Breaking News

ຂ່າວບັນເທີງນອກປະເທດ

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ຕັ້ງໃຈແລ່ນເພື່ອລະດົມທຶນຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພຊາວລາວ 

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ຫຼ້າສຸດ ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງປັດຈຸບັນ ໃນວັນທີ 3 ສິງຫາ 2018 ຍອດເງິນບໍລິຈາກຢູ່ທີ່  77,516 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງີນປະມານ 19 ລ້ານກວ່າກີບ,ເຊິ່ງ ຈະຕຸລົງ ໂພທາລາມກໍ່ໄດ້ໂພສເປີດໃຈ ໃນວັນທີ 1 ສິງຫາ 2018 ທີ່ຜ່ານມາວ່າ: “ເປັນຫຍັງຕ້ອງຊ່ວຍພີ່ນ້ອງລາວ? ຖ້າຄິດໃນແງ່ລົບ ຂອງຄົນເຫັນແກ່ຕົວຫຼືບໍ່ແມ່ນວຽກຫຍັງ ກໍ່ຈະປະມານນີ້…ບ້ານເົຮາກໍ່ມີຄົນເດືອດຮ້ອນຫຼາຍ ຊ່ວຍບ້ານເົຮາກ່ອນດີບໍ່ ຫຼື ຈະເອົາເລື່ອງາ່ສວນຕົວຕອນທີ່ໄປລາວນັ້ນນີ້ມາບວກເລີຍເຮັດໃຫ້ບໍ່ຢາກຊ່ວຍພວກເຂົາ ແຕ່ ລຸງ ລົງ ບໍ່ຄິດແບບນັ້ນ ລຸງຄິດວ່າເຮົາຄືເຜົ່າພັນດຽວກັນ ເວົ້າພາສາດຽວກັນ ໜ້າຄືກັນ …

Read More »

ຂວັນໃຈແຟນໆ! Si-won ແຫ່ງວົງ “Super Junior” ຈະເດີນທາງລົງພື້ນທີ່ແຂວງອັດຕະປື ເພື່ອຊ່ວຍເຫຼືອຜູ້ປະສົບໄພ (ຂອບໃຈຫຼາຍໆເດີ້)

ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ . ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ …

Read More »

ທີມຂ່າວໄທໂພສຊຶ້ງເຖິງນໍ້າໃຈຄົນລາວທີ່ມີໃຫ້ ໃນຂະນະເດີນທາງມາເຮັດຂ່າວທີ່ອັດຕະປື

ຫຼ້າສຸດເກີດມີໂມເມັ້ນແຫ່ງຄວາມປະທັບໃຈ ເນື່ອງຈາກວ່າ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ 3 ຈາກປະເທດໄທ ໄດ້ໂພສຜ່ານເຟສບຸກສ່ວນຕົວ ຍົກຍ້ອງເຖິງນໍ້າໃຈຂອງຄົນລາວ ທີ່ໄດ້ໃຫ້ທີ່ຢູ່ອາໃສຕົນ ພ້ອມດ້ວຍທີມງານ ໃນຂະນະທີ່ມາເຮັດຂ່າວທີ່ ມ.ສະໜາມໄຊ ແຂວງອັດຕະປື. “ຂອບໃຈຫຼາຍໆກັບນໍ້າໃຈຂອງພໍ່ທອງ ແລະ ຄອບຄົວທີ່ໃຫ້ພວກເຮົາໄດ້ນອນທີ່ບ້ານຂອງພໍ່ແມ່ລະຫວ່າງເຮັດຂ່າວໃນ ມ.ສະໜາມໄຊ ແຂວງອັດຕະປື ສປປ ລາວ ທັງໆທີ່ບ້ານພໍ່ຕູ່ແມ່ຕູ້ ກໍ່ເສຍຫາຍຈາກເຫດເຂື່ອນແຕກທັງຫຼັງ ພໍ່ຕູ່ແມ່ຕູ້ກໍ່ເປັນຜູ້ປະສົບໄພ ພີ່ນ້ອງກໍ່ເສຍຊີວິດຈາກເຫດການນີ້ດ້ວຍ ຂໍສະແດງຄວາມເສີຍໃຈຫຼາຍໆໃຫ້ກຳລັງໃຈທຸກຄົນ ຮັກ ຜູກພັນໝັ້ນຈິດ” (ມີຄລິບທີ່ຄອບຄົວຜູ້ປະສົບໄພ ມັດແຂນ ໃຫ້ທີມຂ່າວຈາກປະເທດໄທ ເປັນພາບທີ່ປະທັບໃຈຫຼາຍໆ…) ขอบคุณพ่อทอง แม่คำ เมืองสนามไช,สปป.ลาว ที่มีน้ำใจให้นอนที่บ้านที่ดูแลตลอดเวลามาทำข่าวที่สนามไช ขอบใจหลายๆค่ะ Posted by Thapanee Ietsrichai on Tuesday, July 31, 2018   ເຫັນແລ້ວຮູ້ສຶກປະທັບໃຈ ລາວ-ໄທ ບໍ່ຖິ້ມກັນ, …

Read More »

ຟຣຸກ ຈິຣະ #ເຂີຍລາວ2018 ຂວັນໃຈແຟນໆຊາວອັດຕະປື

ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວ ອັດຕະປື, ຫຼັງຈາກ ຟຣຸກ ຈິຣະ ນັກຮ້ອງ-ນັກສະແດງຊື່ດັງຂອງປະເທດໄທ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພພ້ອມດ້ວຍ ແອບເປີ້ນ ສີສະຫງຽນ ເຮັດໃຫ້ແຟນໆຕ່າງພາກັນດີໃຈ ເຮັດໃຫ້ພວກເຂົາຍິ້ມໄດ້ ແຖມແຟນໆຊາວອັດຕະປື ຍັງຕັ້ງສາຍາໃຫ້ ໜຸ່ມ ຟຣຸກ ວ່າ #ເຂີຍລາວ2018 ຫຼື ບາງຄົນກໍ່ເອີ້ນ ຟຣຸກ ແບບຢອກໆວ່າ #ຜົວ2018 (ພາບບັນຍາກາດທີ່ ຟຣຸກ ແລະ ແອບເປີ້ນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ) ດີໃຈທີ່ເຫັນພໍ່ແມ່ພີ່ນ້ອງທີ່ປະສົບໄພຍິ້ມ ແລະ ມີສີໜ້າທີ່ຍິ້ມແຍ້ມແຈ່ໃສ, ຢ່າງໃດກໍ່ຂໍຂອບໃຈທານນໍ້າໃຈ ແລະ ຄວາມຊ່ວຍເຫຼືອຈາກທຸກພາກສ່ວນ ເຮົາຈະຜ່ານຊ່ວງເວລາທີ່ຮ້າຍແຮງເທື່ອນີ້ໄປພ້ອມໆກັນ. ຮູບພາບ: FB/Fluke Jira

Read More »

ລຳໄຍ ໄຫທອງຄຳ ຝາກກຳລັງໃຫ້ໃຈພີ່ນ້ອງຊາວລາວ ດ້ວຍບົດເພງ “ສົ່ງໃຈໄປອັດຕະປື”

ເປັນສິລະປິນອີກໜຶ່ງທ່ານທີ່ຮ່ວມໃຫ້ກຳລັງໃຈພີ່ນ້ອງຊາວລາວຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງ ລຳໄຍ ໄຫທອງຄຳ ນັກຮ້ອງສາວຊື່ດັງຂອງປະເທດໄທ ກໍ່ໄດ້ປ່ອຍເພງ  “ສົ່ງໃຈໄປອັດຕະປື” ຜ່ານຊ່ອງທາງຍູທູບໃຫ້ທຸກໆຄົນໄດ້ຟັງກັນ ໃນວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ເຊິ່ງບົດເພງກໍ່ເວົ້າເຖິງເຫດການທີ່ໂຫດຮ້າຍຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ສົ່ງແຮງໃຈໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ປະສົບໄພ, ເອົາເປັນວ່າລອງມາຟັງກັນເບິ່ງເນາະ ຟັງແລ້ວເສົ້າ ຊຶ້ງກິນໃຈຫຼາຍໆ. ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບ: IG/lamyailion ຄລິບ: ไหทองคํา เรคคอร์ด

Read More »