Breaking News

ຂ່າວບັນເທີງນອກປະເທດ

ງາມສະດຸດຕາ! ອໍ້າ ພັດຊະຣາພາ ມາໃນແບບເສື້ອສາຍດ່ຽວໂສ້ງຢີນຂາດ!!!

ບອກເລີຍວ່າການເວລາບໍ່ເຄີຍເຮັດຫຍັງ ອໍ້າ ພັດຊະຣາພາ ໄຊເຊື້ອ Superstar ໝາຍເລກໜຶ່ງຂອງປະເທດເພື່ອນບ້ານຄົນນີ້ໄດ້ເລີຍ, ຫຼ້າສຸດ ເອື້ອຍ ອໍ້າ ເພິ່ນກໍໄດ້ໂພສຮູບພາບລົງໃນອິນສະຕາແກຼມ ເຊິ່ງນຸ່ງເສື້ອສາຍດ່ຽວສີຂາວ ພ້ອມກັບໃສ່ໂສ້ງຢີນຂາດເຄົ່າເລັກໜ້ອຍໄປຮ່ວມກິນເຂົ້າກັບບັນດາໝູ່ເພື່ອນແລະນ້ອງຮັກໃນກຸ່ມ ພໍແຕ່ໂພສຮູບພາບກໍເຮັດໃຫ້ມີບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ຢ່າງຫຼວງຫຼາຍເຂົ້າມາຍ້ອງວ່າດາລາສາວງາມຫຼາຍ ຂະໜາດແຕ່ງໜ້າບາງໆ ນຸ່ງເຄື່ອງສະບາຍໆກໍຍັງງາມສົມກັບເປັນເຊັກຊີ່ໂຕແມ່ຂອງວົງການບັນເທິງ. ຮູບພາບ: aum_patchrapa

Read More »

ສຸດຍອດ! ສາວຜູ້ບໍ່ຍອມແພ້ ເຄີຍຄິດຂ້າໂຕຕາຍຍ້ອນເປັນພະຍາດດ່າງຂາວ ປັດຈຸບັນກັບພູມໃຈໃນສິ່ງທີ່ເປັນ!!!

ນອກຈາກໂລກນີ້ຈະມີ Winnie Harlow ນາງແບບສາວຜິວດ່າງຂາວຄົນທຳອິດຂອງໂລກໄປແລ້ວ ກາຍເປັນຜູ້ສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກໄດ້ໝັ້ນໃຈໃນຄວາມງົດງາມຂອງຕົວເອງ. ໃນມື້ນີ້ເຮົາມີແມ່ຍິງເຂັ້ມແຂງອີກໜຶ່ງຄົນມີຊື່ວ່າ Iomikoe Johnson ອາຍຸ 37 ປີ ຜູ້ປ່ວຍພະຍາດດ່າງຂາວ ຈາກຣັດຫຼຸຍເຊຍນ່າ ປະເທດ ອາເມລິກາ ມາເປັນແຮງບັນດານໃຈໃຫ້ກັບທຸກໆຄົນທີ່ມີຄວາມແຕກຕ່າງໄດ້ກ້າອອກມາປ່ຽນຊີວິດຂອງຕົວເອງ Iomikoe Johnson ແມ່ລູກ 4 ນາງເປັນຄົນຜິວສີໂດຍກຳເນີດ ແຕ່ເມື່ອ 12 ປີທີ່ຜ່ານມາລາວໄດ້ເຈິກັບການປ່ຽນແປງຄັ້ງຍິ່ງໃຫ່ຍ ເມື່ອມີຈຸດນ້ອຍໆສີຂາວ ຂື້ນທີ່ແຂນແລະແຜ່ລາມໄປທົ່ວຮ່າງກາຍ ຊຶ່ງມັນເຮັດໃຫ້ Iomikoe Johnson ມີຄວາມຕົກໃຈ ຮູ້ສຶກເຄັ່ງຄຽດກັບສິ່ງທີ່ເກີດຂຶ້ນ ຕອນນັ້ນລາວຄິດວ່າຕົນເອງເປັນພະຍາດມະເຮັງ ແຕ່ຕໍ່ມາໝໍໄດ້ເຮັດການວິນິດໄສວ່າລາວໄດ້ເປັນພະຍາດດ່າງຂາວ ກໍເລີຍຄິດຍ້ານວ່າຈະຖືກເຍ້ຍຄືໃນຊ່ວງຍັງນ້ອຍວ່າເປັນຄົນຜິວດຳ Iomikoe Johnson ໄດ້ກ່າວວ່າ: “ຂ້ອຍເຄີຍຖືກປັດຕິເສດທີ່ຈະຈັບມືທັກທາຍ ເພາະອີກຝ່າຍຈ້ອງທີ່ມືຂ້ອຍແລ້ວເຮັດທີທ່າຄືລັງກຽດ ແລະມີຫຼາຍເທື່ອມີຄົນເບີ່ງຂ້ອຍດ້ວຍລັກສະນະລັງກຽດ  ແລະ ຢ້ານໂດຍສະເພາະເດັກນ້ອຍ” ດັ່ງນັ້ນ ທຸກມື້ກ່ອນອອກຈາກບ້ານ Iomikoe Johnson ຈຶ່ງຕ້ອງໃຊ້ເວລາເກືອບຊົ່ວໂມງໃນການລົງເຄື່ອງສຳອາງ ເພື່ອອຳພາງຮອຍດ່າງໃນຮ່າງກາຍ ໃສ່ໄດ້ພຽງແຕ່ເສື້ອແຂນຍາວເທົ່ານັ້ນ ເຊິ່ງມັນເຮັດໃຫ້ລາວຮູ້ສຶກເຄັ່ງຄຽດ ແລະເມື່ອຍ ຈົນມີຄວາມຄິດຢາກຂ້າຕົວຕາຍຫຼາຍເທື່ອ ແຕ່ທຸກໆເທື່ອທີ່ຜ່ານມາໄດ້ຈາກການໃຫ້ກຳລັງໃຈຈາກຄົນໃນຄອບຄົວ ໂດຍສະເພາະຄົນຮັກຂອງນາງ …

Read More »

ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ

ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວໃນຊ່ວງທ້າຍອາທິດທີ່ຜ່ານມາ ເຊິ່ງພະເອກສຸດເຈົ້າຊູ້ຄົນນີ້ໄດ້ເຊັກອິນຢູ່ທີ່ນະຄອນຫຼວງວຽງຈັນໃນວັນທີ 12 ສິງຫາ 2017 ແລະ ໄດ້ເຊັກອິນຢູ່ທີ່ແຂວງ ຫຼວງພະບາງ ໃນວັນທີ 13 ສິງຫາ 2017, ເຊິ່ງການມາ ສປປ ລາວ ຂອງພະເອກໜຸ່ມ ຊາຄຣິດໃນເທື່ອນີ້ແມ່ນມາພ້ອມດ້ວຍທີມງານ ແລະຍັງໄດ້ກິນອາຫານລາວ ຊີ້ນຈຸ່ມແຈ່ວເພ້ຍ  ແລະຍັງມີໂອກາດໄດ້ຂີ່ລົດຈຳໂບ້ ແລະພະເອກໜຸ່ມຄົນນີຍັງໄດ້ໂພສລົງໃນອິນສະຕາແກຼມອີກດ້ວຍ. ການມາ ສປປ ລາວ ໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດຂອງພະເອກໜຸ່ມຄົນນີ້ແຕ່ຢ່າງໃດ ແລະ ເວົ້າໄດ້ເລີຍວ່າ ຊາຄຣິດ ແຍ້ມນາມ ກໍເປັນອີກນັກສະແດງຂອງປະເທດເພື່ອນບ້ານທີ່ມາປະເທດລາວເຮົາຫຼາຍຕໍ່ຫຼາຍເທື່ອແລ້ວ. ปิดท้ายคืนนี้ด้วยจิ้มจุ่มแจ่วเพี้ย ณ เวียงจันทน์ประเทศลาว Laos ?? A post shared by shahkrit (@shahkrit) on Aug 12, 2017 at 9:24am PDT …

Read More »

ຮູບເງົາ “ນາຄີ ພາກ2” ເປີດກ້ອງແລ້ວ ແຖມໄດ້ພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກ!!!

ກັບມາຕາມຄຳຮຽກຮ້ອງຂອງບັນດາແຟນໆລະຄອນ ນາຄີ ເຊິ່ງໃນລະຄອນພາກກ່ອນກໍຮັບບົດຫຼັກໂດຍນາງເອກໃນຕາຫວານ ແຕ້ວ ນະຖະພອນ ແລະ ພະເອກສຸດຫຼໍ່ ເຄນ ພູພູມ ທີ່ໃນພາກກ່ອນກໍສ້າງປະກົດການຮືຮາຖືໄດ້ວ່າເປັນລະຄອນທີ່ມີເລດຕິ້ງດີ ແຟນລະຄອນຕ່າງພາກັນເວົ້າເຖິງແລະຕິດກັນໃນໄລຍະນັ້ນໄປທົ່ວບ້ານທົ່ວເມືອງ. ໃນວັນທີ 9 ສິງຫາ 2017 ທາງຜູ້ກຳກັບຊື່ດັງ ອ໋ອບ ພົງພັດ ກໍໄດ້ລວມຕົວກັບບັນດານັກສະແດງ ແລະທີມງານ ຈັດພິທີບວງສວງ ນາຄີພາກ2 ເຊິ່ງໃນພາກນີ້ຈະມາໃນຮູບແບບຂອງເວີຊັ່ນຮູບເງົາ ແລະຍັງໄດ້ເຊີໄພ້ແຟນໆໂດຍທີ່ໄດ້ທາບທາມເອົາພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກໃນຮູບເງົາເລື່ອງ ນາຄີ2 ນີ້ອີກດ້ວຍ,  ແຕ່ສຳລັບແຟນໆລະຄອນທີ່ເປັນແຟນຄລັບຂອງສາວ ແຕ້ວ ແລະ ໜຸ່ມ ເຄນ ກໍບໍ່ຕ້ອງເສີຍໃຈໄປເພາະຄູ່ພະນາງທັງສອງກໍຍັງຈະສະແດງຢູ່ໃນຮູບເງົາເລື່ອງນີ້ເຊັ່ນເກົ່າ. ຮູບເງົາ ນາຄີ 2 ນີ້ຈະມີເນື້ອເລື່ອງຫຍໍ້ຄື: ເລື່ອງນີ້ຈະມາໃນແນວທີ່ເວົ້າເຖິງຊະຕາກຳຂອງມະນຸດເຮົາ ພົມລິຂິດຂອງແຕ່ລະຄົນ ຈະມີການເວົ້າເຖິງບາບກຳທີ່ຄົນສ້າງຂຶ້ນ ແລະເວົ້າເຖິງເລື່ອງລາວຂອງການແກ້ແຄ້ນ ໂດຍສ້າງຄວາມເສຍຫາຍໃຫ້ເຈົ້າແມ່ນາຄີ ເຊິ່ງຈະມີທັງຕົວລະຄອນໃນອະດີດແລະປັດຈຸບັນ ແລະ ນາຄີ 2 ນັ້ນຈະມີຄວາມມ່ວນ ແລະປະສົບຜົນສຳເລັດຄືກັບລະຄອນໃນພາກກ່ອນບໍ່ ຕ້ອງລໍຖ້າຕິດຕາມໄປພ້ອມໆກັນ!!! …

Read More »

ງາມຫຼາຍ! ຊຸບເປີສະຕາຈາກສອງຝັ່ງຂອງ ອໍ້າ ພັດຊະຣາພາ ແລະ ລູກນໍ້າ ທິດາລັດ ຖ່າຍຮູບຮ່ວມກັນ!!!

ເປັນທີ່ຮືຮາເມື່ອ ຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ແລະ ນັກສະແດງສາວຊື່ດັງຈາກປະເທດລາວ ລູກນໍ້າ ທິດາລັດ ວົງສິຣິ ໄດ້ຖ່າຍຮູບຮ່ວມກັນໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ໃນວັນທີ 8 ສິງຫາ 2017, ຮູບພາບດັ່ງກ່າວຖືກໂພສຈາກ ລູກນໍ້າ ທິດາລັດ ແລະ ຍັງໄດ້ຂຽນຄຳອະທິບາຍວ່າ: “ດີໃຈນຳເອື້ອຍອໍ້າທີ່ໄດ້ຮັບລາງວັນ” ພໍແຕ່ໂພສຮູບນີ້ອອກໄປກໍເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣກັນສະໜັ່ນຫວັນໄຫວ ແລະຍັງມີແຟນໆເຂົ້າໄປສະແດງຄວາມຄິດເຫັນວ່າ ທັງສອງງາມຫຼາຍ, ບາງຄົນກໍວ່າງາມໜ້າຮັກໝົດທັງສອງຄົນ ແລະອີກຫຼາຍໆຄອມເມັ້ນທີ່ເຂົ້າໄປສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. ເບິ່ງໄປແລ້ວທັງ ເອື້ອຍ ອໍ້າ ແລະ ນ້ອງ ລູກນໍ້າ ກໍງາມໜ້າຮັກໝົດ 2 ເລີຍ ບໍ່ວ່າຈະເປັນ ສາວລາວ ຫຼື ສາວໄທ ກໍງາມໜ້າຮັກ ມີສະເໜ່ຂອງໃຜລາວ. #ກຳລັງເປັນກະແສແຊຣໄປໆ ຂໍຂອບໃຈຮູບພາບ: aum_patchrapa , Louknum Vongsili

Read More »