Breaking News

ຂ່າວບັນເທີງນອກປະເທດ

ສ່ອງ! ສາວງາມຂ້າມເພດ Miss Universe Spain 2018 ແຮງບັນດານໃຈຂອງສາວປະເພດສອງທົ່ວໂລກ!!!

ລັດເລາະໄປເວທີ Miss Universe Spain ກັນແດ່, ຫຼ້າສຸດເພິ່ນກໍ່ໄດ້ມາແລ້ວກັບສາວງາມທີ່ເໝາະສົມກັບຕຳແໜ່ງອັນຊົງກຽດນີ້ ແລະ ປີນີ້ເຮັດເອົາ ຮືຮາ ໄປທົ່ວໂລກ ເນື່ອງຈາກວ່າ ສາວງາມທີ່ຄວ້າມົງກຸດ  Miss Universe Spain 2018 ມີນາມວ່າ Angela Ponce ເປັນສາວງາມຂ້າມເພດ (ສາວປະເພດສອງ) ຖືໄດ້ວ່າເປັນປະຫວັດສາດໜ້າໃໝ່ ສຳລັບການປະກວດນາງງາມໃນທີ່ Miss Universe. ເຊິ່ງ Angela Ponce ເປັນສາວປະເພດສອງຄົນທຳອິດ ທີ່ໄດ້ມີໂອກາດເປັນຕົວແທນປະເທດລົງປະກວດໃນເວທີໃຫ່ຍລະດັບໂລກຢ່າງເວທີ ນາງງາມຈັກກະວານ (Miss Universe) ສຳລັບສາວງາມຄົນນີ້ມີອາຊີບເປັນ ນາງແບບ ແລະ ບອກໄດ້ເລີຍວ່າໃນປີ 2018 ນີ້ບໍ່ແມ່ນປີທຳອິດທີ່ນາງໄດ້ເຂົ້າມາປະກວດ ເພາະນາງເລີ່ມມາປະກວດຕັ້ງແຕ່ປີ 2015 ແຕ່ພາດມົງກຸດໄປ ແຕ່ຍ້ອນຄວາມຮັກ ແລະ ມັກໃນສິ່ງທີ່ຢາກເຮັດ ເລີຍບໍ່ຍອມແພ້ ແລະ ມີຄວາມພະຍາຍາມສູງ ນາງຈຶ່ງກັບເຂົ້າມາສະໝັກປະກວດໃໝ່ໃນປີນີ້ ພ້ອມກັບສ້າງປະຫວັດສາດໜ້າໃໝ່ໃຫ້ກັບເວທີ ນາງງາມຈັກກະວານ ແລະ Angela Ponce ຍັງເອີ້ນສຽງຮືຮາ ແລະ …

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »

ເລີ່ມແລ້ວ! Miss Universe Laos 2018 ປີນີ້ຂໍບອກວ່າເຂັ້ມຂົ້ນ ຍິ່ງໃຫ່ຍແນ່ນອນ!!!

ເລີ່ມແລ້ວເດີ້ແຟນໆ ສຳລັບເວທີການປະກວດສາວງາມ ເວທີອັນຊົງຄຸນຄ່າ  Miss Universe Laos 2018, ທີ່ຫຼ້າສຸດຈັດງານຖະແຫຼງຂ່າວຢ່າງເປັນທາງການຂຶ້ນແລ້ວໃນບ່າຍຂອງວັນທີ 3 ກໍລະກົດ 2018 ເຊິ່ງກ່ອນໜ້ານີ້ເຊື່ອວ່າແຟນໆຄົງຈະໄດ້ຍິນມາແດ່ແລ່ວວ່າຈະມີ ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງ ມາເປັນຜູ້ອຳນວຍການກອງປະກວດ ແລະ ຢາກບອກວ່າສິ່ງທີ່ແຟນໆໄດ້ຍິນມານັ້ນແມ່ນແລ້ວ…ແຖມໃນປີນີ້ນາງຍັງດຶງເອົາ ນາຕາລີ ເກວໂບວາ Miss Universe 2005 ແລະ ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ມາຮ່ວມໂຄງການ Miss Universe Laos 2018 ເພື່ອຮ່ວມວາງມາດຕະຖານ ແລະ ຝຶກແອບສາວລາວຜູ້ເຂົ້າປະກວດ Miss Universe Laos 2018 ໃຫ້ມີບຸກຄະລິກກະພາບທີ່ດີ ມີຄວາມໝັ້ນໃຈຄົບຕາມຄຸນສົມບັດຂອງນາງງາມຈັກກະວານເພື່ອກຽມຄວາມພ້ອມສູ່ການປະກວດນາງງາມຈັກກະວານໃນລະດັບສາກົນ (ໂອ້!!!ວ້າວວວ ເລີດເດີ້) ສຳລັບການປະກວດ Miss Universe Laos …

Read More »

ຫວານເວີ້! 1 ປີແຫ່ງຄວາມຫວານ ອ໊ອຟ ຈັດເຊີໄພ້ ນູ່ນີ່ ແບບນີ້… (ຄົນໂສດໃຈບໍ່ແຂງຫ້າມເບິ່ງ)

ກຣີດໆໆໆ! ຫວານເວີ້…ຜ່ານໄປ 1 ປີ ແລ້ວກັບຄວາມຮັກຂອງ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ສາວລາວ-ບ່າວໄທ, ຫຼ້າສຸດ ໜຸ່ມ ອ໊ອຟ ກໍ່ຈັດຕຽມເຊີໄພ້ຫວານໃຫ້ກັບ ນູ່ນີ່ ທີ່ຮ້ານອາຫານແຫ່ງໜຶ່ງ ຢ່າງຫວານ ແບບໂລກນີ້ມີແຕ່ສີບົວ ພ້ອມທັງເຜີຍຄວາມໃນໃຈຫຼັງຈາກທີ່ໄດ້ຄົບຫາເບິ່ງໃຈກັນໄດ້  1 ປີ ເຊິ່ງ ນູ່ນີ່ ຍັງໄດ້ອອກມາໂພສຄລິບພ້ອມທັງຂຽນແຄັບຊັ່ນຫວານໆວ່າ: “ຂອບໃຈເດີ້ . . . ?? ທີ່ເຊີໄພ້ນ້ອງ ໃນວັນ ຄົບຮອບ 1ປີ ບໍ່ຄິດເລີຍວ່າ ພີ່ອ໊ອຟຊິເຮັດໃຫ້ ແລະມີໂມເມັ້ນນີ້ນຳຫມູ່ ເຂີນແປ໋ບ☺☺☺ ຂອບໃຈເດີທີ່ຢູ່ຄຽງຂ້າງນ້ອງຕະຫລອດມາ ບໍ່ວ່າຍາມທຸກ ? ຍາມສຸກ ?ຂອບໃຈທີ່ຮັກນ້ອງ ຂອບໃຈທີ່ເບິ່ງແຍງດູແລ ຂອບໃຈອີ່ຫລີເດີ້ ?????”  ຂອບໃຈເດີ . . . ??ທີ່ເຊີໄພ້ນ້ອງ ໃນວັນຄົບຮອບ 1ປີບໍ່ຄິດເລີຍວ່າ ພີ່ອ໊ອຟຊິເຮັດໃຫ້ ແລະມີໂມເມັ້ນນີ້ນຳຫມູ່ ເຂີນແປ໋ບ☺☺☺ຂອບໃຈເດີທີ່ຢູ່ຄຽງຂ້າງນ້ອງຕະຫລອດມາບໍ່ວ່າຍາມທຸກ …

Read More »

ມາອີກແລ້ວວວ! King Of Catwalk ມາເທື່ອນີ້ຈັດໜັກ ໂພສທ່າຍາກທີ່ວັງວຽງ!

ຕິດອົກຕິດໃຈ ປະເທດ ລາວ ເຂົ້າແລ້ວ ສຳລັບ Sinon Loresca ເນັດໄອດໍ້ຄົນດັງຈາກ ປະເທດ ຟິລິປິນ ຫຼື ເຈົ້າຂອງ ສາຍາ (The King Of Catwalk), ຫຼ້າສຸດ ວັນທີ 30 ມິຖຸນາ 2018 ທີ່ຜ່ານມາ Sinon ໄດ້ເຊັກອິນທີ່ປະເທດລາວເປັນເທື່ອທີ 3 ແລ້ວ ແລະ ໃນເທື່ອນີ້ນາງໄດ້ເດີນທາງໄປ ທີ່ ສະຖານທີ່ ທ່ອງທ່ຽວຍອດຮິດທີ່ ມ.ວັງວຽງ  ແຂວງ ວຽງຈັນ ປະເທດລາວ, ເຊິ່ງການມາຂອງ Sinon ໃນເທື່ອນີ້ແມ່ນຍັງຄົງຄອນເຊັບເກົ່າ ສາມາດສ້າງສຽງຮືຮາ ແລະ ສຽງຫົວໃຫ້ແຟນໆຊາວລາວໄດ້ມີຄວາມສຸດເຕັມໄປດ້ວຍຮອຍຍິ້ມ ແຖມ Sinon ຍັງຈັດໜັກຈັດເຕັມໃສ່ເກີບສົ້ນສູງ (ບອກເລີຍວ່າສູງໆ) ໂພສທ່າຍາກທີ່ວັງວຽງ. ລອງມາເບິ່ງ! ບໍ່ເຮັດໃຫ້ແຟນໆຊາວລາວ ແລະ ແຟນໆທົ່ວໂລກຜິດຫວັງແທ້ໆ (Welcome to Laos …

Read More »