Breaking News

ຂ່າວບັນເທີງນອກປະເທດ

(Inspiring Women)! ຕຸກກະຕາ ບາບີ້ ຄໍເລັກຊັ່ນໃໝ່ ມີແຮງບັນດານໃຈມາຈາກແມ່ຍິງເກັ່ງທົ່ວໂລກ!!!

ກັບມາສ້າງຄວາມຮືຮາອີກແລ້ວ ສຳລັບ ບາບີ້ ຕຸກກະຕາທີ່ຢູ່ຄູ່ກັບແມ່ຍິງທົ່ວໂລກມາເຖິງ 58 ປີ ເຊິ່ງໃນປີນີ້ກໍໄດ້ຜະລິດບາບີ້ຄໍເລັກຊັ່ນໃໝ່ແບບພິເສດຂຶ້ນມາ ມີຊື່ວ່າ “ຍິງຜູ້ເປັນແຮງບັນດານໃຈ” (Inspiring Women) ເພື່ອສ້າງແຮງບັນດານໃຈໃຫ້ແມ່ຍິງ ແລະ ເດັກນ້ອຍທົ່ວໂລກໃຫ້ມີຄວາມກ້າຄິດ ກ້າທຳ ແລະ ພວກເຂົາສາມາດເປັນຫຍັງກໍໄດ້ຕາມຄວາມຝັນ. ສຳລັບຕຸກກະຕາ ບາບີ້ ຄໍເລັກຊັ່ນນີ້ ເກີດຈາກການສຳຫຼວດຄວາມຄິດເຫັນຂອງບັນດາແມ່ໆ 8,000 ຄົນທົ່ວໂລກ ເຊິ່ງພວກເຂົາເປັນຫ່ວງຄົນທີ່ຈະມາເປັນແບບຢ່າງໃຫ້ລູກສາວຂອງພວກເຂົາ ບາບີ້ຈຶ່ງນຳຜົນສຳຫຼວດເຫຼົ່ານີ້ ມາເຮັດການສຶກສາ ແລະ ສ້າງເປັນຕຸກກະຕາບາບີ້ຮີ່ໂລ່ທົ່ວປະເທດ ຫຼື  “Shero” ທີ່ມີຄວາມສາມາດຈາກຫຼາກຫຼາຍສາຂາ ທັ້ງດ້ານກິລາ ດ້ານການສະແດງ ບຸກຄົນຈາກຫຼາຍຫຼາຍອາຊີບ ແລະ ບຸກຄົນສຳຄັນໃນປະຫວັດສາດຈາກທົ່ວໂລກ ມາສ້າງແຮງບັນດານໃຈໃຫ້ກັບເດັກນ້ອຍ ແລະ ຜູ້ຄົນທົ່ວໂລກ. ມາເບິ່ງ! ບັນດາຄົນດັງທີ່ມີຄວາມສາມາດສະເພາະຄົວຈາກຫຼາກຫຼາຍສາຂາອາຊີບ… 1. Frida Kahlo ສິລະປິນ 2. Amelia Earhart ນັກບິນ 3. Martyna Wojciechowska …

Read More »

ແຟຼຊັ່ນຮັບໜ້າຮ້ອນ ສຸດສ້າງສັນຂອງ ກີກີ່ຈູໂນ່ ນາງຟ້າບ້ານນາ

ຕ້ອນຮັບໜ້າຮ້ອນດ້ວຍແຟຼຊັ່ນສຸດສ້າງສັນ ສຳລັບ ກີ່ກີ່ຈູໂນ່ ນາງຟ້າບ້ານນາ ເນັດໄອດໍ້ຄົນດັງຂອງປະເທດເພື່ອນບ້ານ ງານນີ້ຕ້ອງບອກກ່ອນເລີຍວ່າອິນເນີຂອງແກ້ງນາງຟ້າມາເຕັມອີ່ຫລີ ຈັດໜັກກັນເທີງລັນເວກາງທົ່ງນາ ແລະ ແມ່ນໍ້າລຳຄອງ ຈົນປະສົມຄວາມເປັນແຟຼຊັ່ນ ແລະ ກິນອາຍຂອງສະເໜ່ທ້ອງຖິ່ນໄວ້ໄດ້ຢ່າງລົງໂຕ (ຕົບມືຊົມເຊີຍໃຫ້ເລີຍ). ທີ່ມາ: https://women.mthai.com/fashion/star-dress/341382.html

Read More »

ສ່ອງ! ວີນາ ສາວງາມອະດີດນາງສັງຂານຈາກແຂວງຫຼວງພະບາງ!!!

ມາໆມາ…ຈະພາແຟນໆທຸກທ່ານໄປສ່ອງໂປຟາຍຂອງສາວງາມ ໜ້າຮັກ ຜິວພັນດີໆ ຈາກແຂວງ ຫຼວງພະບາງ ວີນາ ບຸບຜາ ອະດີດນາງສັງຂານປີ 2008 ເປັນອີກໜຶ່ງສາວທີ່ຂຶ້ນຊື່ດ້ານຄວາມສາມາດ ເພາະເພິ່ນກໍຜ່ານວຽກດ້ານວົງການບັນເທີງບໍ່ໜ້ອຍ ບໍ່ວ່າຈະເປັນພີເຊັນເຕີ້, ນັກຮ້ອງ, ພິທີກອນ ແລະ ນາງເອກຮູບເງົາອີກດ້ວຍ. ວີນາ ບຸບຜາ ອາຍຸ 28 ປີ ເປັນຄົນຫຼວງພະບາງໂດຍກຳເນີດ ເລີ່ມເຂົ້າວົງການມາຕັ້ງແຕ່ປີ 2005 ເຊິ່ງນາງປະກວດໃນໂຄງການຊອກຫາສາວຜິວໃສ ແລະ ໄດ້ເປັນພີເຊັນເຕີ້ຂອງເຄື່ອງສຳອາງແບຼນດັງເຖິງ 3 ປີຊ້ອນ ຈາກນັ້ນກໍມີໂອກາດເຂົ້າປະກວດນາງສັງຂານຫຼວງພະບາງໃນປີ 2008 ເນື່ອງຈາກຄອບຄົວເປັນຜູ້ສະໜັບສະໜູນໃຫ້ປະກວດ ເພາະແມ່ ແລະ ນ້າສາວຂອງເພິ່ນກໍເປັນອະດີດນາງສັງຂານມາກ່ອນ (ໂອ້…ນາງສັງຂານໝົດຕະກູນເລີຍໄດ໋ນິ) ແລະ ອີກຢ່າງພໍ່ເຖົ້າຂອງສາວວີນາກໍເປັນຄົນທີ່ອອກແແບການແຕ່ງກາຍໃຫ້ກັບນາງສັງຂານຜູ້ທີ່ຊະນະເລີດທີ 1 ໃນແຕ່ລະປີຢູ່ແລ້ວເລີຍຢາກໃຫ້ຫຼານສາວປະກວດ ແລະ ໃນທີ່ສຸດກໍສາມາດເຮັດຕາມຄວາມປາຖະໜາຂອງຄອບຄົວໄດ້ສຳເລັດ ແລະ ໄດ້ເປັນນາງສັງຂານໃນປີ 2008, ຫຼັງຈາກນັ້ນມາກໍເຮັດໃຫ້ເລີ່ມມີຜູ້ຄົນຮູ້ຈັກ ແລະ ໃຫ້ຄວາມສົນໃຈ ມີວຽກໃນວົງການບັນເທີງເຂົ້າມາເລື້ອຍໆ ທັງເດີນແບບ ຖ່າຍແບບ …

Read More »

ງາມຫຼາຍ! ມາຊ່າ ຕິດໃຈການແຕ່ງກາຍແບບແມ່ຍິງລາວ ຈັດເຕັມ 3 ປີຊ້ອນ!!!

ງາມຫຼາຍ! ມາຊ່າ ດາລາດັງຂອງປະເທດເພື່ອນບ້ານ ຕິດໃຈການແຕ່ງກາຍແບບແມ່ຍິງລາວ ຈັດເຕັມ 3 ປີຊ້ອນ!!! ມາຊ່າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຫຼ້າສຸດມີໂອກາດເດີນທາງມາຮ່ວມເຮັດບຸນໃສ່ບາດກັບພໍ່ແມ່ພີ່ນ້ອງປະຊາຊົນລາວ ເນື່ອງໃນພິທີຕັກບາດພຣະ 1000 ອົງ ຢູ່ທີ່ເດີ່ນພຣະທາດຫຼວງວຽງຈັນ ໃນວັນທີ 10 ກຸມພາ 2018 ທີ່ຜ່ານມາ ແລະ ທີ່ສຳຄັນເພິ່ນກໍຍັງມີໂອກາດແຕ່ງກາຍແບບແມ່ຍິງລາວ ເຊິ່ງໃນປີນີ້ເພິ່ນມາໃນຊຸດສີເຫຼືອງທອງ…ເບິ່ງແລ້ວງາມຫຼາຍໆ. ສຳລັບ ມາຊ່າ ວັດທະນະພານິດ ໃນການເດີນທາງມາຮ່ວມເຮັດບຸນໃສ່ບາດທີ່ປະເທດລາວເຮົານີ້ ແມ່ນໄດ້ເດີນທາງມາ ແລະ ແຕ່ງກາຍແບບແມ່ຍິງລາວເຖິງ 3 ປີຊ້ອນ… ທີມງານເຮົາກໍບໍ່ພາດທີ່ຈະນຳເອົາຮູບພາບທີ່ ເອື້ອຍ ມາຊ່າ ເພິ່ນໄດ້ແຕ່ງກາຍແບບລາວໆມາຮ່ວມໃນພິທີໃສ່ບາດເຮັດບຸນມາຝາກແຟນໆ… ???❤️❤️❤️ณ #พระธาตุหลวง หรือ #พระเจดีย์โลกะจุฬามณี #เวียงจันทน์ A post shared by Marsha Vadhanapanich (@marshairis) on Feb …

Read More »

ປະຕິໂທ້! ນຶກວ່າແມ່ຄ້າມາແຕ່ໃສຄືງາມແບບນີ້ ທີ່ແທ້ແມ່ນ…???

ຊ່ວງທ້າຍອາທິດທີ່ຜ່ານມາແຟນໆຫຼາຍທ່ານໄດ້ໂພສຮູບພາບເຮັດບຸນໃສ່ບາດທີ່ເດີ່ນພຣະທາດຫຼວງ ເຊິ່ງເປັນການເຮັດບຸນໃຫ່ຍ ໃສ່ບາດເຮັດບຸນພຣະເຖິງ 1000 ກວ່າອົງ ແລະ ນອກຈາກນັ້ນກໍຍັງມີຄົນດັງຈາກວົງການບັນເທີງລາວ ທີ່ໄປຮ່ວມໃສ່ບາດ ແລະ ອອກບູດເພື່ອບໍລິການອາຫານທັງຄາວ ແລະ ຫວານໃຫ້ແກ່ຄົນທີ່ໄປຮ່ວມໃສ່ບາດໃນງານບຸນດັ່ງກ່າວ ບໍ່ວ່າຈະເປັນ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017, ເມ ວາລິສະລາ ຕັງສຸວັນ Miss Global Laos 2017, ປູເປ້ ເດິວ້າວລາວ ແລະ ນໍ້າເຜິ້ງ ສະຫວັດ Miss Modern Laos Contest 2017 ທີ່ບອກເລີຍວ່າພວກເຂົາງາມ ທັງກາຍ ແລະ ໃຈອີ່ຫລີ… ແນວໃດກໍຕາມແຟນໆກໍອົດບໍ່ໄດ້ທີ່ເວົ້າຢອກບັນດາຄົນດັງເຫຼົ່ານີ້ວ່າ “ແມ່ຄ້າຮ້ານນີ້ຈັ່ງແມ່ນງາມ ແລະ ໜ້າຮັກແທ້ນໍ້” ງານນີ້ບອກເລີຍເດີ້ວ່າ ອິ່ມບຸນ …

Read More »