ຍິນດີນໍາ ໝຸ່ມ ໂອລ້າ ( BLACKEYE) ສິນລະປິນດັງອັນດັບຕົ້ນໆຂອງປະເທດລາວ ທີ່ມີຫຼາກຫຼາຍຜົນງານເພງໃໝ່ອອກມາໃຫ້ຟັງກັນຕະຫຼອດ…ແລະ ທີ່ສໍາຄັນ ໝຸ່ມ ໂອລ້າ ຍັງມີສຽງອັນຊົງພະລັງ ແລະ ເປັນເອກະລັກ ທີ່ໃຜໆກໍ່ຮູ້ຈັກ!!! ແລະ ພັນລະຍາກໍ່ແມ່ນ ສາວ ກະຕ່າຍ ນັກທຸລະກິດຍິງທີ່ສ້າງກະເປົາແບຣນດັງສູ່ລະດັບສາກົນ. ຕື່ນເຕັ້ນແທນ ໝຸ່ມ ໂອລ້າ ທີ່ໄດ້ທາຍາດຄົນທໍາອິດ ແລະ ກໍເປັນຂອງຂວັນສຸດພິເສດໃນປີນີ້!!! ກໍຖືໄດ້ວ່າເປັນພໍ່,ແມ່ ມືໃໜ່ກັນເລີຍທີ່ດຽວ. ມື້ນີ້ຂວັນໃຈຈະພາແຟນໆໄປເບິ່ງລູກຊາຍຂອງ ພໍ່ໂອລ້າ ແລະ ແມ່ກະຕ່າຍ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ ໄປເບິ່ງນໍາກັນເລີຍ… ເກີດແລ້ວນ້ອງ ເຣໂດ້ ( REDO ) ວັນທີ 12/12/2020 ເວລາ 6:55, ນ້ຳໜັກ 3270 g ຂອບໃຈຮູບພາບຈາກ: Ola khampasong
Read More »ຂ່າວບັນເທີງນອກປະເທດ
ຍິນດີນໍາ!!! ປັ໊ບ ໂປເຕໂຕ ຈູງມືແຟນສາວເຂົ້າປະຕູວິວາໄປທີ່ຮຽບຮ້ອຍແລ້ວ
ປັ໊ບ ໂປເຕໂຕ ສິນລະປິນ-ນັກຮ້ອງນໍາວົງດັງຂອງປະເທດໄທນັ້ນກໍຄືວົງ Potato ເຊິ່ງທີ່ມີຜົນງານເພລງຫຼາກຫຼາຍທີ່ໂດ່ງດັງ ບໍ່ວ່າຈະເປັນເພລງ “ทิ้งไว้กลางทาง” (ຖິ້ມໄວ້ກາງທາງ), “ขอบคุณที่รักกัน” (ຂອບໃຈທີ່ຮັກກັນ) ແລະ ເພລງດັງອີກຫຼາຍໆເພລງ… ແອັດເອງກໍເປັນອີກຄົນທີ່ເປັນແຟນຄລັບ ແລະ ຕິດຕາມຜົນງານຂອງວົງນີ້ມາຕະຫຼອດ ແລະ ເຊື່ອວ່າຍັງມີອີກຫຼາຍຄົນທີ່ເປັນແຟນເພລງຂອງວົງນີ້ເຊັ່ນກັນ. ຫຼ້າສຸດເມື່ອບໍ່ດົນມານີ້ໜຸ່ມ ປັ໊ບ ໂປເຕໂຕ ກໍໄດ້ຈູງມືແຟນສາວ ເຂົ້າປະຕູວິວາໄປນໍາກັນໄປທີ່ຮຽບຮ້ອຍໃນວັນທີ 15 ຕຸລາ 2020 ຜ່ານມາ ເຊິ່ງມື້ນີ້ຂວັນໃຈກໍອົດບໍ່ໄດ້ຈະພາທຸກຄົນໄປເບິ່ງພາບບັນຍາກາດງານແຕ່ງຂອງ ໜຸ່ມ ປັ໊ບ ໂປເຕໂຕ ແລະ ແຟນສາວ ໃບເຕີຍ ສຸວະພິດຊະຍາ ຈະຫວານຊໍ້າໃດນັ້ນເຮົາໄປເບິ່ງນໍາກັນເລີຍ!!! ຖືໄດ້ວ່າເປັນພາບບັນຍາກາດງານແຕ່ງທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຍິນດີຈາກພີ່ນ້ອງ-ໝູ່ເພື່ອນ, ມີທັງຮອຍຍິ້ມ ແລະ ນໍ້າຕາແຫ່ງຄວາມສຸກ!! ຈັງໃດຂວັນໃຈກໍຂໍສະແດງຄວາມຍິນດີນໍາໜຸ່ມ ປັ໊ບ ໂປເຕໂຕ ແລະ ແຟນສາວ ນໍາເດີ້!!! ຂໍໃຫ້ຮັກກັນຕະຫຼອດໄປເດີ້!!!!!!
Read More »ມາຮູ້ຈັກກັບ viya ແມ່ຍິງທີ່ Live ຂາຍເຄື່ອງໄດ້ທຸກຢ່າງໃນໂລກ…
ປັດຈຸບັນການຂາຍເຄື່ອງອອນລາຍກຳລັງເປັນທີ່ນິຍົມກັນໄປທົ່ວໂລກ ໂດຍສະເພາະແມ່ນການຂາຍເຄື່ອງຜ່ານການ Live ສົດເທິງເຟສບຸກ ຫຼ້າສຸດມີແມ່ຍິງຄົນໜຶ່ງກຳລັງເປັນກະແສທີ່ຮືຮາໄປທົ່ວ Social Media ເພາະວ່າແມ່ຍິງຄົນນີ້ສາມາດຂາຍໄດ້ທຸກຢ່າງໃນໂລກ ຕັ້ງແຕ່ຂະໜົມຈົນຮອດຈະລວດ ໂດຍໃນປີທີ່ຜ່ານມາສາມາດສ້າງຍອດຂາຍໄດ້ເຖິງ 3 ພັນລ້ານຢວນ ພາຍໃນມື້ດຽວ ຈົນໄດ້ຮັບສາຍາຈາກ Bloomberg ວ່າ The World’s Livestreaming queen (ລາຊະນີແຫ່ງການ Live Stream ຂອງໂລກ) ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບແມ່ຍິງຄົນນີ້ວ່າລາວແມ່ນໃຜ??? Viya ຫຼືHuang Wei ສາວຈີນ ອາຍຸ 34 ປີ ເລີ່ມຂາຍເຄື່ອງຕັ້ງແຕ່ອາຍຸ 18 ປີ ເລີ່ມຕົ້ນຂາຍເຄື່ອງກັບ Dong Haifeng ແຟນໝຸ່ມ ເຊິ່ງເປີດຮ້ານຂາຍເສື້ອຜ້າໃນເມືອງ ປັກກິ່ງ ແລະ ເລີ່ມມີຊື່ສຽງໃນປີ 2005 ຈາກການຊະນະການປະກວດ Super Idol ລາຍການ ລຽວລີຕີ້ ຂອງປະເທດຈີນ …
Read More »“ກ້ອຍ ຣັດຊະວິນ” ຊຶ້ງນໍ້າຕາໄຫຼ ແກັງໝູ່ພາກັນເຊີໄພຼສປາຕີ້ສະຫຼະໂສດດ້ວຍມິດຕະພາບທີ່ອົບອຸ່ນ
ງານນີ້ບອກເລີຍວ່າ ສາວກ້ອຍ ຣັດຊະວິນ ວົງວິຣິຍະ ຊື້ງໃຈຈົນກັ້ນນໍ້າຕາບໍ່ຢູ່ ຫຼ້າສຸດຫຼັງຈາກທີ່ແກັງຫມູ່ເພື່ອນທັງຫຼາຍເຊີໄພຼສປາຕີ້ສະຫຼະໂສດຢ່າງອົບອຸ່ນທີ່ແຄມທະເລໃຫ້ ງານນີ້ສາວກ້ອຍໄດ້ອອກມາໂພສພາບພ້ອມກັບແຄັບຊັ້ນ ບັນຍາກາດສຸດພິເສດນີ້ວ່າ “ເຊີໄພຼສທໍາອິດແມ່ນນັດກັນໄປທີ່ເກາະສະເມັດ ເປັນການປິດຣີສອດ 3 ມື້ 2 ຄືນ ແລະ ໝູ່ 3 ກຸ່ມທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ພາກັນລັກຕັ້ງກຸ່ມແບບລັບໆຂຶ້ນມາເພື່ອຈັດງານປາຕີ້ສະຫຼະໂສດໃຫ້ກ້ອຍ ສິ່ງທີ່ພິກທີ່ສຸດແມ່ນ ກ້ອຍເຂົ້າໃຈວ່າທຸກຄົນຕ່າງພາກັນຂັບລົດແຍກອອກໄປເພື່ອຈະໄປກິນຟາມຫອຍ ໂດຍທີ່ບໍ່ຮູ້ວ່າໝູ່ພາກັນມາຖ້າຢູ່ຈຸດພັກ ເພື່ອນເຮັດສິ່ງບ້າບໍນີ້! ໝູ່ພາກັນຢືນຕາກແດກແຄມທາງພ້ອມຈັບປ້າຍໄວນິວຮູບສະໄໝຫຼີ້ນລະຄອນເວທີຈຸລາ ແລະ ລົດທົວລາຍດອກໂຕເມຍໄປອີກ! #ອັນນີ້ດີຄິກສຸດໆ ຈື່ໄດ້ວ່ານັ່ງລົດທົວໄປທ່ຽວກັບໝູ່ເທື່ອສຸດທ້າຍສະໄໝຢູ່ມະຫາວິທະຍາໄລ ອັນນີ້ຍ້ອນໄວທີ່ສຸດ ຫື!!! “ ເຊິ່ງກ່ອນໜ້ານີ້ ສາວກ້ອຍກໍໄດ້ໂພສບອກວ່າ “ສາມມື້ສອງຄືນທີ່ຜ່ານມາ ທຸກຢ່າງເລີ່ມຈາກຈຸດນີ້ ປາຕີ້ສະຫຼະໂສດທີ່ເກີນຄວາມຄາດໝາຍສຸດໆ ໝູ່ຄູ່ເຊີໄພຼສເກັ່ງທີ່ສຸດ ເຊີໄພຼສທຸກມື້ ແລະ ກໍໄຫ້ທຸກມື້!” ຂວັນໃຈຂໍສະແດງຄວາມຍິນດີນໍາລ່ວງໜ້ານໍາຄູ່ວ່າທີ່ເຈົ້າສາວ ກ້ອຍ ຣັດຊະວິນ! ເຊິ່ງງານດອງຂອງສາວ ກ້ອຍ ແລະ ຕູນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 28 ພະຈິກ …
Read More »ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok
ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!! Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 …
Read More »