Breaking News

ຂ່າວບັນເທີງນອກປະເທດ

ໂຕໂນ່ ນັກຮ້ອງຊື່ດັງລົງພື້ນທີ່ຊ່ວຍເຫຼືອພີ່ນ້ອງຊາວລາວ ພ້ອມໂພສຊຶ້ງ “ຂ້ອຍຮັກເຈົ້າຫຼາຍເດີ້”

ດັ່ງທີ່ ຂວັນໃຈ ເຮົາໄດ້ລາຍງານໄປກ່ອນໜ້າວ່າ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງປະເທດເພື່ອນບ້ານ ຈະເດີນທາງພ້ອມທີມງານເພື່ອມາເປັນສ່ວນໜຶ່ງໃນການເຂົ້າຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ, ປັດຈຸບັນ ໂຕໂນ່ ໄດ້ເດີນທາງຮອດຈຸດໝາຍກໍ່ຄື ມ.ສະໜາມໄຊ ແຂວງອັດຕະປື ເປັນທີ່ຮຽບຮ້ອຍແລ້ວ ແລະ ມີການເຂົ້າຊ່ວຍເຫຼືອຜູ້ປະສົບໄພ ພ້ອມທັງໂອ້ລົມ ຖາມໄຖ່ ໃຫ້ກຳລັງໃຈຜູ້ປະສົບໄພ ແລະ ນອກຈາກນັ້ນ ໂຕໂນ່ ຍັງໄດ້ໂພສຮູບພາບ ພ້ອມແຄັບຊັ່ນສຸດຊຶ້ງວ່າ: “ຂ້ອຍຮັກເຈົ້າຫຼາຍເດີ້ ໃນມື້ທີ່ເດັກບ້ານຂ້ອຍຕິດຖໍ້າ ພວກເຈົ້າກໍ່ສົ່ງຄົນມາຊ່ວຍ ໃນວັນທີ່ພວກເຈົ້າເດືອດຮ້ອນ ກໍ່ໃຫ້ພວກຂ້ອຍໄດ້ເຮັດສິ່ງທີ່ເພື່ອນບ້ານກັນ…ຄວນຈະເຮັດ ຂໍໃຫ້ພວກເຈົ້າເຂັ້ມແຂງ ອົດທົນໃນຊ່ວງເວລາທີ່ຍາກລຳບາກ ຮອຍຍິ້ມຂອງພວກເຈົ້າ ມີຄວາມໝາຍຕໍ່ການເດີນທາງໄປຂອງພວກຂ້ອຍຫຼາຍເຫຼືອເກີນ…ໄພຕ່າງໆມັນເກີດຂຶ້ນໄດ້ຕະຫຼອດ ແຕ່ນໍ້າໃຈແລະຄວາມຮັກທີ່ພວກເຮົາມີໃຫ້ກັນ ກໍ່ສາມາດເຮັດໃຫ້ໂລກນີ້ໜ້າຢູ່ຂຶ້ນໄດ້” ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບຈາກ: mootono29

Read More »

ຊາວອັດຕະປືຍິ້ມໄດ້ ຕັ້ງສາຍາໃໝ່ໃຫ້ ຟຣຸກ ຈິຣະ ແບບນີ້…

ເປັນອີກໜຶ່ງໂມເມັ້ນແຫ່ງຄວາມປະທັບໃຈ ຫຼັງຈາກທີ່ທີມຂອງ ແອບເປີ້ນ-ຟຣຸກ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ. ອັດຕະປື ພໍຮອດພວກເຂົາກໍ່ໄດ້ນຳເຄື່ອງໄປແຈກຢາຍ ແລະ ເຂົ້າໄປຖາມໄຖ່ສາລະທຸກສຸກດິບ ຈົນເຮັດໃຫ້ແຟນໆຊ່ວອັດຕະປືຍິ້ມໄດ້ ແລະ ຂໍເກັບພາບຖ່າຍຮູບຮ່ວມກັນແບບລົວໆ, ເຊິ່ງ ແອບເປີ້ນ ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນໜ້າຮັກໆວ່າ: “ເຂົາວ່າ ຜົວ2018 ໃນມື້ນີ້ມາມອບຄວາມສຸກ ແລະ ກຳລັງໃຈແບບລ້ວນໆ ນ້ອງໆບອກດີໃຈຫຼາຍ…”  (ຟຣຸກ ຈິຣະ ກາຍເປັນ #ຜົວ2018 ໄປແລ້ວວວ…ແລະ ຍັງມີພາບບັນຍາກາດມາໃຫ້ເບິ່ງກັນນຳເດີ້!!!) ພວກເຮົາດີໃຈທີ່ເຫັນ ຮອຍຍີ້ມ ຂອງທຸກໆຄົນ ແລະ ຂໍຂອບໃຈທຸກໆຝ່າຍທີ່ຫຼັງໄຫຼນໍ້າໃຈເຂົ້າຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກເຫດການໃນຄັ້ງນີ້. ຮູບພາບ: Appleminiberry

Read More »

ຊຸບຕາປະເທດເພື່ອນບ້ານແຫ່ໂພສໃຫ້ກຳລງັໃຈພີ່ນ້ອງຊາວລາວ

ນອກຈາກຄົນບັນເທີງບ້ານເຮົາແລ້ວ ເຫຼົ່າຄົນບັນເທີງຈາກປະເທດເພື່ອນບ້ານ (ປະເທດໄທ) ກໍ່ເຊັ່ນດຽວກັນ ຫຼ້າສຸດຊຸບເປີສະຕາຫຼາຍຕໍ່ຫຼາຍທ່ານເຊັ່ນ ອໍ້າ ພັດສະລາພາ, ຊົມພູ່ ອາຣາຍາ, ເບວລ່າ ແຄມເປນ, ເມ ເຟື່ອງອາລົມ, ໝໍໂອກ ສະມິດ, ຟຣຸກ ຈິຣະ, ອະນັນດາ ເອເວີຣິງແຮມ, ຕຸກກີ້ ຊິງລ້ອຍຊິງລ້ານ, ເປີ້ຍ ປານວາດ, ໄອ້ ອາພິສະດາ, ເຕີ້ຍ ຈາລິນພອນ, ໂຕ່ໂນ່ ພາຄິນ ແລະ ອີກຫຼາຍໆຄົນ ກໍ່ໄດ້ໂພສຮູບພາບສື່ຄວາມໝາຍ ແລະ ຕິດແຮສແທັກ #Prayforlaos ແລະ ບາງທ່ານກໍ່ຍັງຊ່ວຍບໍລິຈາກ ຊ່ວຍກະຈາຍຂ່າວ ແລະ ຊ່ວຍບອກຊ່ອງທາງການບໍລິຈາກຜ່ານບັນຊີຕ່າງໆອີກດ້ວຍ. ຂໍຂອບໃຈ ນໍ້າໃຈຈາກທາງພາຍໃນປະເທດລາວ ແລະ ຈາກຕ່າງຊາດທີ່ຫຼັງໄຫຼເຂົ້າມາ ໄພພິບັດສຸກເສີນໃນເທື່ອນີ້ ເຮົາຈະຈັບມືກັນຂ້າມຜ່ານຊ່ວງເວລາທີ່ຮ້າຍແຮງນີ້ໄປໃຫ້ໄດ້  #prayforattapue #prayforlaos (ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງໄທ)   …

Read More »

ແອບເປີ້ນ-ຟຣຸກ ລຸຍເອງເດີນທາງລົງໃຕ້ ພ້ອມປະກາດຂໍອາສາສະໝັກ ເພື່ອຊ່ວຍເຫຼືອພີ່ນ້ອງທີ່ປະສົບໄພ

ຫຼັງຈາກທີ່ມີການລະດົມທຶນຈາກ ແອບເປີ້ນ ສີສະຫວຽນ ແລະ ຟຣຸກ ຈິລະ ທະລຸໄປຫຼາຍຮ້ອຍລ້ານ ຫຼ້າສຸດໃນວັນທີ 27 ກໍລະກົດ 2018 ທັງສອງກໍ່ໄດ້ເດີນທາງລົງໃຕ້ ເພື່ອມຸ່ງໜ້າໄປທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ແອບເປີ້ນ ຍັງໂພສຜ່ານເພສຫຼັກຂອງນາງ ເພື່ອຂໍກຳລັງຄົນ ອາສາສະໝັກ ແລະ ຍັງຂໍລະດົມລົດກະບະລຸ້ນສູງ ພ້ອມຄົນຂັບ ເຊິ່ງຂະບວນຂອງ ແອບເປີ້ນ ກໍ່ຈະເດີນທາງຮອດ ອັດຕະປື ໃນຕອນແລງມື້ນີ້. ຂໍສະແດງຄວາມຊົມເຊີຍ ນໍ້າໃຈຈາກທຸກໆພາກສ່ວນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ທັງລາວ ແລະ ປະເທດເພື່ອນບ້ານກໍ່ບໍ່ເຄີຍຖິ້ມກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue)

Read More »

ເບວລ່າ ນາງເອກດັງອອກມາໂພສຮູບ ພ້ອມຕິດແຮສແທັກ (#Prayforlaos) ແລະ ໃຫ້ກຳລັງໃຈພີ່ນ້ອງຊາວລາວແບບນີ້…

ນອກຈາກນໍ້າໃຈຈາກຄົນລາວແລ້ວ ຍັງມີນໍ້າໃຈຈາກຫຼາຍປະເທດ ຫຼ້າສຸດ ເບວລ່າ ເຄມເປນ ນາງເອກດັງຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ອອກມາໂພສຮູບພາບສື່ຄວາມໝາຍ ພ້ອມຂຽນແຄັບຊັ່ນໃຫ້ກຳລັງໃຈ ຝາກເຖິງພີ່ນ້ອງຊາວລາວວ່າ: “ເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວທຸກທ່ານ ຂໍໃຫ້ເຫດການຜ່ານໄປໂດຍໄວ #Prayforlaos”  เป็นกำลังใจให้พี่น้องชาวลาวทุกท่าน ขอให้เหตุการณ์ผ่านพ้นไปโดยเร็วนะคะ ??❤️ #prayforlaos A post shared by Bella Ranee Campen (@bellacampen) on Jul 25, 2018 at 2:07am PDT ຈາກໂພດດັ່ງກ່າວເຮັດໃຫ້ມີແຟນຄລັບຈາກທັງສອງຝັ່ງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງຊາວລາວຜູ້ປະສົບໄພ ພ້ອມພາວະນາໃຫ້ທຸກໆຄົນປອດໄພ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) via: IG/bellacampen

Read More »