Breaking News

ຂ່າວບັນເທີງນອກປະເທດ

ມາເບິ່ງ! ກອຟ F.hero ກັບອາຫານລາວມື້ືທຳອິດ ເຈິໄປ5ແສນປາຍ ເຖິງຂັ້ນໂພສແບບນີ້…

ມາຮອດມາເຖິງ ປະເທດລາວ ທັງທີ ນັດຖະວຸດ ສີໝອກ ຫຼື ກອຟ F.hero ນັກຮ້ອງແນວແຣ໋ບເປີ້ຄົນດັງຈາກປະເທດໄທ ກໍບໍ່ພາດທີ່ຈະລອງຊິມອາຫານລາວບໍ່ວ່າຈະເປັນ ຕຳໝາກຫຸ່ງ, ລາບ, ເຝີ ແລະ ອື່ນໆ… ເຊິ່ງ ກອຟ F.hero ກໍຍັງໄດ້ໂພສຮູບໃບບິນເຊິ່ງມີອາຫານ ແລະ ເຄື່ອງດື່ມຫຼາຍຢ່າງຜ່ານອິນສະຕາແກຣມ ເກັບໄວ້ເປັນໂມເມັ້ນທີ່ໄດ້ມາກິນເຂົ້າຢູ່ທີ່ປະເທດລາວ ແລະ ເພື່ອໃຫ້ແຟນໆໄດ້ອັບເດດອີກດ້ວຍ… ແລະ ຍັງໄດ້ແຄັບຊັ່ນຮູບພາບ ຕິດຈະຫຼົກອີກວ່າ: “ກິນເຂົ້າມື້ທຳອິດໃນວຽງຈັນ ເຈິໄປຫ້າແສນປາຍ ເສ່ຍບອກບໍ່ຕ້ອງທອນ” ພໍແຕ່ໂພສຮູບ ແລະ ແຄັບຊັ່ນດັ່ງກ່າວເຮັດໃຫ້ແຟນໆຊາວລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຂໍຝາກທ້ອງກັບ ເສ່ຍ ກອຟ F.hero ກັນຢ່າງຫຼວງຫຼາຍ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ກອຟ F.hero ຍັງຕິດ hashtag ໃຫ້ອາຫານລາວອີກວ່າ “ແຊບຫຼາຍໆ” ລົງທ້າຍໂພສອີກດ້ວຍ!!! ສຳລັບ ນັດຖະວຸດ ສີໝອກ ຫຼື ກອຟ F.hero ນັກຮ້ອງແນວແຣ໋ບເປີ້ຄົນດັງຈາກປະເທດໄທ ໄດ້ເດີນທີ່ເດີນທາງມາ ປະເທດລາວ ເພື່ອຫລິ້ນຄອນເສີດໃນທ້າຍອາທິດທີ່ຜ່ານມາ …

Read More »

ໜ້າຮັກຫຼາຍໆ! ກອຟ F.hero ນັກຮ້ອງແຣ໋ບເປີ້ຊື່ດັງຈາກໄທ ພາຄອບຄົວທ່ອງທ່ຽວປະເທດລາວ

Hello!!! ທັກທາຍສະບາຍດີແຟນໆ ຂວັນໃຈ ທີ່ໜ້າຮັກທຸກໆຄົນ ທ້າຍອາທິດທີ່ຜ່ານມາທຸກໆຄົນໄດ້ໄປທ່ອງທ່ຽວ ໄດ້ໄປເຮັດກິດຈະກຳກັບຄອບຄົວຢູ່ໃສກັນແດ່?ເພາະຫຼ້າສຸດມີຂ່າວສານຂອງ ນັດຖະວຸດ ສີໝອກ ຫຼື ກອຟ F.hero ນັກຮ້ອງແນວແຣ໋ບເປີ້ຄົນດັງຈາກປະເທດໄທ ທີ່ເດີນທາງມາຫລິ້ນຄອນເສີດໃນທ້າຍອາທິດທີ່ຜ່ານມາ ແລະ ຍັງບໍ່ພາດທີ່ຈະພາຄອບຄົວທີ່ໜ້າຮັກຂອງເພິ່ນມາທ່ອງທ່ຽວໃນນະຄອນຫຼວງວຽງຈັນ ປະເທດລາວເຮົານຳອີກ… ຮູບພາບຄອບຄອບຄົວຂອງ ກອຟ F.hero ມາພ້ອມກັບ ນ້ອງ ຊູໃຈ ຂວັນໃຈແຟນໆ ແລະ ພັນລະຍາຂອງເພິ່ນ ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ປະເທດລາວ  ແລະ ຍັງບໍ່ໝົົດແຕ່ພຽງເທົ່ານັ້ນເພາະຍັງມີຮູບພາບຂອງ ແມ່ຕູ້ຍ່າ ແລະ ແມ່ເຖົ້າ ຂອງ ນ້ອງຊູໃຈ ທີ່ ພຣະທາດຫຼວງວຽງຈັນ ອີກດ້ວຍ (ໜ້າຮັກແທ້ໆ) ເປັນແນວໃດກັນແດ່? ໄດ້ເຫັນຮູບພາບທີ່ໜ້າຮັກຂອງຄອບຄົວ ກອຟ F.hero ແຣ໋ບເປີ້ຄົນດັງຈາກປະເທດໄທ ທີ່ພາຄອບຄົວເດີນທາງມາທ່ອງທ່ຽວປະເທດລາວເຮົາແລ້ວໜ້າຮັກສຸດໆເລີຍແມ່ນບໍ່ ໂດຍສະເພາະ ນ້ອງ ຊູໃຈ ໜ້າຮັກຫຼາຍໆ… ຢ່າງໃດກໍຂໍຕ້ອງຮັບ ກອຟ F.hero ແລະ ຄອບຄົວທີ່ໜ້າຮັກຂອງເພິ່ນ ເຂົ້າສູ່ປະເທດລາວ ໂອກາດໜ້າຢ່າລືມພາ່ ນ້ອງ …

Read More »

ບໍ່ທຳມະດາ! Miss USA 2019 ມີດີກຼີເປັນເຖິງ… ເໝາະສົມກັບຕຳແໜ່ງສຸດໆ (ຂໍສະແດງຄວາມຍິນດີ)

ມາອັບເດດວົງການນາງງາມກັນແດ່ດີບໍ່? ຫັ້ນແນ່!!! ຮູ້ສຶກຕື່ນເຕັ້ນເມື່ອໄດ້ຍິນຂ່າວສານກ່ຽວກັບນາງງາມທຸກໆເທື່ອເລີຍແມ່ນບໍ່ ຫຼ້າສຸດປະກາດຜົນເປັນທີ່ຮຽບຮ້ອຍແລ້ວ ສຳລັບການປະກວດນາງງາມເວທີ Miss USA 2019 ເຊິ່ງຜູ້ທີ່ມີຄວາມເໝາະສົມ ແລະ ສາມາດຄວ້າມົງກຸດໄປຄອງກໍຄື Cheslie Kryst ສາວງາມຈາກຣັດ  North Carolina ເຊິ່ງນາງງາມຄົນນີ້ມີດີກຼີເປັນເຖິງທະນາຍຄວາມ ບອກເລີຍວ່ານາງມີຄວາມງາມ ຄວາມເລີດ ເກັ່ງທຸກດ້ານ ເໝາະສົມກັບທີ່ຄວ້າລາງວັນ Miss USA 2019 ໄປຄອງແທ້ໆ… Cheslie Kryst ອາຍຸ 28 ປີ ຈົບການສຶກສາລະດັບປະລິນຍາຕີຈາກຄະນະນິຕິສາດ ຈາກນັ້ນນາງກໍສືບຕໍ່ຮຽນໃນລະດັບປະລິນຍາໂທໃນຄະນະບໍລິຫານທຸລະກິດ ຈາກ Wake Forest University ຫຼັງຈາກຮຽນຈົບ Cheslie Kryst ກໍໄດ້ເລີ່ມເຂົ້າມາເຮັດວຽກອາຊີບທະນາຍຄວາມໃນດ້ານຄະດີຟ້ອງຮ້ອງທາງແພ່ງ ນອກຈາກນັ້ນນາງຍັງເປັນແຟຊັ່ນບ໋ອກເກີ້ອີກດ້ວຍ… Cheslie Kryst  ນາງກໍເປັນແມ່ຍິງຄົນໜຶ່ງທີ່ມີຄວາມມັກ ແລະ ຮັກໃນສາຍນາງງາມ ເວົ້າໄດ້ເລີຍວ່າເປັນຄົນໃຈສູ້ ແລະ ບໍ່ທໍ້ຖອຍຕໍ່ອຸປະສັກ  ມຸ່ງໝັ້ນໃນການປະກວດ ເລີ່ມເດີນສາຍປະກວດນາງງາມຕັ້ງແຕ່ 2017 ໃນເວທີ Miss North Carolina …

Read More »

ເມື່ອເຫຼົ່າດາລາ Hollywood ເຜີຍພາບຕອນບໍ່ແຕ່ງໜ້າ ງາມຊໍ່າໃດມາເບິ່ງ… (ແລ້ວເຈົ້າເດຕອນບໍ່ແຕ່ງໜ້າເປັນແນວໃດ?)

ເຮົາມັກຈະເຫັນບັນດາຄົນດັງ ມາໃນແນວຈັດເຕັມທັງໜ້າຕາ ແລະ ເສື້ອຜ້າໜ້າຜົມແບບຄົບຊຸດ ແຕ່ຫາໄດ້ຍາກທີ່ຈະເຫັນພວກເຂົາໃນລຸກສະບາຍໆ ບໍ່ແຕ່ງໜ້າ ບໍ່ແຕ່ງກາຍແບບຈັດເຕັມ, ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະພາແຟນໆໄປເບິ່ງເຫຼົ່າດາລາ Hollywood ໃນແບບສະບັບ No make up ຈະງາມຊໍ່າໃດມາເບິ່ງ… Beyonce ນັກຮ້ອງສາວສຽງຊົງພະລັງ   Cara Delevingne ນາງແບບ ແລະ ນັກສະແດງ   Gigi Hadid ນາງແບບສາວສຸດເຊັກຊື່   Cameron Diaz ອະດີດນາງແບບ ແລະ ນັກສະແດງຫຼາກຫຼາຍຄວາມສາມາດ ໂດ່ງດັງມາຈາກຮູບເງົາເລື່ອງ “Charlie’s Angels”   Jessie J ນັກຮ້ອງເພງ Pop ແລະ R&B    Katy Perry ນັກຮ້ອງສາວຄົນນີ້ສ່ວນໃຫ່ຍແຟນໆມັກຈະເຫັນນາງຈັດເຕັມທຸເອັມວີເພງ ຫຼື ທຸກໆງານອີເວັ່ນ ແຕ່ພໍມາເບິ່ງນາງຕອນໜ້າສົດກໍຍັງງາມຢູ່…   …

Read More »

ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)

ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ (ກຽມໂຕຮາ ກຽມໂຕມ່ວນ…ຄາງກະໄຕຄ້າງແນ່ນອນ) ແລະ ນອກຈາກ ເຈ້ຍ ປາຊີຟິກ ຈະເປີດໂຕນັກສະແດງນຳໃນເລື່ອງ “ຮັກມະຍ່ອມມະແຍ່ມ”  ແລ້ວ ເພິ່ນກໍຍັງມີການປະກາດຫານັກສະແດງສົມທົບທີ່ຈະໄດ້ມາຮ່ວມສະແດງໃນຮູບເງົາຕແນວຕະຫຼົກລາວເລື່ອງນີ້ອີິກດ້ວຍ…   ຫັ້ນແນ່!!! ຟັງແຕ່ຊື່ຮູບເງົາ ແລະ ການເປີດໂຕນັກສະແດງນໍາແລ້ວ ຢາກເບິ່ງໄວໆແລ້ວແມ່ນບໍ່ (555) ອົດໃຈລໍຖ້າໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ. #ຄົນລາວຮ່ວມສະໜັບສະໜູນສີມືຄົນລາວ 

Read More »