Breaking News

ຂ່າວບັນເທີງນອກປະເທດ

ອຸ໋ຍ! ມີໃຜກຳລັງລັກຖ່າຍຮູບເຮົາຢູ່ບໍ່ນໍ… ມາເບິ່ງວິທີຖ່າຍຮູບແນວ Hipster ເບິ່ງໄວ້ຈະໄດ້ບໍ່ຕົກກະແສ!!!

ສະໄໝນີ້ບໍ່ວ່າຈະເຮັດກິດຈະກຳຕ່າງໆໃນຊີວິດປະຈຳວັນເຊື່ອວ່າໝູ່ເພື່ອນກໍຈະຕິດການຖ່າຍຮູບເປັນຊີວິດຈິດໃຈ ບໍ່ວ່າຈະຍາມກິນ ຍາມເຮັດວຽກ ຮຽນໜັງສື ຫຼື ຍາມນອນກໍຈະມັກຖ່າຍຮູບອັບເດດຄວາມເຄື່ອນໄຫວລົງໃນໂລກໂຊຊ່ຽວເປັນປະຈຳ, ແຕ່ຖ້າຈະອັບຮູບເລື້ອຍໆ ແບບມື້ໜຶ່ງໂພສເຖິງ 10-20 ຮູບມັນກະຈະເບິ່ງຄືໂອເວີ້ໄປ ຄວນສົງສານໝູ່ທີ່ຈະຕ້ອງໄດ້ນັ່ງກົດໄລ້ໃຫ້ເຮົາຕະຫຼອດແດ່… (555), ດັງນັ້ນໃນມື້ນີ້ ຊະນີIndy ເລີຍໄປຊອກເອົາໄອເດຍການຖ່າຍຮູບໃນແບບຂອງ Hipster ມາຝາກ. ແຕ່ກ່ອນອື່ນຕ້ອງຂໍອະທິບາຍຄຳວ່າ ຮິບສເຕີ້ (Hipster) ກັນກ່ອນ ຄວາມໝາຍຂອງຄຳນີ້ກໍຄືເປັນ style  ຂອງເດັກແນວທີ່ມີຄວາມ Art ໃນຕົວເອງສູງ ຄ້າຍໆຄືກັບສິລະປິນທີ່ມັກແລະຮັກໃນອິດສະຣະ ໃຫ້ອາລົມການດຳເນີນຊີວິດແນວສະໂລໄລ້ (Slow life) ລັກສະນະຂອງການຖ່າຍຮູບກໍຈະເປັນໃນລັກສະນະການຖ່າຍແບບເຊວຟີ່ຕົວເອງ ຈະຖ່າຍອອກແນວແບບບໍ່ໄດ້ຕັ້ງໃຈຖ່າຍຈົນຫຼາຍເກີນໄປ ເຖິງແມ່ນວ່າຈະເປັນການຖ່າຍໂດຍການຕັ້ງໃຈຂອງເຮົາເອງກໍຕາມ ແຕ່ຮູບພາບທີ່ອອກມາຕ້ອງບອກເລີຍວ່າ ມີຄວາມ Art ທີ່ງາມຫຼາຍ ແລະ ພາບກໍຈະເປັນແບບເບີ່ງຄືບໍ່ແຈ້ງ ແຕ່ໄດ້ອາລົມເບິ່ງແລ້ວມີສະເໜ່ບໍ່ມີເບື່ອ. ອຸ໋ຍ! ມີໃຜກຳລັງລັກຖ່າຍຮູບເຮົາຢູ່ບໍ່ນໍ…(555) ເອົ້າ!!! ໃຜທີ່ຄິດທ່າໂພສບໍ່ອອກເຮົາກໍມີມາຝາກມາເບິ່ງວິທີຖ່າຍຮູບແນວ Hipster ເບິ່ງໄວ້ຈະໄດ້ບໍ່ຕົກກະແສ!!! ໂພສທ່າໃຫ້ເບິ່ງຄືວ່າບໍ່ໄດ້ຕັ້ງໃຈຖ່າຍ… ຍືນປິ່ນໜ້າໃສ່ກ້ອງແຕ່ຕາຕ້ອງເບິ່ງໄປທາງອື່ນ ຖ່າຍກັບຕົ້ນໄມ້ໃບຫຍ້າ…ເລີດໄປອີກໆໆໆ ຖ່າຍໃຫ້ເຫັນພຽງສ່ວນໃດສ່ວນໜຶ່ງຂອງຮ່າງກາຍ ແລະ ຕ້ອງຈັດວາງອົງປະກອບໃຫ້ …

Read More »

ຂໍສະແດງຄວາມຍິນດີ! ນາງງາມຈາກ PERU ຄວ້າມົງກຸດ Miss Grand International 2017

ຜ່ານມາແບບສົດໆຮ້ອນໆສຳລັບການປະກວດສາວງາມເວທີລະດັບໂລກ Miss Grand International 2017  ແລະ ກໍໄດ້ຮູ້ແລະປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວວ່າສາວງາມທີ່ມີຄວາມເໝາະສົມທັງຄວາມງາມ ບຸກຂະລິກ ພິບໄຫວ ແລະຄວາມສາມາດນັ້ນໄດ້ແກ່ MARIA JOSE LORA ຈາກປະເທດ ເປຣູ (PERU) ຄວ້າມົງກຸດອັນຊົງກຽດ Miss Grand International 2017  ໄປໄດ້ສຳເລັດ. (ຂໍສະແດງຄວາມຍິນດີ) ສຳລັບ ມາເຣີຍ ຈ໊ອດ ໂລຣ່າ  Miss Grand International 2017 ຄົນຫຼ້າສຸດ ອາຍຸ 27 ປີ ລວງສູງ 180 ສັດສ່ວນ 33-24-34. ສ່ວນຕຳແໜ່ງຮອງ Miss Grand International 2017 ໄດ້ແກ່: ຮອງອັນດັບ 1: Tulia Aleman Ferrer ຈາກປະເທດ ເວເນຊູເອຣາ (Venezuela) ຮອງອັນດັບ 2: Elizabeth Durado …

Read More »

ຟ້າໃສ ຈິນນາລີ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017

ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017 ໃນຄໍ່າຄືນວັນທີ 25 ຕຸລາ ທີ່ຜ່ານມາ ເຊິ່ງ ນ້ອງ ຟ້າໃສ ຈິນນາລີ ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກການປະກວດແລ້ວວ່າ: “ສຳລັບມື້ນີ້ ຂໍໂທດຄົນລາວ ແລະ ຄົນທີ່ເຊຍທຸກຄົນເດີ້ ທີ່ໄປໄດ້ບໍ່ເລິກ ຟ້າຂໍໂທດຖ້າເຮັດໃຫ້ຜູ້ໃດເສຍໃຈຫຼືຜິດຫວັງ”, ພໍແຕ່ຫຼັງຈາກທີ່ນາງໄດ້ໂພສໄປກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ແລະ ກໍເວົ້າເປັນສຽງດຽວກັນວ່າ ພູມໃຈໃນຕົວຟ້າໃສແລ້ວຖືວ່າເຮັດໄດ້ດີຫຼາຍ. ສຳລັບ ຟ້າໃສ ຈິນນາລີ ນໍລະສິງ ໃນການປະກວດ Miss Grand International 2017 ແມ່ນສາມາດເຂົ້າໄປເຖິງຮອບ 20 ຄົນສຸດທ້າຍ ຈາກ 77 ປະເທດທົ່ວໂລກ ແລະ ກໍຖືວ່າເຮັດໄດ້ດີທີ່ສຸດ ເພາະສາມາດສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ຮູ້ຈັກຄວາມເປັນລາວ ຮູ້ຈັກເຖິງຄວາມສາມາດຂອງສາວລາວໄດ້ເປັນຢ່າງດີ. (ຂໍຊົມເຊີຍ) #ແຊຣໄປໃຫ້ໂລກຮູ້ ?? ທີ່ມາ: Chinnaly Fasai …

Read More »

ສ່ອງ! ສາວປະເພດສອງປະເທດເພື່ອນບ້ານ ທີ່ມີຄວາມງາມກວ່າແມ່ຍິງແທ້ໆ ໂລກນີ້ບໍ່ມີຫຍັງເປັນໄປບໍ່ໄດ້!!!

ໂລກນີ້ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ມາເບິ່ງຄວາມງາມຂອງສາວປະເພດສອງຈາກປະເທດເພື່ອນບ້ານທີ່ມີຄວາມງາມ ຄວາມເລີດ ດີບໍ່ດີງາມກວ່າແມ່ຍິງແທ້ໆ ສາວປະເພດສອງເຫຼົ່ານີ້ເປັນທັງດາລາ ນາງແບບ ເນັດໄອດໍ້ ເປັນຄົນທີ່ມີຊື່ສຽງ ຈະມີໃຜແດ່ນັ້ນມາເບິ່ງກັນເລີຍ!!! ທີ່ມາ: EverydayBuzz  

Read More »

ຂໍພະລັງຄົນລາວ! ມາຮ່ວມກັນກົດ Like&Share ໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນ ຊຸດປະຈຳຊາດດີເດັ່ນ!!!

ການປະກວດຮອບຊຸດປະຈຳຊາດ ຍັງບໍ່ມີການປະກາດຜົນວ່າປະເທດໃດທີ່ໄດ້ ລາງວັນຊຸດປະຈຳຊາດດີເດັ່ນ ດັ່ງນັ້ນ ແຟນໆສາມາດເຂົ້າໄປຮ່ວມໂຫວດໃຫ້ຊຸດປະຈຳຊາດລາວ ໂດຍເຂົ້າໄປທີ່ເພສ Miss Grand International ແລ້ວຄລິກເຂົ້າໄປຮູບພາບຊຸດປະຈຳຊາດລາວ ແລ້ວກົດໄລ້ກົດແຊຣ ໂດຍບໍ່ເສີຍຄ່າ ພຽງເທົ່ານີ້ກໍຈະເຮັດໃຫ້ ຊຸດປະຈຳຊາດລາວ ມີຄະແນນສະສົມ 1 Like = 1 ຄະແນນ, 1 Share= 3 ຄະແນນ ເປີດໂຫວດແລ້ວຕັ້ງແຕ່ ວັນທີ 13 ຕຸລາ ໄປຈົນເຖິງ 15 ຕຸລາ 2017 ຄະແນນທີ່ຄົນລາວທຸກຄົນໄດ້ຮ່ວມກັນໂຫວດນີ້ຈະສົ່ງຜົນໃຫ້ຊຸດປະຈຳຊາດລາວເຮົາເຂົ້າຮອບ 10 ຊຸດປະຈຳຊາດດີເດັ່ນໂດຍອັດຕະໂນມັດ ແລະ ໄປລວມກັບຊຸດທີ່ກຳມະການເລືອກໄວ້ອີກ 15 ຊຸດ ເປັນທັງໝົດ 25 ຊຸດ. ດັ້ງນັ້ນຈຶ່ງຂໍພະລັງຄົນລາວ! ມາຮ່ວມກັນ ກົດ Like ກົດ Share ໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນ ຊຸດປະຈຳຊາດດີເດັ່ນ ແລະ ຈະມີການຕັດສິນແທ້ແມ່ນວັນທີ 25 …

Read More »