Breaking News

Kuanjai Life Stlye

ອຸດົມໄຊ ມົນສະເໜ່ແຫ່ງທຳມະຊາດ ແລະ ຊີວະນາໆພັນ

  ແຫຼ່ງທ່ອງທ່ຽວທີ່ເປັນມົນສະເໜ່ຂອງອຸດົມໄຊ ຕາດນໍ້າກັດ: ຕັ້ງຢູ່ເຂດບ້ານແຟນ ຫ່າງຈາກເທດສະບານເມືອງໄຊ ປະມານ 24 ກິໂລແມັດ, ຢູ່ໃນເຂດປ່າສະ ຫງວນພູຫີຜີ ທີ່ມີປ່າດົງດິບຕຶບໜາ ແວດລ້ອມໄປດ້ວຍຕົ້ນໄມ້ໃຫຍ່ ແລະ ຄວາມອຸດົມສົມບູນດ້ານຊີວະນານາພັນ ຕາດນໍ້າກັດ ເປັນຕາດຊັ້ນດຽວ ສູງປະມານ 15-20 ແມັດ ແລະ ກວ້າງປະມານ 30-50 ແມັດ, ມີອ່າງນໍ້າທໍາມະຊາດ ສະອາດ ໃສເຢັນ ຢູ່ດ້ານໜ້າຂອງຕາດເໝາະແກ່ການພັກຜ່ອນຢ່ອນໃຈຕາມໂງ່ນໂຂດຫີນ ແລະ ນັ່ງກິນລົມຊົມວິວ ເບິ່ງສາຍນໍ້າໄຫຼ ຟັງສຽງນົກຮ້ອງ ສຽງນໍ້າກ້ອງຕົກຕາດແບບບັນຍາກາດສະບາຍໆ ພ້ອມກິນເຂົ້າປ່າສາມັກ ຄີ. ຫາກທ່ານໃດສົນໃຈອ່ານຕໍ່ ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈ ສະບັບ 110 ປະຈໍາເດືອນ ກັນຍາ 2016

Read More »

ກຳນົດທິດທາງໃນການເຮັດວຽກ ເພື່ອຄວາມສຳເລັດຂອງທ່ານ

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ. …

Read More »

ຄວາມງາມຂອງທະເລ ໃນເກາະສະເມັດ

ເກາະສະເມັດ ໃນແຂວງຣະຍອງ ປະເທດໄທ ມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທາງດ້ານຄວາມງາມຂອງທະເລທີ່ໂດດເດັ່ນ ໂດຍມີຫາດຊາຍສີຂາວ ລັກສະນະຂອງເກາະຈະເປັນຮູບສາມຫຼ່ຽມ ເຊິ່ງເປັນດິນແດນຕໍານານເລື່ອງເລົ່າຂານ ພະອາໄພມະນີ ເກາະແກ້ວພິສະດານ. ສາວໆຫຼາຍຄົນອາດຈະເຄີຍໄດ້ຍິນເລື່ອງ “ພະອາໄພມະນີ ແມງກະເບື້ອສະໝຸດ” ທີ່ເປັນວັນນະຄະດີກະວີເອກຂອງ ສູນທອນຜູ່ ຂອງໄທ ແລະ ຂອງໂລກ ແຕ່ນັກທ່ອງທ່ຽວບາງຄົນອາດຈະບໍ່ເຄີຍໄດ້ຍິນເລື່ອງນີ້ມາກ່ອນກໍມີ. ສະນັ້ນ, ຈິ່ງຂໍນຳພາທ່ານຜູ້ອ່ານໄປຮູ້ຈັກ ເກາະແກ້ວພິສະດານ ຫຼື ເກາະສະເມັດ ເພີ່ມຕື່ມ ເພື່ອກໍ່ໃຫ້ເກີດຄວາມສົນໃຈຢາກໄປທ່ຽວ ໃນສະຖານທີ່ແຫ່ງນີ້ ທີ່ຢູ່ໃກ້ກັບປະເທດລາວ ໄປມາກໍສະດວກສະບາຍ ສິ່ງສຳຄັນ ເຮົາບໍ່ຕ້ອງເສຍເງິນຫຼາຍອີກ ນອກນັ້ນ ຍັງເປັນການປະຢັດເວລາໃນການເດີນທາງນຳອີກເນາະ ! ເຊິ່ງສະຖານທີ່ທ່ອງທ່ຽວຂອງເກາະສະເມັດກໍມີຫຼາຍແຫ່ງ ແຕ່ຈະສະເໜີພຽງບາງແຫ່ງທີ່ເດັ່ນໆ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ບາງຈຸດເທົ່ານັ້ນເຊັ່ນ: “ອ່າວກາງ” ຢູ່ທາງພາກເໜືອຂອງເກາະ ສາມາດເບິ່ງເຫັນຈາກບ້ານເພ ມີຫາດຊາຍຂາວຍາວປະມານ 1 ກິໂລແມັດ ເປັນຊຸມຊົນໝູ່ບ້ານໜຶ່ງໃນເກາະສະເມັດ ທັງເປັນບ່ອນຈອດເຮືອທ່ອງທ່ຽວ ສ່ວນອີກບ່ອນໜຶ່ງແມ່ນ “ຫາດຊາຍແກ້ວ” ຢູ່ທາງຕາເວັນອອກສຽງໃຕ້ຂອງເກາະຫ່າງຈາກໝູ່ບ້ານໃນເກາະປະມານ 800 ແມັດ ເຊິ່ງເປັນຫາດຊາຍທີ່ງາມທີ່ສຸດຂອງເກາະ …

Read More »

ຮ້ານອາຫານ ມະລິ ຊີມ “ໝີ່ຈັກກະພັດ” ໃນບັນຍາກາດໂມເດິນທີ່ສຸດ

ສະບາຍດີ ! ເພື່ອນໆຜູ້ອ່ານ ວາລະສານຂວັນໃຈ ສຳລັບເດືອນນີ້ ຈະຂໍແນະນຳຮ້ານອາຫານໃໝ່ ໃຫ້ກັບນັກຊິມທັງຫຼາຍທີ່ຢາກລອງປ່ຽນບັນຍາກາດໄປນັ່ງກິນອາຫານຣົດຊາດແຊບແບບໃໝ່ ແລະ ລາຄາຖືກ. ພ້ອມທັງມີເມນູພິເສດທີ່ສຸດ ທີ່ທຸກທ່ານຕ້ອງມັກແນ່ນອນ “ຮ້ານອາຫານມະລິ” ເປັນຊື່ເອີ້ນແບບລາວໆຈື່ຈໍາກັນໄດ້ງ່າຍໆ, ເໝາະກັບທຸກໆໄວທີ່ຈະມາສ້າງສັນແບບໝູ່ເພື່ອນ, ພະນັກງານ ແລະ ຄອບຄົວ. ສິ່ງສຳຄັນແມ່ນ ຄວາມສະອາດ ແລະ ຮັບປະກັນອາຫານທຸກເມນູຈະບໍ່ໃສ່ແປ້ງນົວ. ຮ້ານອາຫານມະລິ ມີເມນູອາຫານຫຼາກຫຼາຍທີ່ທຸກໆທ່ານສາມາດເລືອກກິນໄດ້ ຫຼື ຈະເປັນແບບຕາມສັ່ງກໍມີ ແລ້ວແຕ່ລູກຄ້າສະດວກ. ແຕ່ທາງຮ້ານມະລິ ມີເມນູໃຫຍ່ທີ່ພິເສດສຸດຄຸ້ມ ຊຶ່ງຢາກແນະນຳໃຫ້ນັກຊິມໄດ້ທົດລອງກິນແລ້ວຈະຕິດໃຈນັ້ນກໍຄື: “ໝີ່ຈັກກະພັດ”  ທີ່ສາມາດກິນໄດ້ 4-6 ຄົນ ລາຄາພຽງ 150,000 ກີບເທົ່ານັ້ນ ຮັບຮອງວ່າກິນອິ່ມແບບຈຸໃຈ. ສ່ວນເມນູທີ່ເປັນອາຫານຈານດຽວຈານນ້ອຍກໍຂໍແມ່ນ ໝີ່ນໍ້າ ທີ່ມີນໍ້າແກງສູດສະເພາະຂອງຮ້ານ, ເຂົ້າຂົ້ວຂີ້ເມົາ, ຊີ້ນຕຸ່ນຮົງກົງ, ຢໍາເຊວມອນ…. ສຳລັບການຕົກແຕ່ງຂອງຮ້ານ ບອກໄດ້ເລີຍວ່າ ເນັ້ນໃຫ້ມີຄວາມແຕກຕ່າງຈາກຮ້ານອື່ນໆທົ່ວໄປທີ່ເຄີຍເຫັນ ເຊິ່ງຈະເນັ້ນລວດລາຍສິລະປະໃນການວາດແຕ້ມລົງໃສ່ກັບຝາ ໃຫ້ເຂົ້າກັບຊື່ຂອງຮ້ານ ເຊິ່ງເບິ່ງແລ້ວ ໂມເດິນສຸດໆ …

Read More »

ວິທີຊ່ວຍໃຫ້ໄວໜຸ່ມທ້ອນເງິນ

ການທ້ອນເງິນສຳລັບໄວໜຸ່ມ ສ່ວນຫຼາຍແລ້ວເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການມີເງິນສະສົມໄວ້ ຫຼື ມີ ກໍອາດຈະມີໜ້ອຍວາລະສານຂວັນໃຈ ສະບັບນີ້ ຂໍແນະນຳວິທີງ່າຍໆ ໃຫ້ກັບໄວໜຸ່ມຫຼາຍທ່ານລອງປະຕິບັດເພື່ອທ້ອນເງິນດັ່ງນີ້: ເປີດບັນຊີທະນາຄານໃຫ້ເໝາະສົມ; ວິທີນີ້ຊ່ວຍໃຫ້ນ້ອງໆທີ່ມາຈາກຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງ ຫຼື ໄປຮຽນຢູ່ບ່ອນອື່ນທີ່ບໍ່ແມ່ນບ້ານເກີດຂອງຕົນເອງ. ເຮັດບັນຊີລາຍຮັບ-ລາຍຈ່າຍ; ບໍ່ວ່າຈະເປັນຄ່າປຶ້ມ, ຄ່າສະບູ່, ຢາຖູແຂ້ວ ຈະຊື້ຫຍັງ ກໍຄວນຈົດບັນທຶກໄວ້ ແລະ ເຮົາຈະຮູ້ວ່າເຮົາໃຊ້ຈ່າຍໝົດໜ້ອຍຫລາຍປານໃດ. ຢູ່ຫ່າງຈາກໝູ່ເພື່ອນທີ່ໃຊ້ຈ່າຍເງິນຟູມເຟືອຍ; ວິທີນີ້ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ມີໝູ່ເພື່ອນ ຫຼື ປະຕິເສດສັງຄົມແຕ່ປະການໃດ ແຕ່ຢາກໃຫ້ເລືອກກຸ່ມພົບປະສັງສັນ ເພາະຖ້າຢູ່ໃນກຸ່ມທີ່ໃຊ້ເງິນແບບບໍ່ຄິດ ພໍຮອດຕອນແລງຕ້ອງໄປສັງຄົມສ້າງສັນກິນນັ້ນກິນນີ້ທຸກມື້ ເງິນເດືອນທີ່ໄດ້ມາເທົ່າໃດກໍຄົງບໍ່ພໍ. ເລືອກໃຊ້ມືຖືໃຫ້ເໝາະສົມ; ຄ່າໃຊ້ຈ່າຍທີ່ຫຼາຍທີ່ສຸດຂອງໄວໜຸ່ມກໍຄືຄ່າໂທລະສັບມືຖື ໄວໜຸ່ມຫຼາຍຄົນຖື ຄະຕິທີ່ວ່າ “ ບໍ່ມີກິນບໍ່ວ່າ ຂໍມີເງິນຈ່າຍຄ່າໂທລະສັບມືຖືກໍພໍ ” ຮູ້ຈັກໃຊ້ໃຫ້ເໝາະສົມຈຶ່ງເປັນການດີ. ປະຢັດເງິນເປັນລາຍເດືອນ; ເຮົາຈະຕ້ອງແບ່ງ ເງິນເປັນສ່ວນໆ 5, 10, 15 ຫຼື 20% ຈາກເງິນເດືອນທີ່ໄດ້ມາ ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ ເຂົ້າບັນຊີຝາກປະຈຳໄວ້ເລີຍ …

Read More »