Breaking News

ໄວໜຸ່ມ

ລະວັງ! ລູກນໍ້າ ທິດາລັດ ອອກມາໂພສເຕືຶອນຄົນທີ່ໄປຍ່າງແຄມຂອງ ເພາະນ້ອງຊາຍຖືກຕີ ຍິບໄປ 2 ເຂັມ!!!

ເປັນເຫດໃຫ້ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ອອກມາໂພສເຕືອນທຸກໆຄົນເຖິງສິ່ງທີ່ບໍ່ໜ້າເກີດຂຶ້ນກັບສະຖານທີ່ສາທາລະນະ ເປັນບ່ອນທີ່ໃຜໆກໍເຄີຍໄປ ແຄມຂອງ ນະຄອນຫຼວງວຽງຈັນ ໃນວັນທີ 17 ທັນວາ 2017 ນ້ອງຊາຍຂອງນາງໄດ້ເກີດເຫດບໍ່ຄາດຄິດ ເພາະຖືກໜຶ່ງໃນກຸ່ມໄວໝຸ່ມ ທີ່ລວມຕົວກັນຢູ່ໃນສະຖານທີ່ດັ່ງກ່າວຈຳນວນ 15-20 ຄົນ ທຳຮ້າຍຈາກການເອົາເຫຼັກຕີຈາກດ້ານຫຼັງ ຈົນເຮັດໃຫ້ໄດ້ຮັບບາດເຈັບ ຈົນເຖິງຂັ້ນຍິບທີ່ບໍລິເວນຫູເຖິງ 2 ເຂັມ.   ເປັນແນວໃກກໍວອນໃຫ້ເຈົ້າໜ້າທີ່ເຂົ້າໄປກຳກັບ ແລະ ເບິ່ງເລື່ອງຄວາມປອດໄພຂອງພໍ່ແມ່ປະຊາຊົນ ຫຼື ນັກທ່ອງທ່ຽວທີ່ໄປທ່ຽວຫຼິ້ນທີ່ບໍລິເວນ ແຄມຂອງ ກັນແດ່ເດີ້!!! ທີ່ມາ: Louknum Vongsili

Read More »

ມາເບິ່ງ! ລັກສະນະຂອງແມ່ຍິງທີ່ມັກປະສົບຜົນສຳເລັດ ເບິ່ງໄວ້ ແລ້ວລົງມືຶເຮັດ!!!

ຍຸກສະໄໝນີ້ປ່ຽນໄປແລ້ວ ບໍ່ຈຳເປັນທີ່ແມ່ຍິງຈະເປັນຊ້າງຕີນຫຼັງ ລໍຖ້າຍ່າງນຳກົ້ນຜຸ້ຊາຍ ຫຼື ຢູ່ໃນໂອວາດ ແຕ່ເຮົາຢູ່ໃນຍຸກທີ່ບໍ່ວ່າແມ່ຍິງ ຫຼື ຜູ້ຊາຍກໍມີສິດທິທີ່ເທົ່າທຽມກັນ ເຮົາສາມາດຍ່າງໄປພ້ອມໆກັນໄດ້ ໂດຍທີ່ຕ່າງຄົນຕ່າງສະໜັບສະໜູນເຊິ່ງກັນ ແລະ ກັນ ແລ້ວຖ້າຫາກວ່າຢາກຈະເປັນແມ່ຍິງທີ່ປະສົບຜົນສຳເລັດ ຕ້ອງມີລັກສະນະ 5 ຢ່າງດັ່ງນີ້: 1.  ຮູ້ຈັກຍອມຮັບຄວາມຈິງ ບໍ່ໄດ້ບອກວ່າຈະຕ້ອງຍິ້ມສົດໃສ ຫົວດີໃຈໃນເວລາທີ່ຢູ່ໃນບັນຫາ ເຮົາທຸກຄົນຂຶ້ນຊື່ວ່າເປັນມະນຸດ ຍ່ອມມີສິດທີ່ຈະເສຍໃຈ ຫຼື ບໍ່ພໍໃຈກັບບັນຫາຕ່າງໆ ແຕ່ສິ່ງທີ່ຈະເຮັດໃຫ້ແຕກຕ່າງອອກໄປ ຄືການຍອມຮັບຄວາມຈິງ ຍອມຮັບວ່າບັນຫາໄດ້ເກີດຂຶ້ນແລ້ວ ແລະ ພະຍາຍາມແກ້ໄຂບັນຫາຢ່າງສຸດຄວາມສາມາດ ບໍ່ປ່ອຍໃຫ້ຕົວເອງຈົມຢູ່ກັບຄວາມທຸກ ຈົນບໍ່ເປັນອັນເຮັດຫຍັງ 2. ຮຽນຮູ້ແລະພັດທະນາຕົວເອງຢູ່ສະເໝີ ບໍ່ວ່າຕອນນີ້ເຈົ້າຈະອາຍຸເທົ່າໃດ ຜ່ານປະສົບການໃນຊີວິດຫຼາຍ ຫຼື ໜ້ອຍເທົ່າໃດ ຈະຖືກສັງຄົມມອບໂລ່ລາງວັນຍົກຍ້ອງວ່າເປັນແມ່ຍິງເກັ່ງ ປະສົບຄວາມສຳເລັດໃນດ້ານຕ່າງໆມາຫຼາຍ ແຕ່ແທ້ທີ່ຈິງແລ້ວສິ່ງທີ່ຈຳເປັນທີ່ສຸດຄືຕ້ອງເດີນໜ້າຮຽນຮູ້ຕໍ່ໄປ ຄົນທີ່ປະສົບຄວາມສຳເລັດ ຈະບໍ່ຢຸດພັດທະນາ ໂລກມີການປ່ຽນແປງຢູ່ຕະຫຼອດເວລາ ຖ້າຢຸດນັ້ນກໍໝາຍຄວາມວ່າ ກຳລັງຖອຍຫຼັງໄປເລື້ອຍໆ 3. ແບ່ງເວລາເຮັດວຽກ ແລະ ຊີວິດສ່ວນຕົວເປັນສັດສ່ວນ ເຮັດຄວາມເຂົ້າໃຈກັນກ່ອນວ່າ …

Read More »

Star Wars: The Last Jedi ຖະຫຼົ່ມລາຍໄດ້ ເຂົ້າສາຍທິດທຳອິດກວດລາຍໄດ້ມະຫາສານ ບຽດ Coco ຕົກອັນດັບ!!!

ຫຼັງຈາກ Box Ofiice ໃນ ອາເມລິກາ ບໍ່ເຄື່ອນໄຫວມາເປັນສອງອາທິດ ຫຼ້າສຸດກໍກັບມາຄຶກຄື້ນອີກຄັ້ງ ເມື່ອໄດ້ສອງຮູບເງົາເຂົ້າໃໝ່ມາໂກຍລາຍໄດ້, ເລີ່ມຕົ້ນດ້ວຍຮູບເງົາຈາກຄ້າຍດິສນີ່ພິກຊາຣ (disney pixar) Coco ວັນອົນລະວົນ ວິນຍານອົນລະເອງ ທີ່ຕົກຈາກອັນດັບທີ່ 1 ເປັນທີ່ຮຽບຮ້ອຍ… ເລື່ອງລາວຂອງເດັກໜຸ່ມທີ່ໄຝ່ຝັນຢາກເປັນນັກດົນຕີ ຈົນມີມື້ໜຶ່ງໄດ້ຫຼຸດເຂົ້າໄປໃນດິນແດນແຫ່ງຄວາມຕາຍ ແລະໄດ້ຮູ້ຈັກຄວາມໝາຍຂອງຊີວິດແລະຄອບຄົວ ຮູບເງົາເຮັດລາຍໄດ້ໄປອີກ 10 ລ້ານໂດລ້າ ແລະ ເຮັດລາຍໄດ້ຈາກທົ່ວໂລກໄປກວ່າ 448.2 ລ້ານໂດລ້າ ຕໍ່ດ້ວຍຮູຍເງົາແນວອະນິເມຊັ່ນເຂົ້າໃໝ່ເອົາໃຈນ້ອງໆ ຈາກຄ່າຍດຣີມເວີກ Ferdinand ເປັນອະນິເມຊັ່ນທີ່ຖ່າຍທອດເລື່ອງລາວຂອງ ເຟີນິນານ ກະທິງຍັກໃຈດີ ທີ່ດັນຖືກມະນຸດເຂົ້າໃຈຜິດວ່າເປັນສັດອັນຕະລາຍ ຈົນຖືກຈັບຕົວໄປ ເຮັດໃຫ້ມັນພັດພາກຈາກຄອບຄົວ ການຜະຈົນໄພເພື່ອເດີນທາງກັບບ້ານພ້ອມບັນດາໝູ່ເພື່ອນໃນລະຫວ່າງທາງຈຶ່ງເລີ່ມຕົ້ນຂຶ້ນ ຮູບເງົາເຂົ້າສາຍໃນອາທິດທຳອິດໄປໄດ້ 13.3 ລ້ານໂດລ້າ ແລະ ກວດລາຍໄດ້ຈາກທົ່ວໂລກໄປແລ້ວກວ່າ 19.5 ລ້ານໂດລ້າ ປິດທ້າຍດ້ວຍຮູບເງົາທີ່ແຟນໆ ທົ່ວໂລກລໍຖ້າເບິ່ງ ການກັບມາອີກເທື່ອຂອງສົງຄາມແຫ່ງດວງດາວ Star Wars: The Last Jedi ປັດສິມມະບົດແຫ່ງເຈໄດ ກຳລັງເດີນທາງມາເຖິງພາກຕໍ່ທີ …

Read More »

ເຊັກຊີ່ຂຶ້ນຫຼາຍ! ວັນໃໝ່ ທຳມະວົງ ສາວປະເພດສອງ!!!

ວ້າວວວ!!! ເຊັກຊີ່ຂຶ້ນເປັນກອງສຳລັບ ນ້ອງ ວັນໃໝ່ ທຳມະວົງ ສາວປະສອງແຖວໜ້າຂອງບ້ານເຮົາ ທີ່ດຽວນີ້ເຫັນໄດ້ຢ່າງຈະແຈ້ງເລີຍວ່າງາມ ໜ້າຮັກ ແລະ ທີ່ສຳຄັນມີຄວາມເຊັກຊີ່ເວີ້… ສາວແທ້ເປັນຕ້ອງຍອມໃຫ້ນາງໄປເລີຍພຸ້ນລະ, ຫຼ້າສຸດ ວັນໃໝ່ ນາງກໍຈັດເຕັມໃສ່ຊຸດລອຍນໍ້າໂຊຫຸ່ນດີໆ ຜິວຂາວໆນຽນໆມາໃຫ້ແຟນໆໄດ້ ວ້າວວວ ໄປຕາມໆກັນ… ງາມໆ…ເນາະວ່າບໍ່? ເກີດມາຂ້າແມ່ຍິງແທ້ໆ ຍອມໆ (555) ຮູບພາບ: Wanmai Thammavong

Read More »

ສ່ອງ! ຟ້າໃສ ຈິນນາລີ ໃນມື້ສະບາຍໆໄຮ້ Make up ທີ່ ຫຼວງພະບາງ!!!

ພາແຟນໆໄປສ່ອງສາວນ້ອຍ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ທີ່ຫຼ້າສຸດໄປຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ພໍຈົບງານກໍຖືໂອກາດທ່ອງທ່ຽວພັກຜ່ອນຢ່ອນອາລົມ ທີ່ ແຂວງ ຫຼວງພະບາງ, ນ້ອງ ຟ້າໃສ ກໍມີໂອກາດໄດ້ເລາະທ່ຽວຊົມໃນຕົວເມືອງ ຫຼວງພະບາງ, ລຸກແຕ່ເຊົ້າເພື່ອເຮັດບຸນໃສບາດ ແລະ ຍັງມີໂອກາດໄດ້ໄປທ່ອງທ່ຽວນໍ້າຕົກຕາດ ກວາງຊີ ແລະ ໄດ້ເກັບຮູບພາບມາຝາກແຟນໆ ແຖມນາງຍັງມາໃນລຸກ ທຳມະດາ ບໍ່ແຕ່ງໜ້າ ໃສໆຕາມໄວອາຍຸ ເບິ່ງແລ້ວໜ້າຮັກຫຼາຍໆ… ໜ້າຮັກອີ່ຫລີໄດ໋…ມາເບິ່ງຮູບພາບ ຟ້າໃສ ໃນ ຫຼວງພະບາງ ກັນເບິ່ງເດີ້!!! ຮູບພາບ: Fasai Chinnaly Norasing

Read More »