Breaking News

ຂ່າວບັນເທີງນອກປະເທດ

ມາເບິ່ງກັນແບບຈະໆ! ກັບຊຸດປະຈຳຊາດແຕ່ລະປະເທດໃນການປະກວດ Miss Grand International 2017 ຂໍບອກເດີ້ແຕ່ລະປະເທດຈັດເຕັມອີ່ຫລີ!!!

ມາເບິ່ງກັນໄວໆໆໆ!!! ກັບຊຸດປະຈຳຊາດແຕ່ລະປະເທດໃນການປະກວດ Miss Grand International 2017 ຂໍບອກເລີຍເດີ້ວ່າແຕ່ລະປະເທດຈັດໜັກຈັດເຕັມ ຂົນເອົາໄອເດຍ ແນວຄວາມຄິດສ້າງສັນມາໃສ່ໃນຊຸດປະຈຳຊາດຂອງໃຜມັນໄດ້ຢ່າງລົງຕົວ, ເອົາລະບໍ່ເວົ້າຍາວລອງມາເບິ່ງແຕ່ລະຊຸດ ແຕ່ລະປະເທດກັນເລີຍ ມີທັງໝົດ 73 ປະເທດທົ່ວໂລກກັນເລີຍ!!! ການປະກວດຮອບຊຸດປະຈຳຊາດ ຍັງບໍ່ມີການປະກາດຜົນວ່າປະເທດໃດທີ່ໄດ້ ລາງວັນຊຸດປະຈຳຊາດດີເດັ່ນ ດັ່ງນັ້ນ ແຟນໆສາມາດເຂົ້າໄປຮ່ວມໂຫວດໃຫ້ຊຸດປະຈຳຊາດລາວ ໂດຍເຂົ້າໄປທີ່ເພສ Miss Grand International ແລ້ວຄລິກເຂົ້າໄປຮູບພາບຊຸດປະຈຳຊາດລາວ ແລ້ວກົດໄລ້ກົດແຊຣ ພຽງເທົ່ານີ້ກໍຈະເຮັດໃຫ້ ຊຸດປະຈຳຊາດລາວ ມີຄະແນນສະສົມ 1 Like = 1 ຄະແນນ, 1 Share= 3 ຄະແນນ ເປີດໂຫວດແລ້ວຕັ້ງແຕ່ມື້ນີ້ໄປຈົນເຖິງ 15 ຕຸລາ 2017 ຄະແນນເຫຼົ່ານີ້ຈະສົ່ງຜົນໃຫ້ຊຸດປະຈຳຊາດລາວເຮົາເຂົ້າຮອບ 25 ຊຸດປະຈຳຊາດດີເດັ່ນໂດຍອັດຕະໂນມັດ. ຕັດສິນແທ້ແມ່ນວັນທີ 25 ຕຸລາ 2017. (ຢ່າລືມກົດໄລ້ກົດແຊຣ ຮັກລາວເຊຍລາວເດີ້ແຟນໆ) LAOS – CHINNALY NOLASING …

Read More »

ຄົນທົ່ວໂລກຕະລຶງ! ສຸດຍອດແຫ່ງຄວາມອະລັງການຂອງຊຸດປະຈຳຊາດລາວ ໃນການປະກວດຮອບຊຸດປະຈຳຊາດ Miss Grand International 2017

ກ່ອນໜ້ານີ້ເຮົາກໍໄດ້ຮູ້ໄປກັນແດ່ແລ້ວວ່າຊຸດປະຈຳຊາດທີ່ລາວເຮົາຈະໃຊ້ເຂົ້າໃນການປະກວດ Miss Grand International 2017 ນັ້ນແມ່ນຊຸດ “ພຣະທາດຫຼວງ” ແລະ ໃນຄໍ່າຄືນຂອງວັນທີ 12 ຕຸລາ 2017 ທີ່ຜ່ານມາ ພໍ່ແມ່ພີ່ນ້ອງປະຊາຊົນລາວຕ່າງກໍ່ມີຄວາມໃຈຈົດໃຈຈໍ່ຖ້າລຸ້ນຖ້າເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ  Miss Grand Laos ຕົວແທນສາວງາມທີ່ໄປປະກວດ Miss Grand International 2017 ທີ່ ປະເທດ ຫວຽດນາມ, ເຊິ່ງ ຟ້າໃສ ຈິນນາລີ ກໍບໍ່ເຮັດໃຫ້ຄົນລາວເຮົາທຸກຄົນຜິດຫວັງ ເພາະນາງໄດ້ເສີດສາຍເທິງເວທີລະດັບໂລກໄດ້ເປັນຢ່າງດີ ເຖິງຈະເປັນພຽງສາວນ້ອຍອາຍຸ 18 ປີ ແຕ່ຄວາມສາມາດເກີນໄວ  ແຖມຊຸດປະຈຳຊາດທີ່ ຟ້າໃສ ສວມໃສກໍບໍ່ແມ່ນທຳມະດາເພາະມີນໍ້າໜັກເປັນ 20kg (ວ້າວວວ!!! ຂໍຊົມເຊີຍນ້ອງຟ້າໃສເດີ້) ແຖມພໍແຕ່ເປີດຕົວຊຸດປະຈຳຊາດລາວເຮົາອອກມາກໍເຮັດໃຫ້ຄົນທົ່ວໂລກໃຫ້ຄວາມສົນໃຈ ແລະ ຕະລຶງໄປກັບຊຸດປະຈຳຊາດລາວທີ່ສຸດແສນຈະອະລັງການງານສ້າງ. ชุดประจำชาติ #MissGrandLaos ก็ไม่น้อยหน้า แบกมาทั้งปราสาท ชุดประจำชาติ #Laos …

Read More »

ຄືນນີ້ແລ້ວ! ຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍໃຫ້ ຟ້າໃສ ຈິນນາລີ ໃນການປະກວດຮອບຊຸດປະຈຳຊາດ Miss Grand International 2017

ຄືນນີ້ແລ້ວ! ຂໍພະລັງຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍແຮງໃຈໃຫ້ ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos ຕົວແທນສາວງາມຈາກປະເທດລາວທີ່ເດີນທາງໄປປະກວດນາງງາມໃນເວທີລະດັບໂລກ  Miss Grand International 2017.  ຄໍ່າຄືນວັນທີ 12/10/2017 ນີ້ ເວລາ 20:00ໂມງ ເປັນຕົ້ນໄປເປັນຄໍ່າຄືນທີ່ໜ້າຕື່ນເຕັ້ນ ເພາະຈະມີການປະກວດໃນຮອບຊຸດປະຈຳຊາດ (National Costume Competition) ເຊິ່ງປະເທດລາວຂອງເຮົາກໍມາໃນຊຸດ ພຣະທາດຫຼວງວຽງຈັນ ອັນເຊິ່ງເປັນເອກະລັກປະຈຳຊາດລາວ, ດັ່ງນັ້ນຈຶ່ງຂໍກຳລັງໃຈຈາກຄົນລາວທຸກຄົນໃນການສົ່ງກຳລັງໃຈໄປໃຫ້ ນ້ອງ ຟ້າໃສ ຈິນນາລີ ໃຫ້ມີກຳລັງໃຈ ແລະ ປະກວດເທິງເວທີໃຫ້ດີທີ່ສຸດ, ແຟນໆສາມາດຮ່ວມສົ່ງກຳລັງໃຫ້ ນ້ອງ ຟ້າໃສ ໄດ້ທີ່ເພສ Miss Grand International ແລະຕິດຕາມຄວາມເຄື່ອນໄຫວໄດ້ທີ່  Kuanjai Magazine ນອກຈາກນັ້ນຍັງຈະມີການຖ່າຍທອດສົດທີ່ ທໍລະພາບ ທີວີລາວ, ຫ້າມລືມຫ້າມພາດເດີ້!!! ຮັກລາວເຊຍລາວ ສູ້ໆໆໆ ຂໍຂອບໃຈສຳລັບຮູບພາບ

Read More »

ປາມມີ່ ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວຂອງປະເທດເພື່ອນບ້ານ ເດີນທາງພັກຜ່ອນເຊັກອິນ @ວັງວຽງ ປະເທດລາວ!!!

ຈະດາດາ ດຳ ຈາດຳ ຈາດຳ ຈາດາ ດ່າດ້າ ຈາດ່າ ດ່າດ້າດ້າດຳ ມີໃຜເກີດທັນເພງ “ຢາກຈະຮ້ອງດັງໆ” ຄືກັບ ຊະນີIndy ບໍ່ນໍ? ຮິ້ວວວວ ຂຶ້ນອິນໂທເພງແບບນີ້ເປັນເພງຂອງໃຜບໍ່ໄດ້ເລີຍ ນອກຈາກເປັນບົດເພງຂອງສາວ ປາມມີ່  ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວ ເຈົ້າຂອງເພງດັງຫຼາຍບົດເພງເຊັ່ນ: ຄິດມາກ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ,  ຢາກຈະຮ້ອງດັງໆ ແລະ ອີກຫຼາຍຫຼາຍບົດເພງດັງ  ທີ່ຫຼ້າສຸດນາງໄດ້ເດີນທາງມາພັກຜ່ອນຢ່ອນອາລົມ ໃຊ້ຊີວິດແບບ Slow life ທີ່ວັງວຽງ ປະເທດລາວ, ພໍແຕ່ມາຮອດ ປາມມີ່ ກໍຈັດທິບລ່ອງເຮືອທີ່ແມ່ນໍ້າຊອງ ເບິ່ງແລ້ວມີຄວາມສຸກໄປກັບນາງ ແຖມປາມມີ່ຍັງຍ້ອງປະເທດລາວຜ່ານອິນສະຕາແກຼມອີກວ່າທີ່ ວັງວຽງ ອາກາດດີ ເປັນເມືອງທີ່ໜ້າຢູ່… ພໍແຕ່ໂພສຮູບເທົ່ານັ້ນແລະແຟນຄລັບທັງຊາວລາວ ແລະ ໄທກໍເຂົ້າມາຄອມເມັ້ນກັນສະໜັ່ນເລີຍ!!! เอาบรรยากาศมาฝากค่ะ A post shared by ปาล์มมี่ (@palmy.ig) on …

Read More »

“Too Good At Goodbyes” ບົດເພງໃໝ່ຊຶ້ງກິນໃຈຈາກ Sam Smith!!!

ອັບເດດເພງແນວ Inter ກັນແດ່ ມື້ນີ້ ຊະນີIndy  ເອົາໃຈແຟນໆທີ່ມັກຟັງບົດເພງຮັກ ແນວເພງຊຶ້ງໆ ນໍ້າຕາແຕກໄຫຼເປັນສາຍທາງ…(555) ເປັນບົດເພງຂອງໜຸ່ມຕານໍ້າເຂົ້າ ແຫ່ງເມືອງຜຸ້ດີ ປະເທດ ອັງກິດ Sam Smith ນັກຮ້ອງສຽງດີ ເຈົ້າຂອງບົດເພງຮັກ ບົດເພງຊຶ້ງຫຼາຍບົດເພງເຊັ່ນ: Stay With Me, Lay Me Down, I’m not the only one ແລະ ຫຼ້າສຸດ  Sam Smith ກໍໄດ້ປ່ອຍບົດເພງໃໝ່ “Too Good At Goodbyes” ເປັບບົດເພງທີ່ມີຄວາມໝາຍເຖິງການບອກລາ ແຕ່ໃນການບອກລານັ້ນມັນຍິ່ງເຮັດໃຫ້ຄົນທີ່ຖືກບອກລາມີຄວາມເຂັ້ມແຂງ ບໍ່ໄດ້ຫວັ່ນ ຫຼື ອ່ອນແອຕໍ່ຄຳທີ່ຄົນເຄີຍຮັກທີ່ຕ້ອງການຈະລາຈາກເຮົາເລີຍ…ເດະໆ ຊະນີIndy ເກິ່ນຄຣາວໆແບບນີ້ຮູ້ສຶກອິນ ຮູ້ສຶກຢາກຟັງກັນແດ່ບໍ່? ບໍ່ຊ້າເດີ້ລອງມາຟັງກັນເບິ່ງ ມ່ວນບໍ່ມ່ວນແນວໃດຄອມເມັ້ນບອກກັນແດ່.

Read More »