Breaking News

ຂ່າວບັນເທີງນອກປະເທດ

ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!

  ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ! ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້. ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555)   ທີ່ມາຈາກ: aum_patchrapa

Read More »

ຫລິວເຕີຫົວເກີດອຸບັດເຫດ!

ຫລິວເຕີຫົວ ຕົກມ້າໃນຂະນະຖ່າຍໂຄສະນາທີ່ປະເທດໄທ! ພະເອກລຸ້ນໃຫຍ່ເດີນທາງມາທີ່ ຈັງຫວັດ ນະຄອນລາຊະສີມາ ປະເທດໄທ ເພື່ອຖ່າຍໂຄສະນາຂອງທາງຮ່ອງກົງ ຊຶ່ງຕາມກໍານົດວັນຖ່າຍຕາມແຜນໃນວັນທີ 18-19 ມັງກອນ ແຕ່ກໍມາເກີດອຸບັດຕິເຫດຂຶ້ນ ເນື່ອງຈາກລາວໄດ້ຕົກຈາກຫຼັງມ້າ ຫຼັງຈາກນັ້ນ ທາງທີມງານໄດ້ເຂົ້າປະຖົມພະຍາບານປະກົດວ່າ: ໄດ້ຮັບບາດເຈັບບໍລິເວນກະດູກສັງຫຼັງ ແລະ ນໍາຕົວສົ່ງກັບຮ່ອງກົງເພື່ອຮັກສາຕົວ. ໃນຂະນະດຽວກັນດຽວກັນ ສື່ທາງຮ່ອງກົງລາຍງານວ່າ: ຫລິວເຕີຫົວກໍາລັງຮັກສາຕົວຢູ່ປະເທດໄທ ແລະ ຕອນນີ້ຍັງບໍ່ມີຂໍ້ສະຫຼຸບຊັດເຈນກ່ຽວກັບອາການບາດເຈັບຂອງນັກສະແດງທ່ານນີ້ ແຕ່ແນວໃດກໍຕາມອຸບັດຕິເຫດຄັ້ງນີ້ກໍບໍ່ສົ່ງຜົນກະທົບເຖິງການຖ່າຍໂຄສະນາແຕ່ຢ່າງໃດ ເພາະວ່າໄດ້ຖ່າຍສໍາເລັດໄປກ່ອນແລ້ວ.

Read More »

ສາວລາວມີຄວາມກ້າຫານ ເດີນທາງໄປແຂ່ງຂັນຮ້ອງເພງຢູ່ປະເທດໄທ!

ສາວລາວມີຄວາມກ້າຫານ ເດີນທາງໄປແຂ່ງຂັນຮ້ອງເພງຢູ່ປະເທດໄທ! ນາງ ທັນຍາພອນ ສຸວັນນະລາດ (ຕ້າ) ສາວລາວຈາກແຂວງສະຫວັນນະເຂດ ຂໍເຮັດຕາມຄວາມຝັນເດີນທາງໄປແຂ່ງຂັນຮ້ອງເພງທີ່ ປະເທດ ໄທ ໃນລາຍການແຂ່ງຂັນຮ້ອງເພງຊື່ດັງ “ສຶກວັນດວນເພງ” ແລະ ໃນເທື່ອນີ້ສາວຕ້າໄດ້ໂຊສຽງຊົງພະລັງໃນເພງທຳນອງໝໍລຳພື້ນບ້ານ ຈົນເຮັດໃຫ້ກຳມະການທັງ 3 ທ່ານຕົກຕະລຶງໃນນ້ຳສຽງທີ່ເປັນເອກະລັກ, ແຕ່ກໍເປັນອັນໜ້າເສຍດາຍທີ່ນາງບໍ່ສາມາດເອົາຊະນະແຊ໋ມເກົ່າໄດ້ ແຕ່ຖືວ່າເຮັດດີທີ່ສຸດແລ້ວເດີ້ ເພາະການທີ່ເຮັດຕາມຄວາມຝັນບໍ່ມີສິ່ງໃດທີ່ຜິດ ຖືວ່າເປັນການໄປເກັບກ່ຽວເອົາປະສົບການເພື່ອມາພັດທະນາເຮົາໃນມື້ໜ້າເດີ້ ເປັນກຳລັງໃຈໃຫ້ ສູ້ໆ! ຢ່າລືມກົດໄລ້-ກົດແຊຣ ໃຫ້ກັບຄົນທີ່ມີຄວາມສາມາດ ແລະ ຕາມຫາຄວາມຝັນຢ່າງນີ້ແດ່ເດີ້! ຂໍຂອບໃຈຮູບພາບຈາກລາຍການ: ສຶກວັນດວນເພງ

Read More »

ມາເບິ່ງ! ສາວລາວຄົນທຳອິດໃນລາຍການ “Take me out Thailand”

ມາເບິ່ງ! ສາວລາວຄົນທຳອິດໃນລາຍການ “Take me out Thailand” ຊະນີIndy ມາແລ້ວຈະມາອັບເດດຂ່າວສານບັນເທິງ ເປັນທີ່ຮືຮາກັນທົ່ວບ້ານທົ່ວເມືອງກັບສາວລາວຄົນທຳອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ “Take me out Thailand” ຊີຊັ່ນ 11 ອອກອາກາດໄປໃນວັນເສົາ ວັນທີ 14 ມັງກອນ 2017 ທີ່ຜ່ານມາ, ເຊິ່ງສາວຄົນນີ້ເປັນສາວໜ້າຮັກ ຜິວພັນດີ ມີຊື່ວ່າ ກິຕ້າ ພັດທະສອນ ມິນີດາລັດ ອາຍຸ 24 ປີ, ສາວ ກິຕ້າ ໄດ້ເປີດເຜີຍວ່າສາເຫດທີ່ມາຮ່ວມໃນລາຍການນີ້ກໍຍ້ອນວ່ານາງຢູ່ໃນສະຖານະພາບໂສດມາດົນ ແລະ ຍາກມີແຟນ, ໂອ້ຍ!! ໜ້າຮັກພຽງນີ້ຍັງບໍ່ມີແຟນ (ບໍ່ຢາກຈະເຊື່ອ)! ເບິ່ງຮູບສາວກິຕ້າແລ້ວຢ່າລືມຄອມເມັ້ນ, ກົດໄລ້ ແລະ ແຊຣ ແດ່ເດີ້ວ່າສາວລາວ ໜ້າຮັກ ແລະ ງາມຊໍ່າໃດ?

Read More »

ຊອກເບິ່ງໄດ້ຍາກ! ຮູບສາວ ແຕ້ວ ນັດຖະພອນ ຫຼື ເຈົ້າແມ່ນາຄີຕອນຍັງນ້ອຍ

ຊອກເບິ່ງໄດ້ຍາກ! ຮູບສາວ ແຕ້ວ ນັດຖະພອນ ຫຼື ເຈົ້າແມ່ນາຄີຕອນຍັງນ້ອຍ ຖືວ່າເປັນນາງເອກທີ່ມາແຮງທີ່ສຸດແຫ່ງປີ!!! ສໍາລັບສາວ ແຕ້ວ ນັດຖະພອນ ນາງເອກຈາກລະຄອນເລື່ອງ “ນາຄີ” ຫຼື ທີ່ຮູ້ກັນຄື “ເຈົ້າແມ່ນາຄີ” ຫຼ້າສຸດມີການ Share ຮູບນາງເອກສາວສະໄໝຍັງນ້ອຍຕອນຮຽນປະຖົມຜົມສັ້ນພຽງຫູ ແລະ ສະໄໝຮຽນມັດທະຍົມຂໍບອກເລີຍວ່າສາວແຕ້ວງາມມາແຕ່ນ້ອຍແທ້ໆ.  

Read More »