Breaking News

ຂ່າວບັນເທີງນອກປະເທດ

ສຸດຫວານ! ແອັບເປີ້ນ-ຟຸກ (ຄູ່ຮັກສາວລາວບ່າວໄທ) ປ່ອຍພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ຈິກໝອນ ງານນີ້ມີອິດສາໃນຄວາມຫວານກັນເປັນແຖວ!!!

ປ່ອຍຮູບພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ເຊີຍຊົມຮູບພາບຄູ່ສຳລັບເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ ຜ່ານຜ່າອຸປະສັກ ຜ່ານຮ້ອນຜ່ານໜາວ ດັ່ງພົມລິຂິດ ຈົນໃນທີ່ສຸດກໍຕົກລົງປົງໃຈທີ່ຈະໃຊ້ຊີວິດຮ່ວມກັນ ແລະ ຈະມີພິທີມົງຄຸນສົມລົດໃນຕົ້ນເດືອນ ພະຈິກ ແບບຈັດໜັກ ຈັດເຕັມ ສະຫຼອງກັນເຖິງ 3 ມື້ 3 ຄືນ ໃນແບບປະເພນີ ລາວ, ໄທ ແລະ ຈີນ. ຫຼ້າສຸດແຟນຄັບຕ້ອງໄດ້ອິນໄປຕາມໆກັນກັບຮູບພາບ Pre-Wedding ໃນແບບປະເພນີລາວ ທີ່ທັງສອງຖ່າຍອອກມາໄດ້ຫວານ ຈົນບໍ່ມີຄຳບັນຍາຍ ເປັນຮູບພາບພີເວດດິ້ງທີ່ຖ່າຍໃນສະຖານທີ່ເຊິ່ງເປັນບ່ອນທີ່ທັງສອງເຈິກັນ ແລະ ອອກເດດກັນເປັນເທື່ອທຳອິດ ແລະ ເບິ່ງແລ້ວເປັນຮູບພາບພີເວດດິ້ງທີ່ສະບາຍຕາ ເປັນທຳມະຊາດ ແຕ່ເຕັມໄປດ້ວຍຄວາມຫວານ ງານນີ້ບອກເລີຍໃຜທີ່ໄດ້ເບິ່ງຮູບພາບກໍຕ້ອງເບິ່ງໄປຍິ້ມໄປ ຈິກໝອນໄປ ແຖມງານນີ້ມີອິດສາໃນຄວາມຫວານ ໜ້າຮັກ ຂອງຄູ່ນີ້ເປັນແຖວແນ່ນອນ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ແອັບເປີ້ນ ແລະ ໜຸ່ມ ຟຸກ …

Read More »

ເປັນຕາໜ້າຮັກຫຼາຍ! ມາເບິ່ງຄວາມໜ້າຮັກຂອງ Thunder&Storm ລູກຊາຍຝາແຝດຂອງ ຊົມພູ່ ອາລາຍາ!!!

ມາເບິ່ງຄວາມໜ້າຮັກ ໜ້າຊັງຂອງຊຸບຕາໂຕນ້ອຍໆ ສາຍຟ້າ-ພາຍຸ ຫຼຶຊື່ຫຼິ້ນກໍຄື (Thunder ແລະ Storm) ລູກຊາຍຝາແຝດຂອງ ຊົມພູ່ ອາລາຍາ ເອຮາເກັດ ດາລາ-ແຟຼຊັ່ນນິດຕ້າຊື່ດັງຂອງປະເທດເພື່ອນບ້ານ, ຫຼ້າສຸດອອກລູກຊາຍຝາແຝດມາໄດ້ພຽງມື້ດຽວກໍສ້າງປະກົດການໄປທົ່ວວົງການບັນເທິງ ແລະໂລກໂຊຊ່ຽວສະໜັ່ນຫວັນໄຫວ ເຊິ່ງໃນມື້ນີ້ ຊົມພູ່ ກໍໄດ້ໂພສຮູບພາບຄອບຄົວ ແລະ ລູກຊາຍຝາແຝດ ມາໃຫ້ແຟນໆໄດ້ຊົມຮູບພາບຄວາມອົບອຸ່ນ ແລະ ຄວາມໜ້າຮັກໜ້າຊັງຂອງລຸກຊາຍຝາແຝດ. ນ້ອງ Thunder ແລະ Storm ຈະມີຄວາມໜ້າຮັກ ໜ້າຊັງຊໍ່າໃດລອງມາເບິ່ງກັນເລີຍ!!! (ສະແດງຄວາມຍິນດີນຳຫຼາຍໆ) ประมวลภาพน้องแฝด Thunder and Storm ลูกพ่อน็อตแม่ชม#สายฟ้าพายุ โพสต์โดย Thunder and Storm official บน 6 กันยายน 2017 ທີ່ມາ: Thunder and Storm official

Read More »

ຄອບຄົວສຸດອົບອຸ່ນ! ເປີດເຜີຍຮູບພາບ ຊົມພູ່-ນ໋ອດ ແລະ ລູກຊາຍຝາແຝດ “Thunder ແລະ Storm” ທີ່ແຟນຄລັບຫຼາຍຄົນລໍຖ້າເບິ່ງ!!!

ຫຼັງຈາກທີ່ ຊົມພູ່ ອາລາຍາ ເອຮາເກັດ ດາລາສາວ ແຟຼຊັ່ນນິດຕ້າ ຄົນດັງຈາກປະເທດເພື່ອນບ້ານ ໄດ້ມີກຳນົດອອກລູກໃນວັນທີ 6 ກັນຍາ 2017 ທີ່ຜ່ານມາ ຈົນເກີດເປັນກະແສດັງຂ້າມຄືນ ເຮັດໃຫ້ທັງຄອບຄົວ ບັນດາໝູ່ເພື່ອນຄົນໃນວົງການບັນເທິງ ແລະ ບັນດາແຟນຄລັບຕ່າງລຸ້ນໃຫ້ກຳລັງໃຈ ແລະ ຖ້າເບິ່ງໜ້າຕາຂອງລູກແຝດຊາຍ ນັ້ນກໍຄື ນ້ອງ Thunder ແລະ Storm ເຊິ່ງທັງແມ່ ແລະ ລູກຊາຍຝາແຝດກໍປອດໄພດີ. ມາໃນມື້ນີ້ວັນທີ 7 ກັນຍາ 2017 ກໍເຫັນກັນແລ້ວ ຫຼ້າສຸດໃນອິນສະຕາແກຼມຂອງ ຊົມພູ່ ອາລາຍາ ກໍໄດ້ໂພສຮູບພາບຄອບຄົວສຸດອົບອຸ່ນມີ ຊົມພູ່-ນ໋ອດ ແລະ ລູກຊາຍຝາແຝດທີ່ສຸດແສນຈະໜ້າຮັກນ້ອງ ສາຍຟ້າ ແລະ ພາຍຸ ຫຼື ມີຊື່ຫຼິ້ນກໍຄື Thunder ແລະ Storm, ຈົນເຮັດໃຫ້ບັນດາຄົນໃນວົງການບັນເທິງ ໝູ່ເພື່ອນ ແຟນຄລັບ ແລະ …

Read More »

ຂຶ້ນແທ່ນເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ທີ່ຊ່ວງນີ້ດຸໝັ່ນໂພສຮູບໂຊຫຸ່ນສຸດເຊັກຊີ່!!!

ກຳລັງເປັນກະແສກັນເລີຍກັບເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ດາລາ-ນັກສະແດງສາວປະເທດຈາກເພື່ອນບ້ານ ທີ່ຊ່ວງນີ້ຈະເຫັນນາງດຸໝັ່ນໂພສຮູບພາບໃນ ອິນສະຕາແກຼມໂຊຫຸ່ນງາມໆ ທີ່ສຸດແສນຈະຟິດແອນເຟີມສຸດໆ ຈົນເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣ ແລະສະແດງຄວາມຄິດເຫັນກັນຈົນສະໜັ່ນຫວັ່ນໄຫວ. ສຳລັບ ເຈນີ່ ທຽນໂພສຸວັນ ກໍເປັນອີກໜຶ່ງສາວທີ່ມັກ ແລະ ຮັກໃນການເບິ່ງແຍງສຸຂະພາບ ຈົນຂຶ້ນແທ່ນເປັນໄອດໍ້ເລື່ອງຫຸ່ນ ກາຍເປັນເຊັກຊີ່ໂຕແມ່ຂອງວົງການ ແລະ ຫຼ້າສຸດກໍໄດ້ລາງວັນ ດາລາສຸຂະພາບດີ ຈາກງານປະກາດຜົນລາງວັນ ມາຍາແຊນແນວ ມາແລ້ວ. Picture via: janienineeleven

Read More »

ເບິ່ງລະຫວ໋າມ່ວນດີ! ກິຕ້າ ພັດທະສອນ ແຂ່ງລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ”

ໄດ້ເບິ່ງກັນລະບໍ່? ກັບລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ” ທີ່ມີສາວລາວຄົນດັງ ພັດທະສອນ ມະນີດາລັດ (ກິຕ້າ) ໄປແຂ່ງຂັນລາຍການ ຈົນສ້າງສຽງຮືຮາໃຫ້ທັງປະຊາຊົນຄົນລາວ ແລະ ໄທ, ໃນລາຍການ ສາວ ກິຕ້າ ກໍຢູ່ໃນທີມທີ່ມີ 3 ສາວ 3 ສັນຊາດ ລາວ, ໄທ ແລະ ສ. ເກົາຫລີ ແຂ່ງຂັນກັບບັນດາໜຸ່ມໆດາລາດັງຂອງໄທ 3 ຄົນ, ເຊິ່ງລາຍການ “ປິດສະໜາຟ້າແລບ” ທີ່ມີ ກິຕ້າ ໄປແຂ່ງຂັນກໍອອກອາກາດມາໄດ້ 2 ມື້ແລ້ວ ແລະໃນລາຍການກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະສຽງຮາ, ນອກຈາກນັ້ນ ສາວ ກິຕ້າ ກໍຍັງມີການສອນໃຫ້ຄົນທີ່ຢູ່ໃນການແຂ່ງຂັນລວມເຖິງພິທີກອນດັງ ເຊີນຊວນໃຫ້ຄົນລາວມາເບິ່ງລາຍການດັ່ງກ່າວໃນພາສາລາວວ່າ “ປິດສະໜາຟ້າແມບເຫຼື້ອມ” ຈະມ່ວນຊໍ່າໃດນັ້ນ ຂວັນໃຈ ເຮົາກໍມີມາຝາກແຟນໆ ລອງມາເບິ່ງກັນເລີຍ!!! ການແຂ່ງຂັນກຳລັງດຳເນີນໄປຢ່າງມ່ວນຊື່ນ ແລະໃນມື້ນີ້ຈະຕັດສິນກັນແລ້ວວ່າທີມໃດຈະເປັນຜູ້ຊະນະ ຢ່າລືມເອົາໃຈຊ່ວຍສາວລາວຂອງເຮົານຳເດີ້!!! ຂໍຂອບໃຈຄລິບຈາກ: WorkpointOfficial ຮູບພາບ: Kitar Phatthasone Manydalath

Read More »