ການນອນເອີ້ນໄດ້ວ່າເປັນກິດຈະກຳສຳຄັນໃນຊີວິດເລີຍກໍວ່າໄດ້ ເພາະການນອນເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຢຸດພັກ ໄດ້ສ້ອມແຊມ ປັບສົມດູນ ແລະ ຟື້ນຟູທຸກສ່ວນຕ່າງໆຂອງຮ່າງກາຍ ແລະ ສະໝອງ ໃນ 1 ມື້, ເຮົາຄວນໃຊ້ເວລາໃນການນອນໃຫ້ພຽງພໍຢ່າງໜ້ອຍມື້ລະ 8 ຊົ່ວໂມງ ແຕ່ຍັງມີຄົນຈຳນວນບໍ່ໜ້ອຍທີ່ລະເລີຍ ອາດຈະບໍ່ໃສ່ໃຈໃນການນອນຫຼັບພັກຜ່ອນຢ່າງພຽງພໍ ດ້ວຍສາເຫດນີ້ເພື່ອຕ້ອງການລົນນະລົງໃຫ້ທຸກໆຄົນໃນໂລກຫັນມາໃສ່ໃຈໃນຄວາມສຳຄັນຂອງການນອນ ທາງສະມາຄົມການແພດ(World Association of Sleep Medicine : WASM) ຈື່ງໄດ້ມີການກຳໜົດໃນວັນສຸກຂອງ ອາທິດທີ 2 ໃນເດືອນມີນາຂອງທຸກປີ ໃຫ້ເປັນ ວັນ ນອນຫຼັບໂລກ ເຊິ່ງໃນປີນີ້ກົງກັບວັນທີ 16 ມີນາ 2018 ນັ້ນເອງ. ສຳລັບວັນນອນຫຼັບໂລກມີຂຶ້ນຄັ້ງທຳອິດໃນວັນທີ 14 ມີນາ 2008 ຫຼັງຈາກນັ້ນກໍໄດ້ຈັດຕິດຕໍ່ກັນມາເລື້ອຍໆທຸກໆປີ ເຊິ່ງໃນແຕ່ລະປີຈະມີັການຕັ້ງຄຳຂວັນປະຈຳປີນັ້ນໆຂຶ້ນມາ ເພື່ອດຶງດູດຄວາມສົນໃຈຂອງຜູ້ຄົນ ໂດຍປີ 2018 ໄດ້ມີກຳໜົດຄຳຂວັນອອກມາວ່າ “Join the Sleep World, …
Read More »ໄວໜຸ່ມ
(Inspiring Women)! ຕຸກກະຕາ ບາບີ້ ຄໍເລັກຊັ່ນໃໝ່ ມີແຮງບັນດານໃຈມາຈາກແມ່ຍິງເກັ່ງທົ່ວໂລກ!!!
ກັບມາສ້າງຄວາມຮືຮາອີກແລ້ວ ສຳລັບ ບາບີ້ ຕຸກກະຕາທີ່ຢູ່ຄູ່ກັບແມ່ຍິງທົ່ວໂລກມາເຖິງ 58 ປີ ເຊິ່ງໃນປີນີ້ກໍໄດ້ຜະລິດບາບີ້ຄໍເລັກຊັ່ນໃໝ່ແບບພິເສດຂຶ້ນມາ ມີຊື່ວ່າ “ຍິງຜູ້ເປັນແຮງບັນດານໃຈ” (Inspiring Women) ເພື່ອສ້າງແຮງບັນດານໃຈໃຫ້ແມ່ຍິງ ແລະ ເດັກນ້ອຍທົ່ວໂລກໃຫ້ມີຄວາມກ້າຄິດ ກ້າທຳ ແລະ ພວກເຂົາສາມາດເປັນຫຍັງກໍໄດ້ຕາມຄວາມຝັນ. ສຳລັບຕຸກກະຕາ ບາບີ້ ຄໍເລັກຊັ່ນນີ້ ເກີດຈາກການສຳຫຼວດຄວາມຄິດເຫັນຂອງບັນດາແມ່ໆ 8,000 ຄົນທົ່ວໂລກ ເຊິ່ງພວກເຂົາເປັນຫ່ວງຄົນທີ່ຈະມາເປັນແບບຢ່າງໃຫ້ລູກສາວຂອງພວກເຂົາ ບາບີ້ຈຶ່ງນຳຜົນສຳຫຼວດເຫຼົ່ານີ້ ມາເຮັດການສຶກສາ ແລະ ສ້າງເປັນຕຸກກະຕາບາບີ້ຮີ່ໂລ່ທົ່ວປະເທດ ຫຼື “Shero” ທີ່ມີຄວາມສາມາດຈາກຫຼາກຫຼາຍສາຂາ ທັ້ງດ້ານກິລາ ດ້ານການສະແດງ ບຸກຄົນຈາກຫຼາຍຫຼາຍອາຊີບ ແລະ ບຸກຄົນສຳຄັນໃນປະຫວັດສາດຈາກທົ່ວໂລກ ມາສ້າງແຮງບັນດານໃຈໃຫ້ກັບເດັກນ້ອຍ ແລະ ຜູ້ຄົນທົ່ວໂລກ. ມາເບິ່ງ! ບັນດາຄົນດັງທີ່ມີຄວາມສາມາດສະເພາະຄົວຈາກຫຼາກຫຼາຍສາຂາອາຊີບ… 1. Frida Kahlo ສິລະປິນ 2. Amelia Earhart ນັກບິນ 3. Martyna Wojciechowska …
Read More »ສ່ອງ! ແກ້ວຕາ ພອນປະເສີດ ເນັດໄອດໍ້ສາວລາວ ທີ່ນັບມື້ນັບງາມ ອໍລ້າຈັບ!!!
ເຮັດວຽກເມື່ອຍໝົດມື້ກັນແມ່ນບໍ່? ບໍ່ຊີຣຽດເດີ້ດຽວເຖົ້າໄວໄດ໋ (555) ຊ່ວງແລງໆແບບນີ້ ຊະນີIndy ຢູ່ລ້າບໍ່ເປັນຕາມສະຕາຍ ເອົາໃຈແຟນໆທຸກຄົນ ເພາະໄດ້ໄປຊອ໊ກແຊັກເອົາຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ, ເວົ້າເຖິງເລື່ອງ ເນັດໄອດໍ້ ບ້ານເຮົາກໍນັບວ່າມີຫຼາຍຕໍ່ຫຼາຍຄົນທັງຍິງ ແລະ ຊາຍ ແຕ່ໃນມື້ນີ້ເຮົາຈະພາພວກເພິ່ນມາສ່ອງໂປຟາຍ ນ້ອງ ແກ້ວຕາ ພອນປະເສີດ ເນັດໄອດໍ້ຄົນດັງ ຈາກແຂວງ ສະຫວັນນະເຂດ ທີ່ຊ່ວງນີ້ສັງເກດວ່ານາງຈະນັບມື້ຍິ່ງງາມ ອໍລ້າຈັບ ໜ້າຮັກສົມໄວ ແຖມບໍ່ວ່າຈະເປັນເລື່ອງຄວາມຮັກກັບເພື່ອນຊາຍຄົນສະໜິດ ແລະ ເລື່ອງວຽກງານຂອງນາງກໍເບິ່ງຄືຈະດີ ຈະເລີດໆໆໆໄປໝົດ (ໂອ້ຍເນາະອິດສາເບົາໆເດ້555) ຕ້ອງເອີ້ນໄດ້ວ່າເປັນຊ່ວງຂາຂຶ້ນຂອງ ແກ້ວຕາ ກັນເລີຍ… ສຳລັບ ນ້ອງ ແກ້ວຕາ ພອນປະເສີດ ອາຍຸ 19 ປີ ສາວນ້ອຍຈາກແຂວງສະຫວັນນະເຂດ ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຕິດຕາມນາງກັນບໍ່ໜ້ອຍ ເພາະນາງມີບຸກຂະລິກທີ່ໂດດເດັ່ນ ສົດໃສສົມໄວ ຈົນເຮັດໃຫ້ມີຄົນຕິດຕາມເຖິງ 3ແສນກວ່າຄົນ ແລະ ແກ້ວຕາກໍກຳລັງເລີ່ມມີຜົນງານທາງວົງການບັນເທີງເຮົາຢ່າງຫຼວງຫຼາຍບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ຖ່າຍໂຄສະນາຕ່າງໆ ແລະ …
Read More »ລູກຫຼານລາວພູມໃຈ! ກຽມສະເໜີຂຶ້ນທະບຽນ ລຳວົງລາວ ເປັນມໍລະດົກໂລກ
ໃນວັນທີ 9 ມີນາ 2018 ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມ ລະດົມແນວຄວາມຄິດ ກ່ຽວກັບວຽກງານມໍລະດົກ ວັດທະນະທຳຂອງມວນມະນຸດ (ໂລກ), ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ກອບຄຳຄິດຄຳເຫັນ ໃສ່ບົດຟ້ອນລຳວົງລາວ ທີ່ຈະນຳສະເໜີຂຶ້ນທະບຽນ ກັບອົງການຢູເນັສໂກ (UNESCO) ໃຫ້ເປັນມໍລະດົກໂລກ. ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຮຽບຮຽງ ແບບຟອມ ມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸປະເພດສິລະປະການສະແດງ ລຳວົງລາວ ເລກທີ 141/ຖວທ ລົງ ວັນທີ 13/02/2018 ແລະ …
Read More »ແຟຼຊັ່ນຮັບໜ້າຮ້ອນ ສຸດສ້າງສັນຂອງ ກີກີ່ຈູໂນ່ ນາງຟ້າບ້ານນາ
ຕ້ອນຮັບໜ້າຮ້ອນດ້ວຍແຟຼຊັ່ນສຸດສ້າງສັນ ສຳລັບ ກີ່ກີ່ຈູໂນ່ ນາງຟ້າບ້ານນາ ເນັດໄອດໍ້ຄົນດັງຂອງປະເທດເພື່ອນບ້ານ ງານນີ້ຕ້ອງບອກກ່ອນເລີຍວ່າອິນເນີຂອງແກ້ງນາງຟ້າມາເຕັມອີ່ຫລີ ຈັດໜັກກັນເທີງລັນເວກາງທົ່ງນາ ແລະ ແມ່ນໍ້າລຳຄອງ ຈົນປະສົມຄວາມເປັນແຟຼຊັ່ນ ແລະ ກິນອາຍຂອງສະເໜ່ທ້ອງຖິ່ນໄວ້ໄດ້ຢ່າງລົງໂຕ (ຕົບມືຊົມເຊີຍໃຫ້ເລີຍ). ທີ່ມາ: https://women.mthai.com/fashion/star-dress/341382.html
Read More »