Breaking News

ຂ່າວບັນເທີງນອກປະເທດ

ໂອ້ຍ! ແຄັບຊັ່ນຂ້າຄົນໂສດ ນູ່ນີ່-ອ໊ອຟ ທ່ອງທ່ຽວທຣິບນີ້ຫວານເວີ້!!!

ໂອ້ຍ! ແຄັບຊັ່ນຫວານ “ຮູບຄູ່” ຂ້າຄົນໂສດອີ່ຫລີເດີ້ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຫຼ້າສຸດທ່ອງທ່ຽວສະຫວີດວີດວິ້ວທີ່ ປະເທດ ສິງກະໂປ ແລະ ຫຼ້າສຸດເຊັກອິນຢູ່ທີ່ ປະເທດ ຫວຽດນາມ ແຖມຍັງໄດ້ໂພສຮູບງາມໆ ຫວານໆ ທັງຮູບຄູ່-ຮູບດ່ຽວ (ໂອ້ຍຍຍ!! ມີຄວາມອິດ)  ໃຫ້ແຟນໆອັບເດດຄວາມຄືບໜ້າຂອງທັງສອງແບບລົວໆ… ແຕ່ງານນີ້ ຂໍບອກເດີ້ວ່າ ໃຜທີ່ເປັນໂສດ ຫຼື ຫາກໍ່ອົກຫັກໃຈບໍ່ແຂັງຫ້າມເບິ່ງ ເພາະທັງ ນູ່ນີ່ ແລະ ອ໊ອຟ ຫວານ…ຫວານ ເປັນຄູ່ຮັກໄອດໍ້ທີ່ເໝາະສົມກັນ ແຖມດຸໜັ່ນຢອດຄວາມຫວານໃຫ້ກັນເລື້ອຍໆອີກ ງານນີ້ຂ້າຄົນໂສດແບບໄທເຮົາເຈົ້າຂ້ອຍແບບບໍ່ປານີກັນເລີຍ (555) ເປັນຄູ່ທີ່ໜ້າຮັກຫຼາຍໆ ຂໍໃຫ້ມີຂ່າວດີໄວໆເດີ້ ນ້ອງ ນູ່ນີ່ ອ້າຍ ອ໊ອຟ ຮູບພາບຈາກ: Noony Koumphonphakdee , Yingyot Aoflaiprang Kanjananiyom

Read More »

ເປັນກຳລັງໃຈໃຫ້ນາງງາມຈາກລາວແດ່!!! ສາວລາວເດີນທາງປະກວດ Miss Tourism Queen International 2018

(ລາວສູ້ໆ…ເຊຍລາວສູ້ໆໆໆ) ເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ກັນແດ່ພີ່ນ້ອງຊາວລາວ, ຫຼ້າສຸດສາວຄົນນີ້ກໍ່ເດີນທາງເປັນສາວງາມຈາກປະເທດລາວເຮົາເພື່ອປະກວດໃນເວທີ “Miss Tourism Queen International 2018” ເຊິ່ງໄດ້ຈັດຂຶ້ນຢູ່ທີ່ປະເທດໄທ ແລະ ມີສາວງາມຈາກທົ່ວທຸກມຸມໂລກໄປຮ່ວມແຂ່ງຂັນເຖິງ 67 ປະເທດ (ໂອ້!! ວ້າວວວ), ແຕ່ງານນີ້ຮັບຮອງເລີຍວ່າ ສາວ ເມ ຂອງເຮົາກໍ່ມີຄວາມພ້ອມແບບລ້ານເປີເຊັນ ເພາະສາວຄົນນີ້ກໍ່ບໍ່ແມ່ນໜ້າໃໝ່ໃນການປະກວດໃນເວທີນາງງາມ ມີປະສົບການມາແລ້ວຫຼາຍຕໍ່ຫຼາຍເວທີ…ເຊື່ອວ່າຕ້ອງມີຄວາມໝັ້ນໃຈ ແລະ ເຮັດອອກມາໄດ້ດີແນ່ນອນ. ສຳລັບການປະກວດ  “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh

Read More »

(ຈາກເຄີຍຄິດວ່າຕົວເອງຂີ້ລ້າຍ ຈຶ່ງບໍ່ກ້າຝັນສູງ)  ສູ່ການກ້າວໄປເປັນ ສາວລາວຄົນທຳອິດທີ່ໄດ້ເປັນ Air-Hostess ໃນສາຍການບິນລະດັບໂລກ

“ບໍ່ກ້າບອກໃຜ ວ່າຂ້ອຍຢາກເປັນ ນາງຟ້າ ຄິດວ່າຕົນເອງຂີ້ລ້າຍ ການມີຝັນແບບນັ້ນ ເປັນສິ່ງທີ່ສູງເກີນເອື້ອມ”  ມາອີກແລ້ວກັບບົດຄວາມດີໆ…ສ້າງປະໂຫຍດ ແລະ ທີ່ສຳຄັນແມ່ນຈະເປັນບົດຄວາມທີ່ສ້າງແຮງບັນດານໃຈໃຫ້ໝູ່ເພື່ອນທຸກຄົນ ໃນມື້ນີ້ເຮົາຈະມາສຳພາດເປີດໃຈອີກໜຶ່ງສາວລາວຄົນເກັ່ງ ມີດີກຼີເປັນເຖິງ ສາວລາວຄົນທຳອິດ ທີ່ກ້າວໄປເປັນນາງຟ້າໃນສາຍການບິນລະດັບໂລກ, ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບຈາກປະສົບການຕົວຈິງຂອງນາງຟ້າອິນເຕີ ສາວປຸ ສຸມາໄລ ໂພທິສານ ອາຍຸ: 30 ປີ ຈາກສາຍການບິນກາຕ້າ (Qutar Airways) ທີ່ອ່ານແລ້ວ ສາວໆທີ່ມີຝັນຈະຮູ້ສຶກມີພະລັງ ແລະ ກະຕືລືລົ້ນຫຼາຍກວ່າເກົ່າ… ຄວາມໃຝ່ຝັນ ເກີດຈາກຄວາມປະທັບໃຈທຳອິດ ຈຸດເລີ່ມຕົ້ນຂອງຄວາມໃຝ່ຝັນຢາກເປັນ “ນາງຟ້າ” ສາຍການບິນ ຂອງສາວປຸ …

Read More »

ຈະເກີດຫຍັງຂຶ້ນ? ເມື່ອ ໂນດ ອຸດົມ ເຈິກັບເດັກນ້ອຍລາວ! (ງານນີ້ກຽມຮາ…555) ມີຄລິບ

ມາເບິ່ງ! ຈະເກີດຫຍັງຂຶ້ນເມື່ອ ໂນດ ອຸດົມ ນັກດ່ຽວໄມໂຄໂຟນຊື່ດັງຈາກເພື່ອນບ້ານ ໄດ້ແວະມາຢ້ຽມຢາມນ້ອງໆເດັກນ້ອຍລາວ ເຖິງໂຮງຮຽນ, (ຂໍບອກງານນີ້ກຽມຮາ…555) เกาะดมชมลาวยาวๆ ไป Ep.2 อุดมแวะเยี่ยมเยียนและดูงานระบบการศึกษาของโรงเรียนต่างแดน เตรียมความพร้อมสู่การเป็นรัฐมนตรีกระทรวงศึกษาฯ โพสต์โดย เดี่ยว เมื่อ 3 พฤษภาคม 2018   ສຳລັບ ໂນດ ອຸດົມ ເຊື່ອວ່າແຟນໆຊາວລາວກໍ່ຄົງຈະຄຸ້ນໜ້າ ຄຸ້ນຕາກັນດີ ເພາະເອີ້ນໄດ້ວ່າ ອ້າຍເພິ່ນກໍ່ເປັນອີກໜຶ່ງບຸກຄົນທີ່ມີຊື່ສຽງ ແລະ ໂດ່ງດັງມາຈາກ “ດ່ຽວ” ໄມໂຄໂຟນນັ້ນເອງ. ຄລິບຈາກ: เดี่ยว

Read More »

ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ຮ່ວມເສີດສາຍພົມແດງໃນງານ Cannes film festival 2018

ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ເອຮາເກັດ ດາລາ-ນັກສະແດງແຖວໜ້າປະເທດເພື່ອນບ້ານ ຮ່ວມເສີດສາຍພົມແດງໃນງານ “Cannes film festival 2018” ທີ່ປະເທດ ຝຣັ່ງ, ແລະ ໃນປີນີ້ ຊົມພູ່ ອາຣາຍາ ເຈົ້າແມ່ແຟຊັ່ນກໍ່ຈັດເຕັມໃນມື້ເດີນພົມແດງມື້ທຳອິດ (DAY 1) ມາໃນຊຸດສີແດງແຮງລິດສຸດເລີດ ພ້ອມດ້ວຍເຄື່ອງປະດັບສຸດຫຼູຫຼາ… ເຊິ່ງປີນີ້ກໍ່ເດີນທາງມາຮອດປີທີ 6 ແລ້ວ ທີ່ດາລາສາວໄດ້ໄປຮ່ວມໃນງານດັ່ງກ່າວ, ສຳລັບລຸກໃນມື້ຕໍ່ໆໄປຈະເປັນແນວໃດ ລໍຖ້າຕິດຕາມກັນເບິ່ງເດີ້ແຟນໆ!!!   ຮູບພາບຈາກ: ig/nuttjibii

Read More »