Breaking News

ຂ່າວບັນເທີງນອກປະເທດ

ມາຮູ້ຈັກ! ເມ ວະລິສະລາ ນາງງາມສາຍ Strong ລ່າລາງວັນມາແລ້ວທຸກເວທີ ຂວັນໃຈຄົນໃໝ່ຂອງລາວ!

ມີແຟນໆຫຼາຍຄົນທີ່ຄຸ້ນໜ້າຄຸ້ນຕາກັບສາວລາວຄົນເກັ່ງ ເມ ວະລິສະລາ ຕັງສຸວັນ ບາງຄົນກໍ່ຮູ້ນາງຈາກເວທີການປະກວດນັ້ນນີ້ ປີນີ້ໄປເວທີນັ້ນ ປີນັ້ນໄປເວທີນີ້ ແຕ່ຍັງບໍ່ຮູ້ເບື້ອ້ງເລິກວ່າສາວ ເມ ຄົນນີ້ເພິ່ນເປັນໃຜ ມີຄວາມສາມາດແນວໃດ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ແບບເນັ້ນໆ ໄປສາລະແນ… ເອີ້ຍ!!! ໄປຊ໋ອກແຊ໊ກເອົາຂໍ້ມູນຂອງສາວງາມຄົນເກັ່ງຄົນນີ້ມາຝາກກກກ!!! ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ລວງສູງ 170 ຊັງຕີແມັດ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາ ພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ມີຄວາມສາມາດເວົ້າໄດ້ 3 ພາສາ ອັງກິດ, ຈີນ ແລະ ໄທ, ເປັນເດັກກິດຈະກຳ ແລະ ມີຄວາມຝັນຢາກຈະເຮັດວຽກກັບອົງກອນໃຫ່ຍໆ ທີ່ເປັນອົງການຊ່ວຍເຫຼືອສັງຄົມ. ຜ່ານມານາງມີຜົນງານໃນວົງການບັນເທີງມາກໍ່ຫຼາຍເລີຍໄດ໋ ທັງເດີນແບບ ຖ່າຍແບບ ຂຶ້ນປົກຕາມວາລະສານດັງໆມາແລ້ວ …

Read More »

ໄດ້ແລ້ວວວ! ສາວງາມຈາກ Brazil ຄວ້າມົງກຸດ Miss Tourism Queen International 2018

ມາສ່ອງອີກໜຶ່ງເວທີນັ້ນກໍ່ຄື Miss Tourism Queen International 2018 ທີ່ປະກາດຜົນກັນແບບສົດໆຮ້ອນໆ ໃນຄໍ່າຄືນຂອງວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ແລະ ແຟນໆອາດຈະໄດ້ຮູ້ກັນໄປຄ່າວໆແລ້ວວ່າສາວງາມທີ່ຄວ້າມົງກຸດໃນປີນີ້ກໍ່ຄື Camilla Reis Cavalcanti Gois ສາວງາມຈາກປະເທດ Brazil ຜູ້ມີຄວາມເໝາະສົມ ແຖມມີຮອຍຍິ້ມທີ່ຫວານບາດໃຈ ຄວ້າມົງກຸດ Miss Tourism Queen International 2018 ໄປນອນກອດແບບສະບາຍໆໆ (ຍິນດີນຳຫຼາຍໆເດີ້) ສ່ວນລາງວັນຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Victoria Romanova ຈາກປະເທດ ທາທາສຖານ (Tatarstan) ຮອງອັນດັບ 2 Rachel Corinne Nimegeersຈາກປະເທດ ເບວຢ່ຽມ (Belgium) ຮອງອັນດັບ 3 Andrea – Sinziana Sirghi ຈາກປະເທດ ໂຣມາເນຍ (Romania) ຮອງອັນດັບ …

Read More »

ບໍ່ເຮັດໃຫ້ຄົນລາວຜິດຫວັງ! ນາງງາມຈາກລາວຄວ້າລາງວັນໃນເວທີ Miss Tourism Queen International 2018!!!

ບໍ່ເຄີຍເຮັດໃຫ້ຄົນລາວຜິດຫວັງ! ສຳລັບ ເມວະລິສະລາ ຕັງສຸວັນ ນາງງາມຕົວແທນຈາກປະເທດລາວລາວ ທີ່ໄປປະກວດໃນເວທີ Miss Tourism Queen International 2018 ແລະ ຍັງສາມາດນຳເອົາລາງວັນພິເສດກັບມາຝາກພີ່ນ້ອງຊາວລາວ ໂດຍນາງໄດ້ລາງວັນພິເສດໃນການແຂ່ງຂັນນີ້ກໍ່ຄຶ ລາງວັນ “Miss Skin Beauty” ພຸ້ນເດີ້… (ຊົມເຊີຍເກັ່ງຫຼາຍໆ) ສຳລັບ ເມ ວະລິສະລາ ສາວງາມນັກສູ້ຄົນນີ້ ເອີ້ນໄດ້ວ່າໄປປະກວດເວທີໃດເພິ່ນກໍ່ບໍ່ເຄີຍພາດລາງວັນເລີຍ ເພາະນາງມີຄວາມສາມາດ ກ້າສະແດງອອກ ມີຄວາມສາມາດດ້ານພາສາທັງ ພາສາ ອັງກິດ ແລະ ຈີນ, ແລະ ໃນເວທີ Miss Tourism Queen International 2018 ເຖິງສາວ ເມ ເພິ່ນຈະບໍ່ໄດ້ສວມມົງກຸດລາງວັນທີ 1 ແຕ່ຖືວ່າເຮັດໄດ້ດີຫຼາຍໆ ສາມາດສ້າງຊື່ສຽງໃຫ້ແກ່ປະເທດລາວ ແຖມຍັງເອີ້ນຄວາມສົນໃຈຈາກທາງກອງປະກວດ ແລະ ສື່ມວນຊົນຕ່າງຊາດໄດ້ເປັນຢ່າງດີ. ຮູບພາບ: Varissara May …

Read More »

ເລີ່ມແລ້ວ!  Laos Super Model 2018 ປີນີ້ຍິ່ງໃຫ່ຍອະລັງເວີ້!!!

ເບິ່ງກ້ອງ ໂພສທ່າ ຈິກຂາໄວໆ…ເລີ່ມແລ້ວເດີ້ໆໆໆ ສຳລັບໂຄງການ Laos Super Model 2018 ຜ່ານມາແບບສົດໆຮ້ອນໆໃນຊ່ວງທ້າຍອາທິດທີ່ຜ່ານມາ ກັບການຄັດເລືອກຜູ້ເຂົ້າແຂ່ງຂັນຈາກຫຼາຍຮ້ອຍຊີວິດໃຫ້ເຫຼືອພຽງ 60 ຄົນໃນວັນທີ 12 ພຶດສະພາ ແລະ ໃນວັນທີ 13 ພືດສະພາ ກໍ່ຄັດໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍ… ບອກເລີຍວ່ານ້ອງໆທີ່ເຂົ້າປະກວດໃນປີນີ້ແຕ່ລະຄົນເລີດໆ ມີຄວາມໝັ້ນໃຈ ອາລົມນາງແບບ-ນາຍແບບມາເຕັມສຸດໆ, ລອງມາເບິ່ງຮູບພາບບັນຍາກາດຂອງການຄັດເລືອກກັນເບິ່ງເດີ້ ບອກເລີຍໜ້າຕາດີ ສູງຍາວ ຄວາມສາມາດເດັ່ນ ກັນທັງນ້ານນນນນ!!! ຮູບພາບຈາກ: Laos Super Model

Read More »

ເຜັດໆໆໆ!  ຊິນດີ້ ສິຣິນຍາ ໂຕແມ່ວົງການນາງແບບປະເທດເພື່ອນບ້ານ ຮ່ວມເປັນໂຄສໃນ Lao Super Model 2018

ຄຶກຄັກ ຄຶກຄຶ້ນ ເປັນກະແສມາແຮງອີຫລີເດີ້ໆໆໆ ສຳລັບການປະກວດ Laos Super Model 2018 ທີ່ປີນີ້ເປັນປີພິເສດທີ່ມີ ຊິນດີ້ ສິຣິນຍາ ບິຊອຟ ນາງແບບ-ນັກສະແດງໂຕແມ່ອີກໜຶ່ງຄົນຂອງວົງການບັນເທີງປະເທດເພື່ອນບ້ານ ມາເປັນ ໂຄສ ພິເສດຮັບເຊີນ ຮ່ວມກັບ ໂຄສ ຈາກລາວເຮົາອີກ 3 ທ່ານນັ້ນກໍຄື ວິລຸນາ ເພັດມະນີ (ຕ໋ອດ ລິນ່າ), ໂຄສ ສຸລິສັກ ວົງດວງດີ (ໂຕ້) ແລະ ໂຄສ ພະຈັນຄຳ ວົງໄຊ (ປ້ອງ), ເຊິ່ງໃນວັນທີ 12 ແລະ 13 ພຶດສະພາ ທີ່ຜ່ານມາກໍ່ມີການເປີດຕົວໂຄງການ ແລະ ຄັດເລືອກກັນໄປແບບອະລັງການ… ສຳລັບ ຊິນດີ້ ສິຣິນຍາ ເປັນໂຕແມ່ແຖວໜ້າຂອງວົງການບັນເທີງ ມີຜົນງານມາແລ້ວຫຼາກຫຼາຍຢ່າງທັງເດີນແບບ ສະແດງລະຄອນ ພິທີກອນ, ແຈ້ງເກີດໃນວົງການບັງເທີງດ້ວຍການປະກວດນາງງາມ ໄດ້ຮັບຕຳແໜ່ງ Miss …

Read More »