວກກັບນໍ້າທະເລທີ່ເປັນສີຟ້າ ຍິ່ງມີຄວາມງົດງາມຫຼາຍ ເຊິ່ງເໝາະສົມແກ່ການມາທ່ຽວມາພັກຜ່ອນຢ່ອນໃຈ ຂອງຊາວເມືອງ ແລະ ນັກທ່ອງທ່ຽວ ທີ່ມາເຮັດກິດຈະກໍາ ຈະງົດງາມປານໃດນັ້ນເຮົາໄປຊົມຮູບພາບພ້ອມໆກັນເລີຍ! ເຄຼດິດຮູບພາບ: google.com
Read More »ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ
ມື້ນີ້ ທີມງານ ເວັບໄຊຂວັນໃຈ ຈະຂໍນໍາເອົາປະຫວັດຂອງພຣະທາດຫຼວງວຽງຈັນ ມາເລົ່າສູ່ທ່ານຜູ້ອ່ານທີ່ໜ້າຮັກໄດ້ຟັງ, ພຣະທາດຫຼວງ ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝພຣະເຈົ້າໄຊຍະເສດຖາທິຣາຊນັ້ນຊື່ວ່າ: ພຣະເຈດີໂລກະຈຸນລະມະນີ ອັນເປັນປູຊະນີຍະສະຖານທີ່ສໍາຄັນຂອງຊາດລາວ ພຣະທາດຫຼວງວຽງຈັນປະກາຍສີທອງອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ ພຣະທາດຫຼວງວຽງຈັນຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເສດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເສດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດດ້ານຕາເວັນຕົກເພື່ອເປັນອະນຸສາວະລີທີ່ພະອົງໄດ້ສ້າງພຣະທາດຫຼວງຂຶ້ນມາເປັນທີ່ສັກກະລະບູຊາຈົນຮອດປັດຈຸບັນ. ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) ອ້ອມຮອບ 30 ອົງເອີ້ນວ່າ: ປາລະມີສາມສິບທັດ, …
Read More »ຖ້າໃຜມາທ່ຽວນະຄອນຫຼວງວຽງຈັນ ຕ້ອງໄປທ່ຽວນີ້ເລີຍ
ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໃນມື້ນີ້ ທີມງານ ຂວັນໃຈ ໄດ້ນໍາເອົາ 10 ສະຖານທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ທີ່ທ່ານໃດໄດ້ມາຮອດ ມາເຖິງນະຄອນຫຼວງວຽງຈັນ ແຕ່ບໍ່ໄດ້ໄປທ່ຽວ 10 ສະຖານທີ່ນີ້ ທ່ານຮູ້ບໍວ່າທ່ານພາດສຸດໆແລ້ວ ເພາະ 10 ສະຖານທີ່ນີ້ ລວ້ນແລ້ວແຕ່ມີຄວາມໝາຍຄວາມສໍາຄັນ ແລະ ຄວາມງົດງາມ ທີ່ເປັນເອກະລັກຂອງນະຄອນຫຼວງວຽງຈັນນັ້ນເອງ ວ່າແລ້ວທ່ານຜູ້ອ່ານຢາກຮູ້ບໍວ່າ ຈະມີສະຖານທີ່ໃດແດ່ ຖ້າຢາກຮູ້ເຮົາໄປເບິ່ງພ້ອມໆກັນເລີຍ ພຣະທາດຫຼວງວຽງຈັນ 2. ປະຕູໄຊ 3. ຫໍພຣະແກ້ວ 4. ວັດຊຽງຄັວນ 5. ສວນເຈົ້າອານຸວົງ 6. ວັດສີສະເກດ 7. ວັດສີເມືອງ 8. ຫໍຫຼັກເມືອງວຽງຈັນ 9. ທາດດຳ 10. ຫໍທະມະສະພາ ເຄຼດິດຮູບພາບ: google.com
Read More »ນໍ້າຕົກຕາດເລາະ – ຕາດຮັງ
ໄປທ່ຽວທີ່ແຂວງ ສາລະວັນ ກໍຢ່າລືມໄປທ່ຽວທີ່ນີ້ເດີ້ ນໍ້າຕົກຕາດເລາະ – ຕາດຮັງ ເຊິ່ງຕາດທັງສອງນີ້ ຕັ້ງຢູ່ບ້ານແສນວັງ ເມືອງສາລະວັນ ຫ່າງຈາກຕົວເມືອງປະມານ 31 ກິໂລແມັດ ຖືກຄົ້ນພົບໃນປີ 1985 ແລະ ເປີດໃຫ້ເຂົ້າທ່ຽວຊົມຢ່າງເປັນທາງການເມື່ອປີ 1990 ເປັນຕົ້ນມາ ຄໍາວ່າ: “ ຕາດເລາະ ” ມີກົກເຄົ້າມາຈາກພາສາ ຂອງເຜົ່າທີ່ອາໄສຢູ່ແຖບນີ້ຄືຄໍາວ່າ: “ ໂລະ ” ມີຄວາມໝາຍວ່າອະໄວຍະວະເພດຊາຍ ໂດຍມີຕໍານານເລົ່າຂານເຖິງສອງສາວ ເອື້ອຍນ້ອງທີ່ໄດ້ເຮັດການພະນັນຂັນຕໍ່ທ້າ ໃຫ້ພໍ່ເຖົ້າໂຕນລົງນໍ້າຢູ່ຕາດນີ້ ຖ້າກ້າໂຕນພວກເຂົາຊິຍອມເປັນເມຍ ພໍ່ເຖົ້າຜູ້ນັ້ນກໍແກ້ເຄື່ອງປະເປືອຍ ຈົນເຫັນໂລະແຫ່ວຍານ ແລ້ວໂດດລົງໄປດົນເຕີບ ສອງນ້ອງເອື້ອຍພາກັນຄິດວ່າພໍ່ເຖົ້າຕາຍແລ້ວ ແຕ່ໂຊກເຂົ້າຂ້າງພໍ່ເຖົ້າດວງດີ ຄາດຊິໄດ້ເມຍສາວນ້ອຍ ສາມາດເງີຍຫົວຂຶ້ນມາຈາກນໍ້າຢ່າງປອດໄພ ຈຶ່ງເປັນອັນວ່າ ສອງສາວນັ້ນຈໍາຕ້ອງພາກັນປະຕິບັດຕາມສັນຍາ ຍອມເປັນເມຍພໍ່ເຖົ້າຜູ້ກ້າຫານນີ້ ຈຶ່ງເປັນທີ່ມາຂອງຕາດໂລະ ຫຼື ຕາດເລາະຈົນເທົ່າທຸກມື້ນີ້ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ ເຄຼດິດຮູບພາບ: google.com
Read More »