Breaking News

ຂ່າວບັນເທີງນອກປະເທດ

ສຸດຍອດ! ນາງແບບສາວລາວເຂົ້າຕາດີຊາຍເນີລະດັບໂລກ ຖືກດຶງໂຕຮ່ວມງານ!!! #ແຊຣໄປໃຫ້ໂລກຮູ້

ເລີດດດ! ຊະນີIndy ໄດ້ຍິນຂ່າວແວ່ວໆມາວ່າມີນາງແບບສາວລາວເຂົ້າຕາດີຊາຍເນີລະດັບໂລກ ຈົນຖືກດຶງໂຕໄປຮ່ວມງານ ເລີຍອົດບໍ່ໄດ້ທີ່ຈະໄປຊ໋ອກແຊ໋ກເອົາຂໍ້ມູນມາຝາກແຟນເພສທຸກໆຄົນ ເປັນອີກໜຶ່ງສາວລາວທີ່ມີອໍລ້າຄວາມງາມ ບວກກັບຄວາມສາມາດອັນໂດດເດັ່ນຈົນໄປສະດຸດຕາດີຊາຍເນີ້ຊື່ດັງ ເລີຍເຮັດໃຫ້ສາວຄົນນີ້ໄດ້ໂກອິນເຕີ ນັ້ນກໍຄື ຕານ້ອຍ ສຸວິຕາ ດາລາສັກ ສາວໜ້າຄົມຫຸ່ນແຊບ ທີ່ໄດ້ມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ UKAS PRINCESS OF ART ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ ຮ່ວມກັບນາງແບບແຖວໜ້າຂອງປະເທດເພື່ອນບ້ານອີກຫຼາຍຄົນ  ຖືເປັນໃບເບີກທາງໃຫ້ສາວລາວຄົນນີ້ກ້າວໄປຢຽບແຄັດວອກລະດັບສາກົນໄດ້ບໍ່ຍາກ. ສຳລັບ ຕານ້ອຍ ສຸວິຕາ ອາຍຸ 25 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ, ແຕ່ໄລຍະຫຼັງໆ ສາວ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ …

Read More »

ແຟນຄລັບແຕກຕື່ນ! ບໍ່ຄິດວ່າຈະເຈິເຫຼົ່າຄົນດັງຂອງວົງການບັນເທີງ ຕາມສະຖານທີ່ແບບນີ້!!!

ຊ່ວງອາທິດທີ່ຜ່ານມາມີອິນບ໋ອກເຂົ້າມາຖາມ ຊະນີIndy ກັນຢ່າງຫຼວງຫຼາຍຍ້ອນວ່າເຫຼົ່າແຟນໆບາງຄົນກໍຍັງງົງ ບໍ່ເຂົ້າໃຈ ແລະ ເລົ່າເຫດການວ່າ 2 ອາທິດທີ່ຜ່ານມາທຸກໆວັນສຸກຈະເຫັນ ເຊເລບບິຕີ້  ນັກຮ້ອງ ນັກສະແດງ ນາງງາມ ນາງແບບ ພິທີກອນ ເວົ້າແບບງ່າຍໆກໍແມ່ນເຫຼົ່າຄົນດັງຂອງວົງການບັນເທີງ ແມ່ນພວກເຂົາລວມຕົວກັນເຮັດຫຍັງ? ດັ່ງນັ້ນ ຊະນີIndy ເລີຍຈະມາໄຂຂໍ້ຂ້ອງໃຈໃຫ້ແຟນໆເປັນບ່ອນທຳອິດເລີຍວ່າ ເຫຼົ່າຄົນບັນເທີງທີ່ແຟນໆໄດ້ເຫັນພວກເຂົາລວມຕົວກັນໃນແຕ່ລະວັນສຸກນັ້ນ ແມ່ນພວກເຂົາອອກມາລະດົມທຶນໃຫ້ແກ່ໂຄງການ “Bike For Her 2018” ເພື່ອບໍລິຈາກໃຫ້ແກ່ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເຊິ່ງພວກເຂົາເປັນຈິດອາສາທີ່ຈະມາລະດົມທຶນກັບພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ເຊິ່ງສະຖານທີ່ໆພວກເຂົາໄປກໍຈະແມ່ນຕາມສະຖານທີ່ສາທາລະນະ ບ່ອນຊຸມນຸມຊົນທົ່ວໄປນັ້ນເອງ. ການເປັນຈິດອາສາຂອງເຫຼົ່າຄົນດັງບໍ່ວ່າຈະເປັນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017, ນ້ອງ ພຸດທະສອນ ສີດາວັນ ນັກສະແດງ-ນາງແບບ, ນໍ້າຝົນ ນັກຮ້ອງຊື່ດັງແຫ່ງຄ້າຍ ອິນດີ້ ເຣກຂອດ, ຕານ້ອຍ ພອນສຸດາ ນາງແບບ, ກູ່ …

Read More »

ອອກແນວຄາວາອີ້! ໜ້າຮັກໄປອີກ…ຄົນບັນເທີງລາວແຕ່ງກາຍຊຸດກິໂມໂນຍີ່ປຸ່ນ

ເລື່ອນໜ້າຈໍໂທລະສັບໄປໃສຊ່ວງນີ້ກໍຈະເຫັນແຕ່ສາວໆຄົນບັນເທີງລາວແຕ່ງກາຍຊຸດ ກິໂມໂນ (kimono) ເຊິ່ງເປັນຊຸດປະຈຳຊາດຂອງ ປະເທດ ຍີ່ປຸ່ນ ໃນງານ ບຸນມະໂຫລານຍີ່ປຸ່ນ (4th Japan Festival 2018 in laos) ບໍ່ວ່າຈະເປັນ: ລູກນໍ້າ ທິດາລັດ ວົງສິຣິ, ຄຣິດຕິນ່າ ຣາດສະສີມາ, ວັນໃໝ່ ທຳມະວົງ, ອາລີນ່າ ພິລາວົງ ແລະ ອີກຫຼາຍໆຄົນ ຕ່າງກໍມີໂອກາດເຂົ້າຮ່ວມໃນງານ ແລະ ແຕ່ງກາຍຊຸດ ກິໂມໂນ ບອກໄດ້ເລີຍວ່າມັນກໍຈະອອກແນວຄາວາອີ້ (kawaii) ໜ້າຮັກໄປອີກແບບ…ລອງມາເບິ່ງກັນເບິ່ງເນາະ ໜ້າຮັກຫຼາຍໆເລີຍ…!!! ລູກນໍ້າ ທິດາລັດ ວົງສິຣິ ນາງງາມ-ນັກສະແດງ ຄຣິດຕິນ່າ ຣາດສະສີມາ ນາງສາວລາວປີ 2012 ວັນໃໝ່ ທຳມະວົງ ນາງແບບ-ນັກສະແດງ ອາລີນ່າ ພິລາວົງ ນາງແບບ-ນັກສະແດງ ເບລານ ສຸນິສາ ພັນທາວະດີ …

Read More »

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木)   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ເຈນີນາ ວົງສາລີ ເຈົ້າຂອງລວງສູງ 177 cm ສາວນ້ອຍທີ່ກຳລັງຖືກຊາວເນັດເຊຍໃຫ້ລົງປະກວດເວທີນາງງາມ

ວ້າວວວ!!! ສະດຸດຫູສະດຸດຕາສຸດໆໄປເລີຍກັບ ເຈນີນາ ວົງສາລີ  ທີ່ກຳລັງເປັນປະເດັນຮ໋ອດໂຊຊ່ຽວ ຖືກຊາວເນັດເຊຍໃຫ້ລົງປະກວດໃນເວທີນາງງາມເພື່ອໄປປະກວດໃນເວທີອິນເຕີ ເພາະຂາເຊຍຊາວເນັດຕ່າງກໍເວົ້າເປັນສຽງດຽວກັນວ່າສາວນ້ອຍຄົນນີ້ມີຄວາມງາມ ລຸກອິນເຕີ ຄວາມສູງໄດ້ ແຖມສະປິກພາສາອັງກິດລ່ຽນໄຫຼປານນໍ້າ… ຊະນີIndy ເລີຍບໍ່ຢູ່ລ້າ ໄດ້ໄປຊອກເອົາຂໍ້ມູນຂອງຂອງສາວນ້ອຍຄົນນີ້ມາຝາກແຟນໆ ສຳລັບ ເຈນີນາ ວົງສາລີ ອາຍຸ 15 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ ກຳລັງຮຽນຢູ່ຊັ້ນ ມ.5 ແລະ ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ  ເຈນີນາ ຍັງໄດ້ເປັນນັກສະແດງສົມທົບເປັນຕົວແທນຂອງລາວໃນຮູບເງົາເລື່ອງ: ສະເຫຼີມພະກຽດຂອງນາຍຫຼວງ ຣາຊະການທີ …

Read More »