Breaking News

ຂ່າວບັນເທີງນອກປະເທດ

ນາງຮ້າຍໜ້າຫວານ! ນົກ ອຸສະນີ ນັກສະແດງຊື່ດັງ ເຊັກອິນທີ່ປະເທດລາວ

ເດີນທາງມາຢ້ຽມຢາມປະເທດລາວເຮົາອີກໜຶ່ງຄົນ ນົກ ອຸສະນີ ວັດທະນາ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ ໃນວັນທີ 24 ເມສາ 2018 ທີ່ຜ່ານມາ, ເຊິ່ງ ນົກ ອຸສະນີ ກໍ່ໄດ້ເດີນທາງໄປກາບໄຫ້ວ ພຣະທາດຫຼວງວຽງຈັນ ແລະ ແວ່ຖ່າຍຮູບຢູ່ທີ່ ປະຕູໄຊ. ไหว้พระธาตุหลวงที่ลาวค่ะ ?? A post shared by Usanee Wattana (@nokusanee) on Apr 23, 2018 at 6:18am PDT ສຳລັບ ນົກ ອຸສະນີ ແມ່ນເປັນນັກສະແດງແຖວໜ້າຂອງວົງການບັນເທີງປະເທດເພື່ອນບ້ານ, ປັດຈຸບັນອາຍຸ 36 ປີ ມີຜົນງານການສະແດງມາແລ້ວຢ່າງຫຼວງຫຼາຍ ແລະ ບົດບາດການສະແດງທີ່ເດັ່ນໆຂອງເພິ່ນທີ່ໄດ້ຮັບຄຳຍ້ອງຍໍນັ້ນກໍຄືບົດບາດນາງລ້າຍ ຈົນໄດ້ຮັບສາຍາ ນາງຮ້າຍໜ້າຫວານ, ຢ່າງໃດກໍ່ຂໍຕ້ອນຮັບເຂົ້າສູ່ປະເທດລາວ. ຮູບພາບຈາກ: IG/nokusanee …

Read More »

ຄືນນີ້ມາລຸ້ນກັນ! ແພັດ ເພັດດາວອນ ຈະສາມາດຄວ້າ 1 ລ້ານບາດ ໄປໄດ້ຫຼືບໍ່? (ມາຮ່ວມເປັນສັກຂີພະຍານໃນສຶກປະຫວັດສາດເທື່ອນີ້ໄປນຳກັນ)

ເດີນທາງມາຮອດຈຸດຈົບຂອງການແຂ່ງຂັນ ແລະ ຈະຕັດສິນໃຫ້ໄດ້ຮູ້ຜົນການແຂ່ງຂັນໃນຄໍ່າຄືນວັນທີ 24 ເມສາ 2018 ນີ້ແລ້ວ,  ແພັດ ເພັດດາວອນ ຄຳມະນີວົງ ສາວລາວສຽງດີຈາກພາກໃຕ້ ທີ່ກຳລັງໂດ່ງດັງໄປທົ່ວບ້ານທົ່ວເມືອງ ເພາະນາງເດີນທາງຕາມຫາຝັນຢາກເປັນນັກຮ້ອງ ແລະ  ຝັນຢາກເອົາເງິນລາງວັນ 1 ລ້ານບາດ ມາປຸກບ້ານໃຫ້ແມ່ ໂດຍການໄປແຂ່ງຂັນເພງໃນລາຍການ ສຶກວັນດວນເພງ ຂອງປະເທດເພື່ອນບ້ານ. ໃນວັນທີ 23 ເມສາ 2018 ທີ່ຜ່ານມາ ສາວ ແພັດ ເພິ່ນກໍ່ຫາກໍ່ປ້ອງກັນແຊ້ມໃນສະໄໝທີ 20 ໄດ້ແບບສົດໆຮ້ອນໆ ແລະ ໃນມື້ນີ້ມາຮ່ວມລຸ້ນ ຮ່ວມເຊຍເປັນສັກຂີພະຍານໄປພ້ອມໆກັນວ່າສາວລາວຄົນນີ້ຈະສາມາດຊິງເອົາເງິນລາງວັນ 1 ລ້ານບາດ ຫຼື ປະມານ 265,000,000 ລ້ານກີບ ໄປໄດ້ ຫຼື ບໍ່? ໃນເວລາ 18:20 ນາທີ ທາງຊ່ອງ 31 (ປະເທດເພື່ອນບ້ານ) ຢ່າພາດເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້. …

Read More »

ເລີດໄດ້ອີກ! ລວມ Idea ສຸດເຈັງໃນການໂພສທ່າຖ່າຍຮູບຄູ່ທະເລ (ໄປຫຼິ້ນທະເລທັງທີຕ້ອງຈັດແບບນີ້ເລີຍ)

Hello summer… ກ້າວເຂົ້າໜ້າຮ້ອນແລ້ວ ໝູ່ເພື່ອນຫຼາຍຄົນຕ່າງວາງແຜນໜີຮ້ອນໄປເພິ່ງເຢັນ (555) ບາງຄົນກໍ່ວາງແຜນກຽມໄປທ່ຽວກັບຄອບຄົວ, ໝູ່ສະນິດ, ຄົນຮັກ ຫຼື ອື່້ນໆ ຕາມສະຖານທີ່ຕ່າງໆ ແລະ ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍກໍ່ຄົງຈະໜີບໍ່ພົ້ນ “ທະເລ” ໄປຮອດ ທະເລ ທັງທີຈະໄປຢືນກົງຖ່າຍຮູບຄູ່ກັບທະເລມັນກໍຄືຈະທຳມະດາເກີນໄປ, ດັ່ງນັ້ນ ຂວັນໃຈ ເຮົາຈັດໃຫ້ກັບ  Idea ສຸດເຈັງໃນການໂພສທ່າຖ່າຍຮູບຄູ່ທະເລ (ໄປຫຼິ້ນທະເລທັງທີຕ້ອງຈັດ…ແບບນີ້ເລີຍ) ຈະມີທ່າໃດແດ່ມາເບິ່ງກັນໂລດດດດດ… ໂພສທ່າຖ່າຍຮູບອາສໆກັບກຸ່ມໝູ່ ຈະໃສ່ເສື້ອແບບຟີສະຕາຍ ຫຼື ນຸ່ງເຄື່ອງຕຣີມດຽວກັນມັນກໍ່ Cool ໄປອີກ… ໂພສທ່າແບບປິ່ນຫຼັງ ແລ້ວຍົກສອງນິ້ວ ເປັນຮູບທີ່ມີສະຕາຍໄປອີກແບບ ໂພສທ່າແບບເກີກຣຸບ (ບໍ່ເບິ່ງກ້ອງ) ນັ່ງໂພສທ່າປິ່ນຫຼັງຢູ່ແຄມທະເລ ນັ່ງໂພສທ່າປິ່ນຫຼັງຢູ່ແຄມທະເລໄດ້ອາລົມໄປອີກ ຫຼື ຢາກຈະປິ່ນໜ້າຫາກ້ອງກໍ່ເລີດໄດ້ອີກ ໂພສທ່າເປັນກຸ່ມແບບບໍ່ໄດ້ຕັ້ງໃຈ ແຕ່ມັນໄດ້ອາລົມ ຫຼື ຈະມາແບບດູ່ໂອ ປ່ອຍໃຫ້ເສື້ອປິວໄປກັບລົມ ມັນກໍ່ອາສໄປອີກ ໂພສທ່າແບບເບສິກ ຕາມສະຕາຍຂອງໃຜລາວກໍບໍ່ວ່າກັນ ຫຼື ຈະລອງທ່າແລ່ນແຄມທະເລ ບອກເລີຍວ່າເປັນຊ໋ອດທີ່ລືມບໍ່ລົງແນ່ນອນ …

Read More »

ກິນເຂົ້າກັບຫຍັງຄືງາມແທ້? ມຸກ ກິດສະດາ Miss Supranational Laos ດຽວນີ້ງາມຂຶ້ນເປັນກອງ!!!

ໂອ້ຍຍຍຍ! ສະດຸດຫູ ສະດຸດຕາ ສະດຸດໃຈແທ້ນໍ້ ມຸກ ກິດສະດາ ວົງໄຊສະຫວາດ ເຈົ້າຂອງຕຳແໜ່ງ Miss Supranational Laos 2017 ທີ່ດຽວນີ້ງາມຂຶ້ນເປັນກອງ ອໍຣ້ານາງງາມຈັບສຸດໆ ບໍ່ວ່າຈະອອກງານອີເວັ້ນ ຫຼື ຖ່າຍຮູບ ມຸມໃດກໍ່ງາມ ເຊັກຊີ່ ເປະເວີ້ ບໍ່ມີບ່ອນຕິເລີຍເດີ້… ສຳລັບ ມຸກ ກິດສະດາ ວົງໄຊສະຫວາດ  ຫຼາຍຄົນຄຸ້ນໜ້າຄຸ້ນຕາກັນດີ ເພາະນາງເອີ້ນໄດ້ວ່າເປັນສາວງາມເດີນສາຍປະກວດເລີຍກໍ່ວ່າໄດ້ ແຖມຄວ້າລາງວັນມາແລ້ວຫຼາຍເວທີ ຫຼາຍຕຳແໜ່ງເຊັ່ນ: ຕຳແໜ່ງ The Best Modle ຈາກການປະກວດ 13th Chinese-Asean Etiquette Pageant ທີ່ປະເທດຈີນ, ຕຳແໜ່ງ 2nd Runner Up ຈາກເວທີ Miss Grand Laos 2017 ແລະ ຫຼ້າສຸດຕຳແໜ່ງ  Miss Supranational Laos …

Read More »

ງາມຫຼາຍໆ! ມາເບິ່ງ 30 ສາວງາມຜູ້ເຂົ້າຮອບໃນການປະກວດ ນາງສັງຂານ ຫຼວງພະບາງ 2018

ງາມໆທັງນັ້ນເລືອກບໍ່ຖືກກັນເລີຍງານນີ້… ມາເບິ່ງ! ນາງສາວງາມທີ່ໄດ້ຖືກຄັດເລືອກເຂົ້າຮອບ 30 ຄົນທີ່ກຳລັງມີການຝືກຊ້ອມ ເພື່ອເຂົ້າຮ່ວມງານປະກວດນາງສັງຂານ ປີ 2108 ທີ່ ຫລວງພະບາງ. (ມັກໃຜເຊຍໃຜຊ່ວຍໂຫວດຊ່ວຍແຊຣໃຫ້ກຳລັງໃຈນ້ອງໆນາງສາວຜູ້ເຂົ້າປະກວດກັນແດ່) ທີ່ມາ: Luang Prabang Moradok    

Read More »