Breaking News

ໄວໜຸ່ມ

ສາວແທ້ຕ້ອງຍອມແພ້! ສ່ອງ 3 ສາວປະເພດສອງທີ່ງາມ… ເລີດ… ອໍລ້າຈັບ… ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້!!!

ໂອ່ຍຍຍຍ!!! ງາມແຮງ ແພງເດ້…ມາສ່ອງສາວປະເພດສອງຂອງລາວເຮົາທີ່ເອີ້ນໄດ້ວ່າມີຄວາມງາມ… ເລີດ… ອໍລ້າຈັບ… ແລະ ກຳລັງມາແຮງແຊງທາງໂຄ້ງ ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້ ແຖມຍັງໄປສ້າງຊື່ສຽງໃຫ້ປະເທດມາແລ້ວ (ເລີດໆໆໆ) ຕ້ອງຍອມຮັບໃນຄວາມງາມຂອງພວກນາງອີ່ຫລີ!!! (ບອກເດີ້ແມ່ຍິງແທ້ໆຕ້ອງຫຼົບ…ຫຼີກທາງໃຫ້ພວກນາງໄປກ່ອນສະເນາະ ງາມຫຼາຍໆ!!!) ຫຼິງຫຼິງ ປະຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຄົນນິບໍ່ຕ້ອງເວົ້າຫຍັງຫຼາຍຮູ້ໆກັນຢູ່ວ່ານາງງາມ ນາງເລີດ ມີຄວາມຫຼູຫຼາ ແລະ ຍັງເປັນແບບຢ່າງໃຫ້ນ້ອງໆສາວປະເພດສອງຂຶ້ນໃໝ່ອີກດ້ວຍ. ວັນໃໝ່ ທຳມະວົງ ສາວປະເພດສອງທີ່ມີຄວາມງາມ ລຸກຫວານ ໜ້າຮັກ ນິໃສດີໆ ກຳລັງມາແຮງເລີຍຄົນນິ… ເຈນລີ້ ຫຼອງສີ ສີນະຄອນ ສາວປະເພດສອງທີ່ງາມ ແລະ ກຳລັງມາແຮງອີກໜຶ່ງຄົນ ແລະ ຍັງເປັນຕົວແທນປະເທດລາວໄປປະກວດໃນເວທີ Miss International Queen 2018 ຕ້ອງຍອມຮັບວ່າພວກເຂົາງາມ ມີຄວາມສາມາດ ແລະ ພວກເຂົາກໍສາມາດພິສູດເຮັດໃຫ້ທົ່ວໂລກໄດ້ຮັບຮູ້ວ່າ ປະເທດລາວ ຂອງເຮົາກໍມີສາວປະເພດສອງທີ່ງາມ  ແລະ ເກັ່ງບໍ່ແພ້ຊາດອື່ນໃນໂລກ. #ແຊຣໄປໃຫ້ໂລກຮູ້ ຮູບພາບ: Pitadar …

Read More »

ຕຸກກີ້ ຊິງລ້ອຍ ຕະຫຼົກຊື່ດັງຈາກປະເທດເພື່ອນບ້ານ ໂພສອິນສະຕາແກຼມເຊັກອິນ @ປະເທດລາວ!!!

ກຣີດໆໆໆ… ຕຸກກີ້ ສຸດາລັດ ບຸດພົມ ຫຼື ທີ່ຮູ້ຈັກກັນດີໃນນາມ ຕຸກກີ້ ຊິງລ້ອຍຊິງລ້ານ ຕະຫຼົກຊື່ດັງຈາກເພື່ອນບ້ານ ຫຼ້າສຸດວັນທີ 9 ກຸມພາ 2018 ເຊັກອິນທີ່ປະເທດລາວ ແຖມບໍ່ໄດ້ມາແບບດ່ຽວໆ ເພາະເພິ່ນຍັງຄວງ ສາມີ ສຸດທີ່ຮັກມາພ້ອມ ແລະ ຍັງມີໂອກາດໄປຖ່າຍຮູບທີ່ ປະຕູໄຊ ນະຄອນຫຼວງວຽງຈັນ ພ້ອມທັງໂພສຮູບລົງໃນ ອິນສະຕາແກຼມ ເຮັດໃຫ້ມີແຟນຄລັບຊາວລາວເຂົ້າໄປກົດໄລ້ແບບລົວໆ. #ຢ່າງໃດແຟນຄລັບຊາວລາວກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເອື້ອຍຕຸກກີ້ ຮູບພາບ: tukky66

Read More »

ຄົນລາວຊ່ວຍສົ່ງກຳລັງໃຈໃຫ້… ເຈນລີ້ ສາວປະເພດສອງລາວໃນເວທີ Miss International Queen 2018

ຄົນລາວໆຂໍສຽງແດ່…ມາໆຊ່ວຍສົ່ງກຳລັງໃຈໃຫ້ ເຈນລີ້ ຫຼອງສີ ສີນະຄອນ ສາວປະເພດສອງຕົວແທນປະເທດລາວ ຜູ້ເຂົ້າປະກວດໝາຍເລກ 13 ໃນການເດີນທາງໄປປະກວດໃນເວທີ Miss International Queen 2018, ເຊິ່ງຫຼ້າສຸດທາງກອງປະກວດກໍໄດ້ປ່ອຍຄລິບເປີດຕົວໃຫ້ຊາວໂລກໄດ້ຮູ້ຈັກສາວປະເພດສອງຈາກປະເທດລາວຄົນນີ້ແລ້ວ… ສຳລັບການປະກວດ Miss International Queen 2018 ຈະຈັດຂຶ້ນໃນວັນທີ 9 ມີນາ 2018 ຢູ່ທີ່ເມືອງ ພັດທະຍາ (ປະເທດໄທ), ຢ່າງໃດກໍຂໍກຳລັງໃຈຈາກຄົນລາວຊ່ວຍສົ່ງແຮງໃຈ ໂດຍການ Like&Share ໄປໃຫ້ໂລກຮູ້ນຳແດ່ວ່າປະເທດລາວເຮົາກໍມີສາວປະເພດສອງທີ່ງາມ ແລະ ມີຄວາມສາມາດບໍ່ນ້ອຍໜ້າຊາດອື່ນ. ຮູບພາບບາງສ່ວນຈາກ: Longsee Seenakhone Jenly

Read More »

ເຊື່ອຫຼືບໍ່!! ການອອກໄປທ່ອງທ່ຽວ ສ້າງຄວາມສຸກໄດ້ດົນກວ່າການຊື້ສິ່ງຂອງ…

ເປັນຫຍັງເມື່ອເຮົາໄດ້ເງິນມາ ເຮົາມັກເລືອກທີ່ຈະໄປຊື້ເຄື່ອງ ຈັບຈ່າຍໃຊ້ສອຍ ປາຕີ້ແບບຟຸມເຟືອຍ ທັງທີ່ມັນກໍເປັນຄວາມສຸກພຽງຊົ່ວຄາວເທົ່ານັ້ນ ເພາະນອກຈາກຈະເປັນຄວາມສຸກພຽງໄລຍະສັ້ນແລ້ວ ຍັງຜານເງິນແບບບໍ່ຈົບສິ້ນອີກດ້ວຍ, ດັ່ງນັ້ນ ງານວິໄຈເຜີຍອອກມາແລ້ວວ່າ ການໃຊ້ເງິນໄປກັບການທ່ອງທ່ຽວ ຈະເຮັດໃຫ້ເຮົາມີຄວາມສຸກກວ່າການເອົາເງິນໄປຊື້ເຄື່ອງ… ເຄີຍລອງສັງເກດບໍ່ວ່າ ເວລາຊື້ເຄື່ອງທີ່ເຮົາຢາກໄດ້ນັ້ນ ເມື່ອເຮົາໄດ້ເຄື່ອງນັ້ນໆມາໃນຕອນທຳອິດ ເຮົາຈະຮູ້ສຶກມີຄວາມສຸກ ແລະ ຕື່ນເຕັ້ນ ແຕ່ເມື່ອເວລາຜ່ານໄປ ມັນຈະກາຍເປັນຄວາມຮູ້ສຶກທຳມະດາ ແລະບໍ່ຕື່ນເຕັ້ນຄືແຕ່ກ່ອນ ແຕ່ເມື່ອໄດ້ຂອງໃໝ່ອື່ນໆອີກຄວາມສຸກເຫຼົ່ານັ້ນກໍຈະກັບມາອີກຄັ້ງ ແນວໃດກໍຕາມ ຜົນການວິໄຈຂອງວິທະຍາໄລຄໍເນວ ໄດ້ຄົ້ນພົບວິທີຢຸດພຶດຕິກຳເລົ່ານີ້ ໂດຍສາດສະດາຈານດ້ານຈິດວິທະຍາ ໄດ້ເປີດເຜີຍວ່າ ການໃຊ້ເງິນຊື້ເຄື່ອງນັ້ນ ຈະເຮັດໃຫ້ລະດັບຄວາມສຸກຫຼຸດຕໍ່າລົງຕາມຊ່ວງເວລາທີ່ຜ່ານໄປ ເຊິ່ງຕ່າງຈາກຄວາມຊົງຈຳຈາການທ່ອງທ່ຽວ ຫຼຶປະສົບການໃໝ່ໆ ທີ່ສາມາດຄົງຮໍໂມນແຫ່ງຄວາມສຸກໃຫ້ໄດ້ຢ່າງຍືນຍາວຫຼາຍກວ່າ ເພາະສະນັ້ນການໃຊ້ເງິນໄປກັບການທ່ອງທ່ຽວ ໄປໃນສະຖານທີ່ແປກໃໝ່ ການອອກເດີນທາງ ຮຽນຮູ້ສິ່ງໃໝ່ ຫຼິ້ນກິລາເອັກຕີມ ສິ່ງເຫຼົ່ານີ້ລ້ວນແຕ່ສ້າງຄວາມສຸກ ແລະ ປະສົບການໃຫ້ກັບເຮົາ ແລະ ຍັງຄົງຄວາມສຸກທີ່ຍາວນານຫຼາຍກວ່າການຊື້ສິ່ງຂອງເຊັ່ນ ກະເປົ໋າ ເກີບ ແລະ ລົດຄັນແພງໆ ເພາະທຸກຢ່າງທີ່ໃໝ່ໃນມື້ນີ້ ໃນມື້ອື່ນມັນກໍກາຍເປັນຂອງເກົ່າ ແລະ ຄວາມສຸກ ຄວາມຕື່ນເຕັ້ນກໍຈະຫຼຸດລົງໄປຕາມການເວລາ …

Read More »

ຕົບມືລົວໆ! Zoey Wright ສາວປ່ວຍພະຍາດມະເຮັງລຳໄສ້ໃຈສູ້ ຄວ້າແຊ້ມນັກເພາະກາຍລະດັບໂລກ

ຫຼາຍຄົນເມື່ອຮູ້ວ່າຕົວເອງກຳລັງປ່ວຍເປັນພະຍາດມະເຮັງລຳໄສ້ ຕ້ອງນຳລຳໄສ້ໃຫ່ຍອອກມາໄວ້ທາງນອກ ແລະ ໃຊ້ທໍ່ເພື່ອຂັບຖ່າຍທາງໜ້າທ້ອງໄປຕະຫຼອດຊີວິດ ກໍອາດຈະຍອມແພ້ກັບການຜ່າຕັດ ແລະ ຮູ້ສຶກທໍ້ກັບຊີວິດທີ່ເຫຼືອຢູ່ ແຕ່ສຳລັບ Zoey Wrigh ສາວຈາກເມືອງຜູ້ດີ ປະເທດ ອັງກິດ ພະຍາດທີ່ເກີດຂຶ້ນບໍ່ໄດ້ເປັນບັນຫາ ແລະ ອຸປະສັກຂອງນາງແຕ່ຢ່າງໃດ ເພາະນາງສາມາດຄວ້າແຊ້ມນັກເພາະກາຍລະດັບໂລກ Pure Elite World Championship 2017 ເຊິ່ງເປັນລາຍການໃຫ່ຍທີ່ສຸດໃນປະເທດອັງກິດ ແລະ ຍັງເປັນເວທີການແຂ່ງຂັນທີ່ໃຫ່ຍແລະໂດ່ງດັງທີ່ສຸດ. Zoey ເລົ່າວ່າ ອາການປ່ວຍຂອງລາວເລີ່ມບົ່ງບອກອາການຕັ້ງແຕ່ປີ 2012 ເມື່ອສັງເກດວ່ານໍ້າໜັກຕົວຫຼຸດລົງຢ່າງໄວວາ ແລະ ມີອາການຖອກທ້ອງຕະຫຼອດເວລາ ຈົນມີຮ່າງກາຍທີ່ຈ່ອຍໂຊ ໂດຍແພດວິນິດໄສແລ້ວວ່າເຍື່ອບຸໂພງລຳໃສ້ຖືກໂຈມຕີຈາກເມັດເລືອດຂາວ ເຮັດໃຫ້ລຳໄສ້ໃຫ່ຍບວມ ເກີດອາການອັກເສບຂອງທະວານໜັກ ແລະ ສຳໃສ້ໃຫ່ຍ ຈົນລຸກລາມໄປເປັນພະຍາດມະເຮັງລຳໄສ້ໃຫ່ຍ Zoey Wrigh ພະຍາຍາມຫາທາງຮັກສາທຸກວິຖີທາງ ແຕ່ກໍບໍ່ດີຂຶ້ນເລີຍ ແລະ ຈົນເກືອບເອົາຊີວິດບໍ່ລອດ, ດັ່ງນັ້ນ ແພດຈຶ່ງຕັດສິນໃຈຊ່ວຍຊີວິດສາວຄົນນີ້ດ້ວຍການຜ່າຕັດເອົາລຳໄສ້ໃຫ່ຍອອກມາໄວ້ທາງນອກ ໃນເດືອນ ພະຈິກ ປີ 2014 “ຂ້ອຍອົດທົນຕໍ່ອາການເຈັບປ່ວຍເປັນເວລາຫຼາຍປີ ແລະ …

Read More »