Breaking News

ຂ່າວກະແສສັງຄົມ

“ກ້ອຍ ຣັດຊະວິນ” ຊຶ້ງນໍ້າຕາໄຫຼ ແກັງໝູ່ພາກັນເຊີໄພຼສປາຕີ້ສະຫຼະໂສດດ້ວຍມິດຕະພາບທີ່ອົບອຸ່ນ

ງານນີ້ບອກເລີຍວ່າ ສາວກ້ອຍ ຣັດຊະວິນ ວົງວິຣິຍະ ຊື້ງໃຈຈົນກັ້ນນໍ້າຕາບໍ່ຢູ່ ຫຼ້າສຸດຫຼັງຈາກທີ່ແກັງຫມູ່ເພື່ອນທັງຫຼາຍເຊີໄພຼສປາຕີ້ສະຫຼະໂສດຢ່າງອົບອຸ່ນທີ່ແຄມທະເລໃຫ້ ງານນີ້ສາວກ້ອຍໄດ້ອອກມາໂພສພາບພ້ອມກັບແຄັບຊັ້ນ ບັນຍາກາດສຸດພິເສດນີ້ວ່າ “ເຊີໄພຼສທໍາອິດແມ່ນນັດກັນໄປທີ່ເກາະສະເມັດ ເປັນການປິດຣີສອດ 3 ມື້ 2 ຄືນ ແລະ ໝູ່ 3 ກຸ່ມທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ພາກັນລັກຕັ້ງກຸ່ມແບບລັບໆຂຶ້ນມາເພື່ອຈັດງານປາຕີ້ສະຫຼະໂສດໃຫ້ກ້ອຍ ສິ່ງທີ່ພິກທີ່ສຸດແມ່ນ ກ້ອຍເຂົ້າໃຈວ່າທຸກຄົນຕ່າງພາກັນຂັບລົດແຍກອອກໄປເພື່ອຈະໄປກິນຟາມຫອຍ ໂດຍທີ່ບໍ່ຮູ້ວ່າໝູ່ພາກັນມາຖ້າຢູ່ຈຸດພັກ ເພື່ອນເຮັດສິ່ງບ້າບໍນີ້! ໝູ່ພາກັນຢືນຕາກແດກແຄມທາງພ້ອມຈັບປ້າຍໄວນິວຮູບສະໄໝຫຼີ້ນລະຄອນເວທີຈຸລາ ແລະ ລົດທົວລາຍດອກໂຕເມຍໄປອີກ! #ອັນນີ້ດີຄິກສຸດໆ ຈື່ໄດ້ວ່ານັ່ງລົດທົວໄປທ່ຽວກັບໝູ່ເທື່ອສຸດທ້າຍສະໄໝຢູ່ມະຫາວິທະຍາໄລ ອັນນີ້ຍ້ອນໄວທີ່ສຸດ ຫື!!! “ ເຊິ່ງກ່ອນໜ້ານີ້ ສາວກ້ອຍກໍໄດ້ໂພສບອກວ່າ “ສາມມື້ສອງຄືນທີ່ຜ່ານມາ ທຸກຢ່າງເລີ່ມຈາກຈຸດນີ້ ປາຕີ້ສະຫຼະໂສດທີ່ເກີນຄວາມຄາດໝາຍສຸດໆ ໝູ່ຄູ່ເຊີໄພຼສເກັ່ງທີ່ສຸດ ເຊີໄພຼສທຸກມື້ ແລະ ກໍໄຫ້ທຸກມື້!” ຂວັນໃຈຂໍສະແດງຄວາມຍິນດີນໍາລ່ວງໜ້ານໍາຄູ່ວ່າທີ່ເຈົ້າສາວ ກ້ອຍ ຣັດຊະວິນ! ເຊິ່ງງານດອງຂອງສາວ ກ້ອຍ ແລະ ຕູນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 28 ພະຈິກ …

Read More »

ອັບເດດ!!! ຍອດຊ່ວຍເຫຼືອຈາກສັງຄົມອອນລາຍ ພຸ່ງ 29 ລ້ານກວ່າກີບແລ້ວ

ກໍາລັງເປັນກະແສທີ່ຮືຮາໃນສັງຄົມອອນລາຍກັນເລີຍທີດຽວ!!ໃນກໍລະນີນັກສຶກສາສາວໃຈເດັດທີ່ມີຊື່ວ່າ ນາງ ລີນາ ບຸນສີວິໄລພອນ ເປັນນັກສຶກສາ ຢູ່ສະຖາບັນສຶກສາແຫ່ງໜຶ່ງ ທີ່ໄດ້ຂີ່ລົດໄລ່ຕຳໂຈນດຶງກະເປົ໋າຢູ່ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ ຈົນໄດ້ຮັບບາດເຈັບ. ຈາກເຫດການດັ່ງກ່າວ, ເຮັດໃຫ້ນັກສຶກສາສາວໃຈເດັດໄດ້ຮັບບາດເຈັບຈົນຄາງແຕກ ຫຍິບ 8 ເຂັມ ແລະ ລົດເປ່ເພ (ໃນຄວາມໂຊກຮ້າຍດັ່ງກ່າວ ກໍຍັງເຫັນໄດ້ເຖິງນໍ້າໃຈຂອງຄົນລາວນໍາກັນທີ່ເຂົ້າມາຊ່ວຍເຫຼືອໃນເລື່ອງຂອງຄ່າໃຊ້ຈ່າຍກັບເຫດການດັ່ງກ່າວ) ມາຮອດຕອນເຊົ້າວັນທີ23/10/2020 ເວລາ 07:17 ນາທີ ມີຍອດຊ່ວຍເຫຼືອຈາກສັງຄົມອອນລາຍທັງໝົດ: 29 ລ້ານກວ່າກີບ. ສາວຜູ້ໃຈເດັດດັ່ງກ່າວ ຈະແບ່ງເງິນສ່ວນໜຶ່ງທີ່ໄດ້ຈາກການຊ່ວຍເຫຼືອຂອງສັງຄົມໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງ ສະຫວັນນະເຂດຊົມເຊີຍນ້ຳໃຈຂອງນ້ອງ ທັງເກັ່ງທັງມີນ້ຳໃຈ ຖືໄດ້ວ່າເປັນອີກໜຶ່ງສາວທີ່ມີຄວາມກ້າຫານກັນເລີຍທີດຽວ ແອັດຫວັງວ່າຈາກເຫດການດັ່ງກ່າວຈະເປັນອຸທາຫອນເຕືອນໃຈໃຫ້ທຸກຄົນມີສະຕິຫຼາຍຂຶ້ນ. ຈັງໃດຂວັນໃຈກໍຂໍສົ່ງກໍາລັງໃຈໃຫ້ ສາວ ລີນາ ຫາຍດີໄວໆເດີ້!!!!! ເບິ່ງຄລິບໄລ່ຕຳໂຈນຍ້ອນຫລັງໄດ້ທີ່ນີ້: https://youtu.be/M6mdQLV-XZo

Read More »

ງານມະຫາກຳບ້ານທີ່ໃຫຍ່ທີ່ສຸດໃນປະຫວັດສາດລາວກັບມາອີກຄັ້ງແລ້ວ!!! ໃນວັນທີ 4 – 5 – 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ

ງານມະຫາກຳດ້ານອະສັງຫາ, ລົດ ແລະ ໄລຟສະໄຕລທີ່ດີທີ່ສຸດໃນລາວກັບມາອີກຄັ້ງແລ້ວ! ກຽມພົບກັບງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທີ່ຈະຈັດຂຶ້ນໃນວັນທີ 4, 5, 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.   ຖ້າວ່າທ່ານກຳລັງຊອກຫາບ້ານໃໝ່, ດິນ ຫຼື ຕ້ອງການສິນເຊື່ອ, ກຳລັງພິຈາລະນາໃນການລົງທຶນດ້ານອະສັງຫາລິມະຊັບ ຫຼື ສິນເຊື່ອບ້ານເປັນຄັ້ງທຳອິດ ຫຼື ຕ້ອງການນາຍໜ້າອະສັງຫາ, ການຈັດການດ້ານອະສັງຫາ,ປະກັນໄພ, ການປະເມີນຊັບສິນ ຫຼື ຜູ້ແນະນຳທາງດ້ານກົດ ໝາຍ. ຕ້ອງການລົງທຶນກັບຕ່າງປະເທດລວມທັງໂອກາດໃນການອາໄສຢູ່ທີ່ນັ້ນ. ຢາກຮູ້ທາງເລືອກສຳລັບຄົນຕ່າງປະເທດໃນການມີກຳມະ ສິດເປັນເຈົ້າຂອງ ຫຼື ເຊົ່າອະສັງຫາໃນນະຄອນຫຼວງ? ຕ້ອງການຕິດຕາມຜະລິດຕະພັນລົດໃຫຍ່, ລົດຈັກ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນິເຈີ້, ເຄື່ອງອອກກຳລັງກາຍ, ເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນບ້ານໃນບ່ອນດຽວ, ຕ້ອງການພາຄອບຄົວອອກມາທ່ຽວຫຼິ້ນ. ພ້ອມທີ່ຈະພົບກັບງານອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດໃນປະເທດລາວທີ່ຈະຈັດຂຶ້ນ ພຽງແຕ່ 3 ມື້ແລ້ວຫຼືຍັງ? ຢ່າພາດ, …

Read More »

ບຸນທາດຫຼວງປີນີ້ຈັດພຽງ 3 ມື້ ແຕ່ລະມື້ມີພິທີ…..

ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ: ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ ລົງວັນທີ 15 ຕຸລາ 2020 ບຸນທາດຫຼວງປີນີ້ຈັດພຽງ 3 ມື້ເທົ່ານັ້ນ! ເຊິ່ງເພີ່ນຖືເອົາບຸນປະເພນີເປັນຫຼັກສຳຄັນ ໂດຍເລີ່ມແຕ່ ວັນທີ 29-31 ຕຸລາ 2020. ເນື່ອງຈາກວ່າເປັນການຄວບຄຸ່ມ-ປ້ອງການ ການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນເອງ. ເຊິ່ງປີນີ້ໃນມື້ງານ ແມ່ນຈະກໍານົດໃຫ້ບັນດາແມ່ຄ້າຊາວຂາຍຂາຍໄດ້ສະເພາະອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ,ດອກໄມ້ ແລະ ທູບ-ທຽນ ເພື່ອບູຊາເທົ່ານັ້ນ. ສ່ວນວ່າຕະຫຼາດນັດວາງສະແດງສິນຄ້າ- ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ- ງານບັນເທີງຕ່າງໆແມ່ນຈະບໍ່ໃຫ້ມີ. ກຳນົດຈັດງານ ມື້ທໍາອິດ ວັນທີ 29 ຕຸລາ 2020 ເຮັດພິທີຄອບໄຫວ່ ແລະ ແຫ່ປະສາດເຜິ້ງ, ມື້ທີ 2 ແມ່ນ 30 ຕຸລາ 2020 …

Read More »

ຫລ້ານ້ອຍ ພໍໃຈ ສົມທົບທຶນ 10 ລ້ານ ໃຫ້ເທິ ຢູ່ນາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una

Read More »