Breaking News

ຂ່າວບັນເທີງນອກປະເທດ

ຢ່າໄປຍອມແພ້ເຖິງອາຍຸຈະແກ່! ແຮງບັນດານໃຈດີໆຈາກ Alice Pang ນາງແບບທີ່ມີອາຍຸແກ່ທີ່ສຸດໃນອາຊີ 

ຍັງມີເລື່ອງລາວນາງແບບໄວແກ່ມາໃຫ້ທຸກໆຄົນໄດ້ເບິ່ງເປັນແຮງບັນດານໃຈເລື້ອຍໆ ເຊື່ອວ່າສິ່ງທີ່ແມ່ຍິງຫຼາຍຄົນຢ້ານທີ່ສຸດກໍຄືອາຍຸທີ່ເພີ່ມຂຶ້ນ ເພາະມັນຈະມາພ້ອມຮອຍຕີນກາ ແລະຜົມທີ່ຫງອກ ໝົດຄວາມງາມ, ດັ່ງນັ້ນໃນມື້ນີ້ຈະພາມາປ່ຽນຄວາມຄິດແບບເກົ່າໆ ທີ່ວ່າເມື່ອຄົນອາຍຸເພີ່ມຂຶ້ນແລ້ວ ກໍຈະເຖົ້າໄປຕາມການເວລາ No no no!!! ເດີ້ ລອງມາເບິ່ງ ມາຮູ້ຈັກກັບນາງແບບຊາວຮ່ອງກົງ Alice Pang ເຊິ່ງເປັນນາງແບບທີ່ແກ່ທີ່ສຸດໃນອາຊີ ມາພ້ອມກັບຄວາມແຊບ ແລະ ສະໄຕຣທີ່ໂດດເດັ່ນ ໃນໄວອາຍຸ 96 ປີ ຜູ້ທີ່ບໍ່ເຄີຍຢ້ານໃນຄວາມເຖົ້າ ຫຼື ຄິດຈະປິດບັງອາຍຸເມື່ອມີໃຜຖາມ ແລະ ປັດຈຸບັນເພິ່ນໄດ້ກາຍເປັນແຮງບັນດານໃຈໃຫ້ແມ່ຍິງຍຸກໃໝ່ໄດ້ລຸກຂຶ້ນມາເບິ່ງແຍງຕົວເອງ Alice Pang ອາຍຸ 96ປີ ຈາກ ຮ່ອງກົງ ມີສາຍາວ່າ “ນາງແບບຜົມເງິນ” ເພິ່ນເປັນຄົນມີສະໄຕຣ ແລະ ເບິ່ງແຕກຕ່າງຈາກຄົນອື່ນຢ່າງຈະແຈ້ງ ສ່ວນໜຶ່ງຄືການລຸກຂຶ້ນມາເບິ່ງແຍງຕົວເອງເຊັ່ນ ການໃສ່ເສື້ອຜ້າແຟຊັ່ນທີ່ທັນສະໄໝ ໂດຍບໍ່ມີເລື່ອງອາຍຸເຂົ້າມາກ່ຽວຂ້ອງ ແລະ ມີທັດສະນະຄະຕິທີ່ດີໃນການດຳລົງຊີວິດ ຈຶ່ງບໍ່ໜ້າແປກເລີຍທີ່ ແມ່ຕູ້ Alice  ຈະໄດ້ເປັນນາງແບບໃຫ້ກັບແບຣນທີ່ມີຊື່ສຽງຫຼາຍແບຣນເຊັ່ນ Gucci, Valentino ແລະ Ellery …

Read More »

ເກັ່ງຫຼາຍ! ສ່ອງຜົນການຮຽນ ຟ້າໃສ Miss Grand Laos ຫຼ້າສຸດເດີນທາງໄປສຶກສາຕໍ່ທີ່ USA

ເປັນອີກໜຶ່ງສາວທີ່ແຟນໆໃຫ້ການຕິດຕາມ ມາອັບເດດຄວາມຄືບໜ້າຂອງ ຈິນນະລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ຫຼັງຈາກທີ່ໄປເຮັດໜ້າທີ່ຕົວແທນແມ່ຍິງລາວໃນເວທີລະດັບໂລກ Miss Grand International 2017 ຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບສຽງຍ້ອງຍໍຈາກຕ່າງຊາດເຖິງຄວາມສາມາດຂອງແມ່ຍິງລາວ ຫຼ້າສຸດນາງກໍໄດ້ບິນລັດຟ້າເພື່ອໄປສຶກສາຕໍ່ທີ່ USA ແລະ ຟ້າໃສ ຈິນນະລີ ຍັງໄດ້ອັບເດດຜົນການຮຽນຂອງນາງຜ່ານອິນສະຕາແກຣມໃຫ້ໄດ້ອັບເດດກັນອີກດ້ວຍ, ເຊິ່ງຜົນການຮຽນຂອງນາງຖືວ່າເປັນຄະແນນສະເລ່ຍທີ່ດີຫຼາຍ ຈົນມີບັນດາໝູ່ເພື່ອນ ແລະ ແຟນໆເຂົ້າໄປສະແດງຄວາມຍິນດີ ແລະ ຍ້ອງຍໍສາວຄົນນີ້ເຖິງຄວາມຕັ້ງໃຈ ເອົາໃຈໃສ່ຕໍ່ການຮຽນ ກັນຢ່າງຫຼວງຫຼາຍ ເຫັນແລ້ວກໍໜ້າຍິນດີ ສົມແລ້ວທີ່ເປັນຂວັນໃຈຂອງແຟນໆທຸກໆຄົນ ຢ່າງໃດກໍຂໍໃຫ້ ນ້ອງ ຟ້າໃສ ຈິນນະລີ ເຮັດສິ່ງທີ່ດີແບບນີ້ ແລະ ໜ້າເອົາເປັນແບບຢ່າງໃຫ້ນ້ອງໆ ແລະ ໝູ່ເພື່ອນຕໍ່ໄປ ຂໍເປັນກຳລັງໃຈໃຫ້ກໍແລ້ວກັນເນາະ. ຮູບພາບ: IG/fasainorasing

Read More »

ແມ່ຕູ້ທວດຊາວຍີ່ປຸ່ນຖືກບັນທຶກສະຖິຕິ ກາຍເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ

ກິນເນສ ເວີ ເຣັກຂອດ (Guinness world records) ໄດ້ບັນທຶກສະຖິຕິທີ່ສຸດຂອງໂລກ ປະກາດໃຫ້ ແມ່ຕູ້ທວດ ຄາເນະ ທານາກະ ຈາກປະເທດ ຍີ່ປຸ່ນ ອາຍຸ 116 ປີ ເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ແລະ ຍັງຄົງມີຊີວິດຢູ່ ເຖິງແມ່ນວ່າ ແມ່ຕູ້ທວດ ຄາເນະ ຈະມີບັນຫາກ່ຽວກັບສຸຂະພາບ ແຕ່ເພິ່ນກໍມີຄວາມສຸກ ແລະມ່ວນກັບທຸກໆຊ່ວງຂອງຊີວິດ ຄາເນະ ທານາກະ ເກີດວັນທີ 2 ມັງກອນ 1903 (ລວມອາຍຸ 116 ປີ) ຊຶ່ງເປັນປີດຽວທີ່ນັກຄົ້ນຄວ້າໄດ້ຄິດຄົ້ນເຮືອບິນລຳທຳອິດຂອງໂລກໄດ້ສຳເລັດ, ແມ່ຕູ້ທວດ ຄາເນະ ເປັນລູກຄົນທີ່ 7 ແລະ ມີບຸດ 5 ຄົນກັບສາມີທີ່ມີຊື່ວ່າ ຮິເດໂອະ ທານາກະ ເຊິ່ງກ່ອນວັນທີ່ຈະແຕ່ງງານທັງສອງບໍ່ເຄີຍເຫັນໜ້າ ແລະບໍ່ເຄີຍໄດ້ເວົ້າລົມກັນມາກ່ອນ, ສາມີຂອງເພິ່ນເປັນຜູ້ຜະລິດ ແລະ ເຮັດທຸລະກິດຂາຍເຂົ້າໜຽວ ເຂົ້າໜົມຍີ່ປຸ່ນ …

Read More »

ສື່ໃຫ້ຄວາມສົນໃຈ! ອະດີດນາງງາມລາວເວທີດັງ ເດີນທາງຮ່ວມງານປະກາດຜົນລາງວັນລະດັບປະເທດຂອງໄທ 

Hello ເຮັດວຽກ ຫຼື ຮຽນໃນມື້ນີ້ເປັນແນວໃດແດ່ ເມື່ອຍບໍ່?ມາພັກຜ່ອນສະໝອງກັບຂ່າວສານຄົນດັງວົງການບັນເທີງ ຫຼ້າສຸດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍໄດ້ເດີນທາງໄປຮ່ວມງານປະກາດຜົນລາງວັນ “Dara Daily Awards 8” ທີ່ບາງກອກ ປະເທດໄທ ເຊິ່ງ ນຸ້ຍ ສຸພາພອນ ໃນຖານະ ນາງງາມ/ນັກສະແດງ/ນາງແບບຈາກປະເທດລາວ ກໍມີໂອກາດໄດ້ຮ່ວມເດີນພົມແດງ ຮ່ວມກັບດາລາ ສິລະປິນ ແລະ ຄົນດັງຫຼາຍທ່ານທີ່ເດີນທາງມາຮ່ວມໃນງານດັ່ງກ່າວ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍເປັນອີກໜຶ່ງ ແມ່ຍິງລາວ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດ ເພາະຫຼັງຈາກທີ່ນາງໄດ້ເດີນທາງໄປເປັນຕົວແທນຂອງແມ່ຍິງລາວໃນເວທີ ນາງງາມຈັກກະວານ (Miss Universe) ທີ່ USA ໃນປິ 2017, ຫຼັງຈາກນັ້ນນາງກໍມີຜົນງານທາງວົງການບັນເທີງເລື້ອຍໆ …

Read More »

ເກັ່ງຫຼາຍ! ເຍົາວະຊົນລາວໄປໂຊຄວາມສາມາດ ແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ ສຳລັບເຍົາວະຊົນລາວຄົນເກັ່ງມີນາມວ່າ ນ້ອງ ນໍ້າຝົນ ຈັນທະວົງ ອາຍຸ 10 ປີ ທີ່ໄປແຂ່ງຂັນຮ້ອງເພງໃນລາຍການດັງ “ໄມທອງຄຳເດັກ” ທີ່ ປະເທດໄທ ຈົນມີກະແສຮືຮາ ແລະ ເກີດປະກົດການມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣ ແລະເຂົ້າໄປເບິ່ງຄລິບທີ່ນ້ອງໄປຮ້ອງເພງໃນລາຍການດັ່ງກ່າວເປັນຈຳນວນຫຼາຍລ້ານຄົນໄປແລ້ວໃນເວລານີ້… (ມີຄລິບ ນ້ອງ ນໍ້າຝົນ ໃນລາຍການ “ໄມທອງຄຳເດັກ”) ไมค์ทองคำเด็ก สาวน้อยเสียงดีจาก "สปป.ลาว" "น้องน้ำฝน" #ไมค์ทองคำเด็ก #Workpoint23 Posted by ไมค์ทองคำเด็ก on Sunday, May 26, 2019   ເປັນແນວໃດແດ່ໄດ້ເຫັນຄວາມສາມາດຂອງເຍົາວະຊົນລາວເຮົາແລ້ວຮູ້ສຶກ Wow ເລີຍແມ່ນບໍ່? ໃນເວລານີ້ ນ້ອງ ນໍ້າຝົນ ກໍສາມາດຜ່ານເຂົ້າໄປໃນຮອບຕໍ່ໄປດ້ວຍຄະແນນຈາກກຳມະການທີ່ໃຫ້ຜ່ານເຖິງ 3 ຜ່ານ, ເອົາເປັນວ່າຝາກເປັນກຳລັງໃຈໃຫ້ເຍົາວະຊົນລາວຄົນນີ້ກັນຫຼາຍໆເລີຍເດີ້ແຟນໆ. #ແຊຣໄປໃຫ້ໂລກຮູ້ເດັກລາວເກັ່ງຫຼາຍ ຄລິບຈາກ: ไมค์ทองคำเด็ก

Read More »