Breaking News

ຂ່າວບັນເທີງນອກປະເທດ

ເປີດໂຕຊຸດປະຈຳຊາດຂອງ ປະເທດ ມຽນມ້າ ທີ່ຈະໃຊ້ເຂົ້າໃນການປະກວດ MISS UNIVERSE 2017!!!

ເປີດໂຕໃຫ້ເຫັນກັນໄປແລ້ວ ສຳລັບຊຸດປະຈຳຊາດຂອງ ປະເທດ ມຽນມ້າ ບໍ່ຮູ້ວ່າປີນີ້ຈະມີໃຜສູ້ຄວາມອະລັງການຂອງຊຸດປະຈຳຊາດ Miss Universe Myanmar 2017 ໄດ້ຫຼືບໍ່? ເພາະງານນີ້ປະເທດເພື່ອນບ້ານເຮົາກໍບໍ່ໄດ້ມາແບບຫຼິ້ນໆ ຂໍບອກວ່າຈັດໜັກ ຈັດເຕັມ ງັດເອົາໄອເດຍໃນການອອກແບບຊຸດປະຈຳຊາດແບບສຸດຂີດ ເພື່ອໃຊ້ເຂົ້າໃນການແຂ່ງຂັນ MISS UNIVERSE 2017 (ນາງາມຈັກກະວານ )ທີ່ (USA) ໃນວັນທີ 26 ພະຈິກ 2017 ນີ້, ນອກຈາກຄວາມງາມຂອງ Zun Than Sin Miss Universe Myanmar 2017 ແລ້ວ ຍັງມີການອອກແບບຊຸດປະຈຳຊາດໄດ້ອະລັງການງານສ້າງສຸດໆ ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກ “Myanma Hsaing Waing” ເຊິ່ງເປັນວົງດົນຕີແບບດັ້ງເດີມຂອງມຽນມ້ານັ້ນເອງ. ສຳລັບ “Myanma Hsaing Waing” ເປັນວົງດົນຕີແບບດັ້ງເດີມມາແຕ່ບູຮານ ທີ່ມີຢູ່ໃນແຕ່ປະເທດມຽນມ້າເທົ່ານັ້ນ ໂດຍມີຈຸດເລີມຕົ້ນມາຈາກຣາດຊະວົງ ຄັນເບີອົງ, ສ່ວນການປະດັບປະດາແອ້ຍ້ອງຊຸດກໍບໍ່ທຳມະດາອີ່ຫລີ ເພາະຖືກຕົບແຕ່ງດ້ວຍໄມ້ສັກ ແລະ ທອງຄຳແທ້ …

Read More »

ເກີດກະແສໃນວົງການຂາອ່ອນ! ນາງງາມຟິິລິປິນ ຜູ້ຄວ້າມົງກຸດ Miss Earth 2017 ຖືກວິຈານວ່າບໍ່ສົມຕຳແໜ່ງ!!!

ກຳລັງເປັນກະແສໃນວົງການຂາອ່ອນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດນາງງາມ ຈັດຂຶ້ນທີ່ປະເທດ ຟິລິປິນ ໂດຍນາງງາມທີ່ສາມາດຄວ້າຕຳແໜ່ງມົງກຸດ Miss Earth 2017 ໄດ້ແກ່ Karen Ibasco (ຄາເລນ ໄອບັສໂກ) ຕົວແທນຈາກຟິລິປິນ ປະເທດເຈົ້າພາບ, ເຊິ່ງນາງງາມຟິລິປິນ Karen Ibasco ໃນຊ່ວງຕອບຄຳຖາມນາງເຮັດໄດ້ດີຫຼາຍ ເອີ້ນສຽງເຊຍຈາກຜູ້ຊົມໄດຢ່າງສະໜັ່ນຫວັ່ນໄຫວ ຈົນສາມາດຄວ້າຕຳແໜ່ງມາໄດ້ສຳເລັດ, ແຕ່ກັບເກີດສຽງວິພາກວິຈານຈາກແຟນໆນາງງາມທົ່ວໂລກທີ່ບໍ່ພໍໃຈໃນເລື່ອງຂອງຄວາມງາມຂອງ Karen Ibasco ວ່າເບິ່ງແນວໃດນາງກໍບໍ່ມີຄວາມເໝາະສົມທີ່ຈະໄດ້ຕຳແໜ່ງນີ້. ແຕ່ໃນດ້ານຄວາມສາມາດກໍເກັ່ງບໍ່ແພ້ສາວໆຄົນອື່ນ Karen Ibasco ເປັນອາຈານສອນທີ່ມະຫາວິທະຍາໄລ ແລະ ຈົບການສຶກສາ ສາຂາ ຟີສິກສາດ ແລະ ໃຫ້ຄວາມສົນໃຈກ່ຽວກັບສິ່ງແວດລ້ອມ ແລະ ການໃຊ້ພະລັງງານໃນຊີວິດປະຈຳວັນ, ເຊິ່ງການຄອງມົງກຸດ Miss Earth ຂອງສາວງາມຟິລິປິນກໍຖືເປັນຄົນທີ່ 4 ແລ້ວ. ສ່ວນເລື່ອງຄວວາມງາມທີ່ເປັນປະເດັນດຣ່າມ່າ ວິພາກ ວິຈານຢ່າງໜາຫູນັ້ນ ແຟນໆລອງມາເບິ່ງຮູບພາບຂອງ Karen Ibasco ເຈົ້າຂອງຕຳແໜ່ງ Miss Earth 2017 ຄົນນີ້ ແລະ ລອງຕັດສິນກັນເອົາເອງເນາະ!!! (ຢ່າງໃດກໍຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ເດີ້) ທີ່ມາ: https://women.mthai.com/scoop/322902.html  

Read More »

ຂໍສະແດງຄວາມຍິນດີ! ແອັບເປີ້ນ-ຟຣຸກ ຄູ່ຮັກສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບປະເພນີ ລາວ!!!

ຂໍສະແດງຄວາມຍິນດີ! ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວ, ໃນຊ່ວງເຊົ້າຂອງວັນທີ 3 ພະຈິກ 2017 ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ເຮືອນຫໍຂອງທັງສອງຄົນຢູ່ທີ່ປະເທດໄທ, ໂດຍໃນຊ່ວງເຊົ້າມີພິທີແຫ່ຂັນໝາກ, ປົງສິນສອດ ແລະ ຕໍ່ດ້ວຍບາສີສູ່ຂັວນ, ເຊິ່ງງານນີ້ ແອັບເປີ້ນ ມາໃນຊຸດໄໝລາວ ແລະ ຟຣຸກ ມາໃນຊຸດສູດສີຟ້າລຽບຫຼູ, ພາຍໃນພິທີວິວາຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ  ເຕັມໄປດ້ວຍຄວາມຫວານ ອົບອຸ່ນ ມີບັນດາຄອບຄົວ ໝູ່ເພື່ອນຂອງທັງສອງຄົນ ມີທັງພາຍໃນ ແລະ ນອກວົງການບັນເທີງມາຮ່ວມສະແດງຄວາມຍິນດີກັບທັງສອງຢ່າງອົບອຸ່ນ. ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ  ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ …

Read More »

TEDxLaneXangAveWomen will be a part of the official worldwide TEDxWomen 2017

The Vientiane community is buzzing with excitement as TEDxWomen, the first female empowerment forum of its kind in Lao PDR, fast approaches. TEDxLaneXangAveWomen has been organized by the Vientiane Global Shapers, a group of diverse individuals from various different nationalities living in Laos. An initiative backed by the World Economic …

Read More »

ຫວານເວີ້! ຊົງຈຸງກິ-ຊອງເຮຄຽວ ຈູງມືກັນເຂົ້າພິທີວິວາສຸດໂຮແມນຕິກ!!!

ຫວານເວີ້!!! ບອກເລີຍງານນີ້ມີແຕ່ຄຳວ່າ Happy Ending ຊົງຈຸງກິ (Song Joong Ki) ແລະ ຊອງເຮຄຽວ (Song Hye Kyo) ຄູ່ພະນາງຈາກຊີ່ຣີ່ສຸດຮິດ Descendants Of The Sun ໄດ້ຈູງມືກັນເຂົ້າພິທີວິວາເປັນທີຮຽບຮ້ອຍໃນວັນທີ 31 ຕຸລາ 2017 ໃນເວລາ 4 ໂມງແລງຕາມເວລາທ້ອງຖິ່ນຂອງ ສ.ເກົາຫລີ ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຫວານ… ໂຮແມນຕິກສຸດໆ, ແຖມງານນີ້ຍັງມີບັນດາໝູ່ເຈົ້າບ່າວ ເຈົ້າສາວທົ່ວທັງວົງການບັນເທິງມາຮ່ວມສະແດງຄວາມຍິນດີຢ່າງຄັບຄາໜາແໜ້ນ. ງານນີ້ເຮັດເອົາແຟນຄລັບນໍ້າຕາແຕກໄປຕາມໆກັນ… ເອົ້າ!!! ຢ່າງໃດກໍສະແດງຄວາມຍິນດີນຳເດີ້ Cr. On pic

Read More »