ຕຳແໜ່ງ ມີສແກຣນລາວ ປະຈຳປີ 2018 ນີ້ຈະແມ່ນໃຜນໍ? ຫຼ້າສຸດທາງກອງປະກວດເພິ່ນກໍໄດ້ເປີດເຜີຍ 12 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍໃນການປະກວດ ມີສແກຣນລາວ ປະຈຳປີ 2018 ເຊິ່ງແຕ່ລະສາວງາມກໍຂໍບອກເລີຍວ່າ ງາມສຸດໆ (ເລືອກບໍ່ຖືກກັນເລີຍງານນີ້). ລອງມາເບິ່ງທັງ 12 ສາວງາມຜູ້ຜ່ານເຂົ້າຮອບ ມີສແກຣນລາວ ໃນປີນີ້ ແລະ ຈະປະກາດຜົນໃນຮອບຕັດສິນໃນວັນທີ 24 ມີນາ 2018 ນີ້ ຢ່າລືມເປັນກຳລັງໃຈໃຫ້ນ້ອງໆນາງສາວຜູ້ເຂົ້າປະກວດທັງ 12 ນາງສາວແດ່ເດີ້ ຮັກໃຜ ເຊຍໃຜ ກົດໄລ້ ກົດແຊຣເລີຍ!!! ຂໍຂອບໃຈຮູບພາບ: MISS GRAND LAOS ມີສແກຣນລາວ
Read More »ຂ່າວບັນເທີງໃນປະເທດ
ປະກົດການໃໝ່ຂອງລາຍການບ້ານເຮົາ “ຝຣັ່ງພັນລາວ” ລາຍການທີ່ຫຼາຍຄົນຖ້າເບິ່ງ!!!
ມາແລ້ວ! ຕົວຢ່າງລາຍການ “ຝຣັ່ງພັນລາວ” ລາຍການທີ່ແຟນໆຫຼາຍໆທ່ານຕ່າງໃຈຈົດໃຈຈໍ່ລໍຖ້າເບິ່ງ ເພາະລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ນາມວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ. Falang ພັນລາວ ເປີດປາກົດການໃໝ່ຂອງລາຍການລາວເຮົາ ຝຣັ່ງເວົ້າລາວຈັດລາຍການຮຽນຮູ້ວິຖີຊີວິດຂອງປະເທດລາວບອກເລີຍ ຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງຫຼາຍ ຢ່າລືມຕິດຕາມລາຍການນີ້ໄດ້ທີ Fanpage : Falang ພັນລາວ โพสต์โดย Clip Ded Clip Dung – ຄລິບເດັດ ຄລິບດັງ บน 12 มีนาคม 2018 ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ “ຝຣັ່ງພັນລາວ” …
Read More »ງາມໄປອີກແບບ! ນູ່ນີ່ ກຸມພົນພັກດີ ມາລຸກນີ້ຈົນເກືອບບໍ່ຈື່?
ເຄີຍເຫັນແຕ່ ສາວ ນູ່ນີ່ ກຸມພົນພັກດີ ເນັດໄອດໍ້ຄົນດັງ ເພິ່ນແຕ່ງກາຍໃນແບບທົ່ວໆໄປທັງແບບສະບັບແມ່ຍິງລາວ ແລະ ຊຸດແຟຼຊັ່ນຕາມສະໄໝທົ່ວໄປ ແຕ່ຫຼ້າສຸດນາງກໍໄດ້ມີໂອກາດແຕ່ງກາຍແບບສາວໄທຍ້ອນຍຸກ ເຊິ່ງເປັນຊຸດລູກໄມ້ສີຂາວ-ບົວ ແບບແມ່ຍິງໄທໃນສະໄໝກ່ອນ ເຊິ່ງເບິ່ງແລ້ວກໍແປກຕາໄປແດ່…ແຕ່ກໍງາມໄປອີກແບບ ຈົນເກືອບບໍ່ຈື່ພຸ້ນລະ, ໂດຍການແຕ່ງກາຍແບບແມ່ຍິງໄທໃນເທື່ອນີ້ແມ່ນ ສາວ ນູ່ນີ່ ເພິ່ນໄດ້ນຸ່ງເພື່ອຖ່າຍທຳລາຍການທີ່ເພິ່ນໄດ້ເປັນພິທີກອນຢູ່ທີ່ຝັ່ງປະເທດເພື່ອນບ້ານນັ້ນເອງ. ແລະ ຍັງມີຮູບພາບຂອງສາວ ນູ່ນີ່ ມາຝາກແຟນໆນຳເດີ້!!! ຂໍຂອບໃຈຮູບພາບຈາກ: FB/Noony Koumphonphakdee
Read More »ຈຸ໋ຍ ນັກສະແດງຈາກເພື່ອນບ້ານເຊັກອິນໃນລາວ ນຸ່ງສິ້ນບ່ຽງແພ ແລະ ໂພສແຄັບຊັ່ນເປັນພາສາລາວ!!!
ງາມຫຼາຍໆ! ເຫັນທຳອິດຄິດວ່າ ແມ່ຍິງລາວ ທີ່ແທ້ແມ່ນ ຈຸ໋ຍ ວະຣັດຕະຍາ ນິນຄູຫາ ນັກສະແດງສາວຊື່ດັງຫຼາກຫຼາຍຄວາມສາມາດຈາກປະເທດເພື່ອນບ້ານ ທີ່ເພິ່ນມີໂອກາດໄດ້ມາຢ້ຽມຢາມປະເທດລາວເຮົາຕັ້ງແຕ່ ວັນທີ 7 ມີນາ 2018 ທີ່ຜ່ານມາ ແລະ ໄດ້ມາລາວທັງທີດາລາສາວຄົນນີ້ກໍບໍ່ພາດທີ່ຈະແຕ່ງກາຍແບບແມ່ຍິງລາວ ນຸ່ງສິ້ນໄໝບ່ຽງແພ ແບບແມ່ຍິງລາວອີ່ຫລີ… ພ້ອມກັບເຊັກອິນຢູ່ທີ່ສະຖານທີ່ຈຸດແລນມາກຂອງ ປະເທດລາວເຮົາຫຼາຍຈຸດເຊັ່ນ: ພຣະທາດຫຼວງ, ປະຕູໄຊ ແລະ ຍັງໄດ້ໄປໄຫ້ວພະຂໍພອນຢູ່ທີ່ວັດສີເມືອງອີກດ້ວຍ. ນອກຈາກນັ້ນ ຈຸ໋ຍ ວະຣັດຕະຍາ ຍັງໄດ້ໂພສຮູບພາບລົງໃນອິນສະຕາແກຼມສ່ວນຕົວ ພ້ອມທັງຂຽນແຄັບຊັ່ນເປັນພາສາລາວວ່າ: “ມາຂໍພອນທີ່ວັດສີເມືອງ ໄດ້ເຈິຄົນລາວ ຫນ້າຮັກທຸກຄົນເລີຍ ຈະກັບມາຢາມອີກແນ່ນອນ” ເຮັດໃຫ້ມີແຟນໆຊາວລາວເຂົ້າໄປສະແດງຄວາມຄິດເຫັນ ແລະ ທັກທາຍ “ສະບາຍດີ” ກັນຢ່າງຫຼວງຫຼາຍ. (Like&Share) ແດ່ເດີ້ ເອື້ອຍ ຈຸ໋ຍ ງາມ ແລະ ໜ້າຮັກຫຼາຍໆ ? ຂໍຂອບໃຈຮູບພາບຈາກ: warattaya
Read More »ນຸຖາ ກັບມາແລ້ວຫຼັງຈາກທີ່ຫ່າງຫາຍໄປດົນ ພ້ອມກັບລຸກທີ່ສົດໃສກວ່າເກົ່າ!!!
ຫຼັງຈາກທີ່ຫ່າງຫາຍກັນໄປໄລຍະໜຶ່ງ ຫຼ້າສຸດສາວ ນຸຖາ ລາດຊະວົງເລົາ ພິທີກອນຊື່ດັງ ເພິ່ນກໍໄດ້ Come back ອີກຄັ້ງ ແຖມກັບມາພ້ອມລຸກທີ່ສົດໃສຊາບຊ່າ ຕາມແບບສະບັບຂອງເພິ່ນ ແຖມຍັງໄດ້ຮັບການຕ້ອນຮັບຈາກເຫຼົ່າແຟນຄລັບຂອງນາງເປັນຢ່າງດີ ແລະ ເຕັມໄປດ້ວຍຄວາມອົບອຸ່ນ ສັງເກດໄດ້ຈາກທັງອິນສະຕາແກຼມ ແລະ ເຟສບຸກ ກໍຈະມີບັນດາ FC ຂອງສາວ ນຸຖາ ເຂົ້າໄປຄອມເມັ້ນໃຫ້ກຳລັງໃຈ. ນາງກັບມາແລ້ວວວວ!!! ຮູຸບພາບຈາກ: Pj Nutha
Read More »