Breaking News

ຂ່າວບັນເທີງນອກປະເທດ

ອະລັງການ! ຈັດເຕັມກັບແຟຼຊັ່ນໂຊຂອງບັນດານາງຟ້າ Victoria’s Secret 2017

ເປີດຕົວໄປຢ່າງອະລັງການງານສ້າງ ສົມກັບທີ່ແຟນທົ່ວໂລກລໍຖ້າ ສຳລັບແຟຼຊັ່ນໂຊຂອງ Victoria’s Secret Fashion Show 2017 ແລະ ປີນີ້ທາງກໍໄດ້ຍົກເວທີໄປຈັດທີ່ ນະຄອນຊຽງໄຮ້  ປະເທດຈີນ ແລະ ກໍສ້າງສຽງຮືຮາໄດ້ບໍ່ແມ່ນໜ້ອຍ ໂດຍປີນີ້ມີນາງແບບຊື່ດັງມາຮ່ວມເດີນກວ່າ 55 ຄົນ ບອກໄດ້ເລີຍວ່ານາງແບບແຕ່ລະຄົນຂົນເອົາຄວາມງາມ ຄວາມໝັ້ນໃຈ ຄວາມເຊັກຊີ່ຕາມແບບສະບັບຂອງ Victoria’s Secret ມາຢ່າງເຕັມທີ່ແບບບໍ່ມີໃຜຍອມໃຜກັນເລີຍ. Victoria’s Secret Fashion Show 2017 ຈະມີການຖ່າຍທອດສົດໃນວັນທີ 28 ພະຈິກ 2017 ນີ້, ດັ່ງນັ້ນ ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳເອົາແຟຼຊັ່ນໂຊໃນເຊັດນີ້ມາຝາກເພື່ອໃຫ້ແຟນໆໄດ້ເບິ່ງກັນໄປກ່ອນ…    

Read More »

Miss Universe Laos ຮ່ວມເສີດສາຍເທິງເວທີໂລກ ຊຸດປະຈຳຊາດລາວເປີດໂຕແບບສະຫງ່າງາມ (ມີຄລິບ)

ເປັນກະແສຮືຮາໂດ່ງດັງກັນເລີຍ ສຳລັບການຮ່ວມງານເປີດໂຕຊຸດປະຈຳຊາດລາວ ທີ່ໄດ້ເປີດຕົວໃນງານ Miss Universe 2017  ທີ່ Las Vegas (USA), ເຊິ່ງງານນີ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ຕົວແທນສາວງາມຈາກລາວເຮົາ ກໍເສີດສາຍໃນຮອບເປີດໂຕຊຸດປະຈຳຊາດໄດ້ຢ່າງສະຫງ່າງາມ ຈົນເອີ້ນສຽງຕົບມືຈາກແຂກທີ່ໄປຮ່ວມງານໄດ້ເປັນຢ່າງດີ. ลอยกระทง #MissUniverse #Laos National Costume ลอยกระทง #MissUniverse #Laos National Costume BeautyQueenさんの投稿 2017年11月18日(土)   ສຳລັບຊຸດປະຈຳຊາດລາວ ທີ່ ນຸ້ຍ ສຸພາພອນ Miss Universe Laos ໄດ້ສວມໃສ່ນີ້ມີຊື່ວ່າ ຊຸດທີດາພັນສາເຮືອງມາລາ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ …

Read More »

Gigi Hadid ນາງແບບຄົນດັງລະດັບໂລກ ໃຫ້ທຶນເພື່ອຊ່ວຍເຫຼືອສ້າງໂຮງຮຽນໃຫ້ແກ່ເດັກນ້ອຍລາວ!!!

ເປັນກະແສກັນໄປທົ່ວໂລກ!!! ເມື່ອວັນທີ 17 ພະຈິກ 2017 ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ໄດ້ໂພສຮູບພາບຜ່ານ ອິນສະຕາແກຼມ ເຖິງການໄດ້ຊ່ວຍເຫຼືອເດັກນ້ອຍລາວ ຢູ່ທີ່ ແຂວງ ຫຼວງພະບາງ ໂດຍການຊ່ວຍເຫຼືອຂອງ ຈີ່ຈີ່ ຮາດິດ ໃນເທື່ອນີ້ເປັນການຊ່ວຍເຫຼືອເພື່ອໃຫ້ທຶນໃນການສ້າງໂຮງຮຽນອະນຸບານ ແລະ ປະຖົມ ໃຫ້ເດັກນ້ອຍໃນເຂດຊົນນະບົດ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາທີ່ດີ, ແລະ ຍັງໄດ້ໂພສຮູບພາບເດັກນ້ອຍລາວ ຮອຍຍິ້ມຂອງເດັກນ້ອຍລາວ ໃຫ້ແກ່ຊາວໂລກໄດ້ຮັບຮູ້ນຳອີກ. ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ອາຍຸ 22 ປີ ລວງສູງ 179 ຊັງຕີແມັດ, ປັດຈຸບັນມີອາຊີບ ເປັນນາງແບບທີ່ມີຊື່ສຽງ ແລະ ກຳລັງມາແຮງທີ່ສຸດໃນວົງການນາງແບບ, ມີຜົນງານເດີນແບບໃນເວທີໃຫ່ຍໆມາແລ້ວທົ່ວໂລກ, ຖ່າຍແບບຕາມວາລະສານດັງລະດັບໂລກ, ເປັນພີເຊັນເຕີ້ໃຫ້ກັບເຄື່ອງສຳອາງດັງ ແລະ ຍັງມີໂອກາດສະແດງເອັມວີເພງອີກດ້ວຍ. …

Read More »

2 ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ຫຼວງພະບາງ ແຖມນຸ່ງຊຸດໄໝລາວ ງາມຫຼາຍ!!!

ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງອີກດ້ວຍ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ແລະ ນອກຈາກນັ້ນ ພວກເຂົາຍັງໄດ້ຖ່າຍຮູບ ແລະ ຍັງໄດ້ໂພສລົງໃນ ອິນສະຕາແກຼມ ແຖມຍັງຂຽນອະທິບາຍວ່າ “ເມືອງ ຫຼວງພະບາງຊ່າງດີ ມີວັດຢ່າງຫຼວງຫຼາຍ ໄຫ້ວພະແບບສະບາຍໃຈ ດ້ວຍເຄື່ອງແຕ່ງກາຍແບບຊາວລາວ”  เมืองหลวงพระบางช่างดี มีวัดมากมาย ไหว้พระใจสบาย ด้วยเครื่องแต่งกายแบบชาวลาว #รู้เลยว่าชุดเข้ากะผม #ไม่ต้องมีใครชมก็มั่นใจ @preawpak_ch3 …

Read More »

ນຸ້ຍ ສຸພາພອນ ເດີນທາງຮອດ USA ແລ້ວ ພ້ອມເຂົ້າຮ່ວມເຮັດກິດຈະກຳກັບກອງປະກວດ Miss Universe 2017 ມື້ທຳອິດ!!!

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas (USA) ຕັ້ງແຕ່ວັນທີ 11 ພະຈິກ 2017  ປັດຈຸບັນແມ່ນເຖິງທີ່ໝາຍແລ້ວ ດ້ວຍຄວາມປອດໄພ ແລະ ຍັງມີຄວາມພ້ອມເລີ່ມເຮັດກິດຈະກຳກັບກອງປະກວດ ນາງງາມຈັກກະວານ ເປັນທີ່ຮຽບຮ້ອຍ. ນອກຈາກນັ້ນ ນຸ້ຍ ສຸພາພອນ  Miss Universe Laos ຍັງໄດ້ມີການໂພສຮູບພາບກັບບັນດາສາວງາມຈາກຫຼາກຫຼາຍປະເທດທີ່ເຂົ້າປະກວດດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ (ສູ້ສູ້…ເດີ້ Miss Universe Laos)  #ແຊຣໄປໃຫ້ໂລກຮູ້  ??  (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit , Miss Universe Laos ມີສຢູນີເວີຣສ ລາວ

Read More »