Breaking News

ໄວໜຸ່ມ

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ຊີວິດຈິງບໍ່ໄດ້ຄືກັບທີ່ຄິດ!!!

“ຄວາມອົດທົນ ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess” ເຊື່ອບໍ່? ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ຂວັນໃຈເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮູ້ຈັກກັບ ພິດສາຄອນ ພົມສະຫວັນ (ປຸ້ຍ) ສາວສູງຍາວເຂົ່າດີ ສາວແອລະດັບ ເພິເຊີ (Purser) ຜູ້ທີ່ມີຊົ່ວໂມງບິນຫຼາຍກວ່າ 5000 ຊົ່ວໂມງ ຜູ້ທີ່ເດີນທາງຕາມຫາຄວາມຝັນຈາກອາຊີບເລຂາສູ່ອາຊີບທີ່ຫຼາຍຄົນເອີ້ນວ່າ ນາງຟ້າເທິງຍົນ ປະຈໍາການຢູ່ທີ່ສາຍການບິນລາວແອລາຍ (Laos Airline) ເລື່ອງລາວຂອງນາງກໍມີຄວາມຕື່ນເຕັ້ນແບບບໍ່ດ້ອຍໜ້າໃຜ ກວ່າຈະມາຮອດມື້ນີ້ໄດ້ບອກເລີຍວ່າຍ້ອນຄວາມກ້າ ຄວາມສາມາດສະເພາະຕົວລ້ວນໆ ເອົາລະບໍ່ເວົ້າກັນຍາວ ລອງມາເບິ່ງເລື່ອງລາວແຮງບັນດານໃຈດີໆຈາກການບອກເລົ່າຂອງສາວ ປຸ້ຍ ພິດສາຄອນ Airhostess ຄົນນີ້ລອງເບິ່ງ… ຍ້ອນຄວາມຝັນທີ່ມີ …

Read More »

ເລີດໄດ້ອີກ! ຫຼິງຫຼິງ ປິຍະດາ ແລະ ຊົມພູ່ ອາຣາຍາ 2 ເຈົ້າແມ່ແຟຊັ່ນລວມຕົວ ຮ່ວມເຟມຖ່າຍຮູບ!

ເລີດໄດ້ອີກ! ເມື່ອ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວ ແລະ ຊົມພູ່ ອາຣາຍາ ເອຮາເກັດ ນັກສະແດງແຖວໜ້າ-ແຟຊັ່ນນິດຕ້າຂອງປະເທດເພື່ອນບ້ານ ຮ່ວມເຟມຖ່າຍຮູບຮ່ວມກັນ ຢູ່ທີ່ ຊຽງໃໝ່ (ປະເທດເພື່ອນບ້ານ) ໂດຍຮູບດັ່ງກ່າວໄດ້ຖືກໂພສຜ່ານ ເຟສບຸກ ແລະ ອິນສະຕາແກມ ຂອງ ສາວ ຫຼິງຫຼິງ ແລະ ນາງຍັງຂຽນແຄັບຊັ່ນບອກໃຫ້ແຟນໆໄດ້ຮູ້ວ່າ “ຍິ້ມບໍ່ຫຸບເລີຍ ແມ່ຊົມໜ້າຮັກຫຼາຍ”, ແລະ ນອກຈາກນັ້ນ ຫຼິງຫຼິງ ຍັງໄດ້ຖ່າຍຮູບ ນ້ອງ ສາຍຟ້າ ລູກຊາຍ ຂອງ ແມ່ ຊົມພູ່ ມາຝາກອີກດ້ວຍ, ຂໍບອກເລີຍວ່າໜ້າຮັກຫຼາຍໆ… ຮູບພາບ: Pitadar Lingling Inthavong  

Read More »

ຮືຮາກັນຖ້ວນໜ້າ! ເມື່ອ Sinon Loresca  ເຈົ້າຂອງສາຍາ “King Of Catwalk” ເຊັກອິນທີ່ປະເທດລາວ!

ສ້າງຄວາມຮືຮາ Surprise! ແຟນໆຊາວລາວກັນສຸດໆ ເມື່ອ Sinon Loresca ຫຼື ເຈົ້າຂອງສາຍາ  “King Of Catwalk”  ໄດ້ໂພສຄລິບຜ່ານເພສເຟສບຸກຫຼັກຂອງເພິ່ນ ແລະ ຍັງເດີນແບບວາດລວດລາຍການເດີນແບບສຸດອໍລະຊອນ ພ້ອມທັງຈູງນ້ອງໝາ ຢູ່ທີ່ ປະຕູໄຊ ນະຄອນຫຼວງວຽງຈັນ, ໃນວັນທີ 29 ເມສາ 2018 ທີ່ຜ່ານມາ… My Famous Catwalk in the Exotic Country LAOS ?? #laos #sinonloresca #kingofcatwalk #thekingofcatwalk #fashionshow #catwalk #viralFor Work Inquiries Please Email Me thekingofcatwalk88@hotmail.com โพสต์โดย Sinon Loresca เมื่อ 29 เมษายน 2018 …

Read More »

ໃຜວ່າໂສດມີຂໍ້ເສຍ? ໂສດແບບ ອາຈານ Noy ເອົາເວລາໄປພັດທະນາຕົນເອງໃຫ້ກ້າວໜ້າ

“ບາງຄົນຄິດວ່າໂສດມັນອາດຈະເຫງົາ ບາງຄົນກໍຄິດວ່າຕົນເອງຂາດຫຍັງຈັກຢ່າງໃນຊີວິດ ອັນນີ້ມັນແມ່ນຈິດຂອງເຮົາປຸງແຕ່ງຂຶ້ນເອງ” ສາວໂສດຢ່າງມີຄຸນຄ່າທີ່ເຮົາຢາກແນະນຳໃຫ້ຮູ້ຈັກແມ່ນ  ຄໍາແພງ ພັນທະດາວົງ (ອາຈານນ້ອຍ) ອາຍຸ 37 ປີ, ຜູ້ອໍານວຍການ ວິທະຍາໄລແສງສະຫວັນ ຂວັນໃຈຂອງບັນດາລູກສິດ ວິທະຍາໄລແສງສະຫວັນ ທີ່ທັງເກັ່ງ ທັງໃຈດີ ດີກຣີ (Degree) ວ່າທີ່ປະລິນຍາເອກ ດ້ານການພັດທະນາອົງກອນ ແລະຊັບພະຍາກອນມະນຸດ ປະຈຸບັນນາງຮັບຜິດຊອບເປັນຜູ້ອຳນວຍການວິທະຍາໄລ ພ້ອມທັງເປັນຮອງປະທານກຸ່ມການສຶກສາແສງສະຫວັນ ເຊິ່ງປະກອບດ້ວຍ 4 ໂຮງຮຽນສາມັນ, 1 ໂຮງຮຽນນາໆຊາດ, 1 ວິທະຍາໄລ, 1 ໂຄງການສຶກສາ ແລະນາງຢືນຢັນວ່ານາງໂສດ 100%!! ມື້ນີ້ ອາຈານນ້ອຍ ຈະມາເປີດໃຈມຸມມອງຄວາມໂສດຂອງນາງ ທີ່ບໍ່ເຄີຍເປີດເຜີຍຢູ່ໃສມາກ່ອນໄປອ່ານກັນເລີຍເນາະ ແມ່ຍິງທີ່ຮຽນສູງແລ້ວຊອກຜົວຍາກແທ້ບໍ່? ແຕ່ອາຈານນ້ອຍ ພັດຄິດຕ່າງ ນາງບອກວ່າ ຍ້ອນນາງບໍ່ມີຜົວຈຶ່ງມີໂອກາດໄດ້ຮຽນສູງ ໄດ້ສະແດງຄວາມສາມາດທີ່ໂດດເດັ່ນ ເຖິງວ່າພາບທີ່ສັງຄົມມັກເບິ່ງ ແມ່ຍິງທີ່ຮຽນສູງ ແລະເກັ່ງວ່າຊອກຜົວຍາກນັ້ນ ອາຈານນ້ອຍຄິດວ່າ ອາດຍ້ອນແມ່ຍິງເຫຼົ່ານັ້ນເລືອກທີ່ຈະໂສດ ເພາະເຂົາຮູ້ສຶກອີ່ມເຕັມ …

Read More »

ຟ້າໃສ ຈິນນາລີ ເຊັກຊີ່ທ້າລົມຮ້ອນ (ເຫັນຫຸ່ນນາງແລ້ວຢາກວາງຂອງກິນ ແລ້ວໄປອອກກຳລັງກາຍດ່ວນ…) 

(ເຫັນຫຸ່ນນາງແລ້ວຢາກວາງຂອງກິນແລ້ວໄປອອກກຳລັງກາຍດ່ວນ 555) ເຮັດເອົາແຟນຄລັບລະລາຍເມື່ອ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ໄດ້ໂພສຮູບອວດບໍດີ້ງາມໆຜ່ານ ອິນສະຕາແກຼມ, ຍິ່ງຊ່ວງນີ້ອາກາດຮ້ອນອົບເອົ້າ ຫຼາຍຕໍ່ຫຼາຍຄົນກໍ່ຄົງຈະໜີຮ້ອນ ໄປພັກຜ່ອນຕາມສະຖານທີ່ຕ່າງໆ ແລະ ໜຶ່ງໃນນັ້ນກໍ່ແມ່ນ ສາວ ຟ້າໃສ ທີ່ເດີນທາງໄປທ່ອງທ່ຽວທະເລ ພ້ອມທັງໃສ່ຊຸດລອຍນໍ້າ ໂຊບໍດີ້ສຸດເຊັກຊີ່ທ້າລົມຮ້ອນກັນຈັກບາດ… (ອ໋ອຍ! ຮ້ອນກວ່າອາກາດກໍ່ໜ້າຈະເປັນ ສາວ ຟ້າໃສ ຈິນນາລີ ນິແຫລະເດີ້ Wow Wow WOWWW ເຊັກຊີ້ບໍດີ້ກູດດດດດ) ຮູບພາບ: IG/fasai_missgrandlaos

Read More »