Breaking News

ຂ່າວບັນເທີງນອກປະເທດ

ກັບມາປ່ວນຫູອີກຮອບ PPAP ຈັດເຕັມພ້ອມວົງ Orchestra ສຸດອະລັງການ (ມີຄຣິບ)

ກັບມາປ່ວນຫູອີກຮອບ PPAP ຈັດເຕັມພ້ອມວົງ Orchestra ສຸດອະອັງການ (ມີຄຣິບ) ກາຍເປັນເພງ Hot Hit ຕິດຫູເມື່ອປີກາຍມາແລ້ວໃນເພງ “Pen-Pineapple-Apple-pen” ຫຼື PPAP ເຊິ່ງທັງໝົດເພງມີພຽງບໍ່ຈັກປະໂຫຍກຊໍ້າໄປຊໍ້າມາ ແຕ່ເມື່ອຟັງແລ້ວພັດຕິດຫູຢ່າງແຮງ ຫຼ້າສຸດໃນໄລຍະປີໃໝ່ PIKOTAR ເຈົ້າຂອງສຽງເພງກັບມາອີກຄັ້ງພ້ອມດ້ວຍຄວາມຍິ່ງໃຫຍ່ອະລັງການ. ໃນງານ Japan Record Awards 2016  ລາວໄດ້ຮັບເຊີນໃຫ້ໄປຂຶ້ນສະແດງໃນເພງ PPAP ຮ່ວມກັບວົງ Orchestra ແບບ Full band ຈາກເພງໃນໂລກອອນລາຍຕະຫຼົກໆກາຍເປັນ ງານໃຫ່ຍລະດັບປະເທດ ເມື່ອເບິ່ງການສະແດງແລ້ວຈະຮູ້ສຶກໄດ້ເລີຍເຖິງຄວາມຍິ່ງໃຫ່ຍອະລັງການ ແຖມລາວຍັງຮ້ອງເພງນີ້ໃນແບບເຕັມເພງອີກດ້ວຍ. ຈະມີຄວາມຍິ່ງໃຫ່ຍຊໍ່າໃດນັ້ນສາມາດຊົມຄຣິບໄດ້ເລີຍ!!!

Read More »

ຄັ້ງໜຶ່ງໃນຊີວິດຕ້ອງຊວນໜູ່ສະນິດເຮັດແບບນີ້ເລີຍ!!!

ສາວໆຄົນໃດທີ່ເຂີນອາຍບໍ່ລຶ້ງທີ່ຈະຕ້ອງ Post ທ່າເວລາຖ່າຍຮູບຄົນດຽວ ລອງເອົາເພື່ອນສາວຄົນສະນິດຂອງທ່ານ ຫຼື ຖ່າຍຮູບນໍາກັບເປັນກຸ່ມໄປເລີຍຮັບຮອງງານນີ້ເກີດຍົກແກ໊ງ ເຊິ່ງຮູບທີ່ຖ່າຍອອກມາຈະໃຫ້ຄວາມຮູ້ສຶກເຖິງ...

Read More »

ລັກສະນະຮີມສົບທວາຍນິດໄສ…!!!

ຖ້າທ່ານເປັນຄົນທີ່ຮີມສົບເທິງຍື່ນອອກມາຫຼາຍກວ່າຮີມສົບລຸ່ມ ໝາຍຄວາມວ່າທ່ານເປັນຄົນເວົ້າກົງໄປກົງມາມີຄວາມຊື່ສັດ ບໍ່ມັກຕົວະກັບຄົນທີ່ທ່ານຮັກ ແລະ ທ່ານກໍບໍ່ມັກໃຫ້ຄົນອື່ນມາເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກັບທ່ານເຊັ່ນກັນ...

Read More »

ສາວງາມອາຍຸ 19 ປີ ຈາກປະເທດ PUERTO RICO, ຄວ້າຕຳແໜ່ງ Miss World 2016.

ສາວງາມອາຍຸ 19 ປີ ຈາກປະເທດ ເປີໂຕຣິໂກ (PUERTO RICO) ຄວ້າຕຳແໜ່ງ Miss World 2016.      ຕັດສິນກັນໄປຮຽບຮ້ອຍແລ້ວສໍາລັບເວທີປະກວດ Miss World 2016 ໃນຕອນເຊົ້າຂອງວັນທີ 19 ທັນວາ 2016 ນີ້ ຢູ່ທີ່ ປະເທດ ສະຫະລັດອາເມຣິກາ ໂດຍມີສາວງາມຈາກ 117 ປະເທດເຂົ້າຮ່ວມເຊິ່ງຜົນປາກົດວ່າຜູ້ທີ່ຄວ້າມຸງກຸດ Miss World 2016 ໄປຄອງໄດ້ແກ່ ສະເຕຟານີ່ ເດລ ເຟລເລ (Stephanie DEL VALLE) ອາຍຸ 19 ປີ ສາວງາມຈາກປະເທດ ເປີໂຕຣິໂກ. ຮອງອັນດັບ 1: ໄດ້ແກ່ ຍາຣິສຊາ ມິກູລີນາ ເຣເຍສ ຣາມິເຣດ ສາວງາມຈາກ …

Read More »

ສຸນາລີ ຣາດສະສີມາ ແຕ່ງດອງກັບ ວາວເຕີ ຮັກນີ້ຫ່າງກັນ 20 ກໍບໍ່ມີບັນຫາ!!!

ສຸນາລີ ຣາດສະສີມາ ແຕ່ງດອງກັບ ວາວເຕີ ຮັກນີ້ຫ່າງກັນ 20 ກໍບໍ່ມີບັນຫາ!!! ສຸນາລີ ຣາດສະສີມາ ຄວງສາມີ ຮຸ່ນນ້ອງ ວາວເຕີ ເຂົ້າພິທີແຕ່ງດອງແບບລຽບງ່າຍ ເຖິງອາຍຸຈະຕ່າງກັນແຕ່ກໍບໍ່ມີບັນຫາ. ເປັນອີກໜຶ່ງເລຶ່ອງດີໆ  ຂອງວົງການບັນເທິງປະເທດເພື່ອນບ້ານ ເມື່ອນັກຮ້ອງລູກທົ່ງຊື່ດັງ ອາຍຸ 48 ປີ ສຸນາລີ ຣາດສະສີມາ ກັບແຟນນາມວ່າ ວາວເຕີ ອາຍຸ 29 ປີ ໄດ້ເຂົ້າພິທີແຕ່ງດອງກັນເປັນທີ່ຮຽບຮ້ອຍແລ້ວ, ໂດຍ ໃນວັນທີ 18 ທັນວາ 2016 ສຸນາລີ ຣາດສະສີມາ ກໍໄດ້ໂພດສ໌ູບພາບແຕ່ງດອງລົງໃນເຟກບຸກສ່ວນຕົວຂອງນາງເອງ (Sunaree Ratchasima) ແລະ ພ້ອມຂຽນເຄບຊັ່ນຊື້ງໆທີ່ວ່າ: “ເປັນອີກໜຶ່ງມື້ທີ່ມີຄວາມສຸກ ຂອບໃຈິດຕະພາບທີ່ດີຸກຄົນ” ຄວາມຮັກເປັນສິ່ງທີ່ງົດງາມ ພວກເຮົາຂໍເປັນກຳລັງໃຈໃຫ້ເດີ້!!!      

Read More »