Breaking News

ຂ່າວບັນເທີງນອກປະເທດ

ອະລັງການສຸດໆ! ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ #ແຊຣໄປໃຫ້ໂລກຮູ້

ມາໄວໆ…ມາເບິ່ງ ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນສາວງາມລະດັບໂລກເຊັ່ນ: Miss Universe 2017, Miss International 2017, Miss Grand International 2017 ແລະ Miss Global 2017 ເຊິ່ງເວົ້າໄດ້ເລີຍວ່າໃນປີ 2017 ນີ້ ເຖິງປະເທດລາວເຮົາຈະເປັນປີທຳອິດທີ່ໄດ້ສົ່ງນາງງາມລາວໄປປະກວດໃນເວທີລະດັບໂລກ ແຕ່ລາວເຮົາເຖິງຈະເປັນປະເທດນ້ອຍ ແຕ່ກໍບໍ່ເຄີຍດ້ອຍໜ້າໃຜ, ໃນເວທີການປະກວດນາງງາມລະດັບໂລກແຕ່ລະເວທີ ກໍຈະມີການປະກວດຊຸດປະຈຳຊາດຂອງແຕ່ລະປະເທດ ໂດຍໃຫ້ສາວງາມຕົວແທນໄດ້ສວມໃສ່ ແລະ ນຳສະເໜີໃຫ້ຕ່າງຊາດໄດ້ຮູ້ເຖິງເອກະລັກຂອງຊຸດປະຈຳຊາດຂອງປະເທດຂອງຕົນເອງ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ, ລອງມາເບິ່ງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ ເວົ້າໄດ້ເລີຍວ່າແຕ່ລະຊຸດ ແຕ່ລະເວທີ ອະລັງການງານສ້າງ ແລະ ງົດງາມຫຼາຍ. #ຢ່າລືມແຊຣໄປໃຫ້ໂລກຮູ້ນຳແດ່  ?? ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ  (Miss Universe  2017) ທີ່ Las Vegas  (USA) ໃນວັນທີ 26 ພະຈິກ …

Read More »

ມາແລ້ວ! ງົດງາມສົມການລໍຖ້າ ຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ USA

ມາແລ້ວ!!! ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ  (Miss Universe  2017) ທີ່ Las Vegas  (USA) ໃນວັນທີ 26 ພະຈິກ 2017 ນີ້, ຫຼ້າສຸດ ທາງກອງປະກວດ ມິດຍູນິເວີດລາວ ກໍໄດ້ເປີດເຜີຍຊຸດປະຈຳຊາດລາວ ມາໃນແບບຊຸດປະຍຸກ ເຊິ່ງ ຊຸດລາວຂອງ Miss Universe Laos 2017 ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດນາງງາມຈັກກະວານ 2017 ນີ້. ພໍ່ແມ່ພີ່ນ້ອງຊາວລາວຕ່າງກໍລໍຖ້າ ລໍລຸ້ນທີ່ຈະໄດ້ເຫັນຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss Universe  2017 ແລະ ກໍບໍ່ເຮັດໃຫ້ຜິດຫວັງ ງົດງາມສົມກັບການລໍຖ້າແທ້ໆ, ລອງມາເບິ່ງຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ໄດ້ສວມໃສ່ກັນເລີຍ… ຂໍບອກວ່າງາມຫຼາຍໆ. #ແຊຣໄປໃຫ້ໂລກຮູ້  ??  (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ທີ່ມາ: Miss Universe …

Read More »

ເລີດໆໄດ້ອີກ! ຫຼິງຫຼິງ ປິຍະດາ ຈັດເຕັມແຟຼຊັ່ນລະດູໜາວ ທ່ອງທ່ຽວປະເທດ ຝຣັ່ງ

ມາອັບເດດຄວາມເຄື່ອນໄຫວຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດໝາຍເລກ 1 ຂອງບ້ານເຮົາ ທີ່ຫຼ້າສຸດນາງໄດ້ບິນໄປພັກຜ່ອນທີ່ ປະເທດ ຝຣັ່ງ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວາທີ່ຈະທຳມະດາໃນເລື່ອງແຟຼຊັ່ນການແຕ່ງໂຕ ເສື້ອຜ້າໜ້າຜົມກໍຕ້ອງຈັດເຕັມ ໃຫ້ສົມກັບແຟນໆຕັ້ງສາຍາວ່າເປັນ ແຟຼຊັ່ນນິດຕ້າ (Fashionista) ໂຕແມ່ອີກຄົນໜຶ່ງຂອງວົງການບັນເທີງບ້ານເຮົາ. ເອົ້າ!!! ລອງມາເບິ່ງຮູບພາບ  ຫຼິງຫຼິງ ປິຍະດາ ໃນປະເທດ ຝຣັ່ງ ກັນເລີຍ…ເລີດໆ ຊະນີIndy ຂໍນົບບບບ! ຮູບພາບ: Pitadar Lingling Inthavong

Read More »

ຊາຄຣິດ ແຍ້ມນາມ ອອກມາເປີດໃຈເລື່ອງການແຕ່ງດອງຮອບໃໝ່ ຍອມຮັບວ່າແຟນສາວກຳລັງຖືພາລູກແຝດ!!!

ຊາຄຣິດ ແຍ້ມນາມ ອອກມາເປີດໃຈເລື່ອງການແຕ່ງດອງຮອບໃໝ່ ຍອມຮັບວ່າແຟນສາວນອກວົງການ ແອນ ພັດທິລາ ຮຸ່ງໂລດ ກຳລັງຖືພາລູກແຝດ ພ້ອມທັງເປີດເຜີຍວິນາທີສູນເສຍລູກໄປໜຶ່ງຄົນ!!! ຊາຄຣິດ ແຍ້ມນາມ ພະເອກດັງຈາກປະເທດເພື່ອນບ້ານ ຫຼັງຈາກທີ່ຈົບການເຮັດວຽກທີ່ປະເທດລາວເຮົາ ໃນຊ່ວງບຸນພຣະທາດຫຼວງໃນໄລຍະທີ່ຜ່ານມາ ກໍໄດ້ເດີນທາງກັບປະເທດໄທ ພ້ອມອອກມາຖະແຫຼງຂ່າວເປີດໃຈ ຫຼັງຈາກທີ່ມີຂ່າວລືອອກມາໃຫ້ແຟນຄລັບໄດ້ເມົ້າມອຍກັນຢ່າງໜາຫູວ່າ ພະເອກດັງ ຊາຄຣິດ ແຍ້ມນາມ ກຳລັງຈະສະຫຼະໂສດຮອບ 2 ກັບແຟນສາວນອກວົງການມີນາມວ່າ ແອນ ພັດທິລາ ຮຸ່ງໂລດ ໃນວັນທີ 8 ພະຈິກ 2017 ຈົນເປັນທີ່ໃຫ້ຄວາມສົນໃຈຂອງແຟນໆກັນຢ່າງຫຼວງຫຼາຍ. ຫຼ້າສຸດ ໃນວັນທີ 7 ພະຈິກ 2017 ຊາຄຣິດ ກໍໄດ້ອອກມາຕັ້ງໂຕະຖະແຫຼງກ່ຽວກັບເລື່ອງນີ້ວ່າ ຕົນເອງຈະແຕ່ງດອງໃນວັນທີ 8 ພະຈິກ 2017 ນີ້ແທ້ ແລະ ໄດ້ມີການກະກຽມງານໄວ້ແລ້ວ ແລະ ທັງສອງກໍໄດ້ເບິ່ງໃຈກັນມາພໍສົມຄວນ ມີມຸມມອງການໃຊ້ຊີວິດຄ້າຍໆກັນ ເລີ່ມຮູ້ຈັກກັນຈາກການເປັນໝູ່ ລົມກັນເລື່ອງອາຫານການກິນ …

Read More »

ຈາກອະດີດຂໍທານ Joyita Mondal ສູ່ຜູ້ພິພາກສາຂ້າມເພດ ຄົນທຳອິດຂອງອິນເດຍ!!!

ເປັນເລື່ອງລາວທີ່ໜ້າສົນໃຈທີ່ເກີດຂຶ້ນທີ່ ປະເທດ ອິນເດຍ Joyita Mondal  ອາຍຸ 29 ປີ ຜູ້ພິພາກສາສານຍິງຂ້າມເພດຄົນທຳອິດ ຂອງຣັດ ເບັງກໍ ເຊິ່ງຖືເປັນການພິກຜັນປະຫວັດສາດວົງການຍຸດຕິທຳຂອງອິນເດຍຄັ້ງທຳອິດເລີຍກໍວ່າໄດ້. ກວ່າທີ່ຈະມາຮອດຈຸດນີ້ໄດ້ ເສັ້ນທາງຊີວິດຂອງ Joyita Mondal ຜູ້ພິພາກສາບໍ່ໄດ້ໂຮຍດ້ວຍກີບດອກກຸຫຼາບແຕ່ຢ່າງໃດ ນາງມີຄວາມທຸກຍາກລຳບາກມາແຕ່ນ້ອຍໆ ເກີດມາເປັນເດັກກຳພ້າ ບໍ່ມີທີ່ຢູ່ອາໄສ ແລະ ຕ້ອງຂໍທານຕັ້ງແຕ່ນ້ອຍໆເພື່ອໃຫ້ຊີວິດຢູ່ລອດ ພົບເຈິກັບການຈຳແນກທາງຊົນຊັ້ນມາແລ້ວທຸກຮູບແບບ ແລະ ຖືກດູຖູກຈາກຄົນອ້ອມຂ້າງ ດັ່ງໂຕປະຫຼາດ ເຖິງຄັ້ງພິກຜັນໃຫ່ຍໃນຊີວິດ Joyita Mondal ມີໂອກາດໄດ້ເຮັດວຽກຮ່ວມກັບ ອົງກອນດ້ານສິດທິມະນຸດຂອງຄົນຂ້າມເພດ ເລີຍເຮັດໃຫ້ນາງມີແຮງບັນດານໃຈທີ່ຢາກຈະຕໍ່ສູ້ເພື່ອຄວາມຍຸດຕິທຳໃນສັງຄົມ ນາງຈຶ່ງຕັ້ງໃຈ ແລະມີຄວາມພະຍາຍາມທີ່ຈະຮຽນດ້ານກົດໝາຍ ຈົນຈົບປະລິນຍາຕີ ແລະ ສອບເສັງເຂົ້າເປັນຜູ້ພິພາກສາ ເພື່ອເຂົ້າໄປມີບົົດບາດສຳຄັນໃນການເດີນໜ້າຕໍ່ສູ້ເພື່ອກຸ່ມຄົນຂ້າມເພດ ໃຫ້ສັງຄົມເປີດໃຈຍອມຮັບ ແລະ ຢຸດເຊົາການຈຳແນກທາງເພດ ໂດຍສະເພາະດ້ານການສຶກສາ ແລະ ການວ່າຈ້າງງານ Joyita Mondal ໄດ້ກ່າວວ່າ: “ຂ້ອຍມີຄວາມຮູ້ສຶກດີໃຈ ແລະ ມີຄວາມສຸກຫຼາຍທີ່ໄດ້ຮັບຄວາມເຄົນລົບນັບຖື ຕ່າງຈາກເມື່ອກ່ອນທີ່ຜູ້ຄົນຄິດວ່າຂ້ອຍເປັນໂຕປະຫຼາດ ບໍ່ໄດ້ຮັບການຍອມຮັບ ບໍ່ມີສິດອອກຄວາມຄິດເຫັນໃດໆ ແຕ່ຕອນນີ້ກັບມີຜູ້ຄົນຈຳນວນຫຼວງຫຼາຍເອີ້ນຫາ …

Read More »