Breaking News

ຂ່າວບັນເທີງນອກປະເທດ

ໄປເດດກັນນນ! ນົກ ແລະ ນາມ ສາວລາວ-ບ່າວໄທ ຈາກລາຍການ  Take Me Out Thailand (ມີຄລິບ)

ເຮັດເອົາສ້າງປະກົດການຮືຮາໄປອີກຮອບ ເມື່ອມີສາວລາວ ນົກ ພອນທະມາລີ ຈິດປັນຍາ ອາຍຸ 24 ປີ ໄປອອກລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ “Take Me Out Thailand” ແລະ ຍັງຫັກອົກສາວໆທັງປະເທດເພາະນາງໄດ້ຄວງໜຸ່ມ ນາມ ສຸກກິດ ກໍ່ກະເສມວົງ ເຈົ້າຂອງຮ້ານຊີ້ນດາດສຸດແນວ…ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ…ໄປເດດກັນນນນ! ບອກເລີຍວ່າລາຍການ ເທັກມີເອົ້າ Ep ນີ້ເປັນ Ep ທີ່ມີຄວາມມ່ວນຊື່ນ ເຮຮາສຸດໆ ລອງໄປເບິ່ງກັນເບິ່ງເດີ້… ຄລິບ: TV Thunder Official ຮູບພາບ: Take Me Out Thailand , Nok Phonethamaly

Read More »

ຈາກເດັກນ້ອຍໄວ 11 ຕໍ່ສູ້ເພື່ອຄວາມເທົ່າທຽມ ປັດຈຸບັນຄື ເມແກຣນ ດັສເຊວແຫ່ງຊັສເຊັກ 

ຍ້ອນກັບໄປເມື່ອ 25 ປີກ່ອນ ເມແກຣນ ໃນໄວເດັກ ຫຼືຊື່ເກົ່າຄື ເຣເຊວ ເມແກຣນ ມາເຄິນ ອາຍຸພຽງ 11 ປີ ໃນເວລາທີ່ກຳລັງເຂົ້າຮຽນໃນຊັ້ນຮຽນວິຊາສັງຄົມສາດພ້ອມກັບໝູ່ເພື່ອນ ແລະ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າຍາລ້າງຈານຍີ່ຫໍ້ໜຶ່ງ ທີ່ເວົ້າເຖິງ ແມ່ຍິງທົ່ວທັງອະເມຣິກາທີ່ກຳລັງຕໍ່ສູ້ກັບຄາບນໍ້າມັນທີ່ຕິດຢູ່ຕາມໝໍ້ ຈາກນັ້ນກໍ່ມີເດັກນ້ອຍຜູ້ຊາຍສອງຄົນໃນຊັ້ນຮຽນ ໄດ້ເວົ້າຂຶ້ນວ່າ (ແມ່ນ! ບ່ອນຂອງແມ່ຍິງຄືຕ້ອງຢູ່ໃນຫ້ອງຄົວ) ພໍແຕ່ໄດ້ຍິນເຮັດໃຫ້ ເມແກຣນ ຮູ້ສຶກຊ໋ອກ ແລະ ໃຈຮ້າຍ ມັນບໍ່ແຟຣເລີຍ ລາວຈຶ່ງຄິດວ່າຄວນຈະຕ້ອງເຮັດຫຍັງຈັກຢ່າງ ແລະ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ ເມແກຣນ ກາຍເປັນນັກລົນນະລົງເພື່ອຄວາມເທົ່າທຽມທາງເພດ                         ເມແກຣນ ດັສເຊວແຫ່ງຊັສເຊັກ ເກີດເມື່ອວັນທີ 4 ສິງຫາ ພ.ສ. 2524 …

Read More »

ກັບມາສ້າງສຽງຮືຮາອີກຄັ້ງ! “King Of Catwalk” ເດີນທາງມາປະເທດລາວອີກແລ້ວພີ່ນ້ອງ!!!

ຂຶ້ນຊື່ວ່າເປັນ “King Of Catwalk” ມີຫວາທີ່ຈະເຮັດໃຫ້ແຟນໆຜິດຫວັງ, ຫຼ້າສຸດ  Sinon Loresca ເນັດໄອດໍ້ຈາກ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວໂດດເດັ່ນ ກໍ່ໄດ້ເດີນທາງມາທີ່ປະເທດລາວເຮົາອີກແລ້ວເປັນຮອບທີ່ 2 ແລະ ກໍ່ເປັນທີ່ຮືຮາຂອງແຟນໆເຊັ່ນເຄີຍ ແຖມຍັງໄດ້ປ່ອຍຄລິບເດີນແບບແນວ Street ຢູ່ທີ່ສວນທາດດຳ ນະຄອນຫຼວງວຽງຈັນ ໃນວັນທີ 26 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ມີແຟນໆທົ່ວໂລກ ລວມເຖິງແຟນໆຊາວລາວເຮົາເຂົ້າໄປກົດໄລ້ ກົດແຊຣກັນແບບລົວໆ… Welcome to the land of MILLION ELEPHANTS ‘’ LAOS ‘’ ??????????????????????????????? โพสต์โดย Sinon Loresca เมื่อ 26 พฤษภาคม 2018   ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ …

Read More »

ມາຮູ້ຈັກ! ສາວນ້ອຍຈາກພາກໃຕ້ ຜູ້ຄວ້າໄຊຊະນະໃນການສອບເສັງນັກຮຽນເກັ່ງລະດັບຊາດ!

ມາຮູ້ຈັກກັບນັກຮຽນເກັ່ງ ນ້ອງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ ຈາກ ແຂວງ ຈຳປາສັກ, ນັກຮຽນເກັ່ງຊັ້ນ ມໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນ ສາຂາວິຊາພາສາລາວ-ວັນນະຄະດີ ໃນວັນທີ 24-27 ເມສາ 2018  ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ. ນອກຈາກນັ້ນນ້ອງ ວັນວິໄລ ຍັງໄດ້ກ່າວວ່າເຖິງແຮງບັນດານໃຈ ແລະ ເຄັດລັບການຮຽນວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, …

Read More »

ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.

ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018  ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!! ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ  ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້” ຮູບພາບຈາກ Instagram sarahr_summers,  Miss …

Read More »