Breaking News

ຂ່າວບັນເທີງນອກປະເທດ

ແອບເປີ້ນ-ຟຣຸກ ໄລ້ສົດຫາທຶນຊ່ວຍເຫຼືອພີ່ນ້ອງຊາວ ອັດຕະປື ທະລຸຫຼາຍຮ້ອຍລ້ານ (#Prayforattapue)

ຍາມທຸກແບບນີ້ເຮົາຕ້ອງຊ່ວຍກັນຄົນລະໄມ້ລະມື ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ໄດ້ລະດົມທຶນເພື່ອຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ອັດຕະປື ຜ່ານການໄລ້ສົດ ລະດົມທຶນຈາກທັງສອງຝັ່ງ ລາວ ແລະ ໄທ ປັດຈຸບັນນີ້ ທະລຸຫຼາຍຮ້ອຍລ້ານ ແລະ ເງິນສ່ວນທຳອິດ 100 ລ້ານກີບແມ່ນນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ໄຟສາຍ ຜ້າອານາໄມ ໂສ້ງ ຍາໄຕ້ຍຸງ ເກີບ ມຸ້ງ ສິ້ນແຕ້ມ ແລະ ອີກຈຳນວນຫຼວງຫຼາຍ ເຊິ່ງເຄື່ອງແລະເງິນຈະນຳໄປມອບໃຫ້ຜູ້ປະສົບໄພໃນມື້ອື່ນ. ປັດຈຸບັນຍອດບໍລິຈາກຂອງ ແອບເປີ້ນ ແລະ ຟຣຸກ ກໍ່ຍັງຈະມີຍອດເພີ່ມຂຶ້ນເລື້ອຍໆ… (ສາທຸ ສາທຸ)  ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ)  

Read More »

ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ອອກມາປະກາດຊ່ວຍເຫຼືອພີ່ນ້ອງຊາວລາວ!!!

ຮັບຮູ້ກັນໄປທົ່ວໂລກແລ້ວ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ, ຫຼ້າສຸດ ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ກໍ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເພື່ອຕ້ອງການຮ່ວມຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້… ເຊິ່ງ ເບີ້ນ ປະທຸມລາດ ແລະ ກ້ອງ ຫ້ວຍໄລ່ ຈະໄລ້ສົດຮ້ອງເພງຄູ່ກັນເພື່ອຮັບບໍລິຈາກ ຕາມສັດທາຈາກແຟນເພງ ເພື່ອຊ່ວຍພີ່ນ້ອງຊາວລາວທີ່ຖືກປະສົບໄພ ແລະ ເບີ້ນ ຍັງໄດ້ກ່າວອີກວ່າ ໃຈແທ້ຢາກເຮັດຄອນເສີດ ແຕ່ຄົງຈະຫຼ້າຊ້າໃນການກະກຽມງານ (ໃນວິກິດທີ່ເກີດຂຶ້ນໃນເທື່ອນີ້ ຈະຊ່ວຍໃຫ້ເຕັມທີ່ ແລະ ຊ່ວຍຢ່າງມີຄຸນນະທຳທີ່ສຸດ) ນັບວ່າເປັນນໍ້າໃຈອັນປະເສີດ ລະຫວ່າງ ປະເທດບ້ານໃກ້ເຮືອນຄຽງ (ລາວ-ໄທ) ທີ່ມີນໍ້າໃຈໃນຍາມທີ່ອີກຝ່າຍກຳລັງຕົກທຸກໄດ້ຍາກ. (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ??????)

Read More »

ບໍ່ກ້າເອີ້ນປ້າ! ນີ້ຄືແມ່ຍິງໃນໄວ 55 ປີ ແທ້ໆຫວ໋າ??? (ສາວໆຍັງອາຍ ຫຸ່ນດີເວີ້ໆໆໆ)

ວ້າວໆໆໆ! ເປັນກະແສຮ້ອນແຮງໃນໂລກອອນລາຍ ເມື່ອມີຊາວເນັດແຊຣພາບຂອງແມ່ຍິງຈາກປະເທດເພື່ອນບ້ານ (ປະເທດໄທ) ທີ່ຂ້ອນຂ້າງມີອາຍຸ ແຕ່ປະເດັນກໍ່ຄື ແມ່ຍິງຄົນນີ້ຍັງງາມ ຍັງສາວ ແລະ ຍັງຫຸ່ນດີເວີ້ ຈົນສາວໆແບບເຮົາຍັງຕ້ອງອາຍ, ເຊິ່ງຫຼ້າສຸດ ຊະນີIndy ກໍ່ບໍ່ພາດທີ່ຈະມາອັບເດດຂໍ້ມູນຂອງແມ່ຍິງຄົນນີ້ໃຫ້ແຟນໆໄດ້ຮູ້ເຊັ່ນດຽວກັນ. ບອກກ່ອນວ່າເຫັນອາຍຸເພິ່ນແລ້ວບໍ່ກ້າເອີ້ນ ແມ່ ຫຼື ປ້າ ເພາະ ໂສພິດ ສຸນທອນທະນະສະຖິດ ຫຼືຊື່ຫຼິ້ນຂອງເພິ່ນກໍ່ຄື (ນ້ອງ) ອາຍຸໄດ້ 55 ປີແລ້ວ (ວ້າວວວວ) ແຕ່ຍັງມີເຄົ້າໂຄງຄວາມງາມແບບສາວໆເລີຍ ຍອມຮັບວ່າເພິ່ນເບິ່ງແຍງຕົວເອງດີອີ່ຫລີ ແລະ ເພິ່ນຍັງມີໄລ້ສະຕາຍການໃຊ້ຊີວິດ ມີທັດສະນະຄະຕິທີ່ດີ ຈົນກາຍເປັນໄອດໍ້ຂອງສາວໆຍຸກໃໝ່ຈຳນວນຫຼາຍ. ເບິ່ງໃຫ້ແຈ້ງໆໄປເລີຍ ນີ້ແຫຼະຄົນອາຍຸ 55 ປີ (ເຫັນຫຸ່ນເພິ່ນແລ້ວກົ້ມເບິ່ງພຸງຕົວເອງດ່ວນນນ 555) ຮູບພາບ: fb/Sopit Soonthorntanasatit

Read More »

ງົດງາມ! ເໝາະສົມກັບຕຳແໜ່ງ Miss Grand Thailand 2018

ບໍ່ເວົ້າເຖິງເວທີນີ້ຄືຈະບໍ່ໄດ້ເດີ້ແຟນໆ ຫຼ້າສຸດປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບເວທີປະກວດນາງງາມ Miss Grand Thailand 2018 ແລະ ສາວງາມທີ່ຄວ້າມົງກຸດອັນຊົງກຽດຂອງເວທີນີ້ກໍ່ຄື ນໍ້າອ້ອຍ ຊະນະພານ (ມອສ) ອາຍຸ 25 ປີ ລວງສູງ 180 ຊັງຕີແມັດ ແລະ ຈະເປັນຕົວແທນສາວງາມໄປປະກວດໃນເວທີ Miss Grand International 2018 ທີ່ປະເທດ ມຽນມ້າ. ເບິ່ງໄປແລ້ວ Miss Grand Thailand 2018  ກໍ່ງາມເໝາະສົມກັບຕຳແໜ່ງເປັນທີ່ສຸດ!!! ຮູບພາບຈາກ: Miss Grand Thailand  

Read More »

 ອະລັງການງານສ້າງ! ກັບຊຸດປະຈຳຊາດຂອງ Miss Grand Thailand 2018!!!

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເດີ້ ກັບອີກໜຶ່ງເວທີ Miss Grand Thailand 2018 ທີ່ຫຼ້າສຸດເດີນທາງມາຮອດການແຂ່ງຂັນໃນຮອບ ຊຸດປະຈຳຊາດ ແລະ ຍັງຄົງສ້າງກະແສໃຫ້ທົ່ວໂລກສົນໃຈໄດ້ເປັນຢ່າງດີ ເພາະແຕ່ລະຊຸດເວົ້າໄດ້ເລີຍວ່າ ອະລັງການງານສ້າງ ເປັນການນຳສະເໜີເອກະລັກປະຈໍາທັງ 77 ຈັງຫວັດຂອງປະເທດໄທ ແລະ ບັນດາສາວງາມທັງ 77 ຄົນກໍ່ພີເຊັ້ນຊຸດຂອງຕົວເອງໄດ້ເປັນຢ່າງດີ… ມາເບິ່ງກັນວ່າແຕ່ລະຊຸດ ແຕ່ລະ ຈັງຫວັດ ຈະເລີດປານໃດ… ມິສແກຣນ ກຸງເທບມະຫານະຄອນ ມິສແກຣນ ກະບີ່ ມິສແກຣນ ການຈະນະບູລີ ມິສແກຣນ ກາລະສິນ ມິສແກຣນ ກຳແພງເພັດ ມິສແກຣນ ຂອນແກ່ນ ມິສແກຣນ ຈັນທະບູລີ ມິສແກຣນ ສະເຊີງເຊົາ ມິສແກຣນ ຊົນບູລີ ມິສແກຣນ ໄຊນາດ ມິສແກຣນ ໄຊຍະພູມ ມິສແກຣນ ຊຸມພອນ ມິສແກຣນ ຊຽງລາຍ ມິສແກຣນ ຊຽງໃໝ່ …

Read More »