Breaking News

ຂ່າວບັນເທີງນອກປະເທດ

ນັກບິນສາວ ສຸດເກັ່ງທີ່ເດີນທາງຮອບໂລກເພື່ອຫຼິ້ນໂຍຄະ!!!

ນັກບິນສາວ Malin Rydqvist ສັນຊາດ ສະວີເດັນ ງານຫຼັກໆຄືຂັບເຮືອບິນ Boeing 737 ນອກນັ້ນ;ນາງ ຍັງເປັນນັກຫຼິ້ນໂຍຄະ (Yoga) ທີມີຊື່ສຽງນໍາອີກ ໂດຍນາງມັກຖ່າຍຮູບທ່າຍາກໆໃນເວລາທີ່ຫຼິ້ນໂຍຄະ ຢູ່ຕາມສະຖານທີ່ຕ່າງໆທີ່ງົດງາມ ແລະ ໂພສລົງ IG ສ່ວນໂຕຢູ່ເປັນປະຈໍາ ຊຶ່ງຍອດການຕິດຕາມ IG ຂອງນາງມີຄົນ Follow  ເປັນຈຳນວນຫຼາຍເອີ້ນໄດ້ວ່າ: ທັງງາມ ທັງເກັ່ງ ແຖມຍັງມີທ່າໂຍຄະຍາກໆນໍາອີກ.  

Read More »

Justin Bieber ເປີດເຜີຍເປັນໂສດມີຄວາມສຸກກວ່າ!!

ນັກຮ້ອງທີ່ມີຂ່າວດ້ານຄວາມຮັກ ທີ່ເປັນກະແສໃນປັດຈຸບັນແມ່ນ: ຈັສຕີນ ບີເບີ (Justin Bieber) ໄດ້ອອກມາເປີດເຜີຍຜ່ານລາຍການໂທລະພາບວ່າ: ຕອນເປັນໂສດ ເພາະຮູ້ສຶກວ່າມີຄວາມສຸກຫຼາຍຂຶ້ນ. ຖ້າເປັນແບບນີ້ແລ້ວສາວໆຈະວ່າແນວໃດແດ່? ບໍ່ຮູ້ວ່າເມື່ອຍຈາກການ” Tour ຄອນເສີດ”ອ້ອມໂລກ ຫຼື ແນວໃດ ເມື່ອບ່າວ “ບີເບີ” ເຖິງກັບເອີ່ຍປາກກາງລາຍການ The Ellen DeGeneres Show  ຕອນນີ້ຍັງບໍ່ມີສາວໃນດວງໃຈ ເຊິ່ງລາວໄດ້ກ່າວວ່າ: “ຂ້ອຍບໍ່ໄດ້ໄປເດດກັບໃຜ ຂ້ອຍເປັນໂສດ ແລະ ກໍບໍ່ໄດ້ຊອກຫາໃຜນຳອີກ” ນອກຈາກນີ້ນັກຮ້ອງໜຸ່ມຍັງບອກອີກວ່າ: ເຖິງວ່າຈະເຫງົາລະຫວ່າງໄປ “Tour ຄອນເສີດ” ແຕ່ລາວກໍມີຄວາມສຸກກັບໝາຂອງລາວທີ່ຊື່ວ່າ: “ທ໋ອດ”. ພ້ອມດຽວກັນນີ້ ຕາຕະລາງທົວຂອງ “ບີເບີ” ຍາວໄປເຖິງເດືອນມິຖຸນາປີໜ້າພຸ້ນ ຄົງຈະບໍ່ມີເວລາໄປຊອກຫາສາວມາເບີ່ງແຍງໃຈໄດ້ ແຕ່ໃນລະຫວ່າງນີີ້ນັກຮ້ອງໜຸ່ມໄດ້ຢຸດ “ທົວຊົ່ວຄາວ” ໄລຍະເດືອນທັນວາ ແລະ ຈະເລີ່ມງານຕໍ່ໃນວັນທີ 15 ກຸມພາ 2017 ທີ່ເມັກຊີໂກ.

Read More »

ສາວ Air hostess ທີ່ງາມທີ່ສຸດໃນໂລກ!!!

ສະມາຄົມແອໂຮເຕສໂລກ ຫຼື ດັບເບິນຢູເອເອັສເອ (WASA) ໄດ້ຕັດສິນໃຫ້ ນາງ Liu Miaomiao ອາຍຸ 27 ປີແອໂຮສະເຕສຂອງສາຍການບິນເຊິນເຈິ່ນແອໄລນ໌ ຄອງຕໍາແໜ່ງ ແອໂຮສະເຕດທີ່ງາມທີ່ສຸດໃນໂລກຈາກການຄັດເລືອກ ແອໂຮດສະເຕດທົ່ວໂລກກວ່າ 30 ຄົນ. ສິ່ງທີ່ເຮັດໃຫ້ Liu Miaomiao ເອົາຊະນະໃຈຜູ້ໂດຍສານ ແລະ ຄະນະກໍາມະການຄື ການໃຫ້ບໍລິການດ້ວຍຮອຍຍິ້ມ ທີ່ມາຈາກການເຝິກແອບຢ່າງເຂັ້ມຂຸ້ນ ດ້ວຍການຍິ້ມເປັນເວລາຫຼາຍຊົ່ວໂມງ ເພື່ອໃຫ້ໄດ້ຮອຍຍິ້ມທີ່ສົມບູນ ແລະ ງົດງາມທີ່ສຸດ. ຫຼັງຈາກທີ່ເລີ່ມເຮັດອາຊີບແອໂຮສະເຕສ ໃນປີ 2010 ແຕ່ນອກຈາກຮອຍຍິ້ມທີ່ຈົບງາມແລ້ວ ນາງຍັງຄໍານຶງເຖິງຄວາມປອດໄພຂອງຜູ້ໂດຍສານໃນກໍລະນີເກີດເຫດສຸກເສີນນໍາອີກ ຈົນໃນປີ 2014 Liu Miaomiao ໄດ້ເລື່ອນຕໍາແໜ່ງເປັນລະດັບຫົວໜ້າຈາກການທຸ່ມເທໃຫ້ກັບວຽກງານຢ່າງເຕັມຄວາມສາມາດ. ແຕ່ເຖິງແນວໃດກໍຕາມ ເກນການຕັດສິນຕໍາແໜ່ງ ແອໂຮສະເຕສທີ່ງາມທີ່ສຸດໂລກ ຂອງດັບເບິ່ນຢູເອເອສເອ (WASA) ຕັດສິນຈາກຄວາມງາມພາຍນອກ 30%, ຄວາມງາມຈາກພາຍໃນ 30% ຄວາມເປັນທີ່ນິຍົມຂອງແອໂຮສະເຕສອີກ 40% ແຕ່ນອກຈາກຄວາມງາມແລ້ວຍັງຕ້ອງມີຄວາມອ່ອນໂຍນ, …

Read More »

ຍີ່ປຸ່ນ ຊະນະເຕັ້ນ Breake-dance ໂລກ!!!

ຍີ່ປຸ່ນ ຊະນະເຕັ້ນ Break-dance ໂລກ!!! ນັກເຕັ້ນຍີ່ປຸ່ນຊະນະການແຂ່ງຂັນເຕັ້ນລະດັບໂລກ ລົ້ມແຊ້ມເກົ່າ 2 ສະໄໝຢ່າງ ສ.ເກົາຫລີ ໄດ້ສຳເລັດ!!! ທ້າວ ອິສເຊ ໂອຣິ ຮັບລາງວັນຊະນະເລີດການແຂ່ງຂັນການເຕັ້ນ “ບີບອຍ” ລະດັບໂລກລາຍການ ເຣດບຣູ ບີຊີ ວັນ ໃນເມືອງ ນາໂງຢາ ຂອງຍີ່ປ່ນ ຫຼັງເອົາຊະນະແຊ້ມເກົ່າ 2 ສະໄໝຈາກ ສ.ເກົາຫລີ ແລະ ມີອາຍຸໜ້ອຍກວ່າເຂົາ 12 ປີ ທີ່ໃຊ້ຊື່ວ່າ “ຮົງ 10” ໃນຮອບດວນລີລາ 5 ຍົກ ຂະນະທີ່ກອງເຊຍຈາກເກາະຄິວຊູ ບ້ານເກີດຂອງເຂົາກໍເດີນທາງມາໃຫ້ກໍາລັງໃຈເຂົາເປັນຈໍາຫຼາຍ. ທ້າວ ອິສເຊ ກ່າວຫຼັງຈົບການແຂ່ງຂັນຊຶ່ງເປັນເທື່ອທໍາອິດຂອງເຂົາວ່າ ເຂົາຮູ້ສຶກກົດດັນເນື່ອງຈາກຕ້ອງຄວ້າໄຊຊະນະໃຫ້ໄດ້ ເພາະຄູເຝິກສອນຂອງເຂົາທີ່ໃຊ້ຊື່ວ່າ “ໄທສຸເກະ” ກໍເຄີຍຊະນະລາຍການນີ້ ແລະ ມາຈາກເກາະດຽວກັນ. ການແຂ່ງຂັນ Breake-dance ໃນເມືອງ ນາໂງຢ່າ …

Read More »

Selena Gomez ກັບຄຳເວົ້າເທິງເວທີ AMAs 2016 ທີ່ຊຶ້ງຈົນນ້ຳຕາໄຫຼ!!!

Selena Gomez ກັບຄຳເວົ້າເທິງເວທີ AMAs 2016 ທີ່ຊຶ້ງຈົນນ້ຳຕາໄຫຼ Selena Gomez ຂຶ້ນເວທີດ້ວຍໜ້າຕາເຄັ່ງຄຽດ ເພື່ອຮັບລາງວັນ Pop/Rock Female Artist ໃນເວທີ American Music Awards 2016, ທີ່ສາວເຊຣ Selena Gomez  ໄດ້ຍົກເລີກທົວ ຄອນເສີດ ເພາະເຫດບັນຫາສ່ວນຕົວໃນເດືອນທີ່ຜ່ານມາ ແລະ ຂື້ນກ່າວຮັບລາງວັນດ້ວຍ ນ້ຳສຽງທີ່ສັ່ນ ພ້ອມທັງເຜີຍຄວາມໃນໃຈໃຫ້ແຟນເພງ ແລະ ສິລະປິນທີ່ໄປຮ່ວມງານ ຈົນເກີດກະແສ Darma ໄປຕ່າງໆນາໆ. ສາວ Selena Gomez ໄດ້ກ່າວເຖິງຊ່ວງປີ 2014 ທີ່ນາງໄດ້ເປີດເຜີຍກັບທຸກຄົນເທິງເວທີ AMAs ວ່າ: ເພງ “The Heart Wants What It Wants” ເປັນເພງທີ່ເວົ້າເຖິງຄວາມສຳພັນອັນສັ່ນຄອນ ທີ່ແອບແຝງໄປດ້ວຍຄວາມເຈັບປວດ …

Read More »