Breaking News

ຂ່າວບັນເທີງນອກປະເທດ

ເປັນກຳລັງໃຈໃຫ້ແມ່ຮ້າງທຸກໆຄົນ ບໍ່ມີໃຜຫຼຸດຄຸນຄ່າຂອງເຈົ້າໄດ້!!!

ເຈົ້າເຫັນຫຍັງແດ່ຈາກການອະພິເສກສົມຣົດຂອງ ເຈົ້າຊາຍ ແຮ່ລີ່ ແລະ ເມແກຣນ? ເມແກຣນ – ເມແກຣນ ອາຍຸ 37 ປີ ນາງມີອາຍຸຫຼາຍກວ່າເຈົ້າຊາຍ – ເມແກຣນ ເຄີຍຜ່ານການຢ່າຮ້າງມາກ່ອນ – ເມແກຣນ ບໍ່ໄດ້ມີເຊື້ອສາຍຣາດຊະວົງ ຫຼື ເປັນຄົນຊັ້ນສູງແຕ່ຢ່າງໃດ – ເມແກຣນ ບໍ່ແມ່ນແມ່ຍິງທີ່ບໍລິສຸດ – ເຄີຍເປັນນັກສະແດງ ແລະ ຈູບກັບຜູ້ຊາຍມາແລ້ວຫຼາຍຄົນ – ບໍ່ແມ່ນແມ່ຍິງທີ່ເຮັດອາຫານຕອນ 2 ໂມງກາງຄືນ – ບໍ່ແມ່ນພັນລະຍາທີ່ສົມບູນແບບ – ບາດຫຼວງບໍ່ໄດ້ບອກໃຫ້ ເມແກຣນ ຍິນຍອມ ຫຼື ເອີ້ນເຈົ້າຊາຍວ່າ ກະສັດ ນາຍທ່ານ ຫຼື ພະເຈົ້າ – ພໍ່ສາມີຍ່າງຈູງນາງຕາມທາງຍ່າງໃນໂບດ ແບບທຳມະດາ – ເມແກຣນ ບໍ່ມີຫຍັງຄູ່ຄວນທີ່ຈະເປັນເຈົ້າສາວໃນ ຣາດຊະວົງ…ແຕ່ລາວສົມຣົດກັບເຈົ້າຊາຍໃນຖານະຄູ່ຊີວິດທີ່ເທົ່າທຽມກັນ ບໍ່ແມ່ນໃນຖານະທາດທີ່ອ່ອນນ້ອມ ຫຼື ພັນລະຍາທີ່ດ້ອຍກວ່າ …

Read More »

ນຸ້ຍ ສຸພາພອນ ມາລຸກນີ້ກິນຂາດ…ໃຈລະລາຍແລ້ວວວ

ໃຜທີ່ເປັນແຟນຄລັບຂອງ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ກໍ່ຄົງຈະໄດ້ຕິດຕາມນາງກັນແບບເລື້ອຍໆ ຫຼັງຈາກທີ່ສາວຄົນນີ້ໄດ້ໄປປະກວດໃນເວທີ ນາງງາມຈັກກະວານ ປະຈຳປີ 2017 ຢູ່ທີ່ USA ຈົນສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກ ປະເທດລາວ ເພາະໃນປີທີ່ນາງປະກວດເປັນປີທຳອິດທີ່ມີຕົວແທນສາວງາມຈາກລາວເຮົາໄປປະກວດໃນເວທີດັ່ງກ່າວ, ປັດຈຸບັນນາງກໍ່ບໍ່ໄດ້ຫາຍໜ້າໄປໃສ ຍັງເດີນໜ້າໂຊໂຕຕາມອີເວັ້ນຕ່າງໆ ແລະ ຖ່າຍແບບ ເດີນແບບມີຜົນງານໃຫ້ແຟນໆໄດ້ຕິດຕາມກັນແບບເລື້ອຍໆ ນີ້ຖືເປັນລຸກໃໝ່ຂອງ ນຸ້ຍ ສຸພາພອນ ຂໍບອກເລີຍເດີ້ວ່າບໍ່ວ່ານາງຈະແຕ່ງລຸກໃດ ແບບໃດນາງກໍ່ກິນຂາດ ໂດຍສະເພາະລຸກນີ້ທີ່ເບິ່ງແລ້ວໜ້າຮັກສົດໃສ ເປັນແບບທີ່ແຟນໆຫຼາຍຄົນຍັງບໍ່ເຄີຍເຫັນນາງໃນລຸກນີ້ມາກ່ອນ…ໂອ້ຍ!!! ໃຈລະລາຍແລ້ວວວ!!! ຮູບພາບ: Nui Souphaphone

Read More »

ປຸກລຸກ ຝົນທິບ ນາງເອກດັງຈາກເພື່ອນບ້ານ ຮ່ວມເດີນແຟຊັ່ນໂຊໃນລາວ!

ປຸກລຸກ ຝົນທິບ ວັດຊະລະຕະກູນ ດາລາ-ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ຫຼ້າສຸດກໍ່ໄດ້ເດີນທາງມາຮ່ວມເດີນແຟຊັ່ນໂຊໃນງານ “Vientiane Wow Fashion Week 2018” ແລະ ປຸກລຸກ ກໍ່ຍັງໄດ້ໂພສຮູບພາບເດີນແບບໃນລາວໃຫ້ແຟນຄລັບທັງສອງຝັ່ງໄດ້ຮູ້ເຖິງການມາຄັ້ງນີ້້ຂອງນາງອີກດ້ວຍ. ສຳລັບ ປຸກລຸກ ຝົນທິບ ອາຍຸ 27 ປີ ເປັນນັກສະແດງແຖວໜ້າອີກຄົນໜຶ່ງທີ່ມີຊື່ສຽງ ແລະ ຄວາມສາມາດແໜ້ນ ແຈ້ງເກີດມາຈາກການເປັນ Miss Thailand Universe 2010, ປັດຈຸບັນເປັນນັກສະແດງມີຜົນງານໃຫ້ແຟນໆຕິດຕາມຢ່າງຫຼວງຫຼາຍ. ຮູບພາບຈາກ: IG/pooklook_fonthip

Read More »

ງາມແຮງ ແພງຫຼາຍ! ບໍ່ອະລັງການ ບໍ່ແມ່ນ…ລູກນໍ້າ ທິດາລັດ!

ໃນຊ່ວງທ້າຍອາທິດທີ່ຜ່ານມາວົງການບັນເທີງບ້ານເຮົາຄຶກຄື້ນເປັນພິເສດ ເພາະມີງານເດີນແຟຊັ່ນໂຊ “Vientiane Wow Fashion Week 2018” ແລະ ໃນງານນີ້ຈະຂາດສາວຄົນນີ້ແມ່ນບໍ່ໄດ້ເລີຍ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງແຖວໜ້າ ເຊິ່ງງານນີ້ ລູກນໍ້າ ອອກມາເສີດສາຍໃນຊຸດສີຂາວ ເບິ່ງແລ້ວສຸດແສນຈະເພີເຟັກ ໂດຍຊຸດຂອງລູກນໍ່້າອອກແບບໂດຍ ນັກອອກແບບໜຸ່ມນ້ອຍ ບິນລີ່ ສີອຳພັນ ແລະ ໄດ້ຊ່າງແຕ່ງໜ້າສີມືດີ ອາເລັກ ອະລິຍາ ມາເນລະມິດໃຫ້ລູກນໍ້າເຈີດຈະຫຼັດໃນເວທີດັງກ່າວ, ງານນີ້ຄະແນນເຕັມ 10 ໄປເລີຍ!!! ລຸກນີ້ ສາວ ລູກນໍ້າ ງາມແຮງ ແພງຫຼາຍອີ່ຫລີຂໍຍອມມມມ! ບໍ່ແມ່ນແຕ່ໃນເວທີທີ່ນາງເລີດ ນອກເວທີນາງກໍ່ເລີດເຊັ່ນກັນເດີ້ແຟນໆໆ ຮູບພາບ: Louknum Vongsili

Read More »

 ແມ່ຍິງລາວຜົນງານແຕ້ມຮູບດັງໄກລະດັບໂລກ ໃຜວ່າແມ່ຍິງເປັນສິລະປິນບໍ່ໄດ້?

Hello ໝູ່ເພື່ອນທຸກໆຄົນ ເວົ້າເຖິງເລື່ອງສິລະປະເປັນຫຍັງທີ່ຍາກທີ່ຈະອະທິບາຍ ແຕ່ກໍ່ບໍ່ຍາກທີ່ຈະເຂົ້າໃຈ, ມື້ນີ້ພິເສດແດ່ເພາະຈະພາທຸກໆຄົນມາຊອກຫາແຮງບັນດານໃຈ ໂດຍມີແມ່ຍິງລາວຄົນເກັ່ງອີກໜຶ່ງຄົນທີ່ຈະແນະນຳໃຫ້ຮູ້ຈັກນີ້ມາເປັນຕົ້ນແບບໃຫ້..ຫັ້ນແນ່ຍາກຮູ້ຈັກກັບນາງແລ້ວແມ່ນບໍ່? Ok ໄດ້ເລີຍນຳມາຕິດໆເລີຍໄວໆໆ!!! ມາຮູ້ຈັກ! ນັກແຕ້ມຮູບຮ່ວມສະໄໝ ແມ່ຍິງລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ ວິຣະວົງ ສະໂກວິວ (ໂອເລ້) ອາຍຸ 39 ປີ, ອາຊີບ ນັກແຕ້ມ ເປັນອີກໜຶ່ງແມ່ຍິງລາວຄົນເກັ່ງທີ່ ຂວັນໃຈ ເຮົາຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກ ແລະ ມື້ນີ້ເຮົາກໍມີໂອກາດໄດ້ນຳເອົາເລື່ອງລາວຂອງແມ່ຍິງທີ່ຊື່ ໂອເລ້ ຄົນນີ້ໃນເສັ້ນທາງການເປັນນັກແຕ້ມທີ່ບອກເລີຍວ່າບໍ່ໄດ້ໂຮຍດ້ວຍກີບກຸຫຼາບ…ແຟນໆອ່ານແລ້ວອາດຈະໄດ້ໄອເດຍ ໄດ້ມີແຮງບັນດານໃຈດີໆ ໃນການສ້າງຝັນຂອງຕົວເອງຈົນສຳເລັດຕໍ່ໄປ… ສິລະປິນຮ່ວມສະໄໝ ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ ເມື່ອເອີ່ຍຊື່ ໂອເລ້ ວິຣະວົງ ສະໂກວິວ ສິລະປິນແຕ້ມຮູບຮ່ວມສະໄໝ ທີ່ມີແນວທາງເປັນເອກະລັກຂອງຕົນເອງ ດ້ວຍລວດລາຍ ແລະສີສັນອັນໂດດເດັ່ນ ຜົນງານຂອງລາວສ້າງຄວາມປະທັບໃຈໃຫ້ກັບຊາວຕ່າງປະເທດ ທີ່ໄດ້ພົບເຫັນມາຫຼວງຫຼາຍ ບໍ່ວ່າຈະເປັນ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອົດສະຕາລີ, ສະເປນ ຮ່ອງກົງ ແລະໄທ ແຕ່ໃນລາວເອງ …

Read More »