Breaking News

ຂ່າວບັນເທີງນອກປະເທດ

ງົດງາມ ຄວາມສາມາດແໜ້ນ! ໄດ້ແລ້ວ Miss Universe Myanmar 2019 (ຂໍສະແດງຄວາມຍິນດີ)

ເລີ່ມຕົ້ນເດືອນ ມິຖຸນາ 2019 ກັບເວທີຂາອ່ອນ ຫຼ້າສຸດກໍປະກາດຜົນກັນມາແລ້ວສຳລັບ Miss Universe Myanmar 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່ ນາງ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ເປັນສາວງາມທີ່ມາພ້ອມຄວາມງາມ ແລະ ຄວາມສາມາດ (ຂໍສະແດງຄວາມຍິນດີ) ສຳລັບ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ລວງສູງ 179 ຊັງຕີແມັດ ເປັນສາວງາມຈາກເມືອງ ພະອານ (Pha-An) ເປັນສາວງາມທີ່ໂດດເດັ່ນ ກຳລັງສຶກສາທີ່ National University of Arts and Culture ກ່ອນໜ້ານີ້ນາງເຄີຍມີຜົນງານໃນເວທີນາງງາມມາຫຼາຍເວທີແລ້ວເຊັ່ນ: Miss Univers Hpa-An 2018 , …

Read More »

ແຊບສຸດ ເຜັດສຸດ! ກັບນາງແບບລຸ້ນປ້າ ສະເທືອນວົງການນາງແບບ 

ວົງການນາງແບບຕ້ອງສະເທືອນ ເມື່ອ Oldushka ໂມເດວລິ່ງ ເອເຈນຊີ່ ຈາກກຣຸງມອສໂຄ ເປີດຮັບສະໝັກນາງແບບໃນສັງກັດ ໂດຍມີເງື່ອນໄຂທີ່ວ່າຜູ້ເຂົ້າສະໜັກຕ້ອງມີອາຍຸ 45 ປີຂຶ້ນໄປ, ເຊິ່ງໄອເດຍສະເທືອນວົງການນາງແບບໃນເທື່ອນີ້ມາຈາກ Igor Gavar ຊ່າງພາບແນວສະຕຣີດທີ່ຖ່າຍພາບມາຈົນເຖິງໄວກະສຽນ ຄົ້ນພົບວ່າຄວາມງາມທີ່ແທ້ຈິງ ຄ່ອຍໆ ເກີດຂຶ້ນຕາມການເວລາ ໝາຍຄວາມວ່າຍິ່ງເຖົ້າຫຼາຍເທົ່າໄດ ຄວາມງາມກໍຍິ່ງຫຼາຍຂຶ້ນເທົ່ານັ້ນ ຈຶ່ງໄດ້ກໍ່ຕັ້ງໂມເດວລິ່ງນີ້ຂຶ້ນມາ ແລະ ຫຼັງຈາກທີ່ເປີດຮັບສະໝັກພຽງແຕ່ 1ປີ ໃນຕອນນີ້ມີນາງແບບໃນສັງກັດເກືອບ 20ຄົນ ສ່ວນອາຍຸນາງແບບທີ່ຫຼາຍທີ່ສຸດຢູ່ທີ່ປະມານ 80 ປີ (ລອງມາເບິ່ງກັນວ່ານາງແບບແຕ່ລະຄົນຈະແຊບ ເຜັດພຽງໃດ…) TATYANA / Saint Petersburg 60 years old / height 156 IRINA / Omsk 80 years old / height 167 NINA / Moscow …

Read More »

ສ່ອງ IG! ວີ ວິໂອເຣັດ ນັກຮ້ອງດັງ ຫຼ້າສຸດໂພສແບບນີ້…ຫຼັງຈົບຄອນເສີດໃນປະເທດລາວ

ມາອັບເດດ Instagram ຂອງ ວີ ວິໂອເຣັດ ວໍເທຍ ນັກຮ້ອງ/ນັກສະແດງຊື່ດັງຈາກປະເທດໄທ ເມື່ອບໍ່ດົນມານີ້ນາງກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອພົບພໍ້ກັບແຟນໆຊາວລາວ ແລະ ຈັດມິນິຄອນເສີດຢ່າງອົບອຸ່ນ… ຫຼ້າສຸດ ວີ ວິໂອເຣັດ ກໍໄດ້ໂພສຮູບພາບ ແລະແຄັບຊັ່ນຄວາມປະທັບໃຈທີ່ມີຕໍ່ແຟນໆຊາວລາວວ່າ: “Thank you for shout-singing with me for the last two nights. You guys were awesome. Love love love Laos” ເຊິ່ງມີຄວາມໝາຍວ່າ: ຂອບໃຈສຳລັບການຮ້ອງເຊຍ-ຮ້ອງເພງ ໄປພ້ອມໆກັນກັບຂ້ອຍໃນ 2 ຄໍ່າຄືນທີ່ຜ່ານມາ, ພວກເຈົ້າສຸດຍອດຫຼາຍໆ. ຮັກ ຮັກ ຮັກ ປະເທດລາວ ຈົນເຮັດໃຫ້ໂພສດັ່ງກ່າວມີແຟນໆທັງລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຕອບກັບວ່າ …

Read More »

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ Jacinda Arden ນາຍົກລັດຖະມົນຕີ ປະເທດ ນິວຊີແລນ ທີ່ມີອາຍຸນ້ອຍທີ່ສຸດ

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ ອີກໜຶ່ງທ່ານ ເພິ່ນເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດ ເປັນແມ່ຍິງທີ່ເກັ່ງ ມີຄວາມສາມາດ ແຖມຕອນນີ້ໄດ້ກາຍເປັນນັກການເມືອງຄຸນນະພາບ ກາຍເປັນຂວັນໃຈຂອງຄົນທົ່ວໂລກ… ເຈຊິນດາ ອາຣເດຣິນ (Jacinda Arden) ອາຍຸ 37 ປີ ຕຳແໜ່ງນາຍົກລັດຖະມົນຕີ ປະເທດ ນິວຊີແລນ ເປັນຜູ້ນໍາປະເທດນິວຊີແລນທີ່ມີອາຍຸນ້ອຍທີ່ສຸດໃນຮອບ 150 ປີ ໂດຍເປັນ ນາຍົກລັດຖະມົນຕີຄົນທີ່ 3 ຂອງປະເທດ ແລະ ເປັນນາຍົກຄົນທີ 40 ຂອງປະເທດ ນິວຊີແລນ ກ່ອນໜ້າທີ່ Jacinda Arden ຈະມາເປັນຕຳແໜ່ງນາຍົກລັດຖະມົນຕີ ນິວຊີແລນ ບອກເລີຍວ່າເພິ່ນມີດີກຼີເປັນດີເຈມາກ່ອນ ນາງເປັນຄົນທີ່ມີມັກໃນສຽງດົນຕຣີ ໂດຍສິລະປິນທີ່ເປັນຕົ້ນແບບຂອງເພິ່ນແມ່ນ Spice Girls, The Beatles, Iggy Pop ໄປຈົນເຖິງ Snoop Dogg ນອກເໜືອຈາກວຽກທາງດານດົນຕຣີແລ້ວ ຫຼັງຈາກຈົບການສຶກສາຈາກວິທະຍາໄລໄວກາໂຕໃນປີ 2001 Jacinda ເລີ່ມຈາກການເປັນນັກວິໄຈທີ່ບ່ອນເຮັດວຽກຂອງ ນາຍົກລັດທະມົນຕີ ເຮເລນ ຄາສ …

Read More »

ແມ່ຍິງລາວເກັ່ງຫຼາຍ! ສະແດງຄວາມຍິນດີນັກກິລາເພາະກາຍລາວຕິດ Top 5 ສາມາດນຳລາງວັນມາຝາກໄດ້ສຳເລັດ (#ແຊຣໄປໃຫ້ໂລກຮູ້)

ກ່ອນອື່ນຕ້ອງຕົບມືຊົມເຊີຍແມ່ຍິງລາວທີ່ໄປສ້າງຊື່ສຽງໃຫ້ປະເທດກັນດັງໆເລີຍໂລດເດີ້ແຟນໆ ບໍ່ເຮັດໃຫ້ຄົນລາວຜິດຫວັງ ຫຼັງຈາກທີ່ທາງສະຫະພັນກິລາເພາະກາຍແຫ່ງຊາດລາວໄດ້ມີການສົ່ງນັກກິລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ”  ໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm. ເຊິ່ງຂໍບອກເລີຍວ່າບໍ່ເຮັດໃຫ້ຊາວລາວຜິດຫວັງ ເພາະ ນາງ ກອງແພງ ຂຸນວິໄນ (ແພງ) ນັກກິລາເພາະກາຍຍິງລາວ ທີ່ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm ກໍສາມາດຕິດ Top 5 ແລະ ນຳລາງວັນກັບມາຝາກຄົນລາວເຮົາຈົນໄດ້. (ຂໍສະແດງຄວາມຍິນດີ)  ສຳລັບການ ແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ” ປະເທດລາວເຮົາໄດ້ສົ່ງໄປ 2 ຄົນນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique”ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm. ຖຶວ່າເປັນຂ່າວດີຂອງຄົນລາວທຸກຄົນ ຂໍຂອບໃຈນັກກິລາລາວທຸກຄົນທີ່ມີຄວາມຕັ້ງໃຈ ແຂ່ງຂັນຈົນໄດ້ລາງວັນ …

Read More »