Breaking News

ຂ່າວບັນເທີງນອກປະເທດ

ກຣີດໆໆໆ! ສາວໆຫົວໃຈຈະວາຍ ນັກເຕະຈາກ ເຢຍລະມັນ ຫຼໍ່ຍົກທີມ (FIFA World Cup 2018 in Russia)

ມາແລ້ວໆໆໆ ເທດສະການແຂ່ງຂັນບານເຕະລະດັບໂລກ “FIFA World Cup 2018 in Russia” ບໍ່ແມ່ນແຕ່ຜູ້ຊາຍເດີ້ທີ່ໃຈຈົດໃຈຈໍ່ຖ້າເບິ່ງ ສາວໆເຮົາກໍ່ບໍ່ເວັ້ນເຊັ່ນກັນ, ຫຼ້າສຸດເປີດໂຕນັກເຕະຈາກທີມຊາດ ເຢຍລະມັນ (ໂອ້ຍ!!! ຫົວໃຈຈະວາຍ) ຫຼໍ່ຍົກທີມອີ່ຫລີ…ນີ້ພວກເຂົາມາເຕະບານແທ້ໆແມ່ນບໍ່? ເອົ້າໆໆໆ! ຢ່າມົວເບິ່ງແຕ່ນັກເຕະຈົນເພີນ ຈົນລືມເຊຍບານກັນເດີ້ສາວໆ (555) ມີໃຜເຊຍທີມໃດແດ່ ຄອມເມັ້ນບອກກັນແດ່ເດີ້. via: HAWTSOME GUYS

Read More »

ສ່ອງ! ສາວງາມຈາກເວທີ Miss Universe Thailand  2018 (ແຕ່ລະຄົນບໍ່ທຳມະດາ)

ເວທີ Miss Universe ຖືວ່າກຳລັງເປັນກະແສມາແຮງ, ເພື່ອບໍ່ໃຫ້ເປັນການຕົກກະແສ ຂວັນໃຈ ເຮົາຍັງບໍ່ພາດທີ່ຈະໄປແວະວຽນ ໄປສ່ອງເວທີ  Miss Universe Thailand  2018 ທີ່ເອີ້ນໄດ້ວ່າກຳລັງຄຶກຄື້ນ ເພາະຄັດເຫຼືອ 40 ສາວງາມ ບອກເລີຍວ່າແຕ່ລະນາງແມ່ນບໍ່ທຳມະດາ ງາມໆທັງນັ້ນ ລອງໄປສ່ອງພ້ອມໆກັນເບິ່ງເນາະ… ໝາຍເລກ 1 ນິໂຄລີນ ພິຊາພາ (ນິໂຄ) ອາຍຸ 19 ປີ ລວງສູງ 170 ຊັງຕີແມັດ ໝາຍເລກ 2 ເມລິສາ ຊຸມສາຍສະກຸນ (ການ) ອາຍຸ 22 ປີ ລວງສູງ 169 ຊັງຕີແມັດ ໝາຍເລກ 3 ພັດສອນ (ຟີມ) ອາຍຸ 20 ປີ ລວງສູງ 165 ຊັງຕີແມັດ …

Read More »

ເອີ້ນແຟນຜິດບໍ່? ມາສ່ອງ ພີ ວິວັດ ໜຸ່ມຕີ໋ສຸດແນວຈາກລາຍການ Take Me Out Thailand

ຫຼັງຈາກທີ່ ຊະນີIndy ໄດ້ເປີດວາບພາແຟນໆໄປສ່ອງໂປຟາຍຂອງໜຸ່ມຫຼໍ່ສຸດແນວ ສຸກກິດ ກໍ່ກະເສມວົງ ຫຼື ນາມ ໜຸ່ມຫຼໍ່ຈາກລາຍການ Take Me Out Thailand ເລີຍເຮັດໃຫ້ມີແຟນໆຫຼາຍຄົນຖາມເຂົ້າມາກັນຫຼາຍເລີຍວ່າ ແລ້ວອີກໜຶ່ງໜຸ່ມໜ້າຕີ໋ຄົນນັ້ນເດແມ່ນໃຜ? ບໍ່ຊ້າເລີຍ…ບອກເລີຍວ່າຈັດໃຫ້ ມື້ນີ້ເຮົາຈະພາມາສ່ອງໂປຟາຍຂອງໜຸ່ມຫຼໍ່ອີກໜຶ່ງຄົນ ວິວັດ ເລົ່າສຸວັນນະວັດ ຫຼື ພີ ໜຸ່ມຫຼໍ່ສຸດແນວຈາກປະເທດເພື່ອນບ້ານ ທີ່ຫຼາຍໆຄົນຢາກຮູ້ຈັກ… ເຊິ່ງ ພີ ວິວັດ ຄົນນີ້ກໍ່ມີໂປຟາຍບໍ່ທຳມະດາ ມີຄົນຕິດຕາມໃນເຟສບຸກ ແລະ ອິນສະຕາແກຼມຢ່າງຫຼວງຫຼາຍ ຖືເປັນຂວັນໃຈແຟນໆອີກໜຶ່ງຄົນ  ແລະ ໃນລາຍການ Take Me Out Thailand ໜຸ່ມ ພີ ກໍ່ຖືວ່າເປັນໜຸ່ມໂສດສຸດຮ໋ອດອີກໜຶ່ງຄົນ, ລອງໄປສ່ອງໂປຟາຍ ພີ ເບິ່ງເນາະ…ຂໍບອກວ່າ ໜຸ່ມ ພີ ຄົນນີ້ເອົາໃຈສາວລາວໄປເລີຍ!!! (ແລ້ວເຈົ້າມີແຟນຫຼືຍັງ ເປັນຫຍັງຄືໜ້າຮັກແທ້…ຂໍເອີ້ນແຟນໄດ້ບໍ່ນໍ້ 555) ຂໍຂອບໃຈຮູບພາບຈາກ: FB/Wiwat Laosuwannawat

Read More »

ໃຈລະລາຍ! ເປີດວາຟໜຸ່ມຫຼໍ່ສຸດແນວ ນາມ ກໍ່ກະເສມວົງ ຈາກລາຍການ Take Me Out Thailand 

ໂອ້ຍຍຍຍ! ຫົວໃຈ ຊະນີທັງຫຼາຍລະລາຍໝົດແລ້ວວວ ເອົາລະມື້ນີ້ຈະພາມາສາລະແນ ເອີ້ຍ!!! ສ່ອງຄວາມຫຼໍ່ ຄວາມແນວ ຂອງໜຸ່ມປະເທດເພື່ອນບ້ານໄກ້ໆເຮົາ ໜຸ່ມຄົນນີ້ກະແສກຳລັງມາເລີຍ He ມີຊື່ວ່າ  ສຸກກິດ ກໍ່ກະເສມວົງ (ນາມ) ອາຍຸ 23 ປີ ໜຸ່ມຫຼໍ່ ສູງຂາວ ມີ Style ເປັນຂອງຕົວເອງ ແຖມໂປຟາຍດີ ເຈົ້າຂອງຮ້ານຊີ້ນດາດ (ເຫັນແລ້ວຫິວຊີ້ນດາດຂຶ້ນມາທັນໃດ 555)  ສຳລັບ ໜຸ່ມ ນາມ ສຸກກິດ ເປັນ 1 ໃນຜູ້ເຂົ້າຮ່ວມເລືອກຄູ່ໃນລາຍການ Take Me Out Thailand ຊີຊັ່ນ 13 ແລະ ຫຼ້າສຸດ ໃນວັນເສົາທີ່ຜ່ານມາກໍ່ໄດ້ມີ ນົກ ພອນທະມາລີ ຈິດປັນຍາ ສາວລາວໄປເລືອກຄູ່ໃນລາຍການດັ່ງກ່າວ ແລະ ກໍ່ໄດ້ເທັກກັນອອກມາໃນທີ່ສຸດ, ຂໍບອກເລີຍວ່າມີຄວາມອິດສາ ສາວ ນົກ ຄ່ອຍໆ ງານນີ້ນາງໄດ້ຜູ້ງານດີອີ່ຫລີ …

Read More »

ຄົນບັນເທີງເຂົ້າຮ່ວມໃນພິທີປະກາດ ນະຄອນປາກເຊ ມີໃຜແດ່ມາເບິ່ງກັນ…

ປະກາດໃຫ້ໂລກຮູ້ໄປເລີຍວ່າ ມ.ປາກເຊ ແຂວງ ຈຳປາສັກ ປ່ຽນມາເປັນ ນະຄອນປາກເຊ ແລ້ວເດີ້ ເຊິ່ງພິທີໄດ້ຈັດຂຶ້ນຢ່າງຍິ່ງໃຫ່ຍທີ່ ທີ່ເດິ່ນກີລາຫຼັກສອງ ເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ 31 ພຶດສະພາ 2018 ທີ່ຜ່ານມາ ແລະ ຍັງມີບັນດາຄົນບັນເທີງໄປຮ່ວມພິທີຢ່າງຫຼວງຫຼາຍເຊັ່ນ: ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ 1, ແພັດ ເພັດດາວອນ ນັກຮ້ອງເງິນລ້ານ, ລູຊີ່ ວົງປະເສີດ Miss Vientiane2018, ບິໂບ່ ດວງພະໄທ Misslaos 2017, ມາລີ ນົບພະລັດ Miss grand laos 2018, ຄະນະນາງສາວງາມ Miss Champasak 2018 ແລະ ຍັງມີ ຂວັນ ອຸສາມະນີ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານທີ່ເຂົ້າຮ່ວມພາຍໃນງານໃນເທື່ອນີ້… ເຊິ່ງບັນດາຄົນດັງກໍ່ມີໂອກາດໄດ້ແຕ່ງຊຸດໄໝລາວ ບອກເລີຍວ່າງາມຫຼາຍໆ ລອງມາເບິ່ງກັນ… ຫຼິງຫຼິງ ປິຍະດາ …

Read More »