Breaking News

Kuanjai Life Stlye

3 ຂໍ້ທີ່ສາວໆ ຄວນຮູ້ກ່ອນຄິດຈະມີຄວາມຮັກອີກຄັ້ງ!!!

ຕ້ອງຮູ້ຈັກຮັບຟັງຄົນຮັກແດ່ ຫລາຍຄົນທີ່ໃຊ້ຊີວິດຢູ່ ຕົວຄົນດຽວມາດົນ ຈົນອາດສົ່ງຜົນໃຫ້ກາຍເປັນຄົນບໍ່ຮັບຟັງໃຜນອກຈາກຕົວເອງແລະຕາມໃຈແຕ່ຕົວເອງຫຼາຍກວ່າທີ່ຈະຮັບຟັງຄວາມຄິດເຫັນຂອງຄົນອື່ນໆແດ່ ເຊິ່ງຟັງເບິ່ງແລ້ວກໍ່ບໍ່ຄ່ອຍດີເລີຍແມ່ນບໍ່ລະ ນີ້ຈຶ່ງເປັນສິ່ງທີ່ສາວໆ ບາງຄົນຄວນຕ້ອງປັບຕົວ ກ່ອນຄິດຈະເລີ່ມຕົ້ນຄວາມສຳພັນຄັ້ງໃຫ່ ເພາະເຮົາຈະຕ້ອງບໍ່ລືມວ່າ ຕໍ່ໄປໃນອະນາຄົດເຮົາອາດຈະບໍ່ໄດ້ໃຊ້ຊີວິດຢູ່ຕົວຄົນດຽວຄືເກົ່າແລ້ວ ການຫັດທຳຄວາມເຂົ້າໃຈໃນສິ່ງທີ່ຄົນຮັກຂອງເຮົາຕ້ອງການ ກໍ່ຖືເປັນອີກຫນຶ່ງວິທີທີ່ຈະຊ່ວຍຮັກສາ ຄວາມສຳພັນໃຫ້ຄົງຢູ່ໄດ້ຢ່າງຍາວນານ ແລະ ຍັງຖືເປັນການເອົາໃຈໃສ່ໃນຄວາມສຳພັນທີ່ບໍ່ໄດ້ປ່ອຍໃຫ້ອີກຝ່າຍຕ້ອພະຍາຍາມ ຢູ່ຄົນດຽວອີກດ້ວຍ. ຮູ້ຂໍ້ບົກພ່ອງຂອງຕົວເອງ ແລະ ແກ້ໄຂ ປະຕິເສດບໍ່ໄດ້ວ່າຄວາມຮັກ ຄັ້ງທີ່ຜ່ານໆມາ ໃຜຫລາຍຄົນເອງຕ່າງກໍ່ມີສ່ວນທີ່ເຮັດໃຫ້ເກີດຄວາມຜິດພາດຈົນບໍ່ສາມາດຍ່າງຫນ້າໄປຕໍ່ໄດ້ ເຊິ່ງສຸດທ້າຍແລ້ວ ຄວາມສຳພັນກໍ່ຕ້ອງປິດສາກລົງ ຫລາຍຕໍ່ຫລາຍຄັ້ງ ແລະ ກໍ່ໃຫ້ເກີດເປັນຄວາມເຈັບປວດທັ້ງຕໍ່ຕົວເຮົາເອງ ແລະ ອີກຝ່າຍ ຢ່າງຫລີກລ່ຽງບໍ່ໄດ້ຕາມມາ ເພາະສະນັ້ນການຮູ້ໃຫ້ທັນຂໍ້ບົກພ່ອງຂອງຕົວເອງແລະພະຍາຍາມຍັບຍັ້ງບໍ່ໃຫ້ມັນເກີດຂຶ້ນອີກ ກໍ່ເປັນສິ່ງທີ່ສາມາດຊ່ວຍປະຄັບປະຄອງຄວາມສຳພັນບໍ່ໃຫ້ຕ້ອງເກີດຈຸດຈົບຢ່າງທີ່ເຄີຍເປັນຂຶ້ນໄດ້ ຍອມຮັບວ່າທຸກສິ່ງປ່ຽນແປງໄດ້ສະເຫມີ ຄວາມປ່ຽນແປງ ເປັນເລື່ອງທີ່ສາມາດເກີດຂຶ້ນໄດ້ຕະຫລອດເວລາ ບໍ່ເວັ້ນແມ້ກະທັ້ງ ຄວາມຮັກ ທີ່ບໍ່ວ່າຈະປ່ຽນໄປໃນດ້ານຄວາມຮູ້ສຶກລຶກໆ ຫລື ພຶດຕິກຳ ຂອງຕົວບຸກຄົນເອງ ນັ້ນກໍ່ລ້ວນເປັນຄວາມປ່ຽນແປງດ້ວຍກັນທັ້ງສິ້ນ ການຍອມຮັບຄຳວ່າ ປ່ຽນ ໃຫ້ໄດ້ ຈຶ່ງຖືເປັນເລື່ອງ ຈຳເປັນສຳຫລັບທຸກໆ ເລື່ອງ ທີ່ຈະຊ່ວຍເຮັດໃຫ້ຫຍັງຕໍ່ຫຍັງຫລາຍໆຢ່າງງ່າຍດາຍຍິ່ງຂຶ້ນກວ່າເກົ່າໂດຍສະເພາະ ຖ້າຫາກມື້ໃດມື້ຫນຶ່ງ …

Read More »

Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ.

Httpool Laos (ເອຈ໌ທີທີພູລ ລາວ) ແມ່ນບໍລິສັດໃນເຄືອຂອງ Aleph Holding (ອາເລັບ ໂຮນດີ້ງ), ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່, ເຊິ່ງໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີໃນເດືອນພຶດສະພານີ້. ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດແຕ່ຍັງໄດ້ສຳເລັດ Facebook Advertising Campaign (ແຄັມເປນໂຄສະນາທາງເຟສບຸກ) ຫຼາຍກວ່າ 8.600 ແຄັມເປນ ຖືເປັນການລິເລີ່ມທີ່ໜ້າຕື່ນເຕັ້ນແລະທ້າທາຍຂອງບໍລິສັດ. ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍຢ່າງເປັນທາງການຂອງເຟສບຸກ (Facebook Authorized Sales Partner), ເພື່ອຊ່ວຍເຫຼືອບັນດາບໍລິສັດແລະແບຣນຕ່າງໆໃນການເຮັດໂຄສະນາຂອງພວກເຂົາຜ່ານແພຼັດຟອມຍັກໃຫຍ່ລະດັບໂລກດັ່ງກ່າວ. ໃນຖານະທີ່ເປັນແພຼັດຟອມດີຈີຕ້ອນທີ່ສຳຄັນທີ່ສຸດໃນປະເທດລາວ, ເຟສບຸກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ (ແຫຼ່ງຂໍ້ມູນ: https://datareportal.com/reports/digital-2021-laos?rq=laos) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ກັບທຸລະກິດພາຍໃນປະເທດສຳລັບການເຂົ້າເຖິງບັນດາຜູ້ບໍລິໂພກ, ນໍາສະເໜີແບ່ງປັນຂໍ້ສະເໜີຕ່າງໆ, ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ແລະຍົກສູງໃຫ້ແບຣນເປັນທີ່ຮູ້ຈັກຫຼາຍຂຶ້ນ. ການຊ່ວຍເຫຼືອ, ຄວາມຊ່ຽວຊານ, ແລະ ການສຶກສາ ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ, ການແກ້ໄຂບັນຫາ, ແນວຄວາມຄິດສ້າງສັນ (Creative), ແລະ ການປະເມີນຜົນທີ່ໄດ້ຮັບ (Measurement) ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍ, ທັງໝົດທີ່ກ່າວມາແມ່ນບໍ່ມີຄ່າໃຊ້ຈ່າຍ …

Read More »

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ

ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: …

Read More »

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …

Read More »

ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27

ອີກດ້ານໜຶ່ງຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27 ໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19

Read More »