Breaking News

ຂ່າວບັນເທີງນອກປະເທດ

Mansion ຫຼູຫຼາ ຕົກແຕ່ງດ້ວຍຄໍາ ທົ່ວຫ້ອງລວມມູນຄ່າຫຼາຍກວ່າ 100 ລ້ານໂດລາ

ມາສ່ອງ ແມນຊັ້ນ (Mansion) ຫຼູຫຼາຂອງ Donald – Melania Trump ປະທານາທິບໍດີ ແລະ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ  ທີ່ຕົກແຕ່ງດ້ວຍຄໍາ ແລະ ຫີນອ່ອນ ລວມມູນຄ່າຫຼາຍກວ່າ 100 ລ້ານໂດລາສະຫະລັດ. ຕັ້ງຢູ່ຊັ້ນດາດຟ້າຂອງຕືກ ທຣັມປ໌ (Trump Tower) ໃນນະຄອນຫຼວງນິວຍອກ ທີ່ເນັ້ນການໃຊ້ເຄື່ອງເຮືອນທີ່ຫຼູຫຼາ. ດ້ວຍຄໍາ 24K ແລະ ຫີນອ່ອນເພື່ອຕົກແຕ່ງພາຍໃນຫ້ອງທັງໝົດ ນອກຈາກນັ້ນ ຍັງມີເຄື່ອງຕົກແຕ່ງທີ່ມີລາຄາແພງທີ່ສຸດເຊັ່ນດຽວກັນເຊັ່ນ: ໂຄມໄຟ, ເພດານ, ຝາຫ້ອງ, ເຟີນີເຈີ, ໃບໄມ້ຄໍາ ແລະ ອື່ນໆ… ພາຍໃນຫ້ອງຈະຕົກແຕ່ງໂດຍການອອກແບບຂອງ Angelo Donghia ນັກຕົກແຕ່ງພາຍໃນຊື່ດັ່ງຂອງອາເມຣິກາ ອອກແບບການຕົກແຕ່ງໃຫ້ດ້ວຍສິລະປະລຸຍທີ່ 14 (Louis XIV Style)  

Read More »

ມາຮູ້ຈັກ Melania Trump ສຸພາບສະຕີໝາຍເລກ1

  ຜ່ານໄປເປັນທີ່ຮຽບຮ້ອຍແລ້ວ ກັບການເລືອກຕັ້ງ ປະທານາທິບໍດີສະຫະລັດອາຣິກາ ໂດຍ ໂດນັລດ໌ ທຣັມປ໌ Donald Trump ໄດ້ເປັນປະທານາທິບໍດີ ຄົນທີ່ 45 ສຳລັບມື້ນີ້ ຂັວນໃຈ ຈະພາທ່ານໄປຮູ້ຈັກກັບຜູ້ຍິງທີ່ດັງທີ່ສຸດໃນໂລກເວລານີ້ ເແມ່ນ ເມລາເນຍ ທຣັມປ໌ Melania Trump ຈາກສາວນ້ອຍ ສໂລວິເນຍ ກາຍມາເປັນ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ ຈະງາມ ແລະ ເກັ່ງພຽງໃດນັ້ນ ລອງອ່ານເບິ່ງແລ້ວທ່ານຈະຮູ້… ເມລາເນຍ ທຣັມປ໌ Melania Trump ເກີດວັນທີ 26 ເມສາ 1970 ທີ່ເມືອງ ສໂລວິເນຍພໍ່ຂອງລາວເປັນຕົວແທນຂາຍລົດ ແລະແມ່ຂອງລາວເຮັດວຽກໃນວົງການຕັດຍິບເຄື່ອງນຸ່ງເດັກນ້ອຍ ສາວງາມຄົນນີ້ ໄດ້ສຶກສາດ້ານການອອກແບບ ແລະ ສະຖາປັດຕະຍະກໍາທີ່ມະຫາວິທະຍາໄລ ໂລວິເນຍ ແລະ ເລີ່ມຕົ້ນໃນການເຮັດວຽກແຕ່ອາຍຸ 16 ປີ …

Read More »

ອິນໂດເນເຊຍ ຄວ້າ Miss Grand International 2016

“ເອຣິກ້າ ບຸກຣີ ເພີທຕິວີ” Miss Grand ຈາກອິນໂດເນເຊຍ ຄວ້າຕໍາແໜ່ງ Miss Grand International 2016 ຄົນທີ່ 4 ຂອງໂລກໄປຄອງ ຍ້ອນຄວາມງາມ ພ້ອມດ້ວຍຄວາມສາມາດໃນການຕອບຄໍາຖາມດັ່ງລຸ່ມນີ້ ທ່າມກາງການຊົມເຊຍຂອງຫຼາຍຄົນ ຈົນເຖິງວິນາທີສຸດທ້າຍ ຈາກ ລາສເວກັດ ລັດເນວາດາ ສະຫະລັດອາເມຣິກາ ສຳລັບເວທີປະກວດ Miss Grand International 2016 ໃນຮອບຕັດສິນຂອງຄໍ່າຄືນວັນທີ່ 26 ຕຸລາ ທີ່ຜ່ານມາ ລາງວັນຊຸດລອຍນໍ້າຍອດຍ້ຽມໄດ້ແກ່ Miss Grand “ເຊວິນິດ ໄຣ້ທ” ປະເທດ ບາຮາມາສ ລາງວັນ Miss Grand ໂຊຊຽວມີເດຍ ໄດ້ແກ່ “ໄດແອນ ໂອ ບຣາວ” ປະເທດ ຈາໄມກ້າ ແລະ ຕໍາແໜ່ງ ຊຸດລາຕຼີຍອດຍ້ຽມ …

Read More »

ຊູຊີ ນາງເອກ ສາວ Sexy ສະຫຼະໂສດແລ້ວຫຼັງຄົບກັນມາ 4 ປີ

ຊູຊີ  Shu Qi ນາງເອກ ໄຕ້ຫວັນ ຕົກລົງເຂົ້າພິທີແຕ່ງດອງກັບ ສຕີເຟັນ ເຟີງ Stephen Fung ນັກສະແດງ ແລະ ຜູ້ກໍາກັບຮູບເງົາ ຮອງກົງ ຫຼັງຈາກຄົບຫາຮຽນຮູ້ໃຈກັນເປັນເວລາຫຼາຍປີພໍສົມຄວນ. ທັງສອງໄດ້ຈັດງານແຕ່ງທີ່ນະຄອນຫຼວງປາກ ປະເທດສາທາລະນະລັດເຊັກ ເຊິ່ງເປັນສະຖານທີຝ່າຍຊາຍກໍາກັບຝ່າຍຍິງໃນຮູບເງົາເລື່ອງ: ລ້າສົມບັດ (The Adventurers) ພາຍໃນງານຈະບໍ່ມີການຈັດງານລ້ຽງສະຫຼອງແຕ່ງດອງ ລວມທັງບອກຕື່ມອີກວ່າ: ບໍ່ໄດ້ມີລູກກ່ອນແຕ່ງ. ຕາມການຖະແຫຼງຂ່າວໃຫ້ຮູ້ວ່າ: ທັງສອງໄດ້ຮູ້ຈັກກັນມາເປັນເວລາ 20 ກວ່າປີ ແລະ ຮັກກັນມາດົນກວ່າ 4 ປີແລ້ວ ຊູຊີເກີດທີ ໄຕຫວັນ ເລີ່ມຕົ້ນຈາກອາຊີບນາງແບບ ແລະ ຍ້າຍມາຢູ່ຮອງກົງເພື່ອເປັນນັກສະແດງ ສ່ວນຝົງ ເຕີຫຼຸນ ເລີ່ມຕົ້ນຈາກການເປັນນັກສະແດງ ແລະ ນັກຮ້ອງໃນຮອງກົງ ປະສົບຄວາມສຳເລັດພໍສົມຄວນ ກ່ອນທີ່ຈະປ່ຽນມາເຮັດງານເບື້ອງຫຼັງ ເປັນຜູ້ກໍາກັບຜົນງານຮູບເງົາເລື່ອງ ໄທເກັກ ຫມັດນ້ອຍ ເລັກຕັນໃນປີ 2012 ແລະພາກຕໍ່ນໍາອີກ ຊູຊີພົບຝົງ …

Read More »

ສາເຫດ ໂຈລີ ຟ້ອງຍ່າ ແບຣດ ພິດ ຍ້ອນບໍ່ເຂົ້າໃຈກັນ

ທະນາຍຂອງ ແອງເຈລີນາ ໂຈລີ ໄວ 41 ປີ ນັກສະແດງຍິງຂອງຮໍລີວູດໄດ້ຖະແຫຼງວ່າ ໂຈລີ ຍື່ນໃບຟ້ອງຍ່າ ແບຣດ ພິດ ສາມີ ໄວ 52 ປີ ຢ່າງເປັນທາງການ ສາເຫດໃນການຟ້ອງຍ່າ ແມ່ນຄວາມແຕກຕ່າງຂອງທັງສອງທີ່ບໍ່ສາມາດປັບເຂົ້າຫາກັນໄດ້ ພ້ອມຍໍ້າອີກວ່າ ການຕັດສິນໃຈນີ້ ເຮັດເພື່ອສຸຂະພາບ ຄວາມເປັນຢູ່ຂອງຄອບຄົວ ທັງນີ້ເວ໊ບໄຊ TMZ ລາຍງານວ່າ ໂຈລີເປັນຝ່າຍຂໍແຍກທາງກັບຝ່າຍຊາຍເອງ ໂດຍມີລາຍງານວ່າ ໂຈລີ ຕ້ອງການສິດທິລ້ຽງດູລູກທັງ 6 ຄົນດ້ວຍຕົນເອງ ແລະ ໃຫ້ສິດພໍ່ມາຢ້ຽມໄດ້ໂດຍບໍ່ໄດ້ຮຽກຮ້ອງການສະໜັບສະໜູນຈາກຄູ່ສົມຣົດ. ສຳລັບ ແອງເຈລີນາ ໂຈລີ ກັບ ແບຣດ ພິດ ເປັນຄູ່ຮັກທີ່ພົບກັນໃນກອງຖ່າຍຮູບເງົາເລື່ອງ Mr. &Mr.Smith ທັງສອງໄດ້ໃຊ້ຊີວິດຄູ່ຮ່ວມກັນມາເປັນເວລາ 10 ກວ່າປີ ແລະ ມາແຕ່ງງານຢ່າງເປັນທາງການໃນປີ 2014 ທັງສອງມີລູກນໍາກັນ 6 …

Read More »