ເລີ່ມເຂົ້າລະດູຮ້ອນແລ້ວ ມາ Update! ແຟຼຊັ່ນໜ້າຮ້ອນ ໜ້າຮ້ອນນີ້ແຕ່ງໂຕແບບໃດໃຫ້ເລີດ ໃຫ້ແຈ້ງເກີດ ແບບບໍ່ມີຕົກກະແສ… ເຊິ່ງຊີຊັ່ນນີ້ຈະມີເສື້ອຜ້າໜ້າຮ້ອນແບບໃດນຳເທຼນກັນແດ່ ລອງມາອັບເດດກັນເລີຍ!!! ເດສສາຍດ່ຽວນຸ່ງແມັດກັບເສື້ອຍືດທາງໃນ ພ້ອມກັບເກີບຜ້າໃບສີຂາວ ເບິ່ງແລ້ວລຽບ ຫຼູ ລາສີເດັກລວຍຈັບແທ້ໆໄດ໋… ເສື້ອຮາວາຍ ເກ໋ໆ ຮ້ອນນີ້ອິນເທນທີ່ສຸດໄປເລີຍ!!! ເສື້ອສາຍດ່ຽວ ສົ້້ງຍີນ ແຟຼຊັ່ນປະຈຳໜ້າຮ້ອນທີ່ສາວໆບໍ່ຄວນພາດ ເສື້ອໂຊບ່າ ແບບສາວທັນສະໄໝ ແອບເຊັກຊີ່ ເບິ່ງແລ້ວມີສະເໜ່ບໍ່ເບື່ອ ເສື້ອລາຍດອກເກ໋ໆ ແນ່ນອນໃຜບໍ່ມີຖືວ່າຍັງບໍ່ເຂົ້າເຖິງຊ່ວງຊໍາເມີເດີ້ ມິກ ແອນ ແມສ ເສື້ອສາຍດ່ຽວ ຫຼື ເກາະເອິກ ສົ້ງຂາສັ້ນ ແລະ ເສື້ອຄຸມບ່າທາງນອກ ເສື້ອຍືດຊີທູ ສົ້ງຍີນ ເຊັກຊີ່ໆຮັບໜ້າຮ້ອນ ເສື້ອແຂນສັ້ນ ສົ້ງຂາສັ້ນ ໜ້າຮ້ອນນີ້ແລະຕ້ອງຈັດ… ໜ້າຮ້ອນນີ້ຢູ່ຕູ້ເສື້ອຜ້າຕ້ອງມີເສື້ອສີສົດໆ ສີສັນສົດໃສກັນເແດ່ ຊຸດເດສລາຍດອກໄມ້ ໃຜບໍ່ໃສ່ຖືວ່າໂຄດເຊີຍ ຊຸດເດສເປີດບ່າ ອີກໜຶ່ງຊຸດທີ່ມາແຮງໃນຊ່ວງນີ້ ເສື້ອແຂນກຸດ ສົ້ງຂາສັ້ນ ເກີບຜ້າໃບ ທີ່ໃສ່ອອກຈາກບ້ານຍາມໃດກໍໝັ້ນໃຈ …
Read More »ຂ່າວບັນເທີງໃນປະເທດ
ຖືກໃຈຄົນມັກນອນ! 16 ມີນາ 2018 ວັນນອນຫຼັບໂລກ (World Sleep Day)
ການນອນເອີ້ນໄດ້ວ່າເປັນກິດຈະກຳສຳຄັນໃນຊີວິດເລີຍກໍວ່າໄດ້ ເພາະການນອນເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຢຸດພັກ ໄດ້ສ້ອມແຊມ ປັບສົມດູນ ແລະ ຟື້ນຟູທຸກສ່ວນຕ່າງໆຂອງຮ່າງກາຍ ແລະ ສະໝອງ ໃນ 1 ມື້, ເຮົາຄວນໃຊ້ເວລາໃນການນອນໃຫ້ພຽງພໍຢ່າງໜ້ອຍມື້ລະ 8 ຊົ່ວໂມງ ແຕ່ຍັງມີຄົນຈຳນວນບໍ່ໜ້ອຍທີ່ລະເລີຍ ອາດຈະບໍ່ໃສ່ໃຈໃນການນອນຫຼັບພັກຜ່ອນຢ່າງພຽງພໍ ດ້ວຍສາເຫດນີ້ເພື່ອຕ້ອງການລົນນະລົງໃຫ້ທຸກໆຄົນໃນໂລກຫັນມາໃສ່ໃຈໃນຄວາມສຳຄັນຂອງການນອນ ທາງສະມາຄົມການແພດ(World Association of Sleep Medicine : WASM) ຈື່ງໄດ້ມີການກຳໜົດໃນວັນສຸກຂອງ ອາທິດທີ 2 ໃນເດືອນມີນາຂອງທຸກປີ ໃຫ້ເປັນ ວັນ ນອນຫຼັບໂລກ ເຊິ່ງໃນປີນີ້ກົງກັບວັນທີ 16 ມີນາ 2018 ນັ້ນເອງ. ສຳລັບວັນນອນຫຼັບໂລກມີຂຶ້ນຄັ້ງທຳອິດໃນວັນທີ 14 ມີນາ 2008 ຫຼັງຈາກນັ້ນກໍໄດ້ຈັດຕິດຕໍ່ກັນມາເລື້ອຍໆທຸກໆປີ ເຊິ່ງໃນແຕ່ລະປີຈະມີັການຕັ້ງຄຳຂວັນປະຈຳປີນັ້ນໆຂຶ້ນມາ ເພື່ອດຶງດູດຄວາມສົນໃຈຂອງຜູ້ຄົນ ໂດຍປີ 2018 ໄດ້ມີກຳໜົດຄຳຂວັນອອກມາວ່າ “Join the Sleep World, …
Read More »ວັດພັງເສຍຫາຍຢ່າງໜັກ ຍ້ອນໄພທຳມະຊາດພາຍຸພັດຖະຫຼົ່ມ ໃນວັນທີ 14 ມີນາ 2018
ຈາກການລາຍງານຄວາມຄືບໜ້າຂອງຜູ້ໃຊ້ ເຟສບຸກ ລາຍໜຶ່ງເຮັດໃຫ້ໄດ້ຊາບວ່າ ວັດ ບ້ານ ໂນນຄູ້ ເມືອງ ຊົນນະບູລີ ແຂວງສະຫວັນນະເຂດ ເສຍຫາຍໜັກ ຈາກຜົນກະທົບພາຍຸເຂົ້າຢ່າງຮຸນແຮງ ໃນວັນທີ 14 ມີນາ 2018. (ໃຫ້ຮູບພາບເລົ່າເລື່ອງ ເບິ່ງແລ້ວນໍ້າຕາສິໄຫຼ) ຂໍສະແດງຄວາມເສຍໃຈຫຼາຍໆ ແລະ ຫວັງວ່າວັດດັ່ງກ່າວຈະໄດ້ຮັບການຊ່ວຍເຫຼືອບູລະນະສ້ອມແປງຢ່າງເຮັ່ງດ່ວນ… ຂອບໃຈຮູບພາບຈາກ: Lamphay Ktl
Read More »ສ່ອງ! ແກ້ວຕາ ພອນປະເສີດ ເນັດໄອດໍ້ສາວລາວ ທີ່ນັບມື້ນັບງາມ ອໍລ້າຈັບ!!!
ເຮັດວຽກເມື່ອຍໝົດມື້ກັນແມ່ນບໍ່? ບໍ່ຊີຣຽດເດີ້ດຽວເຖົ້າໄວໄດ໋ (555) ຊ່ວງແລງໆແບບນີ້ ຊະນີIndy ຢູ່ລ້າບໍ່ເປັນຕາມສະຕາຍ ເອົາໃຈແຟນໆທຸກຄົນ ເພາະໄດ້ໄປຊອ໊ກແຊັກເອົາຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ, ເວົ້າເຖິງເລື່ອງ ເນັດໄອດໍ້ ບ້ານເຮົາກໍນັບວ່າມີຫຼາຍຕໍ່ຫຼາຍຄົນທັງຍິງ ແລະ ຊາຍ ແຕ່ໃນມື້ນີ້ເຮົາຈະພາພວກເພິ່ນມາສ່ອງໂປຟາຍ ນ້ອງ ແກ້ວຕາ ພອນປະເສີດ ເນັດໄອດໍ້ຄົນດັງ ຈາກແຂວງ ສະຫວັນນະເຂດ ທີ່ຊ່ວງນີ້ສັງເກດວ່ານາງຈະນັບມື້ຍິ່ງງາມ ອໍລ້າຈັບ ໜ້າຮັກສົມໄວ ແຖມບໍ່ວ່າຈະເປັນເລື່ອງຄວາມຮັກກັບເພື່ອນຊາຍຄົນສະໜິດ ແລະ ເລື່ອງວຽກງານຂອງນາງກໍເບິ່ງຄືຈະດີ ຈະເລີດໆໆໆໄປໝົດ (ໂອ້ຍເນາະອິດສາເບົາໆເດ້555) ຕ້ອງເອີ້ນໄດ້ວ່າເປັນຊ່ວງຂາຂຶ້ນຂອງ ແກ້ວຕາ ກັນເລີຍ… ສຳລັບ ນ້ອງ ແກ້ວຕາ ພອນປະເສີດ ອາຍຸ 19 ປີ ສາວນ້ອຍຈາກແຂວງສະຫວັນນະເຂດ ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຕິດຕາມນາງກັນບໍ່ໜ້ອຍ ເພາະນາງມີບຸກຂະລິກທີ່ໂດດເດັ່ນ ສົດໃສສົມໄວ ຈົນເຮັດໃຫ້ມີຄົນຕິດຕາມເຖິງ 3ແສນກວ່າຄົນ ແລະ ແກ້ວຕາກໍກຳລັງເລີ່ມມີຜົນງານທາງວົງການບັນເທີງເຮົາຢ່າງຫຼວງຫຼາຍບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ຖ່າຍໂຄສະນາຕ່າງໆ ແລະ …
Read More »ລູກຫຼານລາວພູມໃຈ! ກຽມສະເໜີຂຶ້ນທະບຽນ ລຳວົງລາວ ເປັນມໍລະດົກໂລກ
ໃນວັນທີ 9 ມີນາ 2018 ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມ ລະດົມແນວຄວາມຄິດ ກ່ຽວກັບວຽກງານມໍລະດົກ ວັດທະນະທຳຂອງມວນມະນຸດ (ໂລກ), ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ກອບຄຳຄິດຄຳເຫັນ ໃສ່ບົດຟ້ອນລຳວົງລາວ ທີ່ຈະນຳສະເໜີຂຶ້ນທະບຽນ ກັບອົງການຢູເນັສໂກ (UNESCO) ໃຫ້ເປັນມໍລະດົກໂລກ. ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຮຽບຮຽງ ແບບຟອມ ມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸປະເພດສິລະປະການສະແດງ ລຳວົງລາວ ເລກທີ 141/ຖວທ ລົງ ວັນທີ 13/02/2018 ແລະ …
Read More »