Breaking News

Kuanjai Life Stlye

ึึຄົນເຮົາທຸກຄົນຈະເປັນດັ່ງເຮົາເຊື່ອ ຖ້າເຮົາເຊື່ອວ່າເຮົາຈະຕ້ອງເກັ່ງກວ່ານີ້ ເຮົາກໍຈະຊອກວິທີເຮັດໃຫ້ເຮົາເກັ່ງຂື້ນ.

ຄໍລໍາ: Chic Working Women ສໍາລັບສາວຄົນໃດທີ່ຍັງບໍ່ໝັ້ນໃຈຕົວເອງ ຄິດມາຕະຫຼອດວ່າຕົວເອງຕ້ອງເຮັດບໍ່ໄດ້ ຫຼືບໍ່ໄດ້ດີ ລອງມາອ່ານກ່ຽວກັບເລື່ອງລາວຂອງສາວຄົນນີ້ ທິບພາວັນ ມະນີພູໃສ (ນູນີ່) ຜູ້ຊ່ຽວຊານລະບົບນິເວດນໍ້າຈືດ ໄດ້ບອກໄວ້ວ່າ: “ຄົນເຮົາທຸກຄົນຈະເປັນດັ່ງເຮົາເຊື່ອ ຫາກເຮົາເຊື່ອວ່າເຮົາຄວນເກັ່ງກວ່ານີ້ ເຮົາກໍຈະຊອກວິທີທີ່ເຮັດໃຫ້ເຮົາເກັ່ງຂຶ້ນ ແຕ່ຖ້າເຮົາບໍ່ເຊື່ອຕັ້ງແຕ່ຕົ້ນເຮົາກໍຈະຢຸດຢູ່ບ່ອນເກົ່າຕະຫຼອດໄປ” ສໍາລັບສາວຄົນໃດທີ່ຢາກຮູ້ເລື່ອງລາວ ແລະ ຂໍ້ຄິດດີໆຈາກສາວຄົນນີ້ເພີມຕື່ມສາມາດຕິດຕາມໄດ້ຈາກ ວາລະສານຂວັນໃຈສະບັບ 115 ເດືອນແຫ່ງຄວາມຮັກ (ກຸມພາ) 2017 ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ອາກາດຮ້ອນໆແນວນີ້ໄປທ່ຽວໃສດີ? ຖ້າໃຜບໍ່ຮູ້ຊິໄປທ່ຽວໃສ ( ເຮົາມີສະຖານທີ່ແນະນໍ້າໃຫ້ )

ສະບາຍດີ ບັນດາທີ່ຜູ້ອ່ານທີ່ໜ້າຮັກທັງຫຼາຍຂອງເວັບໄຊ໌ ຂວັນໃຈ ອາກາດຮ້ອນໆແນວນີ້ ຫຼາຍໆທ່ານກໍຢາກໄປລອຍນໍ້າ, ຢາກໄປຫຼິ້ນຕາດ ແລະ ທີມງານ ເວັບໄຊ໌ຂວັນໃຈ ກໍໄດ້ນໍາເອົາສະຖານທີ່ຫຼິ້ນນໍ້າມາໃຫ້ ແຟນໆຂວັນໃຈໄດ້ໄປຫຼິ້ນນໍ້າໃນມື້ອາກາດຮ້ອນແນວນີ້ນັ້ນເອງ ຕາດມູນ – ຕາດປ່າໄລ່ – ຕາດວັງນອງ ແລະ ຕາດວັງນໍ້າເຜີ້ງ ຕັ້ງຢູ່ຫ່າງບໍ່ຈາກກັນຫຼາຍ ເຊິ່ງຢູ່ໃນບໍລິເວນບ້ານວຽງຄໍາ – ຈໍາປາ, ຫ່າງຈາກເສັ້ນທາງເລກທີ 13 ເໜືອເຂົ້າໄປທາງແຍກບ້ານໜອງແຕ່ງປະມານ 15 ນາທີ. ຕາດເຫຼົ່ານີ້ເປັນສະຖານທີ່ທ່ອງທ່ຽວ ທີ່ນິຍົມສໍາລັບການພັກຜ່ອນຢ່ອນໃຈ ຂອງຊາວເມືອງວຽງຈັນ ແລະ ແຂກທີ່ມາຈາກທ້ອງຖິ່ນໃກ້ຄຽງ ເນື່ອງຈາກວ່າຢູ່ບໍ່ໄກຈາກຕົວເມືອງຫຼາຍ. ຢູ່ບໍລິເວນຕາດມີນໍ້າໃສໄຫຼເຢັນ ແລະ ອ້ອມຮອບໄປດ້ວຍຕົ້ນໄມ້ ແລະ ທໍາມະຊາດອັນຂຽວງາມເໝາະແກ່ການຊຸມແຊວ – ກິນເຂົ້າປ່າ ແລະ ລົງຫຼິ້ນນໍ້າເຢັນສະບາຍກັບຄອບຄົວ ແລະ ໝູ່ເພື່ອນໃນມື້ພັກທ້າຍອາທິດ ຫຼື ມື້ພັກຜ່ອນ  ຕາດເຫຼົ່ານີ້ເປີດບໍລິການແກ່ທຸກທ່ານທຸກມື້ ຕັ້ງແຕ່ເວລາ 08:00 – …

Read More »

10 ສະຖານທີ່ທ່ອງທ່ຽວ ຂອງແຂວງຈໍາປາສັກ

ແຟນໆຂວັນໃຈທັງຫຼາຍ ມື້ນີ້ ທາງທີມງານ ເວັບໄຊ໌ຂວັນໃຈ ໄດ້ລວມເອົາສະຖານທີ່ທ່ອງທ່ຽວ ຂອງແຂວງຈໍາປາສັກ ມາແນະໃຫ້ແຟນໆຂວັນໃຈໄດ້ຮູ້ຈັກ ເມື່ອໄປຮອດໄປເຖິງແຂວງຈໍາປາສັກ ກໍຢ່າລືມໄປທ່ຽວເດີ້ ຈະມີບ່ອນໃດແດ່ນັ້ນໄປເບິ່ງພ້ອມໆກັນເລີຍ. ຜາສາດຫີນວັດພູ 2. ພູສ່າເຫຼົ້າ 3. ຄອນພະເພັງ 4. ນໍ້າຕົກຕາດສົມພະມິດ ( ຫຼີ່ຜີ ) 5. ນໍ້າຕົກຕາດຜາສ້ວມ 6. ຕາດອີ່ຕູ້ 7. ຕາດເຍືອງ 8. ຕາດຟານ 9. ສວນກາເຟສີນຸກ 10. ດອນເຂາະ ເຄຼດິດຮູບພາບ: google.com

Read More »

ວັດໂພໄຊຊະນະຣາມ ມິ່ງຂວັນຂອງແຂວງຫົວພັນ

ສະບາຍດີແຟນໆຂວັນໃຈທັງຫຼາຍ ມື້ນີ້ ທີມງານ ເວັບໄຊ໌ຂວັນໃຈ ຈະມາແນະນໍາໃຫ້ແຟນໆຂວັນໃຈ  ໄດ້ຮູ້ຈັກສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງຊາວແຂວງຫົວພັນ ນັ້ນກໍຄື: ວັດໂພໄຊຊະນະຣາມ ນັ້ນເອງ ເຊິ່ງຕັ້ງຢູ່ບ້ານຊໍາເໜືອ ເມືອງຊໍາເໜືອ ,ຫ່າງຈາກໃຈກາງເມືອງໄປປະມານ 1 ກິໂລແມັດ ແຕ່ກ່ອນວັດນີ້ເຄີຍເປັນບ່ອນປະດິດສະຖານຂອງພຣະອົງຕື້ ອັນເປັນມິ່ງຂວັນຂອງແຂວງຫົວພັນ. ສໍາລັບການເດີນທາງໄປທ່ຽວແຂວງ ຫົວພັນ ກໍໄປສະດວກສະບາຍ ສາມາດໄປນໍາລົດເມກໍໄດ້ ຫຼື ໄປນໍາເຮືອບິນກໍດີ ແລະ ທ່ານໃດທີ່ສະດວກໄປນໍາສ່ວນຕົວເລີຍກໍຍິ່ງເປັນການດີ ເຊິ່ງສາຍການບິນທີ່ເດີນທາງໄປ ແຂວງ ຫົວພັນແມ່ນສາຍການບິນ Lao Skyway ຫຼື ລາວເດີນອາກາດ ມີແຕ່ວັນຈັນ ຫາ ວັນເສົາ ຖ້ຽວບິນເວລາ 1:30 ໂມງ ແລະ ລາຄາປົກກະຕິຈາກວຽງຈັນ ຫາ ແຂວງຫົວພັນ ໄປກັບແມ່ນ 1.699.000 ກີບ, ຖ້າມີແຕ່່ໄປລາຄາ 899.000 ກີບ ແລະ ສ່ວນລົດເມແມ່ນມີທຸກມື້ ມື້ໜຶ່ງມີ …

Read More »

ຕາດຄາ ແຂວງຊຽງຂວາງ

ສະບາຍດີ ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທາງທີມງານ ເວັບໄຊ໌ຂວັນໃຈ ຈະມາແນະນໍາໃຫ້ທຸກທ່່ານໄດ້ຮູ້ຈັກກັບ ຕາດຄາ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ຢູ່ ແຂວງຊຽງຂວາງ ນັ້ນເອງ ຕາດຄາ ຕັ້ງຢູ່ບໍລິເວນເຂດບ້ານ ຄັງພະນຽນ ເມືອງໜອງແຮດ ເຊິ່ງເສັ້ນທາງຈາກເທສະບານຕົວເມືອງໂພນສະຫວັນ ໄປຫາເມືອງໜອງແຮດ ປະມານ 100 ກິໂລແມັດ ແລະ ຈາກທາງເລກ 7 ເຂົ້າໄປອີກປະມານ 5 ກິໂລແມັດ. ເມື່ອທ່ານໄດ້ໄປຮອດຕາດດັ່ງກ່າວ ກໍ່ຈະພົບກັບຄວາມສວຍສົດງົດງາມຂອງຕາດທີ່ອ້ອມໄປດ້ວຍທໍາມະຊາດ, ຕົ້ນໄມ້ ແລະ ຊີວະນາໆພັນອັນອຸດົມສົມບູນ ເຊິ່ງເໝາະສົມກັບການພັກຜ່ອນຢ່ອນໃຈ. ຕາດຄາເປັນຕາດທີ່ມີນໍ້າໃສໄຫຼເຢັນຕະຫຼອດປີ ບໍ່ມີຍາມບົກແຫ້ງ ຍ້ອນນໍ້າຕົກຕາດດັ່ງກ່າວແມ່ນມາຈາກນໍ້າອອກບໍ່ – ອອກຮູຕາມຜາ ຕາດຄາປະກອບດ້ວຍຫຼາຍຊັ້ນ, ຊັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ ແຕ່ລະຊັ້ນລ້ວນແຕ່ມີຄວາມສວຍງາມ ແລະ ນັກທ່ອງທ່ຽວສາມາດຍ່າງແຕ່ລຸ່ມຂຶ້ນເທິງໄດ້ ເຄຼດິດຮູບພາບ: google.com ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

Read More »