Breaking News

ຂ່າວກະແສສັງຄົມ

ໜຸ່ມ Sack Cell ກັບມາຄັ້ງນີ້ບໍ່ທໍາມະດາອີຫຼີ?​ ກັບຜົນງານເພງໃໜ່ຂອງ ” ຄົນຮັກແພງ”​

ໜຸ່ມ ສັກ ວົງ Cell ເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ ເຈົ້າພໍ່ແຫ່ງວົງການເພງລາວທີ່ໂດ່ງດັງຕະຫຼອດມາ ແລະ ທີ່ສໍາຄັນຍັງສ້າງຜົນງານສຽງເພງທີ່ຫຼາກຫຼາຍໃຫ້ທຸກຄົນໄດ້ຕິດຕາມກັນມາຕະຫຼອດບໍ່ວ່າຈະເປັນຜົນງານສຽງເພງ ຫວານ, ຄົນມືສອງ, ຍັງດີບໍ່ພໍ… ແລະ ອີກຫຼາກຫຼາຍເພລງ, ດ້ວຍສຽງຮ້ອງທີ່ເປັນເອກະລັກ ແລະ ມີສະເຫນ່ ຈຶ່ງເຮັດໃຫ້ມີຖານແຟນຄລັບຕິດຕາມເປັນຈໍານວນຫຼາຍບໍ່ວ່າຈະເປັນພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອນບ້ານຂອງພວກເຮົານັ້ນເອງ… ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກວົງການເພງໄລຍະໜຶ່ງ ຈົນແຟນຕ່າງກໍພາກັນລໍຖ້າຜົນງານສຽງເພງຂອງນັກຮ້ອງໜຸ່ມຄົນນີ້, ຫຼ້າສຸດນັກຮ້ອງໜຸ່ມຄົນນີ້ກໍໄດ້ກັບມາອີກຄັ້ງ ກັບມາພ້ອມກັບຜົນງານເພງ ທີ່ມີຊື່ວ່າ “ຄົນຮັກແພງ”​ ແລະແນ່ນອນວ່າຂວັນໃຈເອງກໍບໍ່ພາດທີ່ຈະນໍາມາອັບເດດໃຫ້ແຟນໆໄດ້ຫາຍຄິດຮອດນໍາກັນ!!! ເພລງຈະມ່ວນ, ຊຶ້ງກິນໃຈຊໍ້າໃດນັ້ນສາມາດຮັບຊົມຢູ່ວີດີໂອນີ້ໄດ້ເລີຍ:…

Read More »

ຫຼາຍໆຄົນພາກັນອົກຫັກ!!! ຫຼັງຈາກມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ…

ເປັນອີກງານທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຕັ້ງຕາລໍຄອຍ ສໍາລັບງານ VangVieng Fest 2020 ແລະ ບັນດາແມ່ຄ້າຊາວຂາຍ, ເຈົ້າຂອງໂຮງແຮມ-ຣີສອດແຕ່ນ້ອຍຫາໃຫຍ່ ກໍໄດ້ພາກັນ ກະກຽມວາງແຜນຊື້ວັດຖຸດິບຕ່າງໆ ແລະ ລົງທຶນກະກຽມສະຖານທີ່ເພື່ອຕ້ອນຮັບແຂກທີ່ຈະມາຮ່ວມງານ, ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນເພາະມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ ໂດຍມີແຈ້ງການເລື່ອນງານ VangVieng Fest 2020 ອອກໄປແບບບໍ່ມີກຳນົດ ອີງຕາມ: ໃບແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ 452/ຖວທ ວັນທີ 16 ທັນວາໃບແຈ້ງການຂອງຫ້ອງການແຂວງວຽງຈັນ ເລກທີ 650/ຫວຂ.ວຈ ໄດ້ມີຄຳສັ່ງໃຫ້ເລື່ອນການຈັດງານ Vangvieng Fest 6 ທີ່ຈະຈັດຂຶ້ນໃນວັນທີ 18-19 ທັນວານີ້.ທາງຜູ້ຈັດງານ ຮ່ວມກັບຜູ້ໃຫ້ການອຸປະຖຳຫລັກຄື ບໍລິສັດເບຍລາວ ຈຳກັດ ແລະ ຜູ້ອຸປະຖຳຮ່ວມອື່ນໆທັງຫມົດ ຈະປະຕິບັດຕາມໃບແຈ້ງການຢ່າງເຂັ້ມງວດ. ເລື່ອນງານ “ສ່ວນວັນເວລາຈັດງານແມ່ນຈະແຈ້ງໃຫ້ໄວທີ່ສຸດ“ຜູ້ຈັດຍິນດີສົ່ງເງິນຄ່າບັດຄືນ 100% ສຳລັບຜູ້ທີ່ບໍ່ສະດວກມາຮ່ວມງານໃນວັນເວລາໃຫມ່ໄດ້ …

Read More »

ພາສ່ອງ!!! Looks ຫວານໆ Style ໝໍແນ່ງ

ວິນາທີນີ້ປະຕິເສດບໍ່ໄດ້ເລີຍວ່າ ບໍ່ມີໃຜຈະບໍ່ຮູ້ຈັກສາວງາມໃຈບຸນຄົນນີ້ນັ້ນກໍຄື “ຈັນດາລີ ສິດພະໄຊ” ຫຼືທີ່ທຸກຄົນຮູ້ກັນດີໃນນາມ “ໝໍແນ່ງ” ດາລາ-ນັກສະແດງລາວ, ນາງເອກຈາກຮູບເງົາເລື່ອງ “ດອກຈໍາປາບານ” ເຊິ່ງໝໍແນ່ງກໍເປັນອີກບຸກຄົນໜຶ່ງຂອງວົງການບັນເທິງລາວທີ່ງາມທັງໜ້າຕາ ແລະ ຈິດໃຈ ທີ່ຜ່ານມາໜໍແນ່ງກໍໄດ້ຊ່ວຍເຫຼືອສັງຄົມເຮົາຫຼາຍໆຢ່າງ… ແຕ່ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງເບິ່ງການແຕ່ງຕົວ Looks ຫວານໆ Style ຂອງໝໍແນ່ງ ວ່າຈະເປັນແນວໃດ!!! ເຮົາໄປເບິ່ງນໍາກັນເລີຍ… ເວົ້າໄດ້ວ່າເປັນອີກ 2 Looks 2 Style ທີ່ມີຄວາມຫວານ ຈົນແອັດລະລາຍໄປໝົດແລ້ວຕອນນີ້!!! ຮູບພາບຈາກ: Chandaly Ningnang Sitpraxay

Read More »

ມາຮູ້ຈັກກັບ viya ແມ່ຍິງທີ່ Live ຂາຍເຄື່ອງໄດ້ທຸກຢ່າງໃນໂລກ…

ປັດຈຸບັນການຂາຍເຄື່ອງອອນລາຍກຳລັງເປັນທີ່ນິຍົມກັນໄປທົ່ວໂລກ ໂດຍສະເພາະແມ່ນການຂາຍເຄື່ອງຜ່ານການ Live ສົດເທິງເຟສບຸກ ຫຼ້າສຸດມີແມ່ຍິງຄົນໜຶ່ງກຳລັງເປັນກະແສທີ່ຮືຮາໄປທົ່ວ Social Media ເພາະວ່າແມ່ຍິງຄົນນີ້ສາມາດຂາຍໄດ້ທຸກຢ່າງໃນໂລກ ຕັ້ງແຕ່ຂະໜົມຈົນຮອດຈະລວດ ໂດຍໃນປີທີ່ຜ່ານມາສາມາດສ້າງຍອດຂາຍໄດ້ເຖິງ 3 ພັນລ້ານຢວນ ພາຍໃນມື້ດຽວ ຈົນໄດ້ຮັບສາຍາຈາກ Bloomberg ວ່າ The World’s Livestreaming queen (ລາຊະນີແຫ່ງການ Live Stream ຂອງໂລກ) ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບແມ່ຍິງຄົນນີ້ວ່າລາວແມ່ນໃຜ??? Viya ຫຼືHuang Wei ສາວຈີນ ອາຍຸ 34 ປີ ເລີ່ມຂາຍເຄື່ອງຕັ້ງແຕ່ອາຍຸ 18 ປີ ເລີ່ມຕົ້ນຂາຍເຄື່ອງກັບ Dong Haifeng ແຟນໝຸ່ມ ເຊິ່ງເປີດຮ້ານຂາຍເສື້ອຜ້າໃນເມືອງ ປັກກິ່ງ ແລະ ເລີ່ມມີຊື່ສຽງໃນປີ 2005 ຈາກການຊະນະການປະກວດ Super Idol ລາຍການ ລຽວລີຕີ້ ຂອງປະເທດຈີນ …

Read More »

ສະຫະພັນມວຍແຫ່ງຊາດ ແລະ ບັນດາບໍລິສັດ ມອບທຶນການສຶກສາໃຫ້ສາວເກັ່ງໃຈກ້າ “ລີນາ”

ແຟນໆຍັງຈື່ກັນໄດ້ບໍ່ ຈາກກໍລະນີຄຣີບວີດີໂອສາວນັກສຶກສາໃຈເດັດ ຂັບລົດຕໍາໂຈນທີ່ດືງກະເປົາຕົນເອງ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ ເຊິ່ງຕອນນີ້ສາວ ລີນາ ກໍກາຍເປັນຂວັນໃຈຂອງຊາວເນັດໄປແລ້ວ ຍ້ອນຄວາມກ້າຫານ ແລະ ນອກຈາກຈະກ້າສູ້ກັບໂຈນທີ່ເປັນມານສັງຄົມລາວແລ້ວ ອີກໜຶ່ງເລື່ອງທີ່ໜ້າປະທັບໃຈຈາກສາວຄົນນີ້ກໍຄື ນ້ອງໄດ້ແບ່ງປັນເງິນທີ່ຊາວເນັດໃຈດີໄດ້ໂອນຊ່ວຍເປັນທຶນການສຶກສາ ໄປບໍລິຈາກໃຫ້ຜູ້ປະສົບໄພນໍ້າຖວມນໍາອີກ ໂດຍການໂອນສົມທົບທຶນກັບ ເທິ ຢູ່ນາ ນັ້ນເອງ. ເອີ້ນໄດ້ວ່າເປັນແບບຢ່າງທີ່ດີໃຫ້ກັບສັງຄົມລາວຕອນນີ້ໄດ້ເລີຍເດີ! ເຊິ່ງຫລ້າສຸດມື້ນີ້ ວັນທີ 27 ຕຸລາ 2020 ສະຫະພັນມວຍແຫ່ງຊາດລາວພ້ອມດ້ວຍບັນດາບໍລິສັດ ໄດ້ມອບເສືອສາມາດ ຂອງມວຍລາວ ແລະ ນໍ້າໃຈຊຸກຍູ້ ການປົວແປງຈິດໃຈ ພ້ອມດ້ວຍທຶນການສຶກສາ ຈໍານວນໜຶ່ງໃຫ້ຍອດນັດສູ້ ສາວບ້ານເມືອງຮັງ, ເມືອງສົບເບົາ, ແຂວງຫົວພັນ ຄົນນີ້ເປັນທີ່ຮຽບຮ້ອຍແລ້ວ. ຂໍ້ມູນຈາກ: suelao.com

Read More »