Breaking News

ຂ່າວບັນເທີງນອກປະເທດ

ມາແຮງຫຼາຍ! ນຸ້ຍ ສຸພາພອນ ຮ່ວມງານກັບຊຸບເປີສະຕາເບີຕົ້ນໆຂອງປະເທດເພື່ອນບ້ານ

ມາແຮງຫຼາຍ! ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຮ່ວມງານກັບຊຸບເປີສະຕາເບີຕົ້ນໆຂອງປະເທດເພື່ອນບ້ານ ໃນວັນທີ 1 ເມສາ 2018 ຫຼາກຫຼາຍຄົນເຊັ່ນ: ພອຍ ເຊີມານ, ລີເດຍ ສະລັນລັດ, ແພັດ ນະປະພາ, ປັ້ນຈັ່ນ ປໍລະມະ, ເບວລ່າ ລານີ ແຄມເປນ, ໂປບ ທະນະວັນ  ແລະ ຍັງມີເຫຼົ່າເຊເລບຄົນດັງອີກຫຼາຍທ່ານທີ່ມາຮ່ວມໃນງານໃນຄັ້ງນີ້. ເຊິ່ງງານນີ້ ນຸ້ຍ ສຸພາພອນ ກໍໄດ້ຮ່ວມເດີນແບບ ແລະ ຮ່ວມເຟມຖ່າຍຮູບໂດຍໂພສທ່າແບບມືອາຊີບແບບບໍ່ໜ້ອຍໜ້າເຫຼົ່າຊຸບເປີສະຕາຝັ່ງໄທ, ລອງມາເບິ່ງກັນເລີຍ!!! ຮູບພາບ: Nui Souphaphone (ຂ່າວທີ່ກ່ຽວຂ້ອງ) ກຳລັງເປັນກະແສ! ນຸ້ຍ ສຸພາພອນ ຮ່ວມງານກັບສອງຊຸບຕາ ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນ “ບຸບເພສັນນິວາດ”

Read More »

ກຳລັງເປັນກະແສ! ນຸ້ຍ ສຸພາພອນ ຮ່ວມງານກັບສອງຊຸບຕາ ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນ “ບຸບເພສັນນິວາດ”

ກຳລັງເປັນກະແສ! ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຮ່ວມງານກັບສອງຊຸບເປີ້ສະຕາ ເບວລ່າ ລານີ ແຄມເປນ ແລະ ໂປບ ທະນະວັນ ຫຼື ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນທີ່ກຳລັງເປັນກະແສໄປທົ່ວບ້ານທົ່ວເມືອງໃນເວລານີ້ “ບຸບເພສັນນິວາດ” ໃນວັນທີ 1 ເມສາ 2018 ຢູ່ທີ່ປະເທດເພື່ອນບ້ານ, ເຊິ່ງງານນີ້ ນຸ້ຍ ສຸພາພອນ ກໍຍັງມີໂອກາດໄດ້ຮ່ວມງານ ແລະ ຖ່າຍຮູບຮ່ວມເຟມດຽວກັນກັບຊຸບຕາທັງສອງ ງານນີ້ແຟນຄລັບທັງລາວ ແລະ ໄທ ກຣີດກຣາດກັນແນ່ນອນ!!! ຮູບພາບ: Nui Souphaphone

Read More »

ລູກນໍ້າ ທິດາລັດ ສະຫງ່າງາມຮ່ວມງານແຟຼຊັ່ນວີກ ພ້ອມຮ່ວມເຟມຖ່າຍຮູບກັບຊຸບຕາຈາກເພື່ອນບ້ານ!!!

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ເດີນທາງຮ່ວມງານ Bangkok International Fashion Week 2018 (#BIFW2018) ເຊິ່ງເປັນງານໃຫ່ຍລະດັບປະເທດຂອງປະເທດເພື່ອນບ້ານ ເຊິ່ງງານໄດ້ຈັດຂຶ້ນໃນວັນທີ 22-25 ມີນາ 2018 ທີ່ຜ່ານມາ ແລະ ນອກຈາກນັ້ນ ສາວ ລູກນໍ້າ ກໍຍັງໄດ້ຮ່ວມເຟມຖ່າຍຮູບກັບ ກຣີນ ອັດສະດາພອນ ນັກສະແດງສາວຊື່ດັງຂອງຝັ່ງປະເທດເພື່ອນບ້ານອີກດ້ວຍ. (ລູກນໍ້າ+ກຣີນ ເປັນຕາຮັກຕາແພງຫຼາຍໆ) ແລະ ຍັງມີຮູບງາມໆຂອງ ສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້…     ຮູບພາບ: Louknum Vongsili

Read More »

ສຸດຍອດ! ສາວລາວປ້ອງກັນແຊ້ມໃນລາຍການ “ສຶກວັນດວນເພງ” ໄດ້ອີກແລ້ວ!!!

ມີແຟນໆຕິດຕາມໃຫ້ກຳລັງໃຈສາວ ແພັດ ເພັດດາວອນ ສາວລາວທີ່ໄປແຂ່ງຂັນເພງໃນລາຍການ”ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ, ຫຼ້າສຸດນາງກໍປ້ອງກັນແຊ້ມໄດ້ອີກແລ້ວເດີ້ລວມເປັນ 6 ສະໄໝ, ເຊິ່ງໃນຄໍ່າຄືນຂອງວັນທີ 26 ມີນາ 2018 ສາວ ແພັດ ກໍຂຶ້ນປ້ອງກັນແຊ້ມດ້ວຍບົດເພງ “ຂໍແຄ່ຮູ້ຂ່າວ” ກັບສາວງາມສຽງດີຈາກປະເທດເພື່ອນບ້ານ ແລະ ວິນາທີທີ່ໜ້າຕື່ນເຕັ້ນກໍມາຮອດ ເຊື່ອວ່າແຟນໆທາງບ້ານກໍລຸ້ນກັນຕິດຂອບໜ້າຈໍເລີຍແມ່ນບໍ່ ແລະ ຜົນທີ່ອອກມາກໍເປັນທີ່ໜ້າຍິນດີເພາະນາງສາມາດປ້ອງກັນແຊ້ມ ແລະ ຍັງບໍ່ທັນໄດ້ໃຊ້ຕົວຊ່ວຍອີກເດີ້ (ຊົມເຊີຍ) ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!! ຄລິບຈາກ: one31 ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ! ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ” ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ …

Read More »

ສ່ອງ! IG ເບວລ່າ ລານີ ຫຼື ແມ່ກາລະເກດ (ປ່າໂທະ! ອໍເຈົ້າຄືມາເຊັກຊີ່ແທ້ ກ້າມທ້ອງເປັນມັດໆ)

ສ່ອງ! IG ເບວລ່າ ລານີ ແຄມເປນ ດາລາສາວຊື່ດັງຈາກປະເທດເພື່ອນບ້ານ  ຫຼື ແມ່ກາລະເກດ ຈາກລະຄອນເລື່ອງ ບຸບເພສັນນິວາດ, ເຊື່ອວ່າແຟນໆຊາວລາວເຮົາກໍຕິດລະຄອນເລື່ອງນີ້ກັນບໍ່ໜ້ອຍ, ເອົາລະບໍ່ເວົ້າຍາວ ມື້ນີ້ ຂວັນໃຈ ເຮົາເລີຍຈັດໃຫ້ ແຕ່ໆດຽວກ່ອນ ເພາະບໍ່ໄດ້ຈະພາມາທົວກອງລະຄອນເລື່ອງ ບຸບເພສັນນິວາດ ແຕ່ຢ່າງໃດເດີ້ (555) ແຕ່ຈະພາໄປສ່ອງໂປຟາຍຂອງສາວ ເບວລ່າ ທີ່ແບບວ່າໂອ້ຍຫຸ່ນຂອງນາງສຸດເຊັກຊີ່ເວີ້ ກ້າມທ້ອງເປັນມັດໆ… ໂອະ ໂອ້ຍ ອໍເຈົ້າຫຼິ້ນຫຸ່ນດີແບບນີ້ ອໍເຮົາພໍແຕ່ຢາກວາງຖົງເຂົ້າໜົມນົມເນຍ ແລ້ວແລ່ນເຂົ້າຟິດເນັດແບບດ່ວນໆກັນເລີຍເດີ້ (555) ຍອມໃຈໃນຄວາມຫຸ່ນດີຂອງສາວເບວລ່າແທ້ໆ!!! ໍ ຮູບພາບຈາກ: IG/bellacampen

Read More »