Breaking News

ຂ່າວບັນເທີງນອກປະເທດ

ກຽມພົບກັບງານ “STYLE BANGKOK” ງານຍິ່ງໃຫ່ຍ ຫາຊື້ໄດ້ຄົບ ຈົບທີ່ນີ້ທີ່ດຽວ (17-21ເມສາ 2019 ນີ້)

ມີຂ່າວງານ Event ດີໆທີ່ຈະເກີດຂຶ້ນໃນໄວໆນີ້ມາຝາກ ຫຼ້າສຸດປະເທດເພື່ອນບ້ານເຮົາກໍຈະມີການຈັດງານ “STYLE Bangkok” ໃນວັນທີ 17-21ເມສາ  2019 ເປັນງານທີ່ຍິ່ງໃຫ່ຍ ໂດຍລວມງານສະແດງສິນຄ້າໄລ້ສະຕາຍທີ່ສຳຄັນ 3ຢ່າງໄດ້ແກ່ ງານສະແດງສິນຄ້າແຟຊັ່ນ, ງານສະແດງສິນຄ້າເຄື່ອງໜັງ  ແລະ ງານສະແດງສີິນຄ້າເຄື່ອງໃຊ້ພາຍໃນບ້ານ  ແລະພ້ອມງານສະແດງສິນຄ້າດ້ານເຟີນິເຈີ 3 ຄວາມຍິ່ງໃຫ່ຍໃນງານດຽວ ຫາຊື້ໄດ້ຄົບ ຈົບທີ່ນີ້ບ່ອນດຽວ ການລວມງານສະແດງສິນຄ້າ BIFF&BIL, BIG+BIH ແລະ  TIFF ເຊິ່ງຖືເປັນງານສະແດງສິນຄ້ານາໆຊາດທີ່ຈັດຕໍ່ເນື່ອງຍາວນານ ແລະເປັນທີ່ຍອມຮັບໃນລະດັບສາກົນເຂົ້າໄວ້ດ້ວຍກັນ ຈຶ່ງເປັນການອຳນວຍຄວາມສະດວກແກ່ຜູ້ຊື້ໃຫ້ສາມາດພົບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນພາຍໃນງານດຽວ ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຊື້ ແລະຜູ້ຂາຍທຸກປະເພດ ບໍ່ວ່າຈະເປັນຜູ້ຄ້າລາຍຍ່ອຍ, Concept Store, ຕົວແທນຈັດຊື້ ນັກອອກແບບ, ທຸລະກິດອະສັງຫາລິມະຊັບ, ຫ້າງຊັບພະສິນຄ້າທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນໃນຂະນະດຽວກັນກໍຈະເປັນການຂະຫຍາຍໂອກາດທາງດ້ານການຄ້າຂອງຜູ້ຮ່ວມສິນຄ້າທີ່ຈະໄດ້ພົບຜູ້ຊື້-ຜູ້ຄ້າທີ່ຫຼາກຫຼາຍຍິ່ງຂຶ້ນ Crenovative Origin ພູມປັນຍາ ສ້າງສັນ ຢ່າງມີສະໄຕ STYLE Bangkok ເດືອນເມສາຈັດຂຶ້ນພາຍໃຕ້ຄອນເຊັບສະທ້ອນແນວຄິດໃນການປະສົມປະສານຄວາມຄິດສ້າງສັນ (Creative) ນະວັດຕະກຳ  (Innovation) ແລະ (Original) ເຂົ້າໄວ້ໃນໜຶ່ງດຽວ ໂດຍສະເໜີຈຸດເດັ່ນຂອງສິນຄ້າໄລສະຕາຍຂອງຜູ້ປະກອບການໄທທີ່ມີການຕໍ່ຍອດ …

Read More »

ຍ້ອນຫຍັງ Kylie Jenner ຈຶ່ງຂຶ້ນແທ່ນມະຫາເສດຖີພັນລ້ານ ໃນໄວອາຍຸພຽງ 21ປີ?

ປັດຈຸບັນໂລກປ່ຽນໄປ ອາຍຸຍັງນ້ອຍກໍສາມາດເປັນມະຫາເສດຖີໄດ້ ຫຼ້າສຸດມີການເປີດເຜີຍຈາກ Forbes ວ່າ ໄຄລີ່ ເຈນເນີ (Kylie Jenner) ຂຶ້ນແທ່ນມະຫາເສດຖີພັນລ້ານໂດລ່າ ໃນໄວອາຍຸພຽງ 21ປີ. ໄຄລີ່ ເຈນເນີ ເປັນໜຶ່ງໃນສະມາຊິກຕະກູນ ຄາເດຊ່ຽນ ທີ່ແຟນໆຫຼາຍໆທ່ານອາດຈະຮູ້ ເພາະມີຄວາມໂດ່ງດັງມາຈາກຄວາມງາມ ແລະ ຄວາມເລີດຫລູຂອງສາວໆບ້ານນີ້ ແຕ່ວ່າການຂຶ້ນແທ່ນເປັນເສດຖີອາຍຸນ້ອຍຂອງນາງໃນເທື່ອນີ້ ບໍ່ແມ່ນຍ້ອນວ່ານາງມາຈາກຕະກູນລໍ້າລວຍ ແຕ່ນັ້ນມາຈາກ ໄຄລີ່ ເຮັດແບຣນເຄື່ອງສຳອາງເປັນຂອງຕົວເອງ ແລະ ປະສົບຄວາມສຳເລັດຈົນເປັນທີ່ຍອມຮັບຂອງສາວໆທົ່ວໂລກ… ໄຄລີ່ ຕັດສິນໃຈນຳເຄື່ອງສຳອາງແບຣນຂອງຕົວເອງໄປຂາຍທີ່ຮ້ານ Ulta ເຊິ່ງເປັນຮ້ານຂາຍເຄື່ອງສຳອາງທີ່ມີສາຂາຢ່າງຫຼວງຫຼາຍ ຈາກແຕ່ກ່ອນແມ່ນນາງຈະໃຊ້ວິທີຂາຍຜ່ານຊ່ອງທາງອອນລາຍ ແລະ ຈະມີໜ້າຮ້ານນ້ອຍໆຂອງແບຣນຕົວເອງຈາກບໍ່ພຽງເທົ່າໃດສາຂາ ເຮັດໃຫ້ 6ອາທິດຫຼັງຈາກວາງຂາຍທີ່ Ulta ແລະ ສາມາດຂາຍສິນຄ້າໄດ້ເຖິງ 54.5 ລ້ານໂດລ່າ  ແບບນີ້ບໍ່ຕ້ອງສົງໃສໄປເລີຍວ່າເປັນຫຍັງໄຄລີ່ຈຶ່ງເປັນມະຫາເສດຖີໃນໄວພຽງ 21 ປີ ລາຍໄດ້ຈາກແບຣນໄຄລີ່ເພີ່ມຂຶ້ນເຖິງ 9% ຫຼືປະມານ 361 ລ້ານໂດລ່າ ຫຼັງຈາກວາງຂາຍທີ່  Ulta ເຊິ່ງ Forbes …

Read More »

ຄັ້ງທຳອິດ! ເປີດບ້ານ ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ທີ່ນະຄອນປາກເຊ ປະເທດລາວ

ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ຫຼ້າສຸດໄດ້ເປີດບ້ານທີ່ ນະຄອນປາກເຊ ແຂວງ ຈຳປາສັກ ປະເທດລາວ ໃຫ້ແຟນໆທັງສອງປະເທດໄດ້ເຫັນກັນຄັ້ງທຳອິດ, ເຊິ່ງການເປີດບ້ານໃນຄັ້ງນີ້ ທັນວາ ກໍໄດ້ອາສາພາທ່ຽວ ແລະ ກິນອາຫານພື້ນບ້ານຂອງລາວເຮົົາ… ສຳລັບ ທັນວາ ສຸລິຍະຈັກ ອາຍຸ 27 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ ແລະ ໄດ້ຮັບຄວາມນິຍົມ ຈົນມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ. (ມີຄລິບລາຍການ)   (ຂໍຂອບໃຈຄລິບ ແລະ ຮູບພາບ)

Read More »

ສ່ອງ! ພັດທະນາການຄວາມງາມຂອງ ລູກນໍ້າ ທິດາລັດ ມາໄກຊໍ່າໃດ…ມາເບິ່ງ!!!

ຖ້າຈະເວົ້າເຖິງ ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວປີ 2011 (MISS LAOS) ຄົນນີ້ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະຫຼັງຈາກທີ່ໄດ້ຕຳແໜ່ງມາແລ້ວນາງກໍຖືວ່າກ້າວເຂົ້າສູ່ວົງການບັນເທິງຢ່າງເຕັມຕົວ ຜົນງານຂອງນາງກໍມີໃຫ້ເຫັນຢ່າງຫຼວງຫຼາຍທັງເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ສິນຄ້າແບຼນດັງ ຜົນງານທາງດ້ານການສະແດງບໍ່ວ່າຈະເປັນຮູບເງົາ ແລະ ລະຄອນ ມີໃຫ້ເຫັນທັງໃນ ແລະ ນອກປະເທດ… ແຕ່ທີ່ເຮົາຈະເວົ້າເຖິງນາງໃນມື້ນີ້ກໍຄືພັດທະນາການຄວາມງາມຂອງນາງທີ່ນັບມື້ງາມຂຶ້ນ ຈົນເຮັດໃຫ້ຂາເມົ້າມີຄວາມສົງໃສວ່າສາວລູກນໍ້າຄົນງາມໄປກິນຫຍັງ ຫຼື ໄປເຮັດຫຍັງມານໍ…ຈຶ່ງໄດ້ງາມຂຶ້ນທຸກມື້ແບບນີ້ເພາະທຽບໃສ່ຮູບພາບເກົ່າໆທີ່ນາງໄດ້ໂພສໄວ້ໃນອິນສະຕາແກຼມຂອງນາງ ຖືວ່າແຕກຕ່າງກັນຫຼາຍ ປ່ຽນໄປເປັນຄົນລະຄົນຈົນຈະບໍ່ຈື່ກັນເລີຍ ຫຼືວ່າອາດຈະເປັນທີ່ນາງໃຫ່ຍຂຶ້ນເປັນສາວຂຶ້ນ ຈົນເຮັດໃຫ້ຮູບໜ້ານາງປ່ຽນ??? ມາເບິ່ງຮູບພາບເກົ່າໆຂອງ ລູກນໍ້າ ທິດາລັດ ວົງສິລິ   ຮູບພາບປັດຈຸບັນຂອງ ລູກນ້ຳ ທິດາລັດ ວົງສິລິ ເປັນແນວໃດແດ່ ໄດ້ເບິ່ງຮູບພາບຈາກ ອະດີດ ຈົນເຖິງ ປັດຈຸບັນຂອງ ລູກນໍ້າ ທິດາລັດ ວົງສິລິ ແລ້ວ, ຖືວ່າມີພັດທະນາການຄວາມງາມມາໄດ້ໄກ ງົດງາມຫຼາຍໆ!!! ຮູບພາບຈາກ: Louknum Vongsili

Read More »

ດຣ່າມ່າ! ກະແສຮ້ອນແຮງໄປອີກ ແພັດ ນະປະພາ ອອກມາເວົ້າເຖິງເລື່ອງ ລູກນໍ້າ-ຕູມຕາມ-ຫຍິງຫຍິງ ແບບນີ້…

ຍັງເປັນກະແສຮ້ອນແຮງ ສຳລັບເລື່ອງລາວທີ່ແຟນໆຍັງໃຫ້ຄວາມສົນໃຈ ກ່ຽວກັບ ລູກນໍ້າ ທິດາລັດ ວົງສິລິ, ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ແຕ່ເລື່ອງຍັງບໍ່ຈົບແຕ່ພຽງເທົ່ານັ້ນ ເພາະຫຼ້າສຸດ ແພັດ ນະປະພາ (ພິທີກອນ/ນັກສະແດງປະເທດເພື່ອນບ້ານ) ໄດ້ອອກມາເວົ້າເຖິງເລື່ອງລາວຂອງທັງ 3 ຄົນ ຜ່ານລາຍການ “ຕົກມັນບັນເທີງ” ແບບນີ້… “ຄົນທີ່ຄົບຊ້ອນ ຢາກໃຫ້ອອກມາຍອມຮັບແບບແມນໆເລີຍ ເພາະຖ້າເວົ້າແບບເຄິ່ງໆກາງໆ ຄົນທີ່ຢາກແສເຂົາຄັນມືຢູ່ແລ້ວ ເລື່ອງຄວາມຮັກ ກໍຄືໝົດຮັກກັນແລ້ວ ຄົນທີ່ສອງ ຢ່າໄປຫາວ່າໃຜຖືກໃຜຜິດ ບໍ່ຕ້ອງໄປດ່າກັນໄປມາຜ່ານໂຊຊ່ຽວ ເຈັບແປັບດຽວກໍເຊົາ ດີກວ່າຍື້ກັນໄປມາແບບນີ້” ແພັດກ່າວ… (ມີຄລິບລາຍການ) ເບິ່ງທ່າວ່າເລື່ອງລາວວຸ້ນໆໃນເທື່ອນີ້ຍັງບໍ່ຈົບລົງງ່າຍໆ, ເອົາເປັນວ່າກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍໃຫ້ຜ່ານເລື່ອງລາວໃນເທື່ອນີ້ໄປໄດ້ໄວໆ ແລະ ກໍຂໍຝາກໃຫ້ແຟນໆເສບຂ່າວຢ່າງມີສະຕິກັນແດ່ເດີ້ແຟນໆ!!! (ຂໍຂອບໃຈຄລິບ)

Read More »