Breaking News

ຂ່າວບັນເທີງນອກປະເທດ

ລຸ້ນໃຈຈົດໃຈຈໍ່! ຂໍສະແດງຄວາມຍິນດີກັບສາວງາມຜູ້ຄວ້າຕຳແໜ່ງ MISS GRAND LAOS 2018

ລຸ້ນໃຈຈົດໃຈຈໍ່! ພໍຮູ້ຜົນແລ້ວກໍຮູ້ສຶກໂລ່ງໃຈກັນເລີຍເນາະ ຂໍສະແດງຄວາມຍິນດີກັບ  ນົບພະລັດ ສີໄກພັກ MG12 ຜູ້ຄວ້າຕຳແໜ່ງ MISS GRAND LAOS 2018 ໄປແບບສົດໆຮ້ອນໆ ເຊິ່ງການປະກວດໄດ້ຈັດຂຶ້ນໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ນົບພະລັດ ສີໄກພັກ ອາຍຸ 20 ປີ ລວງສູງ 173 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີ 2 ແລະ ໃນທ້າຍປີທີ່ຈະມາຮອດນີ້ MISS GRAND LAOS 2018 ກໍຈະໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ MISS GRAND  2018 ຢູ່ທີ່ປະເທດ ມຽນມ້າ ອີກດ້ວຍ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ຕຳແໜ່ງ ຮອງອັນດັບ 1 MISS GRAND LAOS 2018  ໄດ້ແກ່: MG7 ມາລິກາ ສຸກວົງສາ …

Read More »

ຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 ທີ່ ປະເທດ ຣັດເຊຍ

ໃນຕອນບ່າຍ ວັນທີ 19 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສະຖານນີໂທລະພາບ ທີວີລາວ ໄດ້ມີການຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 , ເປັນປະທານໂດຍ ທ່ານ ດຣ. ຫົງຄຳ ສຸວັນນະວົງ ປະທານສະຖານນີໂທລະພາບທີວີລາວ ພ້ອມດ້່ວຍສື່ມວນຊົນຈາກທຸກພາກສ່ວນ. ໝູນວຽນມາຮອດອີກແລ້ວສຳລັບການແຂ່ງຂັນເຕະບານໂລກ 2018 ໃນປີນີ້ຈັດຂຶ້ນທີ່ ປະເທດ ຣັດເຊຍ ເຊິ່ງ 4 ປີຈະມີການຈັດຂຶ້ນເທື່ອໜຶ່ງ ແລະ ສະຖານນີໂທລະພາບ ທີວີລາວ ກໍໄດ້ມີການຊື້ລິຂະສິດເພື່ອມາຖ່າຍທອດສົດໃຫ້ແຟນບານຊາວລາວໄດ້ເບິ່ງໄດ້ຊົມກັນແບບສະດວກສະບາຍ, ການຖ່າຍທອດສົດຈະເລີ່ມຕັ້ງແຕ່ ວັນທີ 14 ມິຖຸນາ-15 ກໍລະກົດ ເຊິ່ງຈະຖ່າຍທອດຄົບ 64 ນັດ ລວມມີການຖ່າຍທອດສົດ, ເທັບບັນທຶກພາບ ແລະ ການວິເຄາະເກມການແຂ່ງຂັນ. ນອກຈາກການຖ່າຍທອດສົດຜ່ານທາງໂທລະພາບໃນປີນີ້ ຍັງຈະມີກິດຈະກຳຫຼາຍຂຶ້ນກວ່າບານໂລກໃນປີ 2014 ທີ່ຜ່ານມາ ເພື່ອໃຫ້ແຟນບານໄດ້ຮ່ວມມ່ວນຊື່ນ ໂດຍສະເພາະແມ່ນການຖ່າຍທອດສົດຜ່ານຈໍໃຫ່ຍ ເກືອບທົ່ວປະເທດຕາມຄວາມເໝາະສົມ, ພ້ອມນັ້ນຍັງຈະມີກິດຈະກຳ …

Read More »

ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ”

ຂໍສະແດງຄວາມຍິນດີກັບ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງປະກາດຜົນໄປແບບສົດໆຮ້ອນໆໃນວັນທີ 19 ມີນາ 2018 ທີ່ຜ່ານມາ, ກ່ອນໜ້ານີ້ເພງທຳອິດທີ່ ແພັດ ນຳເຂົ້າແຂ່ງຂັນກໍຄືບົດເພງ “ສິເທນ້ອງໃຫ້ບອກແນ່”  ແຕ່ໃນຮອບນີ້ແຊ້ມຄົນກ່ອນໄດ້ຂໍໃຊ້ສິດໃນການເປັນແຊ້ມເພື່ອຂໍຮ້ອງໃໝ່ ແລະ ໃນຮອບທີ 2 ສາວແພັດກໍໃຊ້ບົດເພງ “ນໍ້າຕາຢົດຍັງກົດໄລ້” ມາດວນກັບບົດເພງຂອງແຊ້ມຄົນເກົ່າ “ບໍ່ຢາກເຈິໜ້າຄູ່ກໍລະນີ” ການປະຊັນສຽງດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ໃນທີ່ສຸດວິນາທີການປະກາດຜົນກໍມາຮອດ ຝ່າຍທີ່ໄດ້ຊະນະກໍເປັນໜ້າຍິນດີຢ່າງທີ່ສຸດ ເພາະ ແພັດ ສາມາດເອົາຊະນະແລະກາຍເປັນແຊ້ມຄົນທຳອິດຂອງຄົນລາວໃນລາຍການ  “ສຶກວັນດວນເພງ”  ແລະ ໃນມື້ນີ້ການແຂ່ງຂັນຍັງບໍ່ສິ້ນສຸດ ແພັດ ເພັດດາວອນ ຈະຂຶ້ນປ້ອງກັນແຊ້ມເປັນເທື່ອທຳອິດ ຢ່າລືມເປັນກຳລັງໃຈໃຫ້ສາວຄົນນີ້ແດ່ເດີ້… (ມີຄລິບລາຍການມາຝາກ) ຂໍຂອບໃຈຄລິບຈາກ: one31

Read More »

ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)

ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ນາມວ່າ ເພັດດາວອນ ຄຳມະນີວົງ (ແພັດ) ອາຍຸ 28 ປີ ໄດ້ໄປໂຊຄວາມສາມາດ ແລະ ພະລັງສຽງສຸດມ່ວນທີ່ລາຍການແຂ່ງເພງຊື່ດັງ ສຶກວັນດວນເພງ ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງບອກກ່ອນເລີຍວ່າສຽງຂອງສາວລາວຄົນນີ້ກໍບໍ່ທຳມະດາອີຫລີເດີ້ ນາງໄດ້ໃຊ້ບົດເພງ “ສິເທນ້ອງໃຫ້ບອກແນ່”  ໃນການທ້າຊິງແຊັມໃນເທື່ອນີ້ ແລະ ແພັດກໍຮ້ອງອອກມາໄດ້ມ່ວນ ແລະ ເປັນຕາອອນຊອນຫຼາຍ ຈົນກຳມະການທັງ 3 ອົດບໍ່ໄດ້ທີ່ຈະຍ້ອງສາວລາວຄົນນີ້ວ່າສຽງແທບຈະບໍ່ມີບ່ອນຕິ… ລາຍການດັ່ງກ່າວໄດ້ອອກອາກາດໄປຕັ້ງແຕ່ ວັນທີ 16 ມີນາ 2018 ທີ່ຜ່ານມາ ແຕ່ຍັງບໍ່ຮູ້ຜົນແພ້ ຫຼື ຊະນະ ແລະ ໃນມື້ນີ້ກໍຈະຮູ້ຜົນກັນແລ້ວ ຢ່າລືມມາເປັນກຳລັງໃຈໃຫ້ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ຄົນນີ້ແດ່ເດີ້!!! (ມີຄລິບລາຍການມາຝາກ) ຄລິບຈາກ: one31

Read More »

ຖືກໃຈຄົນມັກນອນ! 16 ມີນາ 2018 ວັນນອນຫຼັບໂລກ (World Sleep Day)

ການນອນເອີ້ນໄດ້ວ່າເປັນກິດຈະກຳສຳຄັນໃນຊີວິດເລີຍກໍວ່າໄດ້ ເພາະການນອນເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຢຸດພັກ ໄດ້ສ້ອມແຊມ ປັບສົມດູນ ແລະ ຟື້ນຟູທຸກສ່ວນຕ່າງໆຂອງຮ່າງກາຍ ແລະ ສະໝອງ ໃນ 1 ມື້, ເຮົາຄວນໃຊ້ເວລາໃນການນອນໃຫ້ພຽງພໍຢ່າງໜ້ອຍມື້ລະ 8 ຊົ່ວໂມງ ແຕ່ຍັງມີຄົນຈຳນວນບໍ່ໜ້ອຍທີ່ລະເລີຍ ອາດຈະບໍ່ໃສ່ໃຈໃນການນອນຫຼັບພັກຜ່ອນຢ່າງພຽງພໍ ດ້ວຍສາເຫດນີ້ເພື່ອຕ້ອງການລົນນະລົງໃຫ້ທຸກໆຄົນໃນໂລກຫັນມາໃສ່ໃຈໃນຄວາມສຳຄັນຂອງການນອນ ທາງສະມາຄົມການແພດ(World Association of Sleep Medicine : WASM) ຈື່ງໄດ້ມີການກຳໜົດໃນວັນສຸກຂອງ ອາທິດທີ 2 ໃນເດືອນມີນາຂອງທຸກປີ ໃຫ້ເປັນ ວັນ ນອນຫຼັບໂລກ ເຊິ່ງໃນປີນີ້ກົງກັບວັນທີ 16 ມີນາ 2018 ນັ້ນເອງ. ສຳລັບວັນນອນຫຼັບໂລກມີຂຶ້ນຄັ້ງທຳອິດໃນວັນທີ 14 ມີນາ 2008 ຫຼັງຈາກນັ້ນກໍໄດ້ຈັດຕິດຕໍ່ກັນມາເລື້ອຍໆທຸກໆປີ ເຊິ່ງໃນແຕ່ລະປີຈະມີັການຕັ້ງຄຳຂວັນປະຈຳປີນັ້ນໆຂຶ້ນມາ ເພື່ອດຶງດູດຄວາມສົນໃຈຂອງຜູ້ຄົນ ໂດຍປີ 2018 ໄດ້ມີກຳໜົດຄຳຂວັນອອກມາວ່າ  “Join the Sleep World, …

Read More »