Breaking News

ຂ່າວບັນເທີງນອກປະເທດ

ເລີດອະລັງການສຸດໆ! ກັບແຟຊັ່ນຂອງ Rihanna ໃນງານ Met Gala 2018

ຂຶ້ນຊື່ວ່າເປັນໂຕ Top ຂອງວົງການບັນເທິງ Hollywood ມີຫວ໋າຈະເຮັດໃຫ້ແຟນໆຜິດຫວັງ ບອກເລີຍວ່າງານນີ້ Rihanna ເອີ້ນສຽງຮືຮາ ຄວາມສົນໃຈຈາກເຫຼົ່າຊ່າງພາບ ແລະ ຄົນໃນງານ Met Gala 2018 ໄປແບບສະບາຍໆ ເພາະນາງປະກົດກາຍໃນລຸກທີ່ແບບວ່າ ອະລັງການສົມກັບເປັນຕົວແມ່ອີ່ຫລີ… ເຊິ່ງໃນງານ Met Gala 2018 ມາໃນຕຣີມ (Fashion and the Catholic Imagination), ບອກເລີຍງານນີ້ຕ້ອງຂໍຍອມໃນແຟຊັ່ນຄອສຕູມຂອງ  Rihanna ແທ້ໆ, ລອງມາເບິ່ງກັນເບິ່ງເດີ້…ເລີດອະລັງການສຸດໆ! ຂໍຂອບໃຈຮູບພາບຈາກ: IG/Badgalriri

Read More »

(ນຶກວ່າໃຜ?) ທີ່ແທ້ແມ່ນ… ຕ່າຍ ອໍລະໄທ ນັກຮ້ອງດັງ ໃສ່ຊຸດໄໝລາວເຮັດບຸນໃສ່ບາດທີ່ຫຼວງພະບາງ!

(ກິນເຂົ້າ ຫຼື ຍັງ ກຳລັງເຮັດຫຍັງຢູ່ນໍ…) ຄຸ້ນໜ້າຄຸ້ນຕາກັນສຸດໆ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະພໍຮູ້ຈັກກັບ  ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ ເຈົ້າຂອງຜົນງານເພງດັງຫຼາຍບົດເພງ, ເມື່ອບໍ່ດົນມານີ້ທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ປ່ອຍຮູບພາບຂອງ ຕ່າຍ ອໍລະໄທ ກຳລັງເຮັດບຸນໃສ່ບາດ… ແຕ່ໆ…ຮູ້ບໍ່ວ່າສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ມາໃສ່ບາດໃນເທື່ອນີ້ແມ່ນ ແຂວງ ຫຼວງພະບາງ ປະເທດລາວ ແລະ ຍັງບໍ່ພາດທີ່ຈະນຸ່ງຊຸດໄໝລາວ ບ່ຽງແພ ຕາມເອກະລັກປະເພນີລາວ ເຊິ່ງມາໃນຊຸດສີ ຂາວ-ມ່ວງ ເບິ່ງແລ້ວງົດງາມ ອ່ອນຊ້ອຍແທ້ໆ. ກ່ອນໜ້າທີ່ ຕ່າຍ ອໍລະໄທ ຈະເດີນທາງໄປທີ່ ແຂວງ ຫຼວງພະບາງ ເມືອງມໍລະດົກໂລກນັ້ນ ນາງກໍ່ໄດ້ແວ່ທີ່ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ງົດງາມນັ້ນກໍ່ຄື ວັງວຽງ ແລະ ຍັງໂພສຄລິບເຊັກອິນຫຼາຍຕໍ່ຫຼາຍຄລິບ ເຮັດໃຫ້ມີແຟນໆທັງ 2 ຝັ່ງ ລາວ ແລະ ໄທ ເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. (ຢ່າງໃດກໍ່ຂໍຕ້ອນຮັບ …

Read More »

ເລີດໄດ້ອີກ! ຫຼິງຫຼິງ ປິຍະດາ ແລະ ຊົມພູ່ ອາຣາຍາ 2 ເຈົ້າແມ່ແຟຊັ່ນລວມຕົວ ຮ່ວມເຟມຖ່າຍຮູບ!

ເລີດໄດ້ອີກ! ເມື່ອ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວ ແລະ ຊົມພູ່ ອາຣາຍາ ເອຮາເກັດ ນັກສະແດງແຖວໜ້າ-ແຟຊັ່ນນິດຕ້າຂອງປະເທດເພື່ອນບ້ານ ຮ່ວມເຟມຖ່າຍຮູບຮ່ວມກັນ ຢູ່ທີ່ ຊຽງໃໝ່ (ປະເທດເພື່ອນບ້ານ) ໂດຍຮູບດັ່ງກ່າວໄດ້ຖືກໂພສຜ່ານ ເຟສບຸກ ແລະ ອິນສະຕາແກມ ຂອງ ສາວ ຫຼິງຫຼິງ ແລະ ນາງຍັງຂຽນແຄັບຊັ່ນບອກໃຫ້ແຟນໆໄດ້ຮູ້ວ່າ “ຍິ້ມບໍ່ຫຸບເລີຍ ແມ່ຊົມໜ້າຮັກຫຼາຍ”, ແລະ ນອກຈາກນັ້ນ ຫຼິງຫຼິງ ຍັງໄດ້ຖ່າຍຮູບ ນ້ອງ ສາຍຟ້າ ລູກຊາຍ ຂອງ ແມ່ ຊົມພູ່ ມາຝາກອີກດ້ວຍ, ຂໍບອກເລີຍວ່າໜ້າຮັກຫຼາຍໆ… ຮູບພາບ: Pitadar Lingling Inthavong  

Read More »

ຮືຮາກັນຖ້ວນໜ້າ! ເມື່ອ Sinon Loresca  ເຈົ້າຂອງສາຍາ “King Of Catwalk” ເຊັກອິນທີ່ປະເທດລາວ!

ສ້າງຄວາມຮືຮາ Surprise! ແຟນໆຊາວລາວກັນສຸດໆ ເມື່ອ Sinon Loresca ຫຼື ເຈົ້າຂອງສາຍາ  “King Of Catwalk”  ໄດ້ໂພສຄລິບຜ່ານເພສເຟສບຸກຫຼັກຂອງເພິ່ນ ແລະ ຍັງເດີນແບບວາດລວດລາຍການເດີນແບບສຸດອໍລະຊອນ ພ້ອມທັງຈູງນ້ອງໝາ ຢູ່ທີ່ ປະຕູໄຊ ນະຄອນຫຼວງວຽງຈັນ, ໃນວັນທີ 29 ເມສາ 2018 ທີ່ຜ່ານມາ… My Famous Catwalk in the Exotic Country LAOS ?? #laos #sinonloresca #kingofcatwalk #thekingofcatwalk #fashionshow #catwalk #viralFor Work Inquiries Please Email Me thekingofcatwalk88@hotmail.com โพสต์โดย Sinon Loresca เมื่อ 29 เมษายน 2018 …

Read More »

“ແມ່” ຄືກຳລັງໃຈທີ່ເຮັດໃຫ້ ແພັດ ເພັດດາວອນ ຄວ້າເງິນ 265 ລ້ານກີບ ໃນ (ສຶກວັນດວນເພງ)

ຄວາມກະຕັນຍູມັກສົ່ງຜົນໃຫ້ຄົນປະສົບຜົນສຳເລັດ ແພັດ ເພັດດາວອນ ຄຳມະນີວົງ ສາວລາວທີ່ໄປສ້າງປະຫວັດສາດແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ”(ປະເທດເພື່ອນບ້ານ) ແລະ ສາມາດຄວ້າເງິນ 1 ລ້ານບາດ ຫຼື 265 ລ້ານກີບ ແບບສົດໆຮ້ອນໆໃນຄໍ່າຄືນຂອງ ວັນທີ 24 ເມສາ 2018 ທີ່ຜ່ານມາ. ຫຼາຍຄົນຄົງຍັງບໍ່ຮູ້ວ່າ ແຮງບັນດານໃຈທີ່ເຮັດໃຫ້ ສາວ ແພັດ ເພິ່ນກ້າທີ່ຈະກ້າວຂາໄປແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ” ຈົນຄວ້າເງິນ 1 ລ້ານບາດ ມາໄດ້ນັ້ນກໍຄື “ແມ່” ແລະ ແພັດຍັງຕ້ອງການປຸກບ້ານໃໝ່ໃຫ້ແມ່ ແລະ ຄົນໃນຄອບຄົວໄດ້ຢູ່ແບບສະບາຍ. ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແພັດ ທີ່ຍັງບໍ່ມີໃຜເຫັນ, ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້!!! ຮູບພາບບາງສ່ວນຈາກ: Pat phetdavone khammanivong

Read More »