Breaking News

ໄວໜຸ່ມ

ໂອ້! ເລືອກບໍ່ຖືກງາມໆທັງນັ້ນ 20 ຜູ້ເຂົ້່າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 (Miss Vientiane)

ມາໆມາເບິ່ງ 20 ນ້ອງນາງສາວຜູ້ເຂົ້າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 (Miss Vientiane), ຫຼ້າສຸດທາງກອງປະກວດເພິ່ນກໍໄດ້ປ່ອຍຮູບພາບ ບັນດານ້ອງນາງສາວຜູ້ເຂົ້າປະກວດໃນຊຸດໄໝລາວ ຍິ່ງນ້ອງໆໄດ້ມາແຕ່ງອົງຊົງເຄື່ອງ ແຕ່ງກາຍແບບແມ່ຍິງລາວແລ້ວຍິ່ງງາມຂຶ້ນໄປອີກ ແບບເລືອກບໍ່ຖືກເລີຍແທ້ໆ… ລອງມາເບິ່ງຜຸ້ເຂົ້າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 ມັກໃຜເຊຍໃຜກໍຢ່າລືມຮ່ວມເຊຍ ຮ່ວມໂຫວດ ແລະ  ກົດLike ກົດShare ໃຫ້ກຳລັງໃຈພວກນາງແດ່ເດີ້!!! MVT 01 : ນາງ ນິດ ພຸດທະສົງ MVT 02 ນາງ ສຸດາລັດ ສຸກຂະວະດີ MVT 03 ນາງ ສຸກສະຫວັນ ໂສພາວັນ MVT 04 ນາງ ຮອນດ້າ ຈັນດີ MVT 05 ນາງ ຈິງໃຈ ຈຸນລະມຸນຕີ MVT 06 ນາງ ພອນວິໄລ ວິພາກອນ …

Read More »

ສ່ອງ! ວີນາ ສາວງາມອະດີດນາງສັງຂານຈາກແຂວງຫຼວງພະບາງ!!!

ມາໆມາ…ຈະພາແຟນໆທຸກທ່ານໄປສ່ອງໂປຟາຍຂອງສາວງາມ ໜ້າຮັກ ຜິວພັນດີໆ ຈາກແຂວງ ຫຼວງພະບາງ ວີນາ ບຸບຜາ ອະດີດນາງສັງຂານປີ 2008 ເປັນອີກໜຶ່ງສາວທີ່ຂຶ້ນຊື່ດ້ານຄວາມສາມາດ ເພາະເພິ່ນກໍຜ່ານວຽກດ້ານວົງການບັນເທີງບໍ່ໜ້ອຍ ບໍ່ວ່າຈະເປັນພີເຊັນເຕີ້, ນັກຮ້ອງ, ພິທີກອນ ແລະ ນາງເອກຮູບເງົາອີກດ້ວຍ. ວີນາ ບຸບຜາ ອາຍຸ 28 ປີ ເປັນຄົນຫຼວງພະບາງໂດຍກຳເນີດ ເລີ່ມເຂົ້າວົງການມາຕັ້ງແຕ່ປີ 2005 ເຊິ່ງນາງປະກວດໃນໂຄງການຊອກຫາສາວຜິວໃສ ແລະ ໄດ້ເປັນພີເຊັນເຕີ້ຂອງເຄື່ອງສຳອາງແບຼນດັງເຖິງ 3 ປີຊ້ອນ ຈາກນັ້ນກໍມີໂອກາດເຂົ້າປະກວດນາງສັງຂານຫຼວງພະບາງໃນປີ 2008 ເນື່ອງຈາກຄອບຄົວເປັນຜູ້ສະໜັບສະໜູນໃຫ້ປະກວດ ເພາະແມ່ ແລະ ນ້າສາວຂອງເພິ່ນກໍເປັນອະດີດນາງສັງຂານມາກ່ອນ (ໂອ້…ນາງສັງຂານໝົດຕະກູນເລີຍໄດ໋ນິ) ແລະ ອີກຢ່າງພໍ່ເຖົ້າຂອງສາວວີນາກໍເປັນຄົນທີ່ອອກແແບການແຕ່ງກາຍໃຫ້ກັບນາງສັງຂານຜູ້ທີ່ຊະນະເລີດທີ 1 ໃນແຕ່ລະປີຢູ່ແລ້ວເລີຍຢາກໃຫ້ຫຼານສາວປະກວດ ແລະ ໃນທີ່ສຸດກໍສາມາດເຮັດຕາມຄວາມປາຖະໜາຂອງຄອບຄົວໄດ້ສຳເລັດ ແລະ ໄດ້ເປັນນາງສັງຂານໃນປີ 2008, ຫຼັງຈາກນັ້ນມາກໍເຮັດໃຫ້ເລີ່ມມີຜູ້ຄົນຮູ້ຈັກ ແລະ ໃຫ້ຄວາມສົນໃຈ ມີວຽກໃນວົງການບັນເທີງເຂົ້າມາເລື້ອຍໆ ທັງເດີນແບບ ຖ່າຍແບບ …

Read More »

ງາມຫຼາຍ! ມາຊ່າ ຕິດໃຈການແຕ່ງກາຍແບບແມ່ຍິງລາວ ຈັດເຕັມ 3 ປີຊ້ອນ!!!

ງາມຫຼາຍ! ມາຊ່າ ດາລາດັງຂອງປະເທດເພື່ອນບ້ານ ຕິດໃຈການແຕ່ງກາຍແບບແມ່ຍິງລາວ ຈັດເຕັມ 3 ປີຊ້ອນ!!! ມາຊ່າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຫຼ້າສຸດມີໂອກາດເດີນທາງມາຮ່ວມເຮັດບຸນໃສ່ບາດກັບພໍ່ແມ່ພີ່ນ້ອງປະຊາຊົນລາວ ເນື່ອງໃນພິທີຕັກບາດພຣະ 1000 ອົງ ຢູ່ທີ່ເດີ່ນພຣະທາດຫຼວງວຽງຈັນ ໃນວັນທີ 10 ກຸມພາ 2018 ທີ່ຜ່ານມາ ແລະ ທີ່ສຳຄັນເພິ່ນກໍຍັງມີໂອກາດແຕ່ງກາຍແບບແມ່ຍິງລາວ ເຊິ່ງໃນປີນີ້ເພິ່ນມາໃນຊຸດສີເຫຼືອງທອງ…ເບິ່ງແລ້ວງາມຫຼາຍໆ. ສຳລັບ ມາຊ່າ ວັດທະນະພານິດ ໃນການເດີນທາງມາຮ່ວມເຮັດບຸນໃສ່ບາດທີ່ປະເທດລາວເຮົານີ້ ແມ່ນໄດ້ເດີນທາງມາ ແລະ ແຕ່ງກາຍແບບແມ່ຍິງລາວເຖິງ 3 ປີຊ້ອນ… ທີມງານເຮົາກໍບໍ່ພາດທີ່ຈະນຳເອົາຮູບພາບທີ່ ເອື້ອຍ ມາຊ່າ ເພິ່ນໄດ້ແຕ່ງກາຍແບບລາວໆມາຮ່ວມໃນພິທີໃສ່ບາດເຮັດບຸນມາຝາກແຟນໆ… ???❤️❤️❤️ณ #พระธาตุหลวง หรือ #พระเจดีย์โลกะจุฬามณี #เวียงจันทน์ A post shared by Marsha Vadhanapanich (@marshairis) on Feb …

Read More »

ປະຕິໂທ້! ນຶກວ່າແມ່ຄ້າມາແຕ່ໃສຄືງາມແບບນີ້ ທີ່ແທ້ແມ່ນ…???

ຊ່ວງທ້າຍອາທິດທີ່ຜ່ານມາແຟນໆຫຼາຍທ່ານໄດ້ໂພສຮູບພາບເຮັດບຸນໃສ່ບາດທີ່ເດີ່ນພຣະທາດຫຼວງ ເຊິ່ງເປັນການເຮັດບຸນໃຫ່ຍ ໃສ່ບາດເຮັດບຸນພຣະເຖິງ 1000 ກວ່າອົງ ແລະ ນອກຈາກນັ້ນກໍຍັງມີຄົນດັງຈາກວົງການບັນເທີງລາວ ທີ່ໄປຮ່ວມໃສ່ບາດ ແລະ ອອກບູດເພື່ອບໍລິການອາຫານທັງຄາວ ແລະ ຫວານໃຫ້ແກ່ຄົນທີ່ໄປຮ່ວມໃສ່ບາດໃນງານບຸນດັ່ງກ່າວ ບໍ່ວ່າຈະເປັນ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017, ເມ ວາລິສະລາ ຕັງສຸວັນ Miss Global Laos 2017, ປູເປ້ ເດິວ້າວລາວ ແລະ ນໍ້າເຜິ້ງ ສະຫວັດ Miss Modern Laos Contest 2017 ທີ່ບອກເລີຍວ່າພວກເຂົາງາມ ທັງກາຍ ແລະ ໃຈອີ່ຫລີ… ແນວໃດກໍຕາມແຟນໆກໍອົດບໍ່ໄດ້ທີ່ເວົ້າຢອກບັນດາຄົນດັງເຫຼົ່ານີ້ວ່າ “ແມ່ຄ້າຮ້ານນີ້ຈັ່ງແມ່ນງາມ ແລະ ໜ້າຮັກແທ້ນໍ້” ງານນີ້ບອກເລີຍເດີ້ວ່າ ອິ່ມບຸນ …

Read More »

(ສາທຸ ສາທຸ) ຄົນບັນເທີງຈາກປະເທດເພື່ອນບ້ານ ຮ່ວມໃສ່ບາດເຮັດບຸນທີ່ພຣະທາດຫຼວງວຽງຈັນ

ໃນວັນເສົາ ວັນທີ 10 ກຸມພາ 2018 ທີ່ຜ່ານມາ ພໍ່ແມ່ພີ່ນ້ອງປະຊາຊົນລາວຖືໂອກາດດີໄດ້ຮ່ວມເຮັດບຸນໃສ່ບາດພຣະເຖິງຈຳນວນ 1000 ກວ່າອົງ ທີ່ ເດີນພຣະທາດຫຼວງວຽງຈັນ ແລະ ນອກຈາກນັ້ນ ຍັງບໍ່ມີພຽງແຕ່ຄົນລາວເຮົາເທົ່ານັ້ນ ແຕ່ຍັງມີຄົນດັງ ຄົນຂອງວົງການບັນເທີງຈາກປະເທດເພື່ອນບ້ານເຊັ່ນ ໂນດ ອຸດົມ ແຕ້ພານິດ ນັກດ່ຽວໄມໂຄໂຟນຊື່ດັງ, ມ່າຊ້າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງ ແລະ ບ້ວຍ ເຊດທະວຸດ ວັດສະຣະຄຸນ ພິທີກອນ-ນັກສະແດງຊື່ດັງ… ທີ່ພວກເພິ່ນກໍຖືໂອກາດເດີນທາງບິນລັດຟ້າມາເຮັດບຸນໃຫ່ຍຮ່ວມກັບພີ່ນ້ອງຊາວລາວ. ปีนี้เป็นคนกล่าวนำพี่น้องไทย, ลาวทุกท่านเป็นหมื่นๆคนกล่าวตามพร้อมกัน???ดีใจหลายๆเจ้า?????#ขอกุศสนี้แผ่ไปให้ไพศาลนะเจ้า A post shared by Marsha Vadhanapanich (@marshairis) on Feb 10, 2018 at 4:57pm PST #ຢ່າງໃດກໍຂໍຮ່ວມອະນຸໂມທະນາສາທຸນຳຫຼາຍໆເດີ້…ສາທຸ ສາທຸ เอามาให้ดูน้องบ๊วยมางานนี้ก็ช่วยส่งเสียง? ให้ดูขำๆจ้า ?? …

Read More »