Breaking News

ຂ່າວບັນເທີງນອກປະເທດ

ຊ໋ອກໂລກ!!! Chester Bennington ນັກຮ້ອງນຳວົງ Linkin Park ເສຍຊີວິດ!!! (RIP)

ຊ໋ອກວົງການເພງ!!! ສຳນັກຂ່າວຕ່າງປະເທດລາຍງານຂ່າວ ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2017 (ຕາມເວລາທ້ອງຖິ່ນ) Chester Bennington ອາຍຸ 41 ປີ ນັກຮ້ອງນຳວົງ Linkin Park ໄດ້ເສຍຊີວິດ ເຊິ່ງສາເຫດການເສຍຊີວິດມາຈາກການແຂວນຄໍຕົວເອງທີ່ບ້ານພັກແຖວ Palos Verdes Estates ລອດແອັງເຈີຣິດ ຣັດຄາລິຟໍເນຍ ປະເທດ ອາເມລິກາ. Linkin Park ເປັນທີ່ຮູ້ຈັກໃນຖານະວົງດົນຕີແນວ Alternative rock-Rap-Metal  ເປັນວົງດົນຕີຊື່ດັງທີ່ມີແຟນຄລັບຢູ່ທົ່ວໂລກ ມີເພງດັງຫຼາຍເພງເຊັ່ນ: In the End, Numb, What I’ve Done, New Divide ແລະ Shadow of the Day ໂດຍແຟນເພງສ່ວນໜຶ່ງໄດ້ຕັ້ງຂໍ້ສັງເກດວ່າ ງານເພງຂອງ Linkin Park ໃນອະລະບໍ້າເພງຊຸດໃໝ່ ໂດຍສະເພາະເພງ One More Light ເປັນບົດເພງຊື່ດຽວກັບອະລະບໍ້າໄດ້ມີເນື້ອຫາທີ່ໂສກເສົ້າ ແລະຄ້າຍກັບຈົດໝາຍບອກລາແຟນໆທົ່ວໂລກທີ່ຖືກຖ່າຍທອດອອກມາເປັນບົດເພງ. ຢ່າງໃດຂໍສະແດງຄວາມເສຍໃຈກັບ Chester Bennington …

Read More »

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »

ເຊຍລາວ! ມາຮ່ວມເປັນກຳລັງໃຈໃຫ້ ເມ ວະລິສະລາ ໃນການປະກວດເວທີລະດັບໂລກ “Top Model of The World 2017”

ໃກ້ເຂົ້າມາແລ້ວ!!! ມາຮ່ວມເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ສຸດຍອດນາງແບບຕົວແທນຈາກລາວໃນການໄປປະກວດສຸດຍອດນາງແບບໃນເວທີລະດັບໂລກ “Top Model of The World 2017” ທີ່ຈະຈັດຂຶ້ນໃນວັນສຸກ ວັນທີ 14 ກໍລະກົດ 2017 ທີ່ຈະມາເຖິງນີ້ ຢູ່ທີ່ປະເທດ ອີຍິບ (Egypt), ແຟນໆສາມາດເຂົ້າໄປຮ່ວມໂຫວດ ຮ່ວມເຊຍເພື່ອເປັນກຳລັງໃຈໃຫ້ສາວ ເມ ໂດຍການກົດໄລ້ກົດແຊຣຮູບພາບຕົວແທນຈາກລາວເຮົາຄົນນີ້ໄດ້ທີ່ເພສ “Top Model of the World”  ໄດ້ເລີຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ສຸດຍອດນາງແບບຈາກລາວ ແລະ ຂໍຊົມເຊີຍໃນຄວາມສາມາດ  ຂໍຂອບໃຈຮູບພາບ

Read More »

ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ!!!

ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ, ໃນວັນທີ 6 ກໍລະກົດ ນັບວ່າເປັນຂ່າວດີຂອງວົງການບັນເທິງຂອງລາວເຮົາເພາະ ລູກນໍ້າ ອະດີດນາງງາມ ແລະ ນາງເອກຮູບເງົາພັນລ້ານຈາກເລື່ອງ “ຫົງຫາມເຕົ່າ ຂ້ອຍຕວະເຈົ້າ ເຮົາຮັກກັນ” ໄດ້ໄປຮ່ວມພິທີບວງສວງຮູບເງົາເລື່ອງໃໝ່ “ມັງກອນນາລີປີສາດ” ທີ່ສາວລູກນໍ້າຂອງເຮົາໄດ້ຮ່ວມສະແດງກັບ ດາລາ-ນັກສະແດງ ທີ່ມີຝີມືຫຼາຍທ່ານເຊັ່ນ: ກຣີນ ອັດສະດາພອນ, ພິ້ງກີ້ ສາວິກາ, ໂຕ່ໂນ່ ພາຄິນ ແລະ ຍັງມີນັກສະແດງອະວຸໂສຫຼາກຫຼາຍຝີມືຂອງໄທທີ່ມາຮ່ວມຫຼິ້ນໃນຮູບເງົາເລື່ອງນີ້ອີກດ້ວຍ, ສ່ວນວ່າໃນຮູບເງົາເລື່ອງ “ມັງກອນນາລີປີສາດ” ລູກນໍ້ານາງເອກພັນລ້ານຂອງລາວເຮົານັ້ນຈະສະແດງໃນບົດບາດໃດ…ກະລຸນາຕິດຕາມກັນໄດ້ໄວໆນີ້. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບຈາກ: Louknum Vongsili

Read More »

ຊົງຈຸງກິ ແລະ ຊົງເຮຄຽວ ນາງເອກ-ພະເອກໃນຊີ່ຣີ່ດັງ “Descendants of the sun” ກຳລັງໃຈແຕ່ງດອງກັນໃນຊີວິດຈິງ!!!

ໃນວັນທີ 5 ກໍລະກົດ 2017 ນັກສະແດງຊື່ດັງ ຊົງຈຸງກິ ອາຍຸ 32 ປີ ແລະ ຊົງເຮຄຽວ ອາຍຸ 36 ປີ ນາງເອກ-ພະເອກຊີ່ຣີ່ເກົາຫລີເລື່ອງດັງ “Descendants of the sun” ທີ່ສ້າງປະກົດການໂດ່ງດັງໄປທົ່ວອາຊີ ໄດ້ເຊີໄພ້ແຟນໆເພາະທັງສອງໄດ້ປະກາດແຕ່ງງານກັນໃນ ເດືອນ ຕຸລາ ທີ່ຈະມາຮອດນີ້ ແລະ ຕົ້ນສັງກັດຂອງທັງສອງກໍອອກມາປະກາດເປັນທີ່ຮຽບຮ້ອຍແລ້ວວ່າ ຊົງຈຸງກິ ແລະ ຊົງເຮຄຽວ ຈະເຂົ້າພິທີແຕ່ງດອງກັນໃນວັນທີ 31 ຕຸລາ 2017 ນີ້. ສຳລັບເສັ້ນທາງຄວາມຮັກຂອງ  ຊົງຈຸງກິ ແລະ ຊົງເຮຄຽວ ນັ້ນນັກສະແດງທັງສອງໄດ້ເລີ່ມຄວາມສຳພັນກັນແບບໝູ່ ເພາະຢູ່ໃນກຸ່ມໝູ່ດຽວກັນ, ຈົນພັດທະນາມາເລື້ອຍໆເຖິງຂັ້ນປະກາດແຕ່ງດອງກັນໃນທີ່ສຸດ… ບອກເລີຍວ່າງານນີ້ແຟນຄລັບຂອງທັງສອງຕ່າງພາກັນສະແດງຄວາມດີໃຈກັນຢ່າງຫຼວງຫຼາຍ ເພາະຈະໄດ້ເຫັນພະເອກ ແລະ ນາງເອກໃນຊີ່ຣີ່ທີ່ທຸກຄົນມັກໄດ້ມາແຕ່ງດອງກັນແທ້ໃນຊີວິດຈິງ.    

Read More »