Breaking News

ຂ່າວບັນເທີງນອກປະເທດ

ໃຜວ່າຖືພາຕ້ອງໝົດງາມ? ສ່ອງ…ແອັບເປີ້ນ ສີສະຫງຽນ ກັບການແຕ່ງໂຕໃນຊ່ວງຖືພາ (ບອກເລີຍແມ່ສາຍແຟສຸດໆ)

ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ. (ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ) ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ  ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ. ຂໍຂອບໃຈຮູບພາບຈາກ: Appleminiberry Story: ຊະນີIndy

Read More »

ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ  ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)

ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 …

Read More »

ບໍ່ທຳມະດາ! ປະເທດໄທກຽມສົ່ງ ຟ້າໃສ ປະວີນສຸດາ Miss Universe Thailand 2019 ດີກຣີກຽດນິຍົມອັນດັບ 1 ສູ່ເວທີນາງງາມຈັກກະວານ!!

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ  Miss Universe Thailand 2019 ເຊິ່ງການປະກວດປີນີ້ກໍໄດ້ມີການຄັດເລືອກກັນແບບເອີ້ນໄດ້ວ່າ ຄັດໃນຄັດແທ້ໆ ເພາະມີການຄັດເລືອກສາວງາມຢ່າງເຂັ້ມງວດຕັ້ງແຕ່ຮອບ Audition ຈົນຮອດຮອບ Final ແລະ ໃນທີ່ສຸດກໍໄດ້ມີການຕັດສິນ ແລະ ປະກາດຢ່າງເປັນທາງການແລ້ວວ່າສາວງາມທີ່ມີຄວາມເໝາະສົມຄວ້າມົງກຸດ Miss Universe Thailand 2019 ໄດ້ແກ່ ປະວີນສຸດາ ດຣູອື້ນ (ຟ້າໃສ) ແລະ ສາວງາມຄົນນີ້ກໍຈະເປັນຕົວແທນ ປະເທດໄທ ໄປປະຊັນຄວາມງາມ ຄວາມສາມາດ  ໃນເວທີນາງງາມຈັກກະວານໂລກ (Miss Universe 2019). ຟ້າໃສ ປະວີນສຸດາ Miss Universe Thailand 2019 ອາຍຸ 25ປີ ລວງສູງ 181 ຊັງຕີແມັດ ເປັນລູກຊອດ ປະເທດ ການາດາ-ໄທ-ຈີນ ເປັນອີກໜຶ່ງສາວທີ່ມີຄວາມສາມາດຮອບດ້ານ ຈົບການສຶກສາປະລິນຍາຕີຈາກ University Of Calgary …

Read More »

ມາຟັງ! ລູກນໍ້າ ທິດາລັດ ອອກມາໃຫ້ສຳພາດກັບສື່ໄທ ພ້ອມອອກມາຂໍໂທດໃນເລື່ອງທີ່ຜ່ານມາ ແລະ ວອນຂໍໂອກາດຈາກສັງຄົມ

ເປັນກະແສກັນເລື້ອຍໆ ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ທີ່ຫຼ້າສຸດອອກມາໃຫ້ສຳພາດກັບສື່ປະເທດໄທ ກ່ຽວກັບເລື່ອງທີ່ມີຂ່າວວ່າເປັນມືທີສາມລະຫວ່າງ ຕູມຕາມ ຍຸດທະນາ (ນັກສະແດງໄທ) ແລະ ຫຍິງຫຍິງ ສະຣຸຊາ (ນັກສະແດງໄທ) ຈົນເປັນສາເຫດໃຫ້ທັງສອງເລີກລາກັນໄປ. ເຊິ່ງ ລູກນໍ້າ ທິດາລັດ ວົງສິຣິ ກໍໄດ້ອອກມາເປີດໃຈ ພ້ອມທັງບອກວ່າຕົນເອງອ່ອນແອ ແລະ ຮ້ອງໄຫ້ກັບເລື່ອງທີ່ເກີດຂຶ້ນ ແຕ່ຕອນນີ້ກໍເຂັ້ມແຂງຂຶ້ນຫຼາຍ ພ້ອມທັງບອກເລົ່າເຖິງຄວາມສຳພັນຂອງຕົນກັບ ຕູມຕາມ ຍຸດທະນາ ວ່າເປັນພຽງອ້າຍນ້ອງກັນເທົ່ານັ້ນ ພ້ອມທັງຢາກຂໍໂທດຫຍິງຫຍິງເພາະເຫັນໃຈໃນຖານະເປັນແມ່ຍິງນຳກັນ ແລະ ຝາກຂໍໂທດແຟນໆ ພ້ອມວອນຂໍໂອກາດອີກຄັ້ງ (ມີຄລິບສຳພາດ ສາວ ລູກນໍ້າ ມາຝາກ…) -หนูกับพี่ตูมตามเราก็แบบมีความสัมพันธ์ที่มันเกินเลยนิดหน่อย แต่มันเป็นแค่ช่วงระยะเวลาสั้นๆ แค่นั้นเองค่ะ แต่ว่าตอนนี้เราก็เป็นพี่น้องกันปกติ ไม่ได้มีอะไรเลย-หนูมีแฟนอยู่แล้วค่ะ แต่ว่าหนูมีปัญหากับแฟนในช่วงนั้นพอดีซึ่ส่วนพี่ตูมตามเขาเองก็อ่อนแอ อย่างที่บอกมันเหมือนคนอ่อนแอสองคนมาอยู่ด้วยกันมากกว่าค่ะตอนนี้สถานะของเรากับแฟนเป็นยังไง ?“เราเลิกกันแล้วค่ะ”เกี่ยวกับเหตุการณ์นี้ด้วยไหม ?“ด้วยค่ะ…” Posted by เจ๊มอย 108 on Tuesday, …

Read More »

ກະແສຕອບຮັບດີ! ຫຼັງປ່ອຍຕົວຢ່າງ “ໄຂ່ຂວັນ” ຮູບເງົາທີ່ສ້າງຈາກທີມຜູ້ກຳກັບລາວ

ມາອັບເດດຄວາມເຄື່ອນໄຫວຂອງວົງການຮູບເງົາລາວເຮົາ ຫຼ້າສຸດປ່ອຍຕົວຢ່າງມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ສຳລັບ ຮູບເງົາເລື່ອງ “ໄຂ່ຂວັນ” / “ Expiration Date” ທີ່ໄດ້ທີມຜູ້ສ້າງ, ນັກສະແດງ ແລະ ສະຖານທີ່ຖ່າຍທຳໃນປະເທດລາວ. ແລະ ແນ່ນອນວ່າຄົນລາວກໍຕ້ອງສະໜັບສະໜູນຮູບເງົາລາວ ເພາະຫຼັງຈາກທີ່ປ່ອຍ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ໄປບໍ່ພໍເທົ່າໃດ ກໍເຮັດໃຫ້ເກີດກະແສ ມີບັນດາແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນ ແລະ ລໍຖ້າເບິ່ງຮູບເງົາກັນຢ່າງຫຼວງຫຼາຍ… (ສຳລັບແຟນໆທີ່ຍັງບໍ່ໄດ້ເບິ່ງ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ກໍມີມາຝາກນຳເດີ້) Trailer: “ໄຂ່ຂວັນ” / “ Expiration Date” ຄວາມຮັກຂອງທ່ານມີມື້ໝົດອາຍຸບໍ່? ມາພິສູດກັນ. ຕົວຢ່າງ ຮູບເງົາລາວເລື່ອງໃໝ່ “ໄຂ່ຂວັນ” / “ Expiration Date” ພົບກັນມື້ສາຍ ວັນທີ່ 11 ກໍລະກົດ 2019 ນີ້ທຸກໂຮງຮູບເງົາ!! ??ຊ່ວຍກັນເປັນກຳລັງໃຈ ໃຫ້ຄົນໃນວົງການຮູບເງົາລາວເເດ່ເດີ.ກົດ like ກົດshare …

Read More »