Breaking News

ຂ່າວບັນເທີງນອກປະເທດ

ທຸກໆຄົນມີສິດເທົ່າທຽມ ບໍ່ຈຳກັດເລື່ອງເພດ! ເລື່ອງລາວຂອງ 8 ນາງແບບ Transgender ທີ່ກາຍເປັນແຮງບັນດານໃຈໃຫ້ຄົນທົ່ວໂລກ!!!

1. Carmen Carrera Carmen Carrera ຄືໜຶ່ງໃນນາງແບບບທີ່ກ້າບອກທຸກຄົນວ່ານາງເປັນ Transgender ແລະ ປະສົບຜົນສຳເລັດຢ່າງຍິ່ງໃນວົງການແຟຊັ່ນ ນາງມີຊື່ສຽງແລະໂດ່ງດັງ ເປັນທີ່ຮູ້ຈັກທົ່ວໂລກຈາກລາຍການດັງ “RuPaul’s Drag Race” ແລະ  “RuPaul’s Drag U” ສາວຂ້າມເພດຄົນນີ້ໄດ້ສ້າງແຮງບັນດານໃຈໃຫ້ກັບຊາວຮັກຮ່ວມເພດ ແລະ ມີບົດບາດຢ່າງຍິ່ງໃນດ້ານສິດທີຄວາມເທົ່າທຽມ (Trans-Equality) ແລະ ດ້ານຄວາມງາມທີ່ແຕກຕ່າງ  (Beauty in Different) 2. Andreja Pejic ເວົ້າເຖິງນາງແບບຂ້າມເພດ ຄົງບໍ່ມີໃຜບໍ່ຮູ້ຈັກ Andreja Pejic ສາວຂ້າມເພດຄົນນີ້ເປັນນາງແບບທີມີໜ້າຕາປະສົມລະຫວ່າງ ຊາຍ ແລະ ຍິງ ໄດ້ຢ່າງລົງໂຕ ໂດຍກ່ອນໜ້ານີ້ Andrej ເປັນ Androgynous model ເດີນແບບຖ່າຍແບບໄດ້ທັງຜູ້ຊາຍແລະແມ່ຍິງ ແຕ່ຫຼັງຈາກທີ່ຜ່າຕັດແປງເພດເມື່ອປີ 2014 ລາວກໍກາຍເປັນນາງແບບຂ້າມເພດຢ່າງເຕັມຕົວ ຈົນໄດ້ຂຶ້ນຊື່ວ່າເປັນຊີມໂບລິກຂອງ Unisex, ຢ່າງໃດກໍຕາມ Andreja Pejic ກໍຕ້ອງການສະແດງໃຫ້ເຫັນວ່າ ການເລືອກທີ່ຈະເປັນຕົວເອງເຮັດໃຫ້ມີຄວາມສຸກທີ່ສຸດ ແລະ ບໍ່ວ່າຈະເປັນນາຍແບບ …

Read More »

ໂຕແມ່ທັງນັ້ນ! ສ່ອງ ນາງທຸງສະເທວີ (ນາງສັງຂານ) ເວີຊັ່ນຄົນດັງປະເທດເພື່ອນບ້ານ ມີໃຜແດ່ມາເບິ່ງ…

ເຫັນແລ້ວອົດທີ່ຈະເກັບມາເວົ້າບໍ່ໄດ້ ກະແສປີໃໝ່ຍັງບໍ່ໝົດ ຍັງມີມາໃຫ້ໄດ້ສ່ອງກັນເລື້ອຍໆ ນອກຈາກນາງສັງຂານປະເທດລາວເຮົາທີ່ງົດງາມ ອ່ອນຫວານ ດັ່ງນາງໃນວັນນະຄະດີແລ້ວ, ໃນມື້ນີ້ກໍຈະພາແຟນໆມາສ່ອງ ນາງທຸງສະເທວີ (ນາງສັງຂານ) ປະເທດໄທ ໃນເວີຊັ່ນຄົນດັງຫຼາຍທ່ານ ຂໍບອກວ່າແຕ່ລະນາງງົດງາມຫຼາຍໆ ໂຕແມ່ທັງນັ້ນ!!! (ລອງມາເບິ່ງກັນວ່າມີໃຜແດ່???) ອໍ້າ ພັດສະຣາພາ ໄຊເຊື້ອ  ນຸ່ນ ວໍລະນຸດ ກ້ອຍ ຣັດສະວິນ ນາວ ຖິສານາດ ມິ້ນ ຊາຣິດາ ແພຣນເຄັກ ເຂັມມິນິດ ປຣາງ ກັນນະຣັນ ແຕ້ວ ນະຖະພອນ ແອນ ທອງປະສົມ ໂບ ເມວຣະດາ ໃບເຟີນ ພິມສະນົກ ເບວລ່າ ຣານີ ແຄມເປນ ວ້າວວວ!! ນາງທຸງສະເທວີ (ນາງສັງຂານ) ໃນເວີຊັ່ນຂອງຄົນດັງປະເທດໄທ ກໍຕ້ອງຍອມຮັບເລີຍວ່າງາມຫຼາຍໆ ແລ້ວແຟນໆເດຄິດຄືກັນບໍ່? (ຂໍຂອບໃຈຮູບພາບ)

Read More »

ສົມການລໍຖ້າ! ຮູບເງົາເລື່ອງ “Laos Simply Beautiful the Movie” ແຟນໆໃຫ້ຄະແນນເຕັມ 10/10 

ລໍຖ້າກັນມາດົນເຕີບ ຫຼ້າສຸດຮູບເງົາເລື່ອງ “Laos Simply Beautiful the Movie” ກໍໄດ້ປ່ອຍມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ແຖມຍັງບໍ່ເຮັດໃຫ້ແຟນໆຕ້ອງຜິດຫວັງ ເພາະຮູບເງົາສັ້ນເລື່ອງດັ່ງກ່າວ ເຮັດອອກມາໄດ້ດີຫຼາຍ… (ລອງມາເບິ່ງ ຮູບເງົາເລື່ອງ “Laos Simply Beautiful the Movie”) ສຳລັບ ຮູບເງົາສັ້ນເລື່ອງ  “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ… ແບບນີ້ບອກໄດ້ເລີຍວ່າ ສົມການລໍຖ້າ! ສຳລັບຮູບເງົາເລື່ອງ “Laos Simply Beautiful the Movie” ໃຫ້ຄະແນນເຕັມ 10/10 ກັນເລີຍ… ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ. (ຂໍຂອບໃຈຄລິບ ແລະ ຮູບພາບ)

Read More »

ຊົມເຊີຍ! ສາວພິການແຂນຖືກບັນທຶກສະຖິຕິ ໃນຖານະ “ນັກບິນໄຮ້ແຂນຄົນທຳອິດ” (ກາຍເປັນແຮງບັນດານໃຈຄົນທົ່ວໂລກ)

ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກໄປແລ້ວໃນເວລານີ້ ສຳລັບ ເຈສສິກ້າ ຄ໋ອກ (Jessica Cox) ອາຍຸ 36 ປີ ແມ່ຍິງທີ່ພິການ ບໍ່ມີແຂນມາຕັ້ງແຕ່ເກີິດ ແຕ່ຄວາມບົກຜ່ອງທາງດ້ານຮ່າງກາຍບໍ່ໄດ້ເປັນອຸປະສັກຂອງນາງແຕ່ຢ່າງໃດ ເຖິງຈະບໍ່ມີແຂນທັງສອງເບື້ອງ ແຕ່ເຈສສິກ້າກໍຍັງມີຂາທັງສອງຂ້າງທີ່ສາມາດເຮັດໃນສິ່ງຕ່າງໆໃຫ້ໄດ້ເຊັ່ນດຽວກັບຄົນອື່ນ ທັງຂຽນໜັງສືໄດ້ 25 ຄຳ ຕໍ່ນາທີ, ທັງແຕ່ງໜ້າ ທັງໃສ່ຄອນເທກເລນ ລວມເຖິງການຫຼິ່ນກິລາ ລອຍນໍ້າ ເທຄວັນໂດ້ ແລະ ຂັບຂີ່ລົດ ຕັ້ງແຕ່ລົດໃຫ່ຍໄປຈົນຮອດເຮືອບິນກັນເລີຍເດພີ້  ຈົນໄດ້ຮັບການຈົດບັນທຶກສະຖິຕິຈາກກິນເນສບຸກວ່າ ເປັນຜູ້ທີ່ມີໄບອະນຸຍາດຄົນທຳອິດທີ່ຂັບເຮືອບິນດ້ວຍຕີນ!!! ແຕ່ກວ່າທີ່ Jessica ຈະປະສົບຜົນສຳເລັດໃນຖານະນັກບິນ ໃນຕອນຍັງນ້ອຍນາງເຄີຍຢ້ານຄວາມສູງ ແລະ ມີຄຳວ່າບໍ່ກ້າໃນຫົວ ຍ້ອນສະພາບຂອງຮ່າງກາຍບໍ່ອຳນວຍ ແຕ່ໃນທີ່ສຸດກໍຕັດສິນໃຈຕໍ່ສູ່ກັບຄວາມຢ້ານດັ່ງກ່າວ ຫຼັງຈາກທີ່ລາວໄດ້ຮູ້ຈັກກັບ Robin Stoddard ຜູ້ກໍ່ຕັ້ງ Wright Flight ຈຶ່ງເຮັດໃຫ້ໂລກຂອງນາງຖືກຳເນີດອີກຄັ້ງ… Jessica Cox ໄດ້ເຝິກຝົນການບິນດ້ວຍການໃຊ້ຕີນທັງສອງຂ້າງ ຊິ່ງຕ້ອງຄົ້ນຫາເຮືອບິນ ພ້ອມທັງຍັງຕ້ອງຊອກຫາເຮືອບິນທີ່ເໝາະສົມ ເຊິ່ງເຮືອບິນທີ່ ເຈສສິກ້າ ຄ໋ອກ ໃຊ້ກໍຄື 1946 415C Ercoup …

Read More »

ມາຮູ້ຈັກກັບ! Liu Wen ນາງແບບຈາກ Victoria secret  ຄົນທຳອິດຂອງອາຊີກັບ Life style ທີ່ສຸດແສນຈະ…

ຫລິວ ເຫວິ່ນ (Liu Wen) ນາງແບບຈາກ Victoria secret ນາງໃຫ່ຍມາຈາກຄອບຄົວຊົນຊັ້ນກາງຈາກຄອບຄົວຊາວຈີນ ແຕ່ໂຊກດີທີ່ພໍ່ແມ່ຂອງນາງສະໜັບສະໜຸນໃຫ້ລູກໄດ້ປະກວດໃນເວທີເດີນແບບຕ່າງໆ ໄດ້ຮັບລາງວັນຫຼາຍເວທີ ເຊິ່ງການເຂົ້າສູ່ແວດວົງນາງແບບ ປ່ຽນຊີວິດຂອງສາວຄົນນີ້ໄປທັນທີ ເພາະກ່ອນທີ່ຈະມາເປັນນາງແບບ ຫລິວ ເຫວິ່ນ ຕ້ອງເຮັດວຽກ Part Times ເປັນໄກ້ນຳທ່ຽວ ເນື່ອງຈາກຈົບການສຶກສາດ້ານທ່ອງທ່ຽວ. Liu Wen  ມີລວງສູງເຖິງ 180 ຊັງຕີແມັດ ກ້າວເຂົ້າສູ່ວົງການແຟຊັ່ນລະດັບໂລກໃນປີ 2007 ກ່ອນທີ່ຈະໄດ້ເດີນແບບໃນງານແຟຊັ່ນວີກ ທັງທີ່ ລອນດອນ ມິລານ ປາຣີສ ແລະ ນິວຍອກ ໃຫ້ກັບແບຣນດັງລະດັບໂລກເຊັ່ນ Burberry, Chanel, Jean Paul Gaultier, Hermes, Benetton และ Diane von Furstenberg  ລວມເຖິງການຂຶ້ນປົກຕ່າງໆອີກຢ່າງຫຼວງຫຼາຍ ພໍມາຮອດປີ 2009 ຊື່ຂອງ Liu Wen ຖືກເວົ້າຫາຫຼາຍທີ່ສຸດ ເພາະເປັນນາງແບບຊາວອາຊີຄົນທຳອິດທີ່ເດີນແບບໃຫ້ກັບ Victoria”s Secret  …

Read More »