ມາເບິ່ງ! ຈະເກີດຫຍັງຂຶ້ນເມື່ອ ໂນດ ອຸດົມ ນັກດ່ຽວໄມໂຄໂຟນຊື່ດັງຈາກເພື່ອນບ້ານ ໄດ້ແວະມາຢ້ຽມຢາມນ້ອງໆເດັກນ້ອຍລາວ ເຖິງໂຮງຮຽນ, (ຂໍບອກງານນີ້ກຽມຮາ…555) เกาะดมชมลาวยาวๆ ไป Ep.2 อุดมแวะเยี่ยมเยียนและดูงานระบบการศึกษาของโรงเรียนต่างแดน เตรียมความพร้อมสู่การเป็นรัฐมนตรีกระทรวงศึกษาฯ โพสต์โดย เดี่ยว เมื่อ 3 พฤษภาคม 2018 ສຳລັບ ໂນດ ອຸດົມ ເຊື່ອວ່າແຟນໆຊາວລາວກໍ່ຄົງຈະຄຸ້ນໜ້າ ຄຸ້ນຕາກັນດີ ເພາະເອີ້ນໄດ້ວ່າ ອ້າຍເພິ່ນກໍ່ເປັນອີກໜຶ່ງບຸກຄົນທີ່ມີຊື່ສຽງ ແລະ ໂດ່ງດັງມາຈາກ “ດ່ຽວ” ໄມໂຄໂຟນນັ້ນເອງ. ຄລິບຈາກ: เดี่ยว
Read More »ໄວໜຸ່ມ
ເລີດອະລັງການສຸດໆ! ກັບແຟຊັ່ນຂອງ Rihanna ໃນງານ Met Gala 2018
ຂຶ້ນຊື່ວ່າເປັນໂຕ Top ຂອງວົງການບັນເທິງ Hollywood ມີຫວ໋າຈະເຮັດໃຫ້ແຟນໆຜິດຫວັງ ບອກເລີຍວ່າງານນີ້ Rihanna ເອີ້ນສຽງຮືຮາ ຄວາມສົນໃຈຈາກເຫຼົ່າຊ່າງພາບ ແລະ ຄົນໃນງານ Met Gala 2018 ໄປແບບສະບາຍໆ ເພາະນາງປະກົດກາຍໃນລຸກທີ່ແບບວ່າ ອະລັງການສົມກັບເປັນຕົວແມ່ອີ່ຫລີ… ເຊິ່ງໃນງານ Met Gala 2018 ມາໃນຕຣີມ (Fashion and the Catholic Imagination), ບອກເລີຍງານນີ້ຕ້ອງຂໍຍອມໃນແຟຊັ່ນຄອສຕູມຂອງ Rihanna ແທ້ໆ, ລອງມາເບິ່ງກັນເບິ່ງເດີ້…ເລີດອະລັງການສຸດໆ! ຂໍຂອບໃຈຮູບພາບຈາກ: IG/Badgalriri
Read More »“ການຄ້າມະນຸດ” ເປັນອາຊະຍາກໍາທີ່ຮ້າຍແຮງ ມີໂທດປະຫານຊີວິດ!!!
“ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທໍາດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ສະບາຍດີແຟນໆ ຂວັນໃຈ ທຸກໆຄົນໃນມື້ນີ້ຈະແນະນຳກ່ຽວກັບກົດໝາຍຄວນຮູ້ໃກ້ຕົວ ທີ່ຈະຊ່ວຍໃຫ້ທຸກໆຄົນແກ້ໄຂບັນຫາໄດ້ຢ່າງມີສະຕິ ເມື່ອຕ້ອງປະເຊີນຂໍ້ຂັດແຍ່ງໃນຊີວິດປະຈຳວັນ ເວົ້າເຖິງເລື່ອງ “ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທຳດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ເນື່ອງຈາກ ມະນຸດໄດ້ຫຼຸດຄຸນຄ່າ ຖືກປະຕິບັດຄືດັ່ງ ວັດຖຸສິ່ງຂອງ ຫຼືສິນຄ້າ ຕົກເປັນເປົ້າໝາຍຂອງການຂູດຮີດ ເປັນຕົ້ນແມ່ນ ດ້ານແຮງງານ, ທາງເພດ (ໂດຍສະເພາະແມ່ຍິງ) ແລະອື່ນໆ ກ່ອນອື່ນເຮົາມາທຳຄວາມເຂົ້າໃຈກັບ ນິຍາມ ຂອງການຄ້າມະນຸດ ອີງຕາມກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ (2015) ມາດຕາ 2 “ການຄ້າມະນຸດ” ແມ່ນ ການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼືນຳສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ່ອນດ້ວຍການຂົນຂວາຍ, …
Read More »(ນຶກວ່າໃຜ?) ທີ່ແທ້ແມ່ນ… ຕ່າຍ ອໍລະໄທ ນັກຮ້ອງດັງ ໃສ່ຊຸດໄໝລາວເຮັດບຸນໃສ່ບາດທີ່ຫຼວງພະບາງ!
(ກິນເຂົ້າ ຫຼື ຍັງ ກຳລັງເຮັດຫຍັງຢູ່ນໍ…) ຄຸ້ນໜ້າຄຸ້ນຕາກັນສຸດໆ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະພໍຮູ້ຈັກກັບ ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ ເຈົ້າຂອງຜົນງານເພງດັງຫຼາຍບົດເພງ, ເມື່ອບໍ່ດົນມານີ້ທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ປ່ອຍຮູບພາບຂອງ ຕ່າຍ ອໍລະໄທ ກຳລັງເຮັດບຸນໃສ່ບາດ… ແຕ່ໆ…ຮູ້ບໍ່ວ່າສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ມາໃສ່ບາດໃນເທື່ອນີ້ແມ່ນ ແຂວງ ຫຼວງພະບາງ ປະເທດລາວ ແລະ ຍັງບໍ່ພາດທີ່ຈະນຸ່ງຊຸດໄໝລາວ ບ່ຽງແພ ຕາມເອກະລັກປະເພນີລາວ ເຊິ່ງມາໃນຊຸດສີ ຂາວ-ມ່ວງ ເບິ່ງແລ້ວງົດງາມ ອ່ອນຊ້ອຍແທ້ໆ. ກ່ອນໜ້າທີ່ ຕ່າຍ ອໍລະໄທ ຈະເດີນທາງໄປທີ່ ແຂວງ ຫຼວງພະບາງ ເມືອງມໍລະດົກໂລກນັ້ນ ນາງກໍ່ໄດ້ແວ່ທີ່ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ງົດງາມນັ້ນກໍ່ຄື ວັງວຽງ ແລະ ຍັງໂພສຄລິບເຊັກອິນຫຼາຍຕໍ່ຫຼາຍຄລິບ ເຮັດໃຫ້ມີແຟນໆທັງ 2 ຝັ່ງ ລາວ ແລະ ໄທ ເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. (ຢ່າງໃດກໍ່ຂໍຕ້ອນຮັບ …
Read More »ມາເບິ່ງ! ຜົນງານຂອງດີຊາຍເນີ້ໄວໜຸ່ມລາວ ອອກແບບໄດ້ບໍ່ດ້ອຍໜ້າລະດັບສາກົນ (ຊົມເຊີຍ)
ນະຄອນຫຼວງວຽງຈັນ, ວັນທີ 28 ເມສາ 2018 ທີ່ຜ່ານມາ, ຄໍ່າຄືນນັກອອກແບບໜຸ່ມນ້ອຍຂອງລາວ (The Lao Young Designers Night) ໄດ້ຈັດຂຶ້ນ ໂດຍໂຄງການນັກອອກແບບໜຸ່ມນ້ອຍລາວ ຂອງລາວແຟຊັ່ນວີກ ເພື່ອສະແດງໃຫ້ເຫັນເຖິງ ຄວາມສາມາດ ແລະ ຜົນງານການອອກແບບອາພອນຂອງໄວໜຸ່ມລາວ ທີ່ມີພອນສະຫວັນ ແລະ ໄດ້ເຂົ້າຮອບດີເດັ່ນ ຂອງໂຄງການນັກອອກແບບໜຸ່ມນ້ອຍລາວໃນແຕ່ລະປີ. ຄໍ່າຄືນດັ່ງກ່າວມີການສະແດງອາພອນເດີນແບບ ຜົນງານການອອກແບບຂອງນ້ອງໆນັກອອກແບບໜຸ່ມນ້ອຍດີເດັ່ນລາວ ທີ່ເຂົ້າຮອບດີເດັ່ນຂອງແຕ່ລະປີ ນັບແຕ່ປີ 2015 ມາເຖິງຮອບປີ 2017 ລວມເຖິງ ບິນລີ່ ສີອຳພັນ ຈັນທະວິຈິດ (ຜຸ້ສະນະເລີດປີ 2015) ແລະ ວິເສດ ສິດທິລາດ (ຜູ້ຊະນະເລີດປີ 2016) ທີ່ໄດ້ຈົບມາຈາກການໄປສຶກສາທີ່ສະຖາບັນເອດສໂມດ ທີ່ມະຫານະຄອນປະຣີ ປະເທດ ຝຣັ່ງ, ແລະ ຄຳປູນ ແສງປະກາຍ (ຮອງຊະນະເລີດປີ 2016) …
Read More »