Breaking News

ຂ່າວສັງຄົມ

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …

Read More »

ຂໍຊົມເຊີຍ!!! ເຈົ້າຂອງຫ້ອງແຖວໃຈດີໃຫ້ນັກສຶກສາຢູ່ຟຣີ 3 ເດືອນ

ຂໍຊົມເຊີຍ!!! ຄົນລາວຄົນມີນໍ້າໃຈ ຍາມວິກິດແບບນີ້ກໍບໍ່ປະບໍ່ຖິ້ມກັນ ຊ່ວຍເຫຼືອຄົນລາວນໍາກັນ ນີ້ແຫຼະທີ່ສັງຄົມຍ້ອງຍໍ ໂດຍເຈົ້າຂອງເຟສບຸກ รักแท้ คืคอบคว ໄດ້ອອກມາໂພສວ່າ: 1 .ສະບາຍດີພໍ່ແມ່ພີ່ນອ້ງທີ່ຢູ່ນະຄອນຫລວງ ແລະ ຕ່າງແຂວງ ຂະພະເຈົ້າໃນນາມເຈົ້າຂອງຫອ້ງແຖວ ບ້ານຕານມີໄຊ ຫລັງໂຮງຮຽນປ່າໄມ້ ດົງໂດກ ຂໍແຈ້ງໃຫ້ຊາບວ່າ ແຕ່ວັນທີ່ 1/5/21 ເປັນຕົ້ນໄປແມ່ນ ໃຫ້ນອ້ງໆນັກຮຽນ ຢູ່ຟີ 3 ເດືອນ ຈົນກວ່າສະຖານະການໂຄວິດຈະດີຂື້ນຜູ້ໄດ້ມີລູກຫລານມາຮຽນຢູ່ວຽງຈັນບໍ່ມີບອ່ນພັກເຊົ່າແມ່ນເຂົ້າມາຢູ່ໄດ້ເລີຍເດີ ໂດຍທີ່ບໍ່ເກັບຄາໃຊ້ຈ່າຍຍັງເລີຍ ຈັກກິບ ຊວ່ງໂຄວິດ ນີ້ ຊວ່ຍກັນ 2. ຜູ້ໄດ້ຂາຍເຄື່ອງຢູ່ແຄມຂອງແລະເປັນລູກຄ້າ ຫວຍແລະເງີນກູ້ ນຳຂ້າພະເຈົ້າມີນະໂຍບາຍໃຫ້ບໍ່ເກັບຈົນກວ່າສະຖານະການດີຂື້ນຈິ່ງຈະເກັບປົກກະຕີເດີ ແຈ້ງໃຫ້ຊາບ ຕົວຂະພະເຈົ້າກໍ່ມີຜົນກະທົບແຕ່ກໍ່ຈະຊວ່ຍເທົ່າທີ່ຈະເຮັດໄດ້ ໃຫ້ພີ້ນອ້ງທຸກຄົນປະຊາຊົນລາວເຮົາຜ່ານວີກິດນີ້ໄປນຳກັນທຸກຄົນບອກຄົນທີ່ຍັງບໍ່ຮູ້ໃຫ້ແດ່ ຂໍອານຸຍາດແທັກ ງາມທັງກາຍ!!! ງາມທັງໃຈ!!!

Read More »

ແຈ້ງທາມລາຍຂອງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 89-94

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ, ປະເທດໄທທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວວັນທີ 19​ ເມສາ 2021​ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.ວັນທີ 20 ເມສາ 2021ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າເວລາ 13:20 …

Read More »

ລະວັງ!!! ຢ່າຫລົງເຊື່ອຂ່າວປອມ ຄົນຕິດໂຄວິດ-19 ສາມຄົນວັນນີ້.

ກໍລະນີມີຄລິບສຽງທາງສື່ອອນລາຍ ແລະ ສົ່ງໄປຕາມກຸ່ມວ໋ອດແອັບວ່າມີຄົນຕິດເຊື້ອໂຄວິດ-19 ວັນນີ້ 3 ຄົນຢູ່ນະຄອນຫລວງວຽງຈັນ ນັ້ນ ບໍ່ມີຄວາມຈິງ, ຂໍໃຫ້ສັງຄົມໃຊ້ດຸນພິນິດໃນການຮັບຂໍ້ມູນຂ່າວສານ ໂດຍບໍ່ແຕກຕື່ນ, ໃຫ້ຕິດຕາມຂໍ້ມູນຂ່າວສານທາງການ ເປັນສໍາຄັນ. ກອງເລຂາຄະນະສະເພາະກິດ ເຕືອນສັງຄົມ ຢ່າເຊື່ອກໍລະນີນີ້ທີ່ມີການປ່ອຍຄລິບສຽງຜູ້ຊາຍຄົນໜຶ່ງທາງສື່ສັງຄົມອອນລາຍວັນນີ້ວ່າມີຄົນຕິດເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ສາມຄົນ ຊຶ່ງພວມຕິດຕາມເອົານັ້ນ ບໍ່ແມ່ນຄວາມຈິງ. ເປັນການປ່ອຍຂ່າວຂອງຄົນບໍ່ຫວັງດີ, ຂໍຢ່າແຕກຕື່ນຕໍ່ກໍລະນີຄລິບສຽງດັ່ງກ່າວ, ໃຫ້ຕິດຕາມຂ່າວທາງການ ໂດຍສະເພາະການຖະແຫລງຂ່າວຂອງຄະນະສະເພາະກິດ ເທົ່ານັ້ນ. ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເຮົາ ໄລ່ມາຮອດວັນທີ 17/4/2021 ຕົວເລກການຕິດເຊື້ອສະສົມແມ່ນ 58 ຄົນ, ປິ່ນປົວດີແລ້ວ 49ຄົນ, ພວມປິ່ນປົວ 9 ຄົນ. ແຫຼ່ງຂ່າວ: ຂປລ

Read More »

ປະທານປະເທດ ແຫ່ງ ສປປ ລາວ ອວຍພອນປີໃໝ່ລາວ ພ.ສ 2564 (ພ້ອມທັງສົ່ງເສີມການນໍາໃຊ້ “ດອກຄູນ” ດອກໄມ້​ປະຈໍາເທດສະການປີໃໝ່ລາວ ທົດແທນການນຳເຂົ້າຈາກຕ່າງປະເທດ)

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະ ເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະ ຍາຍາມບຸກບືນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາ, …

Read More »